Humans of Lao Rugby: Bao Chang

ຂຽນໂດຍ: ສີ ເລົ່າ Author: Ms. Si Lor

ຂຽນໂດຍ: ສີ ເລົ່າ
Author:
Ms. Si Lor

ນາງ ເບົ້າຈັ້ງ ຈືສຶ ເປັນນັກກິລາສະໂມສອນຊຽງຂວາງ ເຊິ່ງລາວຢູ່ ແຂວງຊຽງຂວາງ. ລາວເຄີຍເປັນຄູຝືກ ChildFund Pass It Back ຮັບຜິດຊອບສອນນັກກີລາຣັກບີ້ຢູ່ຊຽງຂວາງຈຳນວນ 4 ທີມ ເປັນເວລາ 4 ປີແລ້ວ. ລາວຮູ້ຈັກກິລາຣັກບີ້ຈາກການເຂົ້າຮ່ວມກິດຈະກຳຂອງ ChildFund Pass It Back ໂດຍການເປັນນັກກິລາ ແລະ ມັກກິລາຣັກບີ້ເພາະຊ່ວຍໃຫ້ລາວພັດທະນາຕົນເອງ ແລະ ພັດທະນາເດັກໃນຊຸມຊົນຂອງລາວ. ນອກຈາກນີ້ເບົ້າຈັ້ງຍັງເປັນນັກກີລາຫຼີ້ນຕຳຂອງສະໂມສອນຊຽງຂວາງ. 

ໃນຊ່ວງພະຍາດ ໂຄວິດ-19 ນີ້ ຢູ່ໃນແຂວງຊຽງຂວາງ, ໄດ້ປະຕິບັດຕາມມາດຕະການຂອງລັດຖະບານໃຫ້ກັກຕົນເອງຢູ່ໃນບ້ານ, ລ້າງມືໃສ່ສະບູ, ອອກຈາກບ້ານຕ້ອງໃຊ້ຜະອັດປາກ, ພະນັກງານທຸກຄົນຕ້ອງໄດ້ເຮັດວຽກຢູ່ບ້ານຢູ່ເຮືອນຂອງຕົນເອງເພື່ອປ້ອງກັນໂຄວິດ-19. ສະພາບຂອງນັກກີລາສະໂມງສອນໃນຊ່ວງນີ້ມີຄວາມຫຍຸ້ງຍາກຫຼາຍໃນການຝຶກຊ້ອມຫຼາຍຄື: ທຸກຄົນຕ້ອງໄດ້ຝຶກຊ້ອມເອງຢູ່ບ້ານ. ບາງຄົນກໍຊ້ອມ ບາງຄົນກໍບໍ່ຊ້ອມ ບາງຄົນກໍບໍ່ມີເວລາວ່າງທີ່ຈະຊ້ອມ ເພາະເຂົາຕ້ອງໄດ້ໄປນອນຢູ່ໄຮ່ຢູ່ນາເພື່ອຊ່ວຍວຽກພໍ່ແມ່. ຈື່ງເຮັດໃຫ້ເກິດຄວາມຫຍຸ້ງຍາກຕໍ່ສະໂມສອນຊຽງຂວາງເພາະຊ່ວງນີ້ມີພະຍາດລະບາດ ຈື່ງເຮັດໃຫ້ທຸກຄົນໃນທີມບໍ່ໄດ້ຊ້ອມນຳກັນເປັນທີມ. 

