ນາງ ຄຳສະໄໝ ອາຍຸ 16 ປີ ຮຽນຢູ່ໂຮງຮຽນໃນເມືອງແປກ, ລາວເປັນຄູຝືກຫຼັກສູດ Pass It Back ມາໄດ້ 2ປີ ເຊິ່ງລາວເຄີຍຕັດສິນໃຈຈະອອກຈາກການເປັນຄູຝືກສອນຣັກບີ້ ແຕ່ໄດ້ກັບມາເປັນຄູຝືກຄືນຍ້ອນຢາກພັດທະນາເດັກນ້ອຍຢຸ່ຊຸມຊົນ ແລະ ພັດທະນາຕົນເອງ ເພາະລາວເຊື່ອວ່າການເປັນຄົນຢູ່ໃນໂລກນີ້ແມ່ນຕ້ອງໄດ້ຮຽນຮູ້ ໃນອານາຄົດເຮົາຈື່ງບໍ່ມີຄວາມຍຸ້ງຍາກ.
ຊ່ວງເວລາໜຶ່ງຂອງຄຳສະໄໝແມ່ນລາວເຄີຍເປັນນັກກິລາຣັກບີ້ມາກ່ອນທີ່ຈະເປັນຄູຝຶກ ເຊິ່ງລາວໄດ້ຮຽນຮູ້ທັກສະໜຶ່ງທີ່ສຳຄັນຫຼາຍໃນຕອນນັ້ນແມ່ນການຮຽນຮູ້ເລື່ອງບົດບາດຍິງຊາຍ. ຄຳສະໄໝເລົ່າວ່າ
“ກ່ອນທີ່ຂ້ອຍຈະມາເປັນຄູຝືກ ແມ່ນຂ້ອຍເປັນນັກກີລາຂອງນາງເລຍຢ່າກັບເບົ້າເລົ່າມາກ່ອນໄດ້ໜຶ່ງປີ. ຕອນທີ່ຂ້ອຍເປັນນັກກີລາແມ່ນຂ້ອຍກໍ່ໄດ້ຮຽນຫຼາຍສິ່ງຫຼາຍຢ່າງເຊັ່ນ: ການຫຼີ້ນກີລາຣັກບີ້ ແລະ ຮຽນທັກສະຊີວິດ. ຂ້ອຍໄດ້ຮັບຮູ້ວິທີການຫຼີ້ນຣັກບີ້ ແລະ ສົ່ງບານ. ສຳລັບທັກສະຊີວິດແມ່ນໄດ້ຮຽນຮູ້ບົດບາດຍິງຊາຍ ຫຼື ວີທີການຈັດການບັນຫາວ່າເຮົາຕ້ອງແກ້ໄຂແນວໃດຈື່ງບໍ່ມີບັນຫາ. ແຕ່ເມື່ອຄຳສະໄໝກ້າວມາເປັນຄູຝືກກິລາກໍ່ມີຄວາມທ້າທາຍຫຼາຍຢ່າງຈົນລາວຢາກອອກຈາກເປັນຄູຝືກຍ້ອນວ່າ “ແມ່ຂ້ອງຂ້ອຍບໍ່ຢາກໃຫ້ເປັນຄູຝືກ ເພາະການເດີນທາງໄປສອນແມ່ນຂີ່ລົດຈັກໄປກັບໝູ່ ແຕ່ຕອນກັບບ້ານມາແມ່ນຄໍ່າຫຼາຍ ແລ້ວແມ່ກໍ່ເລີຍບໍ່ຢາກໃຫ້ເປັນຄູຝືກຕໍ່. ແມ່ກໍ່ໄດ້ເວົ້າວ່າຖ້າເປັນຄູຝືກໄປມາເປັນແບບນີ້ມັນມີຄວາມສ່ຽງ ຕໍ່ໄປຈະບໍ່ໃຫ້ເປັນຄູຝືສອນອີກແລ້ວ. ຕອນທີ່ຂ້ອຍໄດ້ຍິນແມ່ເວົ້າແນວນີ້ແມ່ນເຮັດໃຫ້ຂ້ອຍຮູ້ສືວ່າມັນຍາກຫຼາຍທີ່ຈະເຮັດໃຫ້ຕົນເອງໄດ້ກັບມາເປັນຄູຝືກ. ແຕ່ຂ້ອຍກໍ່ຍັງຢາກເປັນຄູຝືກສອນກິລາຣັກບີ້ ເພື່ອພັດທະນາເດັກນ້ອຍ. ຂ້ອຍຈື່ງຂໍຄວາມຊ່ວຍເຫຼືອຈາກອ້າຍເຢີຫາ ຊ່ວຍລົມກັບແມ່ ເພື່ອໃຫ້ແມ່ອະນຸຍາດເປັນຄູຝືກສອນນັກກີລາແລະອ້າຍເຢີຫາໄດ້ໂທຫາລົມກັບແມ່ນ້ອງວ່າບັນຫາເປັນຫຍັງ ບໍ່ໃຫ້ນ້ອງມາເປັນຄູຝືກແມ່ກໍ່ໄດ້ອະທິບາຍໃຫ້ອ້າຍເຢີຫາລາວ ກໍ່ໄດ້ເວົ້າວ່າຖ້າເປັນແນວນັ້ນເຮົາສາມາດປ່ຽນໄດ້ເຮົາສີບໍ່ໃຫ້ເຂົາຂີ່ລົດມາເອງເຮົາຈະໃຫ້ລົດມາຮັບທຸກຄັ້ງໃນການເດີນທາງໄກ. ສຸດທ້າຍແມ່ກໍ່ເຂົ້າໃຈແລະກໍ່ໄດ້ອານຸຍາດໃຫ້ກັບມາສອນນັກກີລາຣັກບີ້ຄືນ.”
ເມື່ອໄດ້ຍິນແມ່ອະນຸຍາດແລ້ວ ຄຳສະໄໝດີໃຈຫຼາຍທີ່ຈະໄດ້ກັບໄປສອນເດັກນ້ອຍ ເພາະລາວເຊື່ອວ່າການສອນເດັກນ້ອຍແມ່ນສຳຄັນຫຼາຍທີ່ຈະຕ້ອງສອນເດັກນ້ອຍເພາະວ່າເດັກນ້ອຍຄວນທີ່ຈະໄດ້ຮັບຄວາມຮູ້ໃຫ້ຫຼາຍໆກ່ອນທີ່ເຂົ້າສູ່ໄວໝຸ່ມ ແລະ ຕອນທີ່ມີຄອບຄົວທີ່ອະນາຄົດຈື່ງບໍ່ມີຄວາມທ້າທາຍຫຼາຍສຳລັບຕົນເອງ. ການສອນເດັກນ້ອຍແມ່ນສຳຄັຍເພາະວ່າເດັກນ້ອຍຄວນໄດ້ຮັບຄວາມຮູ້ໃຫ້ຫຼາຍໆກ່ອນທີ່ເຂົ້າສູ່ໄວໝຸ່ມ ແລະ ຕອນທີ່ມີຄອບຄົວໃນອະນາຄົດຈື່ງບໍ່ມີຄວາມທ້າທາຍຫຼາຍສຳລັບພວກເຂົາ ເພາະພວກເຂົາສາມາດວາງແຜນ ແລະ ຮັບມືກັບສິ່ງທີ່ອາດຈະເກີດຂື້ນໄດ້ ເມື່ອພວກເຂົາເຂົ້າໃຈກ່ຽວກັບທັກສະຊີວິດທີ່ໄດ້ຮັບຈາກຫຼັກສູດ ບໍ່ວ່າຈະເປັນການຮັບມືກັບຄວາມກົດດັນຈາກໝູ່ເພື່ອນ, ການຂໍຄວາມຊ່ວຍເຫຼືອ ແລະ ການບໍ່ຍອມແພ້.
ແຕ່ກ່ອນໜ້ານີ້ທີ່ຕອນທີ່ຄຳສະໄໝຍັງບໍ່ທັນໄດ້ເຂົ້າຮ່ວມກິດຈະກຳຂອງ Pass It Back ແມ່ນລາວບໍ່ຮູ້ທີ່ຈະຂໍຄວາມຊ່ວຍເຫຼືອຈາກໃຜ ຫຼື ມີຄວາມກ້າຫານໃນບາງຄັ້ງແຕ່ກໍ່ບໍ່ພໍທີ່ຈະຂໍຄວາມຊ່ວຍເຫຼືອ. “ ແຕ່ຕອນນີ້ຂ້ອຍເປັນຄູຝືກສອນເດັກນ້ອຍຂ້ອຍຮູ້ສືກວ່າຕົນເອງມີຄວາມກ້າມີຄວາມເປັນຜູ້ນຳຫຼາຍຂື້ນຄື: ຕອນນີ້ຂ້ອຍກ້າເວົ້າກ້າວ່າ ແລະ ສາມາດສອນນັກກີລາໄດ້. ພ້ອມທັງກັບຕອນນີ້ຂ້ອຍໄດ້ຂ້າມຜ່ານອຸປະສັກເທື່ອນີ້ແມ່ນສິ່ງທີ່ແມ່ນບໍ່ໃຫ້ເປັນຄູຝືກກໍ່ສາມາດເຮັດໃຫ້ຂ້ອຍສາມາດເຂົ້າໃຈວ່າຊີວິດຂອງເຮົາແມ່ນຕ້ອງມີອຸປະສັກແບບນີ້ຢູ່ຕະຫຼອດ. ແຕ່ເຮົາມີຄວາມກ້າສາມາດແກ້ໄຂດ້ວຍຕົນເອງ ຖ້າວ່າແກ້ໄຂບໍ່ໄດ້ດ້ວຍຕົນເອງແມ່ນສາມາດຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນໄດ້ເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ.”
