Humans of Lao Rugby: Meena

ຂຽນໂດຍ: ຄຳໝັ້ນ ສີໄມທອງ Author: Khamman Seemaithong

ຂຽນໂດຍ: ຄຳໝັ້ນ ສີໄມທອງ
Author:
Khamman Seemaithong

ນາງ ມີນາ ມາຈາກ ແຂວງຊຽງຂວາງ. ລາວເປັນນັກກິລາຄົນໜຶ່ງໃນຫຼັກສູດ ChildFund Pass It Back ເຊິ່ງມີນາເປັນນັກກິລາໃໝ່ທີ່ຫຼີ້ນຢູ່ທີມ ມົດແດງ FC. ມີນາກຳລັງຮຽນປື້ມກ່ຽວກັບການວາງແຜນອະນາຄົດນຳຄູຝຶກນາລີ ແລະ ຢຸ້ນ.

ມີນາບອກເຖິງຄວາມຮູ້ສຶກການວາງແຜນອະນາຄົດວ່າ “ມັນມີຄວາມສຳຄັນຕໍ່ນ້ອງຫຼາຍເພາະວ່າ ຂ້ອຍມີການວາງແຜນວ່າເວລາຮຽນຕ້ອງຕັ້ງໃຈຮຽນ, ຂ້ອຍຕ້ອງມີການທ້ອນເງິນໄວ້ລ່ວງໜ້າ ເພື່ອໃຫ້ໄປຮອດເປົ້າໝາຍຂອງຂ້ອຍ. ເວລາໄປຮຽນວິຊາຊິບກໍ່ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຕ້ອງແບ່ງປັນພາລະໃຫ້ຄອບຄົວເຊັ່ນ: ການໃຊ້ເງິນຢ່າງມີເຫດ ແລະ ຜົນ ບໍ່ຕ້ອງໃຊ້ເງິນຟຸມເຟືອຍ. ແລ້ວຂ້ອຍຍັງຮຽນຮູ້ເປົ້າໝາຍທີ່ຊັດເຈນເຊັ່ນ: ຂ້ອຍຈະຮຽນແພດ ເພື່ອຈະໄດ້ດູແລຮັກສາຄົນທີ່ໄດ້ຮັບບາດເຈັບທັງໃນຄອບຄົວ ແລະ ຄົນອື່ນໃນຊຸມຊົນ. ເມື່ອຢາກເປັນແພດເປັນໝໍ ກໍ່ຕ້ອງສຶກສາວິຊາເປັນຫຼັກເຊັ່ນ: ວິຊາເຄມີສາດ, ວິຊາຊີວະສາດ ແລະ ວິຊາອັງກິດເປັນຫຼັກ. ຕ້ອງມີການສຶກສາພື້ນຖານເປັນຫຼັກຂອງມັນກ່ອນ, ຂ້ອຍສາມາດຮຽນຮູ້ຈາກຄົນອື່ນເຊັ່ນ: ອ້າຍ ເອື້ອຍນ້ອງ, ໝູ່ເພື່ອນ ທີ່ຂ້ອຍສາມາດຂໍຄວາມຊ່ວຍເຫຼືອໄດ້, ຄົນອ້ອມຂ້າງ ແລະ ຄົນທີ່ມີປະສົບການໃນດ້ານນີ້ ຫຼື ໃນດ້ານໝໍເປັນຫຼັກ. ຂ້ອຍຄິດວ່າອະນາຄົດຂອງຂ້ອຍ ຫຼື ທຸກຄົນມັນບໍ່ແນ່ນອນຢູ່ ແລ້ວ ຂ້ອຍຕ້ອງຫຼໍ່ຫຼອມຕົນເອງໃຫ້ເປັນດັ່ງຄຳທີ່ກ່າວມາຂ້າງເທິງນັ້ນ ແລ້ວຂ້ອຍຈະເຮັດໃນປັດຈຸບັນນີ້ໃຫ້ດີທີ່ສຸດເທົ່າທີ່ຂ້ອຍຈະເຮັດໄດ້.”