ສຳລັບເບົ້າຈັ້ງລາວໄດ້ເລົ່າວ່າ “ຂ້ອຍຮູ້ສືກວ່າການທີ່ຜູ້ຍິງອອກກຳລັງກາຍຢູ່ເຮືອນມັນເປັນເລື່ອງປົກກະຕິ ເພາະວ່າຜູ້ຍິງທຸກຄົນອອກກຳລັງກາຍບໍ່ໄດ້ມີເວລາຈຳກັດ ເຖິງວ່າຊ່ວງນີ້ຈະເປັນຊ່ວງທີ່ອັນຕະລາຍ ແຕ່ພວກເຮົາທຸກຄົນກໍ່ສາມາດຊ້ອມຢູ່ເຮືອນກໍ່ໄດ້ ບໍ່ຈຳເປັນຕ້ອງຊ້ອມຢູ່ເດີ່ນ ຫຼື ຊ້ອມກັບຫຼາຍໆຄົນ ເພາະການອອກກຳລັງກາຍຊ່ວຍໃຫ້ຮ່າງກາຍມີຄວາມແຂງແຮງ, ມີສຸຂະພາບທີ່ດີ ແລະ ເຮັດໃຫ້ເຮົາມີຮ່າງກາຍມີຄວາມຕ້ານທານດີ. ຂ້ອຍໄດ້ມີການແລ່ນ, ໂປ້ມດິນ, ສະຄັວດ ມັນສາມາດເຮັດໃຫ້ສຸຂະພາບແຂງແຮງດີ. ການຈັດເວລາຂອງການອອກກຳລັງກາຍມື້ລະ 1 ຊົ່ວໂມງ ຫຼື 30ນາທີ ຕໍ່ມື້ຂອງການຊ້ອມອອກກຳລັງກາຍຢູ່ບ້ານ.” ການອອກກຳລັງກາຍຢູ່ບ້ານເປັນສີ່ງສຳຄັນຢ່າງໜື່ງ ເພາະວ່າມັນປອດໄພຕໍ່ທຸກຄົນ. ຊ່ວງນີ້ກໍ່ເປັນຊ່ວງທີ່ມີພະຍາດລະບາດເຮົາບໍ່ຄວນນອນຢູ່ບ້ານລ້າໆ ແຕ່ວ່າເຮົາຄວນອອກກຳລັງກາຍທຸກມື້ມັນຈະມີຜົນດີຫຼາຍຢ່າງຄື: ມີສຸຂະພາບດີແລະແຂງແຮງ ແລະ ມີຄວາມຕ້ານທານຕໍ່ໂລກໄພໄຂ້ເຈັບ ເຮັດໃຫ້ທຸກຄົນມີຄວາມແຂງແຮງ. 

