ຂ້ອຍເກີດ ແລະ ໃຫຍ່ຢູ່ທີ່ຮ່ອງກົງ, ຂ້ອຍມີຄວາມສົນໃຈໃນຄວາມຫຼາກຫຼາຍທາງວັດທະນະທຳຂອງທະວີບອາຊີມາແຕ່ດົນແລ້ວ. ຄວາມປາດຖະໜາຢາກອອກສຳຫຼວດພາກພື້ນທີ່ຂ້ອຍເອີ້ນວ່າບ້ານ, ຄຽງຄູ່ກັບຄວາມມັກໃນການຫຼິ້ນແລະສອນກິລາຣັກບີ້ນີ້, ມັນພາໃຫ້ຂ້ອຍມາທີ່ປະເທດລາວເພື່ອເປັນອາສາສະໝັກນຳສະຫະພັນລາວຣັກບີ້ໃນປີ 2007. ຂ້ອຍປະທັບໃຈໃນຄວາມມຸ້ງໝັ້ນຕັ້ງໃຈຂອງສະຫະພັນໃນການພັດທະນາເກມກິລາຕັ້ງແຕ່ລະດັບຮາກຫຍ້າຂຶ້ນມາ, ຫຼັງຈາກຈົບໜ້າທີ່ອາສາສະໝັກ ຂ້ອຍກໍ່ຍັງມີສ່ວນຮ່ວມກັບສະຫະພັນມາເລື້ອຍໆ ຈົນຮອດປີ 2015 ທີ່ຂ້ອຍໄດ້ກັບມາປະເທດລາວອີກຄັ້ງເພື່ອເຮັດວຽກເປັນພະນັກງານເຕັມໂຕກັບໂຄງການ ຊາຍຟັນພາສອິດແບັກ. ຕຳແໜ່ງນີ້ເຮັດໃຫ້ຂ້ອຍໄດ້ຮຽນຮູ້ ແລະ ເຕີບໃຫຍ່ໄປພ້ອມກັບບັນດາພະນັກງານ ແລະ ຄູຝຶກຂອງສະຫະພັນ.
ໃນຂະນະທີ່ຂ້ອຍໄດ້ເຮັດວຽກຄຽງຄູ່ກັບສະຫະພັນເພື່ອເຮັດຕາມຄວາມມຸ້ງໝັ້ນຕັ້ງໃຈໃນການນຳໃຊ້ກິລາຣັກບີ້ເພື່ອຊ່ວຍໃຫ້ເດັກນ້ອຍ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ ໃຫ້ສາມາດສ້າງພັດທະນາຕົນເອງໃຫ້ມີຄວາມຍືດຫຍຸ່ນ ແລະ ຜະເຊີນໜ້າກັບສິ່ງທ້າທາຍຕ່າງໆໄດ້ນັ້ນ, ທາງພະນັກງານ ແລະ ຄູຝຶກຂອງສະຫະພັນເອງກໍ່ໄດ້ສະແດງໃຫ້ຂ້ອຍເຫັນຢູ່ສະເໝີວ່າການລົງທຶນໃນວຽກງານພັດທະນາໃນຊຸມຊົນຂອງຕົນເອງມັນເປັນແນວໃດ. ຂ້ອຍຮູ້ສຶກພູມໃຈຢ່າງທີ່ສຸດກັບການປ່ຽນແປງທີ່ດີແບບນີ້ ຕັ້ງແຕ່ປີ 2015 ຂ້ອຍກໍ່ໄດ້ພົບກັບຄູຝຶກຫຼາຍຄົນໃນປະເທດລາວ ເຊິ່ງເປັນຄົນທີ່ສືບຕໍ່ຂັບເຄື່ອນວຽກນີ້ຈາກຄວາມຫຼົງໄຫຼ ແລະ ອຸທິດຕົນໃນການຢາກເຕີບໃຫຍ່ແລະພັດທະນາກິລາທີ່ພວກເຂົາຮັກ.
