ໃນຊວ່ງນີ້ເປັນຊ່ວງວິກິດຂອງພະຍາດໂຄວິດ 19 ເຊິ່ງເປັນພະຍາດທີ່ອັນຕະລາຍຫຼາຍ. ມັນເຮັດໃຫ້ຂອ້ຍຕົກໃຈເຊິ່ງຂອ້ຍເອງກໍເປັນສວ່ນໜຶ່ງເພື່ອບໍ່ໃຫ້ມີການເເຜ່ເຊື່ອລະບາດ: ຂອ້ຍຢູ່ບ້ານ ຮູ້ສຶກວ່າພະຍາດໂຄວິດ 19 ນີ້ເຮັດໃຫ້ຂອ້ຍໄດ້ຢູ່ນຳຄອບຄົວຫຼາຍຂຶ້ນ, ອານາໄມບ້ານໃຫ້ສະອາດ ເເລະ ປອດໄພ. ມັນເຮັດໃຫ້ຂ້ອຍຈັດການກັບທຸກຢ່າງໄດ້. ນີ້ເເມ່ນຂໍ້ດີຂອງພະຍາດໂຄວິດເເຕ່ມັນກໍ່ມີຂໍ້ເສຍ ຄື ຂອ້ຍບໍ່ສາມາດອອກໄປເຮັດວຽກ, ອອກໄປສອນອອກໄປຮຽນໜັງສື, ອອກໄປຊອ້ມຕາມປົກກະຕິໄດ້. ຈຶ່ງເຮັດໃຫ້ຂ້ອຍລໍາບາກໃນການອອກໄປໃສ, ເເຕ່ຂ້ອຍກໍຢາກອອກກຳລັງກາຍຕາມທີ່ທຸກໆມື້ຂອງຂ້ອຍ. ຂອ້ຍຕອ້ງຊວ່ຍໝູ່ໄປອອກກຳລັງກາຍທຸກມື້ ເວລາ 5 ໂມງແລງ ເເມ່ນເວລາໄປຊອ້ມ. ເເຕ່ກອ່ນ 5 ໂມງແລງຂອ້ຍຕອ້ງລ້າງຖວ້ຍ, ໜຶ້ງເຂົ້າເເລ້ວ ຂ້ອຍກໍໄປຊ້ອມ. ຫລັງຈາກຊອ້ມເເລ້ວຂ້ອຍກໍຕອ້ງກັບບ້ານມາເເຕ່ງກິນໃຫ້ເເມ່ທຸກມື້. ຫນັງສືທີ່ເຄີຍຂຽນຢູ່ໂຮງຮຽນ, ຂ້ອຍກໍ່ຕ້ອງຮຽນຢູ່ບ້ານທຸກມື້ ນີ້ຄືທຸກໆມື້ທີ່ຂອ້ຍເຮັດໃນຂະນະທີ່ມີເຊື່ອພະຍາດໂຄວິດ 19. ການປ່ຽນແປງນີ້ໄດ້ສອນໃຫ້ຂ້ອຍສາມາດປັບຕົວເຂົ້າກັບສະຖານະການ, ຈັດການເວລາຂອງຂ້ອຍ ແລະ ຄົ້ນຫາສິ່ງໃໝ່ໆໃນຊິວິດປະຈຳວັນທີ່ຜ່ານມາໃນຊ່ວງກັກໂຕຢູ່ເຮືອນ. ນອກເໜືອຈາກການບໍລິຫານເວລາ, ມັນໄດ້ຊ່ວຍໃຫ້ຂ້ອຍຝຶກສຸຂະອະນາໄມ ແລະ ເຕືອນຕົນເອງໃຫ້ອານະໄມເຮືອນຂອງຂ້ອຍສະເໝີ.
Covid-19 is a severe infectious disease and it’s happening around the world. During the Covid crisis in Laos, I contributed to the community by staying at home to keep myself and family safe. I feel like Covid-19 has helped me to spend more time with my family, doing household chores, tidying my house, and cleaning fully. Apart from these positives, Covid-19 also hit me hard in some ways. I miss going to work, coaching my teams, and going to rugby practice. I want to go out and exercise but I cannot go anywhere because of the COVID. My routine has changed; I used to help my mom clean the dishes and cook the rice, then go to practice rugby with friends at 5pm, and afterwards come back to cook dinner with my mom, but now that has changed. I used to go to school everyday to study, but now I have to study at home everyday. This change has taught me to adapt myself to the situation, manage my time, and find new routines that help me through. Besides time management, it has helped me to practice hygiene and remind myself to always keep my home clean. #HOLR