image.png

ຜູ້ນຳກຸ່ມ Coach Group Leader (CGL)

ສະຫະພັນກິລາຣັກບີ້ແຫ່ງຊາດລາວຕ້ອງການຮັບສະຫມັກຜູ້ນຳກຸ່ມຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ
ເອກະສານຊ້ອນທ້າຍ 1: ລາຍລະອຽດຂອງວຽກ

ຜູ້ນຳກຸ່ມ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ

ໜ້າທີ່ຮັບຜິດຊອບລວມ

ຫົວໜ້າກຸ່ມຜູ້ນຳກຸ່ມມີໜ້າທີ່ໃນການຊ່ວຍຜູ້ປະສານງານພັດທະນາຣັກບີ້ ແຂວງໃນການປະຕິບັດກິດຈະກໍາຂອງໂຄງການຊາຍຟັນ ພາດສ໌ ອິດແບັກ ແລະ ຊ່ວຍກໍາກັບຄູຝຶກຢູ່ປະເທດລາວ. ລາວຕ້ອງລາຍງານໂດຍກົງໃຫ້ກັບພະນັກງານພັດທະນາຣັກບີ້ ທີ່ໄດ້ກໍານົດ​ໄວ້ໃຫ້. 

ສະຫຼຸບຫຍໍ້ກ່ຽວກັບຕໍາແໜ່ງ

ພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງພະນັກງານພັດທະນາຣັກບີ້ , ຜູ້ນໍາກຸ່ມຄູຝຶກມີໜ້າທີ່ຮັບຜິດຊອບ 1) ສອນ​ການ​ຝຶກ​ອົບຮົມ (ທັງຣັກບີ້ ​ແລະ ທັກ​ສະ​ຊີວິດ) ​ໃຫ້​ໝັ້ນ​ໃຈ​ວ່າ​ໄດ້​ຄຸນະພາ​ບ ​ແລະ ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພ 2) ຈຸດ​ປະສົງການ​ເກັບ​ກໍາ​ຂໍ້​ມູນ​ສໍາລັບ​ການ​ວັດ​ແທກ​ກການ​ປ່ຽນ​ແປງ​ແມ່ນ​ໃຫ້​ໝັ້ນ​ໃຈ​ວ່າ​ໄດ້​ທັງ​ຄຸນ​ນະພາ​ບ ​ແລະ ປະລິມານ. ລາວຈະ​ຕ້ອງ​ເຮັດ​ວຽກ​ສໍາລັບ​ບົດ​ລາຍ​ງານ​ທຸກໆ​ອັນ ​ແລ​ະ ການຕິດ​ຕໍ່​ສື່ສານ, ລວມທັງ​ບັນຫາ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ ຢູ່​ໃນ​ພື້ນທີ່​ທີ່​ໄດ້​ຈັດ​ສັນ​​​ໄວ້​ໃຫ້.

ສາຍຕັ້ງການລາຍງານ/ ການພົວພັນ 

ການລາຍງານ ຜູ້ນຳກຸ່ມ ນະຄອນຫລວງວຽງຈັນແມ່ນຈະລາຍງານຫາ ຜູ້ປະສານງານພັດທະນາກິລາຣັກບີ້ແຂວງ.

ໜ້າ​ທີ່​ຮັບຜິດຊອບ​ຫຼັກ 

ຕຳແໜ່ງນີ້ແມ່ນມີໜ້າທີ່ຮັບຜິດຊອບ ດັ່ງນີ້:

1.​ເກັບ​ກໍ​າຂໍ້​ມູນ​ເຊີງປະລິມານ ​ແລະ ຄຸນະພາບ​ຂອງ​ການ​ວັດ​ແທກ​ການ​ປ່ຽນ​ແປງ 

  • ສະໜັບສະໜູນຄູຝຶກໃນຂັ້ນບ້ານ​ໃຫ້​ມີການເກັບກໍາຂໍ້ມູນ​ເຊີງ​ປະລິມານ ​ແລະ ​ເຊີງ​ຄຸນະພາ​ບ​ໃຫ້​ມີ​ປະສິດທິພາບ ​ແລະ ຄຸນະພາບ, 