ໃນເດືອນກຸມພາ 2019, ຂ້ອຍໄດ້ຫັນຈາກວຽກຢູ່ໜ້າໂຕະ ມາຈັບລົດຖີບ ແລະ ເລີ່ມປັ່ນລົດຖີບໃນໄລຍະທາງ 20,000 ກິໂລແມັດພ້ອມກັບ ຣອນ ຣັດແລນດ໌ ຕັ້ງແຕ່ມະຫະນະຄອນລອນດອນ ຫາ ເມືອງຫຼວງໂຕກຽວ (ຜ່ານປະເທດລາວ) ທີ່ມີງານແຂ່ງຂັນ ເວີຣ໌ຣັກບີ້ຄລັບ ໃນຕອນນັ້ນ, ເພື່ອລະດົມທຶນໃຫ້ໂຄງການ ແລະ ໃຫ້ທຸກຄົນຮູ້ຈັກວຽກຊາຍຟັນພາສອິດແບັກໃນປະເທດລາວ ແລະ ບ່ອນອື່ນໆ. “Race to Rugby World Cup (ແຂ່ງໃຫ້ເຖິງງານຣັກບີ້ເວີຣ໌ຄລັບ)” ເປັນການຜັນຂະຫຍາຍຈາກຄວາມມັກຮັກໃນການເດີນທາງແລະການຜະຈົນໄພຂອງຂ້ອຍ, ເປັນສິ່ງທີ່ເຮັດໃຫ້ຂ້ອຍສາມາດສືບຕໍ່ສະໜັບສະໜູນໂຄງການ ແລະ ຄົນອື່ນໆທີ່ໂຕຂ້ອຍເອງຢາກລົງທຶນໃຫ້. ຂາທັງສອງຂ້າງທີ່ເມື່ອຍແລະລ້າຂອງຂ້ອຍນັ້ນຍັງສາມາດປັ່ນຕໍ່ໄປໄດ້ໃນແຕ່ລະມື້ຈົນຮອດຈຸດໝາຍ ກໍ່ຍ້ອນຮູບພາບຂອງຄູຝຶກທີ່ຂ້ອຍຈະເອົາຂຶ້ນມາເບິ່ງທຸກໆມື້ ມື້ລະ 1 ຮູບ ເພື່ອເປັນກຳລັງໃຈ, ມັນບໍ່ມີຫຍັງທີ່ຈະດີໄປກວ່າການຕ້ອນຮັບຂັບສູ່ ແລະ ຮອຍຍິ້ມທີ່ຜູ້ຄົນມີໃຫ້ແກ່ພວກເຮົາໃນຕອນທີ່ພວກເຮົາມາຮອດຊຽງຂວາງໃນເດືອນກໍລະກົດປີກາຍນີ້ (ລະຫວ່າງທາງໄປຫາປະເທດຍີ່ປຸ່ນ). ການໄດ້ແບ່ງປັນຊ່ວງເວລາດີໆຢູ່ເທິງລົດຖີບກັບຜູ້ຄົນຕາມທາງພື້ນດິນປະເທດລາວ ມັນຊ່າງໃຫ້ຄວາມຮູ້ສຶກທີ່ແຕກຕ່າງ ແຕ່ມັນກໍ່ເຮັດໃຫ້ແຄມເປນ “Race to Rugby World Cup (ແຂ່ງໃຫ້ເຖິງງານຣັກບີ້ເວີຣ໌ຄລັບ)” ເປັນຊ່ວງເວລາທີ່ຄຸ້ມຄ່າແທ້ໆ! ໜຶ່ງປີຕໍ່ມາ, ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍທີ່ຂ້ອຍໄດ້ກັບມາເຮັດວຽກນຳໂຄງການຊາຍຟັນພາສອິດແບັກອີກຄັ້ງ ແລະ ຂ້ອຍຕື່ນເຕັ້ນທີ່ໄດ້ເຫັນວ່າບັນດາພະນັກງານ ແລະ ຄູຝຶກຂອງສະຫະພັນ ຍັງຄົງສືບຕໍ່ສິດສອນບົດຮຽນຣັກບີ້ແລະທັກສະຊີວິດເປັນພັນໆບົດທົ່ວປະເທດລາວໄປແລ້ວຕັ້ງແຕ່ເລີ່ມງານທີ່ໂຕກຽວ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ສະຫະພັນຣັກບີ້ໂລກສາມາດສືບຕໍ່ສ້າງຜົນກະທົບໃຫ້ແກ່ຊຸມຊົນໄດ້ທະວີບອາຊີ ໄດ້ຫຼາຍກວ່າ ສະໜາມແຂ່ງຂັນ ແລະ ຄວາມຕື່ນເຕັ້ນງານອີເວັ້ນຫຼັກຕ່າງໆໄດ້ຄືແນວໃດ.
Born and raised in Hong Kong, I have long been interested in the cultural diversity of Asia. This desire to explore the region I consider home, alongside my interest in playing and coaching rugby, brought me to Laos to volunteer with the LRF in 2007. Having been impressed by the LRF’s commitment to inclusively develop the game from the grassroots level, I remained engaged over the coming years before returning to Laos in 2015 to take up a full-time position with ChildFund Pass It Back. This role enabled me to learn and grow alongside LRF staff and Coaches. As I worked alongside the LRF to fulfil their commitment to utilise rugby to help children and youth in disadvantaged communities build resilience and face challenges, LRF staff and Coaches continually showed me what it looks like to invest in the development of your community. I am incredibly proud of the positive change that I have seen in the Coaches in Laos since 2015 and continue to be inspired by their passion and dedication to grow and develop the sport they love.
In February 2019, I switched my desk for a bicycle as I embarked on a 20,000km cycle with Ron Rutland from London to Tokyo (via Laos) in time for the Rugby World Cup to raise funds and awareness for ChildFund Pass It Back work in Laos and beyond. 'Race to Rugby World Cup’ was a natural extension of my love of travel and adventure, one that enabled me to continue to support a program and individuals that I am personally and passionately invested in. My tired legs were supported by one Coach photo riding on my bike every day across the trip, yet nothing will compare to the welcome and smiles that greeted us on bicycles as we arrived into Xieng Khouang on the way to Japan last July. Being able to share a special moment on the bicycles with people making a real difference on the ground in Laos made the ‘Race to Rugby World Cup’ all worth it! One year later, I’m excited to be working with ChildFund Pass It Back again and to see that the LRF’s staff and Coaches have continued to deliver thousands of rugby and life skills sessions across Laos since kick off in Tokyo, showing how the Rugby World Cup can continue to deliver impact for communities in Asia far beyond the stadiums and excitement of the main events.