ໃນເດືອນ 10 ປີ 2019 ຂ້ອຍໄດ້ເປັນຕົວແທນຄູຝຶກ ChildFund Pass It Back ທີ່ຖືກຄັດເລືອກຈາກປະເທດລາວໃນການໄປແລກປ່ຽນກ່ຽວກັບຣັກບີ້ ແລະ ວັດທະນາທຳທີ່ອາເມລິກາ. ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ມີການຝຶກຊ້ອມ ແລະ ແລກປ່ຽນທັກສະຣັກບີ້ກັບນັກສຶກສາໃນມະຫາວິທະຍາໄລ Queens ທີ່ຊາລັອດ. ນອກຈາກນີ້ຂ້ອຍາຍັງໄດໄປເມືອງເທັດເນຊີ ເພື່ອເຂົ້າຊົມເດີນກິລາເຕະບານ ແລະ ຊົມການແຂ່ງຂັນຂອງສະໂມສອນເທັດເນຊີ. ຂ້ອຍໄດ້ເຫັນອຸປະກອນ ແລະ ຫ້ອງຕ່າງໆຂອງສະໂມສອນຍິງ ມັນດີຫຼາຍ ເພາະອຸປະກອນທຸກຢ່າງສຳລັບນັກກິລາແມ່ນມີພ້ອມໝົດ. ຫຼັງຈາກນັ້ນຂ້ອຍກໍ່ໄດ້ເບິ່ງການແຂ່ງຂັນຂອງທີມເຕະບານຍິງ ເຊິ່ງໄດ້ເຫັນບັນຍາກາດການເຊຍບານທີ່ມ່ວນຫຼາຍ. ຂ້ອຍຍັງໄດ້ໄປຢ້ຽມຢາມເມືອງເມມຟິສ ແລະ ໄດ້ຮຽນຮູ້ປະສົບການໃນການຫຼີ້ນຣັກບີ້ຈາກຄູຝຶກ ແລະ ທັກສະການເປັນກຳມະການ. ໃນການໄປອາເມລິກາໃນເທື່ອນີ້ເປັນການເດີນທາງທີ່ດົນຫຼາຍ ມັນໄດ້ເຮັດໃຫ້ຂ້ອຍໄດ້ຮູ້ຈັກໝູ່ໃໝ່ຫຼາຍຄົນ, ຮຽນຮູ້ວັດທະນາທຳ, ອາຫານ, ການດຳລົງຊີວິດຂອງຄົນໃນບ້ານເຂົາເຈົ້າເປັນແນວໃດ. ສິ່ງສຳຄັນທີ່ສຸດທີ່ຂ້ອຍໄດ້ຮຽນຮູ້ເທື່ອນີ້ຄືທັກສະຣັກບີ້, ການຮຽນຮູ້ທັກສະກຳມະການ ແລະ ການເປັນຄູຝຶກທີ່ດີ. ຂ້ອຍຈະພະຍາຍາມນຳເອົາບົດຮຽນທີ່ຂ້ອຍໄດ້ຮັບຈາກການແລກປ່ຽນເທື່ອນີ້ໄປຝຶກສອນໃຫ້ນັກກິລາເກັ່ງຂື້ນ ແລະ ເປັນນັກກິລາທີ່ດີ. ຂ້ອຍເອງກໍ່ຈະເປັນຄູຝຶກທີ່ດີ ແລະ ເປັນແບບຢ່າງທີ່ດີໃຫ້ນັກກິລາ ພ້ອມທັງແບ່ງປັນປະສົບການໃຫ້ນັກກິລາ ແລະ ເດັກນ້ອຍໃຫ້ສາມາດຮຽນຮູ້ ແລະ ນຳໄປໃຊ້ໃຫ້ເກີດປະໂຫຍດໃນອະນາຄົດຂອງພວກເຂົາ.
In October 2019, I was chosen to be one of Lao Rugby Coach representatives to join the coach exchange program to the USA. It was such a great experience! I got to train about rugby, and exchange knowledge, new techniques, and skills with students from Queens University in Charlotte, North Carolina. In addition, we went to Tennessee to visit their soccer stadium, and it was very impressive. They have all the essential facilities and equipment to support their players. I got to watch a collegiate women’s soccer game there, and it was so fun cheering the teams on at the stadium! Also, we traveled to Memphis, where I learned new rugby skills from the Coaches there, as well as referee skills. The exchange to the US was a very long trip, but I got to make a lot of new friends, learn about a new culture, try new food, and understand more about the way other people live. Most importantly, I gained rugby, refereeing, and coaching skills. I will try to be a great Coach and role model for my players by applying the knowledge and experience I gained into my work and sharing with my fellow Coaches and players.