  • ​ເກັບ​ກໍ​າ​ເອົາ​ຂໍ້​ມູນ​ເຊີງ​ປະລິມານ​ຈາກ​ຄູ​ຝຶກ​ກັບ​ບ້ານ​ທີ່​ກ່ຽວຂ້ອງ (ລວມທັງ​ການ​ລົງທະບຽນ, ຕົ້ນ​ລະດູ, ທ້າຍ​ລະດູ, ​ຟອມອອກ, ການ​ລາຍ​ງານ​ການ​ບາດ​ເຈັບ/​ເຫດການ, ການ​ເຂົ້າ​ຮ່ວມ, ຄ່າ​ນໍ້າມັນ), 

  • ກວດ​ເບິ່ງ​ຄືນ​ຟອມທັງ​ໝົດ​ທີ່​ສົ່ງ​ເພື່ອ​ໃຫ້​ໝັ​້ນ​ໃຈ​ວ່າ​ຂໍ້​ມູນ​ຖືກຕ້ອງ, 

  • ສົ່ງ​ຂໍ້​ມູນ​ທີ່​ໄດ້​ເກັບ​ກໍາ​ທັງ​ໝົດ ​ແລະ ກວດ​ຄືນ​ຂໍ້​ມູນ​ໃຫ້​ກັບ​ຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງ, ແລະ ຜູ້ຈັດການພັດທະນາຣັກບີ້

  • ມີການໂທລົມ ຫລື ກວດກາເປັນໄລຍະຂອງການເກັບກຳຂໍ້ມູນ

  • ຂຽນການປ່ຽນແປງ MSC/QM2 1ເທື່ອທຸກເດືອນຂອງແຂວງວຽງຈັນ ລວມເປັນທັງຫມົດ 4ເທື່ອ MSC/QM2sໃນລະ ຫວ່າງເດືອນ ກຸມພາ ຫາເດືອນພຶດສະພາ.ຂຽນ 1 CJE ທຸກສອງເດືອນ ລວມທັງຫມົດເປັນ 2ເທືອ່ CJEໃນລະຫວ່າງເດືອນ ກຸມພາ ຫາເດືອນພຶດສະພາ

  • ສຳເລັດການສັງເກດຄູຝຶກທີ່ນະຄອນຫລວງວຽງຈັນ ທຸກໆເດືອນ(ສອງເທື່ອຕໍ່ອາທິດ) ແລະ ສົ່ງຟອມສັງເກດພາຍໃນເວລາສອງວັນ .ປະສານງານກັບຜູ້ປະສານງານແຂວງ ແລະ ພະນັກງານສະຫະພັນເພື່ອແນ່ໃຈວ່າຄູຝຶກ ແລະ ຄູ່ຂອງຄູຝຶກແຂວງ ວຽງຈັນໄດ້ ໄປສັງເກດຢ່າງຫນ້ອຍ1ເທື່ອໃນເດືອນນັ້ນ.

  • ເດີນທາງໄປແຂວງຊຽຂວາງ 1-2ເທື່ອແຕ່ລະເດືອນ ເພື່ອກວດຄຸນນະພາບ ແລະ ເກັບກຳຂໍ້ມູນ.

2.ຜູ້​ປະສານ​ງານ​​ໂຄງການ 

  • ຊ່ວຍ​ການ​ປະຕິບ​ັດກິດຈະ​ກໍ​າຂອງ​ໂຄງການ​ໂດຍ​ປະສານ​ງານ​ກັບຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງ/ຜູ້ຈັດການພັດທະນາຣັກບີ້ ​ແລະ ທີ​ມງານ​ທີ່​ປະຕິບັດ​ວຽກ​ຢູ່ທ້ອງ​ຖິ່ນ 

  • ຊ່ວຍ​ໃນ​ການວາງ​ແຜນ​ກິດຈະ​ກໍາ, ການ​ຂຶ້ນ​ງົບປະມານ, ​ແລະ ຕິດຕາມ​ລວມທັງ​ງານ​ຕ່າງໆ ​ແລະ ການ​ແຂ່ງຂັນ​ເຊັ່ນ: ອາຫານ, ກະກຽມ​ສະຖານ​ທີ໋, ການຈັດ​ພິທີ​ຕ່າງໆ, ຈົດ​ຄະ​ແນນ, ການ​ປະຖົມພະ​ຍາ​ບານ, ອື່ນໆ. 

