ວຽງສະໄໝ ສຸກສະຫວັນ ກັບຄວາມກະຕືລືລົ້ນຂອງລາວ ໃນການແບ່ງປັນຄຸນນະທຳຣັກບີ້ໃຫ້ແກ່ແມ່ຍິງລາວ

Article in English on World Rugby’s website here

Article in English on World Rugby’s website here

ວຽງສະໄໝ ສຸກສະຫວັນ ເປັນຜູ້ທີ່ ໄດ້ຮັບທຶນການສຶກສາ World Rugby Womens Executive Leadership Scholarship ຜູ້ທີ່ມີຄວາມມຸ່ງຫວັງອັນແຮງກ້າໃນການສ້າງໂອກາດໃຫ້ເດັກຍິງ ແລະ ແມ່ຍິງລາວທຸກຄົນສາມາດເຂົ້າຮ່ວມຫຼິ້ນກິລາ.

24067832_10155167340286274_7699287862926189139_n.jpg

ວຽງສະໄໝ ສຸກສະຫວັນ ຜູ້ເຊິ່ງປະສົບຄວາມສຳເລັດຢ່າງຫຼວງຫຼາຍໃນສາຍກິລາຣັກບີ້ ທີ່ລາວເລີ່ມຫຼິ້ນມາຕັ້ງແຕ່ຕອນທີ່ຍັງຮຽນຢູ່ໂຮງຮຽນມັດທະຍົມ ໃນປີ 2007. ຕອນທຳອິດນັ້ນ ໃຜໆກໍ່ເວົ້າກັບລາວວ່າ ລາວບໍ່ເໝາະສົມທີ່ຈະຫຼິ້ນກິລາຣັກບີ້ ເພາະລາວໂຕນ້ອຍເກີນໄປ, ແຕ່ວຽງກໍ່ສາມາດເຮັດ ໃຫ້ທຸກຄົນເຫັນ ຈົນໄດ້ ເພາະບໍ່ພຽງແຕ່ລາວສາມາດຫຼິ້ນຣັກບີ້ໄດ້ເທົ່ານັ້ນ, ແຕ່ລາວຍັງໄດ້ກາຍເປັນນັກກິລາທີມຊາດອີກດ້ວຍ.
ຕະຫຼອດສາຍອາຊີບນັກກິລາ ຂອງລາວ ລາວເກີດການບາດເຈັບຢູ່ຫົວເຂົ່າເຖິງສອງຄັ້ງ, ແຕ່ນັ້ນບໍ່ໄດ້ເຮັດໃຫ້ລາວຖອດໃຈ ອອກຈາກກິລາຣັກບີ້ ລາວໄດ້ຫັນທິດຄວາມມຸ່ງຫວັງຂອງຕົນເອງໄປເຮັດວຽກດ້ານການເປັນຄູຝຶກສອນກິລາ ແລະ ສາຍບໍລິຫານກິລາແທນ. ດ້ວຍເຫດນັ້ນ, ວຽງ ຈຶ່ງໄດ້ກາຍເປັນຄູຝຶກລາວເພດຍິງຄົນທຳອິດໃຫ້ນັກກິລາທີມຊາດ ແລະ ໄດ້ນຳພາທີມຊາດຊະນະເກມການແຂ່ງຂັນໄດ້ເຖິງ 3 ເກມໃນງານ  Asia Rugby U17 Girls Sevens ໃນປີ 2017 ທີ່ປະເທດດູໄບ. ໃນເດືອນກໍລະກົດທີ່ຜ່ານມານີ້ ລາວໄດ້ເລື່ອນຕຳແໜ່ງຂຶ້ນເປັນປະທານກຳມະການບໍລິຫານ ຂອງສະຫະພັນກິລາຣັກບີ້ແຫ່ງຊາດລາວ. ແລະ ປັດຈຸບັນ, ວຽງໄດ້ກາຍເປັນປະທານກຳມະການບໍລິຫານ ເພດຍິງ ພຽງຄົນດຽວຂອງບັນດາສະຫະພັນກິລາຣັກບີ້ຢູ່ໃນໂລກ. 

