Humans of Lao Rugby: Noy

Noy.jpg

ຂ້ອຍ​ໄດ້​ຮຽນຮູ້ຢ່າງຫນື່ງກ່ຽວກັບການເປັນຕົວແບບທີ່ດີໃຫ້ກັບນັກກິລາຂອງຂ້ອຍ.​ ນັ້ນກໍ່ຄືການປັບປ່ຽນພຶດຕິກຳຂອງຕົວເອງໃນເວລາຢູ່ແຕ່ບ້ານ.​ ເຊິ່ງຊ່ວງນີ້ມີພະຍາດລະບາດໂຄວິດ19. ຂ້ອຍໄດ້ຕັກເຕືອນ ແລະ ຕິດຕໍ່ກັບນັກກິລາຂອງຕົວເອງຕະຫລອດວ່າບໍ່​ໃຫ້ອອກຈາກບ້ານ ແລະ ພະຍາຍາມອອກກຳລັງກາຍແຕ່ຢູ່ບ້ານເພື່ອຫລຸດຄວາມສ່ຽງໃນການຕິດເຊື້ອພະຍາດ Covid 19.​ ຂ້ອຍເອງກໍ່ໄດ້ອອກກຳລັງກາຍຢູ່ເຮືອນເຊັ່ນກັນ ແລະ ຂ້ອຍກໍ່ເຮັດມັນໃນທຸກໆມື້ທີ່ຂ້ອຍມີເວລາຫ່ວາງເພື່ອເຮັດໃຫ້ຮ່າງກາຍມີພູມຕ້ານທານທີ່ແຂງແຮງບໍ່ໃຫ້ເຮົາບໍ່ມີຄວາມສ່ຽງໃນການຕິດເຊື້ອ ແລະ ຂ້ອຍຫວັງວ່າການທີ່ເຮັດແບບນີ້ຂ້ອຍຈະສາມາດເຮັດໃຫ້ນັກກິລາຂອງຂ້ອຍນຳໄປປະຕິຕາມ ແລະ ເບິ່ງຂ້ອຍເປັນຕົວແບບທີ່ດີສຳຫລັບພວກເຂົາໄດ້.

One thing that I have learned from being a role model for my players is that my routine has changed when I have to stay home. Due to Covid-19, I have recommended my players stay home. I always check in with them to make sure that everyone is safe and remind them to exercise at home. To protect ourselves from Covid-19, we have to keep our bodies strong. I also work out at home and I do it every day during my free time. By doing this, I hope my players will observe and follow my routine by exercising at home for their own health.