ໃນປີ 2019, ສະຫະພັນກິລາຣັກບີ້ແຫ່ງຊາດລາວໄດ້ເຂົ້າຮ່ວມໃນກິດຈະກຳແລກປ່ຽນຄູຝຶກຜ່ານໂຄງການລິເລີ່ມນຳໃຊ້ກິລາໃນການພັດທະນາໄວໜຸ່ມແຫ່ງສາກົນ (ISPI), ເຊິ່ງເປັນໂຄງການທີ່ມີຈຸດປະສົງເພື່ອເຮັດໃຫ້ຜູ້ນຳໄວໜຸ່ມມີຄວາມຮູ້ ແລະ ມີທັກສະໃນການສ້າງການປ່ຽນແປງທີ່ດີໃນຊຸມຊົນຂອງພວກເຂົາໂດຍຜ່ານການແລກປ່ຽນທາງດ້ານກິລາ. ໃນເດືອນຕຸລາ ປີ 2019, ຄູຝຶກ ແລະ ພະນັກງານຂອງສະຫະພັນຣັກບີ້ແຫ່ງຊາດລາວໄດ້ເດີນທາງໄປສະຫະລັດອາເມລິກາເພື່ອເຂົ້າຮ່ວມພາກທຳອິດຂອງການແລກປ່ຽນ. ຫຼັງຈາກນັ້ນ, ໃນເດືອນທັນວາ, ຄູຝຶກຈາກສະຫະລັດອາເມລິກາ ມະຫາວິທະຍາໄລຄວີນທີ່ເມືອງຊາລັອດ, ສະມາຄົົມຣັກບີ້ຊາລອດ (CJRA), ສະໂມສອນຣັກບີ້ MICR ແລະ ອົງການວູເມັນວິນ (Women Win) ໄດ້ມາຢ້ຽມຢາມປະເທດລາວ. ເລື່ອງລາວຂ້າງລຸ່ມນີ້ແມ່ນມາຈາກ ລີຊາ ລໍ, ໜຶ່ງໃນຜູ້ເຂົ້າຮ່ວມ ຈາກສະມາຄົມຣັກບີ້ຊາລອດ CJRA, ສະຫະລັດອາເມລິກາ.
ເລື່ອງລາວຂອງລິຊ້າ
ກ່ອນການແລກປ່ຽນຄັ້ງນີ້, ຂ້ອຍບໍ່ໄດ້ຄິດເຖິງການເດີນທາງໄປອາຊີຕາເວັນອອກສ່ຽງໃຕ້ມາກ່ອນ, ແລະ ຂ້ອຍກໍ່ເລີຍບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແນ່ ຫຼື ຂ້ອຍຈະໄດ້ພົບກັບຫຍັງແນ່ຈາກການເດີນທາງໄປສະຖານທີ່ທີ່ແປກໃຫມ່ໃນອີກຊີກໂລກໜຶ່ງຈາກບ່ອນທີ່ຂ້ອຍຢູ່. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກໄດ້ອາສາສະໝັກເປັນພະນັກງານຊ່ວຍເຫລືອ ແລະ ຊ່າງຖ່າຍຮູບໃນການແລກປ່ຽນຄັ້ງທຳອິດ [ໃນສະຫະລັດອາເມລິກາ] ຂ້ອຍຈຶ່ງໄດ້ຮູ້ວ່າ ຂ້ອຍຈະໄດ້ຮຽນຮູ້ຫຼາຍຢ່າງຈາກປະສົບການຄັ້ງນີ້. ຂ້ອຍໄດ້ມີສ່ວນຮ່ວມໃນການສຶກສາພາກປະຕິບັດ, ແລະ ຂ້ອຍກໍ່ຮູ້ສຶກຕື່ນເຕັ້ນກ່ຽວກັບມັນຫລາຍ.
ຜ່ານເລນກ້ອງຖ່າຍຮູບຂອງຂ້ອຍນັ້ນ, ຂ້ອຍໄດ້ເຫັນເລື່ອງລາວແສນວິເສດເກີດຂື້ນໃນແຕ່ລະມື້. ອຸປະສັກທາງດ້ານພາສາລະຫວ່າງຄູຝຶກລາວ ແລະ ຄູຝຶກອາເມລິກາທີ່ຄິດວ່າຈະເປັນເລື່ອງໃຫຍ່ນັ້ນມັນຊ້ຳພັດບໍ່ໄດ້ສົ່ງຜົນຫຍັງເລີຍ. ທັນທີທີ່ຫມາກບານຣັກບີ້ຖືກວາງລົງທ່າມກາງສັງຄົມທີ່ຜະສົົມຜະສານວັດທະນາທຳທີ່ແຕກຕ່າງ, ທຸກຄົນກໍ່ຄົ້ນພົບວິທີໃນການສື່ສານກັນ ແລະ ອຸປະສັກຕ່າງໆທີ່ຂັ້ນກາງລະຫວ່າງຄົນສອງກຸ່ມນັ້ນກໍໄດ້ຫາຍໄປເກືອບທັນທີ. ພວກເຂົາເຮັດວຽກຮ່ວມກັນ, ຮຽນເວົ້າພາສາໃໝ່ໆ, ແລກປ່ຽນຄວາມຮູ້, ແລະ ຍ້ອງຍໍເຊິ່ງກັນ ແລະ ກັນຕະຫລອດເວລາ. ຕະຫຼອດການເດີນທາງນັ້ນ, ມັນຄ້າຍຄືວ່າ ຮອຍຍິ້ມ ແລະ ສຽງຫົວບໍ່ເຄີຍຂາດຫາຍໄປຈາກສອງກຸ່ມນັ້ນເລີຍ.