ຈາກຄວາມສຳເລັດຕ່າງໆທີ່ລາວປະສົບຜົນສຳເລັດ, ເມື່ອຖາມລາວວ່າຄວາມສຳເລັດທີ່ລາວພູມໃຈຫຼາຍທີ່ສຸດໃນ 13 ປີແຫ່ງສາຍອາຊີບນັກກິລາຣັກບີ້ທີ່ຜ່ານມາ, ຜູ້ຂຽນພັດຄົ້ນພົບວ່າ ຄວາມສຳເລັດຕ່າງໆທີ່ກ່າວມາຂ້າງເທິງນັ້ນ ບໍ່ໄດ້ຖືກຈັດຢູ່ໃນຄວາມສຳເລັດທີ່ພາກພູມໃຈທີ່ສຸດໃນຊ່ວງອາຍຸ 29 ປີຂອງລາວເລີຍ. “ຂ້ອຍນຳ້ຕາຊິໄຫຼ”, ສຸກສະຫວັນບອກທີມງານ World Rugby ດ້ວຍພາສາອັງກິດທີ່ເວົ້າໄດ້ຢ່າງສົມບູນແບບ, ກ່ອນທີ່ຈະຕອບຄຳຖາມນີ້ດ້ວຍພາສາລາວ. “ຂ້ອຍເປັນລູກຄົນດຽວ ແລ້ວຂ້ອຍກໍ່ບໍ່ເຄີຍຄິດວ່າຂ້ອຍຈະສາມາດລ້ຽງດູສົ່ງເສຍພໍ່ແມ່ຂອງຂ້ອຍໄດ້ດ້ວຍສາຍອາຊີບທີ່ຂ້ອຍມັກ”, ລາວຕອບຄຳຖາມ ໂດຍຜ່ານນັກແປພາສາ. “ທີ່ຜ່ານມາຂ້ອຍກໍ່ບໍ່ເຄີຍຄິດວ່າຕົນເອງເປັນແບບຢ່າງຫຼືເປັນຕົວແບບສຳລັບໃຜ, ແຕ່ຕອນນີ້ຂ້ອຍເລີ່ມສັງເກດເຫັນແລ້ວວ່າບັນດາພະນັກງານ ແລະ ນັກກິລາຄົນອື່ນໆນັ້ນ ພວກເຂົາມີຄວາມຕັ້ງໃຈ ແລະ ບາກບັ່ນເຮັດວຽກຢ່າງໜັກ, ພວກເຂົາພັດທະນາຕົນເອງເປັນພະນັກງານທີ່ດີຫຼາຍ”.

121107551_348834253116046_4912783633750306157_n.jpg

“ເມື່ອເຮັດວຽກໄປ ແລະ ຜ່ານປະສົບການທີ່ໄດ້ພວກເຂົາກໍ່ມີການຮຽນຮູ້ຫຼາຍຂຶ້ນ ແລະ ພວກເຂົາຮູ້ຈັກວິທີເຮັດວຽກນຳເດັກນ້ອຍ ແລະ ສາມາດພັດທະນາເດັກນ້ອຍໃຫ້ເກັ່ງຂຶ້ນໄດ້. ດັ່ງນັ້ນ ສິ່ງເຫຼົ່ານີ້ຈຶ່ງເປັນຄວາມສຳເລັດອັນຍິ່ງໃຫຍ່ທີ່ຂ້ອຍເຮັດໄດ້ ແລະ ຂ້ອຍກໍ່ບໍ່ເຄີຍຄິດວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນ”.