ນອກນີ້ມີນາຍັງບອກວ່າ “ຂ້ອຍຕ້ອງມີຄວາມພະຍາຍາມ ຊ່ວຍເຫຼືອຄົນອື່ນເທົ່າທີ່ສາມາດຊ່ວຍເຫຼືອໄດ້ເຊັ່ນ: ການແກ້ວຽກບ້ານທີ່ອາຈານໃຫ້ເວລາລຳບາກເຊິ່ງເຮົາບໍ່ສາມາດຊ່ວຍໄດ້ເຖິງ 100% ແຕ່ຂ້ອຍກໍ່ສາມາດຊ່ວຍໄດ້ໃນດ້ານຄຳເວົ້າທີ່ດີ ແລະ ເປັນຄຳເວົ້າທີ່ຊ່ວຍເຫຼືອເຂົາເຈົ້າແທ້ໆ ຫຼື ຄຳເວົ້າທີ່ອອກມາຈາກໃຈແທ້ໆ, ເວລາເຮັດວຽກຢູ່ໃນບ້ານເວລາຈຳເປັນເຊັ່ນ: ສູ່ຂວັນຢູ່ບ້ານ ຫຼື ພີທີສູ່ຂັວນຕ່າງໆຢູ່ໃນຊຸມຊົນ. ຂ້ອຍມີການພັດທະນາຕົນເອງໃນດ້ານຄວາມຮູ້: ຮຽນຈາກຄູຝຶກທີ່ສອນກ່ຽວກັບການວາງແຜນອານາຄົດເຊັ່ນ: ບົດຮຽນເປົ້າໝາຍຂອງ ເຊິ່ງເຂ້ອຍໄດ້ຮູ້ວ່າເປົ້າໝາຍຂອງຂ້ອຍຈະເປັນແນວໃດ ແລະ ຂ້ອຍຈະມີການຮັບມືກັບມັນແນວໃດ, ຂ້ອຍຕ້ອງມີການພັດທະນາຕົນເອງ, ຕ້ອງມີຄວາມອົດທົນ ແລະ ສາມາດຂໍຄວາມຊ່ວຍເຫຼືອຈາກຄົນອື່ນ, ຄົນທີ່ມີປະສົບການກ່ຽວກັບຕັ້ງເປົ້າໝາຍຂອງຕົນເອງ. ເຖິງວ່າມັນຈະມີຄວາມລົ້ມເລວ, ອຸປະສັກ ແຕ່ຂ້ອຍກໍ່ຕ້ອງອົດທົນເພື່ອໃຫ້ບັນລຸເປົ້າໝາຍຂອງຂ້ອຍ ຫຼື ຈຸດປະສົງທີ່ຂ້ອຍວາງໄວ້ນັ້ນ ແລະ ຕ້ອງມີຄວາມຫຼົງໄຫຼກັບມັນເພື່ອມັນຈະເຮັດໃຫ້ເຮົາບັນລຸເປົ້າໝາຍຂອງຂ້ອຍກໍ່ໄດ້ເຊັ່ນດຽວກັນ.”

ສຸດທ້າຍນີ້ມີນາໄດ້ບອກວ່າລາວຮູ້ສຶກດີໃຈຫຼາຍ, ຕື່ນເຕັ້ນ ແລະ ຕ້ອງມີຄວາມພະຍາຍາມໃຫ້ຫຼາຍກວ່ານີ້ເພື່ອຈະເຮັດໃຫ້ດີຂື້ນໃນການວາງແຜນໃນອະນາຄົດ ແລະ ຕ້ອງຕັ້ງໃຈຮຽນ, ຝຶກຝົນຕົນເອງ ແລ້ວເຮົາກໍ່ຕ້ອງພະຍາຍາມ ໃຫ້ມັນເປັນໄປຕາມແຜນທີ່ລາວວາງໄວ້ ຫຼື ໃຫ້ມັນໃກ້ຄຽງແຜນເທົ່າທີ່ຈະເຮັດໄດ້. ໂດຍລວມແລ້ວ ແມ່ນແລ້ວການຮຽນປື້ມວາງແຜນອະນາຄົດແມ່ນຊ່ວຍໃຫ້ມີນາໄດ້ຕັ້ງເປົ້າໝາຍຂອງຕົວເອງ ແລະ ລາວກໍ່ຕ້ອງມີຄວາມອົດທົນ ແລະ ພະຍາຍາມເຮັດໃຫ້ໄດ້, ຕ້ອງມີຄວາມຫຼົງໄຫຼກັບມັນ ເຖິງວ່າມັນຈະມີອຸປະສັກກໍ່ຕາມ ລາວກໍ່ຕ້ອງເຮັດໃຫ້ດີທີ່ສຸດເທົ່າທີ່ລາວຈະເຮັດໄດ້ ແລະ ມັນກໍ່ຕ້ອງມີທາງອອກທີ່ດີສຳລັບເປົ້າໝາຍຂອງລາວ. ລາວຄິດວ່າອຸປະສັກເຫຼົ່ານີ້ມັນກໍ່ຕ້ອງມີທາງອອກຂອງມັນຢູ່ສະເໝີ.

Meena lives in Kham district, Xieng Khouang Province and is a rugby player in the Mod Daeng FC team. Meena is shared with us her experience of learning through the Planning for your Future curriculum. 

“From the Planning for the Future module, I now know what my goals are and how I will handle them. I have also developed as a person. I am now more patient and am able to ask for help from people with experience in creating their own goals. Even though I will experience failure and obstacles, I have to be patient in order to achieve my goals and must do so with passion.”

In addition to helping players identify their goals, the Planning for the Future curriculum also provides a pathway of concrete steps towards achieving them. For the case of Meena, she identified the following:  “It is very important to me that while I study I must stay focused. I have to save money in advance in order for me to reach my goals. When I undergo professional studies, I not only have to train myself but must also learn to share family responsibilities by spending money reasonably and not overspending.” 

“Moreover, I also learned about how to form clear goals; for example, I will study medicine, so that I can take care of the injured both in my family and my community. If I want to be a doctor, I will also have to study the essential subjects of chemistry, biology and English. I need to have good foundations in these essentials before anything else. I am able to learn from other people such as my siblings and friends, who I can ask for help. I also learn from other people in life who have medical experience. I think that no one’s future is certain. I have to train myself in order to achieve the things I mentioned above, and then do the best that I can in the present.”