  • ​ເປັນສູນກາງ​ໃນ​ການ​ຕິ​ດຕໍ່​ສື່ສານ​ກັບ​ເພື່ອນ​ຮ່ວມ​ງານ​ທ້ອງ​ຖິ່ນ ​ແລະ ໂຮງຮຽນ​, ຄູ​ອາຈາ​ນໃນ​ລະດັບ​ບ້ານ ​ແລະ ​ໂຮງຮຽນ,ປະຊຸມພໍ່ແມ່. 

  • ຊ່ວຍ​ໃນ​ການ​ໂຄສະນາ ​ແລະ ຈ້າງ​ຄູ​ຝຶກ, ຜູ້​ຊ່ວຍ​ຄູ​ຝຶກ ​ແລະ ນັກ​ກິລາ. 

3.ການ​ລາຍ​ງານ ​ແລະ ການ​ຕິດ​ຕໍ່​ສື່ສານ 

  • ເກັບ​ກໍ​າຄວາມ​ຫຍຸ້ງຍາກ​ຕ່າງ​ໆ ​ແລະ ຄໍາ​ແນະ​ນໍາ​ຈາກ​ຄູ​ຝຶກ ພາຍ​ໃນ​ກຸ່ມ​ຄູ​ຝຶກ​ທີ່​ກ່ຽວ​ຂ້ອງແລະສົ່ງໃຫ້​ກັບ​ຜູ້​ປະສານ​ງານ​ພັດທະ​ນາຣັກບີ້​ແຂວງ​ທີ່​ກ່ຽວຂ້​ອງ, 

  • ​ເປັນ​ສູນ​ກາງ​ໃນ​ການ​ຕິດ​ຕໍ່​ສື່ສານ​ກ່ຽວ​ກັບ​ຂໍ້​ມູນ​​ໂຄງການ​ໃຫ້​ກັບ​ຄູ​ຝຶກ​ທຸກ​ຄົນ, 

  • ກະກຽມແຜນວຽປະຈຳເດືອນ ແລະ ສົ່ງໃຫ້ ຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງ/ຜູ້ຈັດການພັດທະນາຣັກບີ້

  • ກະກຽມແຜນວຽປະຈຳເດືອນ ແລະ ສົ່ງໃຫ້ ຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງ/ຜູ້ຈັດການພັດທະນາຣັກບີ້ ກ່ຽວກັບຄວາມທ້າທາຍ ແລະ ຂໍ້ແກ້ໄຂໃຫ້ຄູຝຶກ ແລະ ທີມ

4. ກາ​ນຫຼຸດຜ່ອນ​ຄວາມ​ສ່ຽງ 

  • ເປັນ​ສູນ​ກາງ​ສໍາລັບ​ຄູ​ຝຶກ​ໃນ​ການ​ລາຍ​ງານ​ທຸກໆ​ຂໍ້​ກັງວົນ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ເຮັດ​ກິດຈະ​ກໍາ​ຂອງ​ໂຄງການ, 

  • ນໍາພາ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຫຼຸ​ດຜ່ອນ​ຄວາມ​ສ່ຽງ​ສໍາລັບ​ຄູ​ຝຶກ, 

  • ສືບ​ຕໍ່​ຕິດຕາມ ​ແລະ ປະ​ເມີນການ​ປະຕິບັດ​ຕາມ​ນະ​ໂຍບາຍ. 