ການເປັນສ່ວນໜຶ່ງຂອງຊຸມຊົນ
ສິ່ງທີ່ດຶງດູດໃຈຂອງວຽງ (ທີ່ເປັນລູກຄົນດຽວ) ໃຫ້ເຂົ້າຮ່ວມກິລາຣັກບີ້ໃນປີ 2007 ແມ່ນວ່າກິລາຣັກບີ່ ຖືເປັນໂອກາດໃນການພົບປະໝູ່ເພື່ອນ, ແລະ ມີສັງຄົມ ແລະ ຜູກພັກກັນເປັນຄອບຄົວ.
ລາວຍອມຮັບວ່າ ລາວ “ບໍ່ເຂົ້າໃຈວ່າເປັນຫຍັງ” ຄູຝຶກໃນຕອນນັ້ນຈຶ່ງບອກລາວວ່າລາວໂຕນ້ອຍເກີນໄປທີ່ຈະຫຼິ້ນຣັກບີ້ໄດ້, ແຕ່ສິ່ງທີ່ຄູຝຶກເວົ້າໃນຕອນນັ້ນ ໄດ້ກາຍເປັນສິ່ງເຕືອນໃຈ ແລະ ຜັກດັນໃຫ້ລາວຕັ້ງໃຈເຮັດໃຫ້ສຳເລັດ.
ວຽງບອກວ່າ “ຕອນນັ້ນມັນເປັນຊ່ວງເວລາທີ່ສຳຄັນຫຼາຍ ເພາະມັນເຮັດໃຫ້ຂ້ອຍຕັດສິນໃຈໄດ້ວ່າ ຂ້ອຍຈະພະຍາຍາມສູ້ຊົນ ແລະ ຈະເຮັດໃຫ້ຄູຝຶກຜູ້ນັ້ນເຫັນວ່າສິ່ງທີ່ລາວເວົ້ານັ້ນມັນບໍ່ຖືກ”. “ຫຼັງຈາກນັ້ນ, ຂ້ອຍກໍ່ສາມາດເຂົ້າຫຼິ້ນກິລາຣັກບີ້, ພ້ອມທັງຍັງໄດ້ເຂົ້າຮ່ວມໃນທີມຊາດຣັກບີ້ ແລະ ໄດ້ພັດທະນາທັກສະຂອງຕົນເອງ. ມັນເຮັດໃຫ້ຂ້ອຍໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບກິລາຣັກບີ້, ຫຼັງຈາກນັ້ນຂ້ອຍກໍ່ເກີດການກະທົບຢູ່ຫົວເຂົ່າ ແລະ ຂ້ອຍກໍ່ມັກມີອາການເຈັບ ຂ້ອຍເລີຍບໍ່ສາມາດຫຼິ້ນຣັກບີ້ໄດ້ຢ່າງໝັ້ນໃຈຄືແຕ່ກ່ອນ”.


“ຕອນນັ້ນຂ້ອຍຈຶ່ງໄດ້ຕັດສິນໃຈຫັນທິດຄວາມຕັ້ງໃຈຂອງຂ້ອຍຈາກການເປັນນັກກິລາ ໄປເປັນຄູຝຶກກິລາຣັກບີ້ແທນ ເພາະຕອນນັ້ນຂ້ອຍຫຼິ້ນກິລາຣັກບີ້ມາເປັນເວລາ 10 ປີ ແລ້ວ ແລະ ຂ້ອຍກໍ່ຢາກນຳໃຊ້ຄວາມຮູ້ ແລະ ປະສົບການທີ່ຂ້ອຍມີນີ້ໃຫ້ເກີດປະໂຫຍດແກ່ຄົນອື່ນ ເພື່ອຊ່ວຍໃຫ້ເດັກນ້ອຍຍິງ, ແມ່ຍິງ ແລະ ຄົນອື່ນໆ ທີ່ພວກເຂົາຄິດວ່າຕົນເອງໂຕນ້ອຍແລະບໍ່ສາມາດຫຼິ້ນກິລາໄດ້ນັ້ນ ໃຫ້ພວກເຂົາຮູ້ວ່າພວກເຂົາສາມາດຫຼິ້ນໄດ້”.

DSC_0092.JPG

“ຂ້ອຍຢາກໃຫ້ທຸກໆຄົນໄດ້ມີໂອກາດ ແລະ ໄດ້ຮຽນຮູ້” ຄວາມມຸ່ງໝັ້ນຕັ້ງໃຈໃນການຊ່ວຍເຫຼືອຄົນອື່ນຂອງລາວນັ້ນ ເຮັດໃຫ້ລາວໄດ້ຮັບທຶນການສຶກສາຈາກ World Rugby Women’s Executive Leadership Scholarship ທີ່ຈະຊ່ວຍໃຫ້ລາວສືບຕໍ່ເຮັດຕາມຄວາມມຸ່ງຫວັງຕັ້ງໃຈເພື່ອຊຸມຊົນ.