ແຕ່ການຝືກຊ້ອມຢູ່ເຮືອນໃນຊ່ວງນີ້ຂອງເບົ້າຈັ້ງຍັງມີຄວາມທ້າທາຍ ລາວບອກວ່າ “ບາງຄັ້ງການອອກກຳລັງກາຍຢູ່ບ້ານມັນກໍ່ມີຄວາມຍາກ ເພາະວ່າຊ່ວງນີ້ເປັນຊ່ວງອັນຕະລາຍຫຼາຍ. ໂຮງຮຽນໄດ້ພັກ ສະນັ້ນຂ້ອຍຕ້ອງໄດ້ໄປນອນຢູ່ໄຮ່ເພື່ອຊ່ວຍວຽກຄອບຄົວອີກ. ດັ່ງນັ້ນຈື່ງເຮັດໃຫ້ການຊ້ອມຂອງຂ້ອຍບໍ່ໄດ້ຊ້ອມປົກກະຕິ ແຕ່ຂ້ອຍພະຍາຍາມຫາເວລາທີ່ວ່າງເພື່ອຝຶກຊ້ອມ. ຄົນໃນຄອບຄົວຂອງຂ້ອຍມີຄວາມພາກພູມໃຈທີ່ຂ້ອຍເປັນຜູ້ຍິງທີ່ມີຄວາມແຂງແຮງກວ່າຜູ້ຍິງທີ່ຢູ່ອ້ອມຂ້າງ. ພວກເຂົາເຂົ້າໃຈເຖິງສີ່ງທີ່ຂ້ອຍມັກ ແລະ ຂ້ອຍຢາກເຮັດ.”  ເຖິງເບົ້າຈັ້ງ ຈະມີຄວາມຫຍຸ້ງຍາກຫຼາຍໃນການຝຶກຊ້ອມເພາະວ່າໂຮງຮຽນກໍພັກ ລາວກໍໄດ້ໄປນອນຢູ່ໄຮ່ ເຮັດໃຫ້ລາວບໍ່ມີເວລາທີ່ຈະມາຊ້ອມເຕັມທີ່. ແຕ່ລາວກໍຍັງພະຍາຍາມຫາເວລາເພື່ອໄດ້ອອກກຳລັງກາຍ ແລະ ເພື່ອສຸຂະພາບແຂງແຮງທີ່ດີຜູ້ຍີງທຸກຄົນສາມາດອອກກຳລັງກາຍໄດ້ຄືກັນ.ອາດມີບາງຄົນໃນຊຸມຊົນບໍ່ເຂົ້າໃຈເຖິງການອອກກຳລັງກາຍຂອງລາວ ເຊິ່ງເບົ້າຈັ້ງເລົ່າວ່າ “ເວລາທີ່ຂ້ອຍຊ້ອມພວກເຂົາມັກເວົ້າໃຫ້ຂ້ອຍວ່າ ‘ເປັນຜູ້ຍິງເຮັດແບບນີ້ບໍ່ດີ ເຈົ້າບໍ່ແມ່ນຜູ້ຊາຍ ເຈົ້າຄວນເຮັດວຽກຢູ່ແຕ່ໃນເຮືອນ ບໍ່ແມ່ນອອກກຳລັງກາຍ ຄວນເຮັດວຽກໃນເຮືອນບໍ່ແມ່ນມາຊ້ອມເຮັດແບບນີ້ ແລະ ຖ້າເຮັດແບບນີ້ຈະຕິດພະຍາດໄດ້ດີ.’ ດັ່ງນັ້ນຂ້ອຍກໍ່ເລີຍອະທີບາຍໃຫ້ພວກເຂົາເຂົ້າໃຈວ່າການອອກກຳລັງກາຍບໍ່ແມ່ນວ່າມີແຕ່ຜູ້ຊາຍເຮັດໄດ້ ແຕ່ຜູ້ຍິງກໍ່ສາມາດອອກກຳລັງກາຍໄດ້ຄືກັນບໍ່ວ່າເວລາໃດກໍ່ຕາມ ເພາະຂ້ອຍບໍ່ໄດ້ອອກໄປໃສ ຊ້ອມຢູ່ເຮືອນ ແລະ ການອອກກຳລັງກາຍສາມາດຊ່ວຍໃຫ້ຜູ້ຍິງມີຄວາມແຂງແຮງ ແລະ ສຸຂະພາບດີ. ຂ້ອຍບໍ່ຮູ້ວ່າການອອກກຳລັງກາຍຂອງຂ້ອຍໃນຕອນນີ້ຈະສາມາດເປັນແຮງຈູງໃຈໃຫ້ກັບຄົນອື່ນໃນຊຸມຊົນໄດ້ ຫຼື ບໍ່, ແຕ່ເວລາຂ້ອຍຊ້ອມມີໝູ່ຢູ່ບ້ານມັກມາແລ່ນນຳ ແລະ ຊ້ອມນຳຂ້ອຍ. ຫຼັງຈາກນັ້ນພວກເຂົາໄດ້ເຂົ້າໃຈເຖິງການອອກກຳລັງກາຍວ່າຖ້າເຮົາອອກກຳລັງກາຍຫຼາຍຈະເຮັດໃຫ້ເຮົາມີຮ່າງກາຍທີ່ດີກວ່າຄົນທີ່ບໍ່ໄດ້ອອກກຳລັງກາຍ.”

