ໃນເດືອນທີ່ຜ່ານມານັບເນື່ອງຈາກການລະບາດຂອງເຊື້ອ Covid 19 ເລີຍເຮັດໃຫ້ຂ້ອຍບໍ່ໄດ້ໄປສອນ. ນັບຕັ້ງແຕ່ທ້າຍເດືອນ 4 ມາຈົນຮອດປະຈຸບັນນີ້ກໍຍັງບໍ່ຮູ້ເທື່ອວ່າຈະໃຫ້ເລີ່ມກິດຈະກຳການສອນມື້ໃດ. ຢ່າງທີ່ຮູ້ກັນວ່າພະຍາດນີ້ກໍໄດ້ເຂົ້າມາໃນປະເທດລາວໄດ້ໄລຍະຫນຶ່ງແລ້ວ ເຊິ່ງຂ້ອຍກໍ່ເປັນອີກຄົນຫນຶ່ງທີ່ຮູ້ສຶກ ຢ້ານກົວພະຍາດນີ້ຫຼາຍກໍຍ້ອນວ່າສະຖິຕິຂອງຄົນທີ່ຕິດເຊື້ອ ແລະ ເສຍຊີວິດຫຼາຍຈາກເຊື້ອ Covid19 ໃນທົ່ວໂລກ ແລະ ຕອນນີ້ກໍເຮັດໄດ້ພຽງແຕ່ອາໄສຢູ່ບ້ານ, ເຮັດນີ້ເຮັດນັ້ນຊ່ວຍພໍ່ແມ່ ແລະ ກໍຍັງຮູ້ສຶກກັງວົນຢູ່ ເພາະວ່າສະຖານະການຕອນນີ້ຍັງບໍ່ແນ່ນອນເທື່ອ ແລະ ເນື່ອງຈາກປີນີ້ເປັນປີສຸດທ້າຍຂອງການຮຽນມັດທະຍົມຂອງຂ້ອຍແລ້ວ ກໍເລີຍຮູ້ສຶກກັງວົນຍ້ອນວ່າບໍ່ໄດ້ໄປໂຮງຮຽນ. ກໍເລີຍບໍ່ຮູ້ວ່າປີນີ້ສະຖານະການການຮຽນຂອງຂ້ອຍຈະເປັນຈັ່ງໃດ. ແຕ່ສວນໂຕຂ້ອຍກໍຮູ້ສຶກວ່າການແຜ່ລະບາດຂອງເຊື້ອນີ້ກໍອາດຈະມີຜົນດີແດ່ ເພາະເມື່ອມີການລະບາດກໍເຮັດໃຫ້ ມົນລະຜິດທາງອາກາດຂອງເຮົາໜ້ອຍລົງ ຍ້ອນວ່າໃນຊ່ວງນີ້ຄົນຈະອາໄສຢູ່ບ້ານ ກໍເລີຍເຮັດໃຫ້ຕາມຖະະໜົນຫົນທາງບໍ່ຄ່ອຍມີລົດຈາລະຈອນ, ຄອບຄົວກກໍ່ໄດ້ມີເວລາຮ່ວມກັບຫຼາຍຂຶ້ນ ເຊິ່ງມັນກໍ່ອາດຈະມີຫຼາຍຄອບຄົວທີ່ບໍ່ຄ່ອຍໄດ້ມີເວລາໃຫ້ກັນປານໃດ. ສຸດທ້າຍນີ້ຂ້ອຍກໍໄດ້ແຕ່ຫວັງວ່າການລະບາດຂອງເຊື້ອ Covid19 ຈະຄ່ອຍໆລົດນ້ອຍລົງໄວທໍໃດແຮງດີເພາະຕອນນີ້ຂ້ອຍກໍຢາກກັບໄປໂຮງຮຽນ ແລະ ກັບໄປເລີ່ມກິດຈະກຳການສອນຂອງຂ້ອຍຕໍ່.
Since COVID came to Laos, I haven’t been able to conduct my coaching sessions. It has been from April to now, and I don’t know when normal life will return and activities can be restarted. We all know that Covid-19 is a very severe infectious disease, that millions of people around the world have been infected and many people died because of it, and that there are confirmed Covid-19 cases reported in our country recently. No doubt I'm afraid, just like other people. What I can do is continue to stay at my home and help my parents with household chores. In addition, I am getting anxious about this uncertain situation, because the situation is unpredictable and we don’t know how long will it last. I am in my last year of high school and now I am very concerned about my schooling. I am afraid it will affect my education and my future plans.