ວຽງ ໄດ້ຮັບການຢືນຢັນວ່າໄດ້ເຂົ້າຮ່ວມຮຽນໃນຫຼັກສູດ ໃນເດືອນພຶດສະພາທີ່ຜ່ານມາ. ທຳອິດລາວມີແຜນທີ່ຈະຕ້ອງເດີນທາງ ເພາະມັນເປັນສ່ວນໜຶ່ງຂອງຫຼັກສູດທີ່ຮຽນ ແຕ່ກໍ່ຕ້ອງໄດ້ໂຈະໄວ້ກ່ອນ ຍ້ອນການລະບາດຂອງພະຍາດ COVID-19 ໃນທົ່ວໂລກທີ່ຍັງມີການລາຍງານການຕິດເຊື້ອຢ່າງຕໍ່ເນື່ອງ. ທຶນການສຶກສານີ້ ມີຫຼັກສູດທີ່ວຽງຕ້ອງໄດ້ເຂົ້າຮຽນເປັນພາສາອັງກິດ, ພ້ອມດຽວກັນນັ້ນລາວຍັງຕ້ອງເຂົ້າຮ່ວມຫຼັກສູດການເປັນຜູ້ນຳ ແລະ ການສິດສອນເປັນພາສາລາວພ້ອມ.

ວຽງໄດ້ກ່າວວ່າ “ຂ້ອຍພູມໃຈທີ່ໄດ້ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສານີ້ ແລະ ຂ້ອຍສາມາດເປັນຜູ້ນຳ ແລະ ເປັນແບບຢ່າງໃຫ້ເດັກຍິງຄົນອື່ນໆ ທັງໃນປະເທດລາວ ແລະ ປະເທດອື່ນໆໄດ້”.

ບຸກຢ່າງເຕັມທີ່
ຄວາມກ້າວໜ້າຂອງວຽງບໍ່ໄດ້ໄດ້ມາແບບປາສະຈາກສິ່ງທ້າທາຍ. ລາວຍອມຮັບວ່າໃນຕອນທີ່ຫັນປ່ຽນຈາກການເປັນນັກກິລາແລ້ວມາເປັນຄູຝຶກ ແມ່ນຍາກສົມຄວນ ເພາະສ່ວນໜຶ່ງແລ້ວລາວຍັງຖືກກີດກັນຍ້ອນການເປັນຜູ້ຍິງ.
ວຽງບອກວ່າ “ຂ້ອຍໄດ້ພົບກັບເລື່ອງໜ້າເຈັບຫົວຫຼາຍເລື່ອງຢູ່, ແຕ່ຂ້ອຍຈະບໍ່ຍອມຈຳນົນຍ້ອນສິ່ງເຫຼົ່ານັ້ນ. ຂ້ອຍຈະເອົາຊະນະມັນໃຫ້ໄດ້”.

ແນ່ນອນວ່າວຽງບໍ່ໄດ້ມີແຜນທີ່ຈະຢຸດລົງພຽງເທົ່ານັ້ນ. ໃນອາທິດທີ່ຜ່ານມາວຽງ ໄດ້ນຳພາສະຫະພັນກິລາຣັກບີ້ແຫ່ງປະເທດລາວສູ່ຄວາມສຳເລັດແຫ່ງການໄດ້ກາຍເປັນສະມາຊິກສົມບູນຂອງສະຫະພັນຣັກບີ້ໂລກ (World Rugby), ທີ່ເປັນຄວາມສຳເລັດທີ່ລາວ ແລະ ພ້ອມທັງທີມງານໄດ້ພະຍາຍາມສູ້ຊົນ ແລະ ມຸ່ງຫວັງຕັ້ງໃຈຕັ້ງແຕ່ຕອນກໍ່ຕັ້ງ ສະຫະພັນ ໃນປີ 2001, ເຊິ່ງສິ່ງນີ້ຈະເປັນຮາກຖານອັນເຂັ້ມແຂງໃນການພັດທະນາ ແລະ ຂະຫຍາຍຕົວຂອງກິລາຣັກບີ້ໃນປະເທດລາວຕໍ່ໄປ.

ປັດຈຸບັນ ວຽງໄດ້ກັບຄືນມາຮ່ວມຝຶກຊ້ອມເພາະລາວມີເປົ້າໝາຍໃນການກັບມານຮ່ວມຫຼິ້ນນຳທີມຊາດ ພ້ອມທັງໄດ້ຊ່ວຍສະຫະພັນຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ມຸ່ງຫວັງໃນການລະດົມທຶນເພື່ອສ້າງສະໜາມກິລາຣັກບີ້ເພື່ອສະຫະພັນ.