ຄົນທັງສອງຝັ່ງໃນກິດຈະກຳການແລກປ່ຽນຄັ້ງນີ້ [ທັງໃນສະຫະລັດອາເມລິກາ ແລະ ໃນລາວ] ໄດ້ເປີດມຸມມອງຂອງຂ້ອຍໃຫ້ກວ້າງອອກໃນຫລາຍໆລະດັບ. ຂ້ອຍຊື່ນຊົມວິທີການທີ່ປະຊາຊົນລາວດຳລົງຊີວິດຢ່າງມີຄວາມສຸກ, ແລະ ຂ້ອຍກໍໄດ້ເຫັນດ້ວຍຕົນເອງວ່າ ສະຫະພັນກີລາຣັກບີ້ແຫ່ງຊາດລາວ, ສະມາຄົມຣັກບີ້ຊາລອດ CJRA ແລະ ສະໂມສອນຣັກບີ້ MICR ໄດ້ປ່ຽນແປງຊີວິດຂອງຜູ້ທີ່ມີສ່ວນຮ່ວມໃນໂຄງການຂອງພວກເຂົາໄດ້ຢ່າງເລິກເຊິ່ງໄດ້ແນວໃດ. ພວກເຂົາເຫຼົ່ານີ້ກຳລັງເຮັດວຽກເພື່ອຊ່ວຍຊາວໜຸ່ມເອົາຊະນະສິ່ງທ້າທາຍໃນຊຸມຊົນຂອງພວກເຂົາໃນດ້ານການສຶກສາ, ເພດ, ຄວາມຮຸນແຮງ, ແລະ ບັນຫາອື່ນໆ, ໂດຍນຳໃຊ້ກິລາຣັກບີ້ເປັນເຄື່ອງມື. ພວກເຂົາຕິດຕາມ ແລະ ບັນທຶກຄວາມກ້າວໜ້າຂອງພວກເຂົາເອງ, ແລະ ຕົວເລກກໍຈະເປັນຕົວຊີ້ບອກໃນຕົວມັນເອງ.
ພວກເຮົາໂຊກດີທີ່ໄດ້ຮຽນຮູ້ຈາກຜູ້ນຳຂອງອົງການເຫລົ່ານີ້, ແລະ ພຽງຄຳຂອບໃຈອາດຈະບໍ່ພຽງພໍຕໍ່ປະສົບການອັນລຳ້ຄ່າທີ່ໄດ້ຮັບໃນການເປັນສ່ວນຮ່ວມໃນກິດຈະກຳຄັ້ງນີ້. ເວົ້າສັ້ນໆກໍຄືໂຄງການນີ້ໄດ້ເຮັດໃຫ້ຊີວິດປ່ຽນໄປ. ຂ້ອຍຫວັງວ່າຜົນງານການຖ່າຍຮູບຂອງຂ້ອຍຈະຊ່ວຍບອກເລົ່າເລື່ອງຕ່າງໆຈາກປະສົບການໃນຄັ້ງນີ້ໄດ້.
In 2019, the LRF participated in a coach exchange through the International Sports Programming Initiative (ISPI), a program that aims to provide youth leaders with knowledge and tools to create positive change in their home communities through sports-based exchanges. In October 2019, LRF Coaches and staff travelled to the United States for the first part of the exchange. Then, in December, U.S. Coaches from Queens University at Charlotte, Charlotte Junior Rugby Association (CJRA), Memphis Inner City Rugby, and Women Win visited Laos. The story below comes from Lisa Law, one of the U.S. participants from Charlotte Junior Rugby Association (CJRA).
Lisa’s Story
Prior to this exchange, I hadn’t thought about traveling to Southeast Asia, and I didn’t know what to expect from a trip to a different part of the world. However, after volunteering as support staff and photographer for the first leg of the exchange [in the U.S.] I realised I would learn a lot from this experience. I was engaging in practical education, and I was excited about it.
Through my camera lens, I watched magic happen each day. Language barriers between the Lao and U.S.-based Coaches meant absolutely nothing. Once a rugby ball was placed in the social mix, suddenly everyone found ways to communicate and any walls between the different groups came down almost immediately. They worked together, learned to speak new languages, shared knowledge, and praised each other continuously. Throughout the entire trip, it seemed smiles and laughter never ceased between the two groups.
Both sides of this exchange [in the U.S. and in Laos] opened my eyes on so many levels. I admire how the people of Laos live such a fulfilling life, and I saw first-hand how the LRF, CJRA, and MICR are profoundly changing the lives of all those involved in their programs. They are working to help youth overcome challenges in their communities around education, gender, violence, and other issues, using rugby as a tool. They track and document their progress, and the numbers speak for themselves.
We were fortunate to learn from the leaders of these organisations, and cannot thank them enough for making us a part of this exchange. To say this program was life-altering would be an understatement. I hope my photographic work helps to tell the stories from this experience.