ທັກສະ/ປະສົບການທີ່ຊອກຫາ

  • ໃບປະກາດ ເປັນຄູຝືກຂອງ ພາດອີກແບັກ 

  • ມີປະສົບການ ຢ່າງໜ້ອຍ 1 ປີຂຶ້ນໄປໃນການເປັນຄູຝຶກ ແລະ ຈັດການຄູຝຶກ

  • ມີປະສົບການເຮັດວຽກຕ່າງແດນໃນສະພາບແວດລ້ອມມີຊັບພະຍາກອນຈຳກັດ

  • ຮູ້ຈັກຍືດຍຸ່ນ ຮູ້ຜ່ອນສັ້ນຜ່ອນຍາວ

  • ມີແນວທາງການເຮັດວຽກໃນເຊີງລຸກ 

  • ມີຄວາມສາມາດໃນການເຮັດວຽກທ່າມກາງການດູແລນຳພາພຽງເລັກນ້ອຍ

  • ມີປະສົບການ ການເຮັດວຽກໃນສະພາບແວດລ້ອມທີ່ບໍ່ຈຳເປັນຕ້ອງໃຊ້ທັກສະພາສາ

ພັນທະທີ່ຕ້ອງປະຕິບັດ
ນອກຈາກທີ່ພວກເຮົາຊອກຫາຜູ້ສະໝັກທີ່ມີຄຸນສົມບັດດັ່ງທີ່ກ່າວໄວ້ຂ້າງເທິງແລ້ວ ຕຳແໜ່ງນີ້ຈະຕ້ອງໄດ້ສະໜັບສະໜູນ ພັນທະ ຂອງສະຫະພັນໃນການຫລຸດຜ່ອນຄວາມສ່ຽງເດັກນ້ອຍແລະໄວໜຸ່ມໃນການເຂົ້າຮ່ວມກິລາ. ດ້ວຍຕຳແໜ່ງນີ້ທີ່ຕ້ອງເຮັດວຽກ ກັບໄວໜຸ່ມ, ຜູ້ສະໝັກທີ່ຖືກເລືອກ ແລະ ທີມງານທຸກໆຄົນຈະຕ້ອງໄດ້ເຊັນຮັບຮູ້ແລະປະຕິບັດຕາມຫຼັກການດັ່ງລຸ່ມນີ້:

  • ເດັກນ້ອຍ ແລະ ໄວໜຸ່ມທຸກຄົນມີສິດທີ່ຈະມ່ວນຊື່ນກັບກິລາໂດຍປາສະຈາກການລ່ວງລະເມີດ ຫຼື ການສະແຫວງຫາ ຜົນປະໂຫຍດຈາກເຂົາທຸກຮູບແບບ.

  • ເດັກນ້ອຍ ແລະ ໄວໜຸ່ມທຸກຄົນມີສິດເທົ່າທຽມກັນໃນການຖືກປ້ອງກັນຈາກອັນຕະລາຍຕ່າງໆ.

  • ເດັກນ້ອຍ ແລະ ໄວໜຸ່ມທຸກຄົນຄວນໄດ້ຮັບການສົ່ງເສີມໃຫ້ພັດທະນາຂີດຄວາມສາມາດຂອງພວກເຂົາ, ແລະ ຄວາມ ບໍ່ສະເໝີພາບຕ່າງໆຄວນຖືກລົບລ້າງໄປ.

  • ທຸກໆຄົນມີຄວາມຮັບຜິດຊອບໃນການເບິ່ງແຍງດູແລ ແລະ ການຫລຸດຜ່ອນຄວາມສ່ຽງເດັກນ້ອຍ.

  • ອົງກອນກິລາທີໜ້າທີ່ໃນການເບິ່ງແຍງດູແລເດັກນ້ອຍ ແລະ ໄວໜຸ່ມທີ່ມີສ່ວນຮ່ວມໃນກິລາ.

ຕຳແໜ່ງນີ້ຈຳເປັນຕ້ອງມີການກວດສອບການເຊັນລົງນາມໃນໜັງສືຈັນຍາບັນຂອງສະຫະພັນ ພ້ອມທັງກວດສອບປະ ຫວັດ ແລະ ຜູ້ອ້າງອີງຕ່າງໆ.

ກະລຸນາສົ່ງແບບຟອມສະໝັກ, ທີ່ລວມມີຊີວະປະຫວັດ, ສຳເນົາໃບຢັ້ນຢືນການເປັນຄູຝຶກ Pass It Back ພ້ອມທັງໜັງສືສະແດງຄວາມສົນໃຈທີ່ມີເນື້ອຫາດັ່ງກ່າວໄວ້ຂ້າງເທິງ ມາທີ່ info@laorugby.com.

Link: ດາວໂຫລດຟອມສະໝັກຂອງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