ລາວອະທິບາຍວ່າ “ພວກເຮົາສາມາດເຊົ່າສະໜາມເຕະບານມາຫຼິ້ນກິລາຣັກບີ້ໄດ້, ແຕ່ບັນຫາຄືພວກເຮົາບໍ່ມີເດີ່ນທີ່ເປັນຂອງກິລາຂອງເຮົາເອງ. ດັ່ງນັ້ນຂ້ອຍຈຶ່ງມີຄວາມຝັນອັນຍິ່ງໃຫຍ່ໃນການລະດົມທຶນເພື່ອສ້າງສະໜາມກິລາ. ດັ່ງນັ້ນ ທຸກມື້ນີ້ຂ້ອຍຈຶ່ງເຮັດວຽກຢ່າງໜັກໃນແຜນຍຸດທະສາດລະດົມທຶນ ເພື່ອໃຫ້ພວກເຮົາສາມາດສ້າງສະໜາມກິລາຣັກບີ້ຂອງຕົນເອງໃຫ້ໄດ້”.

“ແຜນຍຸດທະສາດນີ້ບໍ່ພຽງແຕ່ລະດົມທຶນເພື່ອສ້າງສະໜາມຣັກບີ້ເທົ່ານັ້ນ ແຕ່ມັນກໍ່ເພື່ອຮັບປະກັນວ່າທາງສະຫະພັນຈະມີທຶນຮອນພຽງພໍໃນການສືບຕໍ່ປະຕິບັດໜ້າທີ່ໄດ້ຢ່າງບໍ່ມີກາຕິດຄັດ. ດັ່ງນັ້ນ ໜຶ່ງໃນເປົ້າໝາຍອັນໃຫຍ່ໆຂອງຂ້ອຍກໍ່່ກ່ຽວກັບເລື່ອງການລະດົມທຶນນີ້ແຫຼະ”.

“ແນ່ນອນວ່າ ຫຼັງຈາກນັ້ນຂ້ອຍກໍ່ຈະເນັ້ນໃສ່ການພັດທະນາຄູຝຶກ, ພັດທະນາພະນັກງານ ແລະ ບັນດາກຳມະການກິລາຣັກບີ້ ໂດຍສະເພາະເພດຍິງທີ່ຢູ່ໃນສະຫະພັນ ແລະ ໃນລະດັບຣັກບີ້ຕຳ. ເພາະວ່າໃນລະດັບສູງໆນີ້ຍັງມີເພດຍິງໜ້ອຍຫຼາຍ.

“ຂ້ອຍເຮັດວຽກໜັກເພື່ອຮັບປະກັນວ່າຂ້ອຍໄດ້ສ້າງໂອກາດໃຫ້ຄົນອື່ນໆຕໍ່ໄປ. ຂ້ອຍຕ້ອງການຢາກເຫັນບັນດານປະເທດອື່ນໆໃນທົ່ວໂລກມີທີມຣັກບີ້ເພດຍິງໃຫ້ຫຼາຍຂຶ້ນ, ມີກຳມະການເພດຍິງໃຫ້ຫຼາຍຂຶ້ນ, ມີຄູຝຶກເພດຍິງໃຫ້ຫຼາຍຂຶ້ນ.

“ພວກເຂົາສາມາດສ້າງຮາກຖານອັນເຂັ້ມແຂງເພື່ອໃຫ້ທຸກຄົນສາມາດກິລາຣັກບີ້ໄດ້ບໍ່ວ່າໃນປະເທດໃດໆ ເພື່ອໃຫ້ເດັກນ້ອຍຍິງ ແລະ ແມ່ຍິງສາມາດຫຼິ້ນກິລາຣັກບີ້ ແລະ ເພື່ອທ້າທາຍຄວາມເຊື່ອຂອງຊຸມຊົນທີ່ມີຕໍ່ເພດໃດເພດໜຶ່ງສະເພາະ, ທີ່ຈະເປີດໂອກາດໃຫ້ບຸກຄົນເຫຼົ່ານັ້ນໄດ້ກາຍເປັນນັກກິລາຣັກບີ້ໄດ້”.