ການເປັນຄູຝືກສອນກິລາຮັກບີ້ແມ່ນມີຫຼາຍສິ່ງຫຼາຍຢ່າງ ແລະຄູຝືກກໍ່ໄດ້ຮຽນທັກສະການສອນມາຈາກຄູຝືກສອນຄົນອື່ນທີ່ສອນຄຳສະໄໝ. ລາວກໍ່ມີຄວາມສາມາດບໍ່ຍອມແພ້ທີ່ສາມາດໄປມາເປັນຄູຝືກສອນນັກກີລາ, ໄດ້ມີຄວາມຮູ້, ມີຄວາມຄິດດີໆທີ່ຈະພັດທະນານັກກກິລາໄວໝຸ່ນ ແລະ ກໍ່ຍັງມີຄວາມກ້າທີ່ຈະສະແດງອອກໃນການຂໍຄວາມຊ່ວຍເຫຼືອຍຈາກຄົນອື່ນເພີ່ອແກ້ໄຂຄວາມທ້າທາຍທີ່ເກີດ. ຄຳສະໄໝກໍ່ໄດ້ເວົ້າວ່າ “ໃນອານາຄົດທີ່ຂ້ອຍຮຽນຈົບແລ້ວ ຂ້ອຍຈະໄປເປັນທະຫານປ້ອງການຊາດ ເພາະວ່າພໍ່ນ້ອງກໍ່ເປັນທະຫານ ແລະ ພໍ່ແມ່ເລືອກໃຫ້ເປັນທະຫານ ເພາະການປັນທະຫານແມ່ນໄດ້ເປັນຄົນປ້ອງກັນຊາດ, ປ້ອງການຄວາມສະຫງົດບ. ໃນອານາຄົດຖ້າໄດ້ເປັນທະຫານຄືກັບໃນຄວາມຄິດຂອງພໍ່ແມ່ແລ້ວ ທັບສະທີ່ນ້ອງໄດ້ຮຽນປັບຈຸບັນນ້ອງກໍ່ສາມາດເອົາໄປນຳໃຊ້ຢູ່ໃນວຽກຂອງນ້ອງໄດ້ຄືກັນ. ຖ້າວ່າມີຄວາມທ້າທາຍເຮົາກໍ່ສາມາດຂໍຄວາມຊ່ວຍເຫຼືອຍໄດ້ຄືກັນ ແລະ ມີຄວາມກ້າທີ່ຈະເວົ້າ, ກ້າທີ່ສະແດງອອກຢູ່ໃນວຽກງານ.”
Khamsamay is a 16 year-old Coach from Xieng Khouang Province. She has been with the Pass It Back programme for two years.
Khamsamay used to be a player for the program before becoming a coach. “[When I was a player] I learnt about rugby skills, gender equality and problem solving.” It was fun for her being a player, but when she first tried to become a coach, she faced major challenges. “My mom did not want me to work as a Coach for a few reasons. First, I didn’t have any transportation [of my own]; I had to go with my friend because she had a bike, and we usually finished and got home late which made my mom unhappy. My mom said to me that if working as a Coach and coming home late like this posed major risks, I should just quit. I couldn’t oppose my mom, so I followed what she said and quit. But deep inside I didn’t want my work as a Coach to end. I still aspired to provide opportunities for children in the community to participate in rugby and develop. So I called Yur Ha [LRF staff in Xieng Khouang Province] and asked for his help to please come and talk to my mom. Yur Ha came and discussed the concerns that my mom had. In the end, Yur Ha identified the concern and suggested that, if transportation was the problem, he would provide transportation and escort me. Then my mom agreed and I could return to my Coach work.”
Khamsamay was so happy when her mother allowed her to return as a Coach as she firmly believed that this program is very important. She could see how her job can help a lot of children to learn the skills they need in life, such as dealing with peer pressure, asking for help when needed and being persistent.
Before joining the Pass It Back program, Khamsamay did not know that being able to ask for help is an important skill in itself. She didn’t know where or who to ask for help and she didn’t know how to ask for help and most importantly, she was afraid of being judged if she asked for help. But now she has changed. “Now I have more confidence in myself. I am confident to deliver sessions to my players. I think in life, I will encounter challenges from time to time, and from now on I will not give up. I will confront the challenge by myself first, and if I can’t do it alone, I will certainly reach out and ask for help when I am in need.”
Today, Khamsamay continues to develop as a Coach and inspire children in the community. She strives to help children who encounter issues similar to hers and encourage them to reach out for help to overcome their challenges. Khamsamay shared her future plan with us; “I hope to one day protect my country by being a soldier, because my brother is a soldier and my parents also want me to be a soldier. I believe that even when I achieve my goal of becoming a soldier, the skills that I learnt from this program will still follow me and assist me with my work. Asking for help does not mean we are weak. We can always ask for help whenever we encounter challenges.”