ເຮົາສາມາດເຫັນໄດ້ວ່າເບົ້າຈັ້ງໄດ້ມີການການທີ່ເຮົາອອກກຳລັງກາຍຢູ່ບ້ານເຮັດໃຫ້ລາວມີສຸຂະພາບທີ່ດີ ແລະ ແຂງແຮງ. ລາວສາມາດເຮັດໃຫ້ຄົນອື່ນມາຫັນມາອອກກຳລັງກາຍຄືກັນກັບລາວໄດ້ ແລະ ເຮັດໃຫ້ຫຼາຍຄົນມີຄວາມແຂງແຮງໄດ້ຄືກັນ.ເຖິງວ່າຊ່ວງນີ້ມັນຈະມີອຸປະສັກຫຼາຍຢ່າງ ລາວກໍສາມາດຊ້ອມຢູ່ບ້ານ ແລະ ເຮັດໃຫ້ຄົນໃນຊຸມຊົນສາມາດເຫັນໄດ້ວ່າເຖິງລາວຈະເປັນຜູ້ຍິງ ແຕ່ກໍ່ມີສຸຂະພາບດີ ແລະ ແຂງແຮງຄືກັນກັບຜູ້ຊາຍ. ປະສົບການຂອງເບົ້າຈັ້ງແມ່ນແບບຢ່າງທີ່ດີຕໍ່ກັບຜູ້ຍີງທີ່ຢາກອອກກຳລັງກາຍ ເພາະຫຼາຍຄົນອາດຄິດວ່າຜູ້ຍີງບໍ່ຄວນອອກກຳລັງກາຍຄືຜູ້ຊາຍ. ແຕ່ປະສົບການນີ້ຈະຊ່ວຍໃຫ້ຜູ້ຍີງຮູ້ວ່າການອອກກຳລັງກາຍເຮັດໃຫ້ສຸຂະພາບແຮງແຂງ ຖ້າວ່າມີຄວາມມັກຮັກກໍ່ສາມາດອອກກຳລັງກາຍໄດ້ຄືກັນກັບຜູ້ຊາຍ. ຄົນໃນຊຸມຊົນຄວນໃຫ້ກຽດກັບຜູ້ຍີງທີ່ເຂົາເຈົ້າເຮັດໃນສີ່ງທີ່ເຂົາມັກ, ຄວນສະໜັບສະໝູນ ຫຼື ໃຫ້ກຳລັງໃຈເພື່ອໃຫ້ຜູ້ຍິງມີຄວາມເຂັ້ມແຂງ, ສຸຂະພາບທີ່ດີ ແລະ ແຂງແຮງ.

Bao Chang Cheu Seu is a contact rugby player from the Xieng Khouang Rugby Football Club who lives in a rural district of the province.  She first joined ChildFund’s Pass It Back program as a player many years ago.  She became a Champa Ban powered by ChildFund Pass It Back Coach that was responsible for four rugby teams for four years. She loves rugby because it is a sport that enables her to learn new skills and evolve as a rugby player as well as provide the same opportunities for the children in her community who participate in the club. 

During the time COVID-19 was spreading in Laos, the national lockdown decree was enforced in her District. Everyone had to stay at home, wash their hands with soap as often as possible, and wear a mask every time they went outside.  The Lao Rugby Federation staff were also required to work from home in order help slow the spread of the virus and keep everyone safe and healthy. It was difficult and challenging for rugby players in the club because no group training or practice sessions were allowed.  Everyone had to work out individually at home.  Some players did work out; some didn’t; and some are not able to because they have to help the family with farming or stay overnight at the rice field. 

 On the topic of female exercise at home, Bao Chang said, “Personally, I think it is normal to exercise at home, especially during this time when everyone has plenty of time to work out, stay strong, and keep themselves healthy. And there’s no pressure about timing. For me, I manage to run around the village and do pushups and squats at home for about one hour a day.   Exercise is a good way to maintain physical activity and enhance mental wellbeing during this difficult time.”

But it is not as easy as it seems for Bao Chang.  Although the school is currently closed, she still needs to help her family with farming. Some days, she needs to stay in a hut in the rice field.  On those days, she is not able to complete her daily workout. In addition, when she goes out for a run around the village, many people do not understand why she is running and criticize what she is doing. Whenever I go out for a run, they will say, “You are a girl.  You’re not supposed to do this like the boys do. You should stay home and do the housework. You will get infected with the virus if you keep coming out to exercise like this.”   

 So it’s necessary to explain to them what I am doing. I do not go out for unnecessary things.  I mostly workout at home.  It is okay for a girl like me to exercise because it helps maintain physical and mental wellbeing. Plus, when I go for a run around the village, I still practice the social distancing. I am not sure if I could inspire other people to exercise by what I am doing, but every time that I go out for a run, my friends in the village will come out and join me and practice fitness training with me while still staying 2 metres apart so we all stay healthy.  They understand that exercise can keep them more active and healthier than others who don’t exercise.

Exercise at home can help Bao Chang maintain her physical fitness and health. She encourages people in her community to come out and exercise.  She promotes healthy behavior in her community. Even though the COVID-19 restrictions can be troublesome and onerous, we can make it through by maintaining our physical and mental health. It may be challenging for Bao Chang to exercise routinely in her community, but she is trying to help others understand that females should be able to do what they want and need to do to keep them healthy, the same as males do. If other females want to exercise, people should respect this desire and support everyone to maintain strength and health and continue to be a contributing member in the community, regardless of their gender. #quarantinestories #HOLR