Humans of Lao Rugby: Khamphout

ຂຽນໂດຍ: ເຢ່ຍ ຈ້າງ Author: Yia Chang

ຂຽນໂດຍ: ເຢ່ຍ ຈ້າງ
Author:
Yia Chang

ນາງ ຄຳພຸດ ອາຍຸ 17 ປີ ກຳລັງຮຽນຢູ່ຊັ້ນມັດທະຍົມປີທີ 7 ໄດ້ຫຼີ້ນກີລາຣັກບີ້ມາໄດ້ໜຶ່ງປີແລ້ວ. ຄຳພຸດແມ່ນໜຶ່ງໃນນັກກິລາຂອງຫຼັກສູດ Pass It Back ຮຽນນຳຄູຝຶກ ຕົ່ງ ຢາງ, ດ້ວຍເຫດຜົນທີ່ເຂົ້າມາຫຼີ້ນກິລາຣັກບີ້ແມ່ນມັນເຮັດໃຫ້ລາວມີສຸຂະພາບແຂງແຮງຂື້ນ. ກ່ອນທີ່ລາວຈະມາຫລີ້ນຕຳໃຫ້ກັບສະໂມສອນຣັກບີ້ຊ້າງຄຳ ລາວໄດ້ມີການຕິດຕາມຂໍ້ມູນກ່ຽວເອື້ອຍ ເລົ່າ ຄ້າງ ທີ່ຫຼີ້ນຣັກບີ້ມາກ່ອນ ແລ້ວໄດ້ຮູ້ຈັກກ່ຽວກັບການຝຶກຊ້ອມສະໂມສອນຣັກບີ້ ມາຈາກຄູຝືກ Pass It Back ຂອງລາວ ເພາະເວລາຄູຝືກມາສອນແລ້ວມາຖາມວ່າມີໃຜສົນໃຈການຫຼີ້ນຣັກບີ້ຕຳບໍ່? ລາວກໍ່ໄດ້ຄິດທົບທວນກັບຕົນເອງວ່າ “ທຳອິດຂ້ອຍບໍ່ສົນໃຈຫຼີ້ນຣັກບີ້ແບບຕຳປານໃດ ເພາະຍັງບໍ່ຮູ້ວິທີການຫຼີ້ນ. ແຕ່ເມື່ອຄູຝຶກໄດ້ອະທິບາຍວ່າ ການຫຼີ້ນຣັກບີ້ຕຳແມ່ນມີທັກສະສະເພາະທີ່ຄູຝຶກໃນສະໂມສອນຈະສອນໃຫ້. ຂ້ອຍກໍ່ເລີຍຕັດສິນໃຈເຂົ້າຮ່ວມທີມນຳສະໂມສອນຣັກບີ້ຊ້າງຄຳ ເພາະວ່າຂ້ອຍສາມາດຫຼີ້ນຣັກບີ້ແທັກໄດ້ແລ້ວ ແລະ ສາມາດຮຽນທັກສະຫຼີ້ນຣັກບີ້ຕຳໄດ້ຄືກັນ.” ຫຼັງຈາກນັ້ນຄຳພຸດກໍ່ໄດ້ຕອບຫາຄູຝືກວ່າສົນໃຈສະໝັກຫຼີ້ນກັບທີມສະໂມສອນຣັກບີ້ຊ້າງຄຳ. ຜົນປະໂຫຍດທີ່ຄຳພຸດໄດ້ຮັບເມື່ອເຂົ້າຫຼີ້ນຣັກບີ້ຕຳໃນສະໂມສອນແມ່ນເຮັດໃຫ້ລາວໄດ້ຮັບຄວາມມ່ວນຊື່ນຄືລາວໄດ້ບອກວ່າ “ການຫຼີ້ນຣັກບີ້ຕຳມີຄວາມມ່ວນຊື່ນ ແລະ ໄດ້ຮູ້ຈັກໝູ່ໃໝ່ຫລາຍຄົນຢູ່ໃນທີມອື່ນ ແລ້ວກໍ່ໄດ້ມີໂອກາດໄປແຂ່ງຂັນຢູ່ນະຄອນຫຼວງວຽງຈັນເປັນຄັ້ງທຳອິດ. ເວລາໄປແຂ່ງຂັນຢູ່ງານວຽງຈັນນານາໆຊາດນັ້ນຂ້ອຍຮູ້ສືກຕື່ນເຕັ້ນ ແລະ ກັງວົນຫລາຍເພາະມັນເປັນຄັ້ງທຳອິດທີ່ຈະເຂົ້າແຂ່ງຂັນ. ແຕ່ຂ້ອຍກໍ່ໄດ້ວາງແຜນໃນການຝຶກຊ້ອມເພື່ອການແຂ່ງຂັນຢ່າງເຕັມທີ່. ຜ່ານການແຂ່ງຂັນໃນຄັ້ງນັ້ນເຮັດໃຫ້ຂ້ອຍເຂົ້າໃຈວ່າການຫຼີ້ນຣັກບີ້ຕຳ ແລະ ຣັກບີ້ແບບດືງແທັກມັນມີຄວາມຕ່າງກັນຫຼາຍເພາະຫຼີ້ນຕຳແມ່ນອາດຈະໃຊ້ຄວາມແຂງແຮງຫຼາຍ ແລະ ຈະມີໂອກາດບາດເຈັບຫລາຍກວ່າຫຼີ້ນແທັກ ສ່ວນການຫຼີ້ນດືງສາຍແທັກແມ່ນບໍ່ໄດ້ໃຊ້ຄວາມແຂງແຮງຫຼາຍເທົ່າການຫຼີ້ນຣັກບີ້ຕຳ.” ເຫັນໄດ້ວ່າຄຳພຸດໄດ້ມີການປ່ຽນແປງເລື່ອງຄວາມເຂົ້າໃຈກ່ຽວກັບຮູບແບບຂອງການຫຼີ້ນຣັກບີ້ຫຼາຍຂື້ນ. ປົກກະຕິແລ້ວລາວໄດ້ເຂົ້າຮ່ວມການຫຼີ້ນຣັກບີ້ແທັກໃນຫຼັກສູດ Pass It Back ແຕ່ການເຂົ້າຮ່ວມຫຼີ້ນນຳທີມໃນສະໂມສອນແມ່ນ ລາວໄດ້ມີການຮຽນທັກສະຫຼີ້ນຣັກບີ້ຕຳ ຫຼື ແບບປະທະ ນັ້ນຄືການໄດ້ຮຽນ ແລະ ທົດລອງຫຼີ້ນຣັກບີ້ໃນທັງສອງແບບ. ມາຮອດພາກສ່ວນນີ້ສາມາດເຂົ້າໃຈໄດ້ວ່າໃນຕອນທຳອິດຄຳພຸດອາດບໍ່ໄດ້ສົນໃຈການຫຼີ້ນທັກສະຣັກບີ້ຕຳໃນສະໂມສອນ ແຕ່ລາວມີຄວາມກ້າທີ່ຈະລອງຮຽນຮູ້ສຶກໃໝ່ໄດ້ ເພາະລາວຄິດວ່າຕົນເອງຮຽນຣັກບີ້ແທັກແລ້ວ ກໍ່ສາມາດຮຽນທັກສະຣັກບີ້ຕຳທີ່ເປັນທັກສະໃໝ່ໄດ້ຄືກັນ. ນີ້ຖືວ່າເປັນການປ່ຽນແປງຂອງເດັກນ້ອຍທີ່ມີຄວາມໝັ້ນໃຈໃນການຕັດສິນໃຈຮຽນຮູ້ສິ່ງໃໝ່ໄດ້. ນອກຈາກນີ້ແລ້ວທີມສະໂມສອນຊ້າງຄຳທີ່ຄຳພຸດໄດ້ເຂົ້າຮ່ວມແມ່ນ ຍັງມີຄວາມຕ້ອງການ ການສະໜັບສະໜຸນການສອນ ແລະ ພັດທະນາທີມຂອງພວກເຂົາຫຼາຍຂື້ນ. ເຊິ່ງຄຳພຸດໄດ້ຍົກເຖິງສິ່ງທີ່ລາວຢາກໃຫ້ມີການພັດທະນາຄື “ຂ້ອຍຢາກໄດ້ການສະໜັບສະໝູນຄືຢາກໃຫ້ມີຄູຝຶກຫຼາຍຄົນທີ່ມີທັກສະໃນການສອນມາສອນທີມຂອງເຮົາ ເພື່ອໃຫ້ເຮົາຮູ້ທັກສະການຫຼີ້ນຕຳໃຫ້ຫຼາຍ ແລະ ຮູ້ກ່ຽວກັບຕຳແໜ່ງການຫຼີ້ນ. ທີ່ສຳຄັນຄືຢາກໃຫ້ຄູຝືກມີການວາງແຜນສອນໃຫ້ຫຼາຍກວ່າເກົ່າ. ຂ້ອຍກໍ່ມີຄວາມຫວັງວ່ານັກກິລາທຸກຄົນໃນທີມຈະມີການຝຶກຊ້ອມ ແລະ ຕັ້ງໃຈມາຊ້ອມຕະຫຼອດ ເພື່ອໃຫ້ທຸກຄົນໃນທີມໄດ້ມີໂອກາດຫຼີ້ນ ແລະ ພັດທະນາທັກສະການຫຼີ້ນຂອງຕົນເອງໃຫ້ຫຼາຍຂື້ນ.” ສະນັ້ນການພັດທະນາສະໂມສອນກິລາຣັກບີ້ໃນລາວແມ່ນຍັງຕ້ອງການຫຼາຍພາກສ່ວນໃນການຮ່ວມສະໜັບສະໜຸນ ແລະ ພັດທະນາທັກສະຂອງນັກກິລາພາຍໃນສະໂມສອນຊ້າງຄຳ. ການປ່ຽນແປງຂອງຄຳພຸດກ່ຽວກັບການຮັບຮູ້ ແລະ ເຂົ້າໃຈຮູບແບບຂອງການຫຼີ້ນຣັກບີ້ທີ່ແທ້ຈິງວ່າກິລາຣັກບີ້ມີຫຼາຍຮູບແບບ ແລະ ການກ້າຕັດສິນໃຈຮຽນຮູ້ສິ່ງໃໝ່ມັນອາດເປັນການປ່ຽນແປງນ້ອຍໆທີ່ຄຳພຸດໄດ້ເລົ່າໃຫ້ຟັງ. ແຕ່ໃນນັ້ນຍັງມີເລື່ອງລາວທີ່ໜ້າສົນໃຈຈາກຜູ້ທີ່ມີການປ່ຽນແປງໃນການເຂົ້າຮ່ວມຫຼີ້ນຣັກບີ້ໃນສະໂມສອນໃຫ້ຫຼາຍຄົນໄດ້ຮຽນຮູ້ກ່ຽວກັບຣັກບີ້ໃຫ້ຫຼາຍຂື້ນ. ມາຮ່ວມສະໜັບສະໜຸນສະໂມສອນຣັກບີ້ໃນລາວໄປພ້ອມກັນເທາະ.

DSC_0196.JPG

Ms. Khamphout is a 17 years old girl studying in Grade 12. She has been playing rugby for a year with the ChildFund Pass It Back program under coach Tong Yang. She plays rugby because it enhances her physical wellness and she feels healthier. 

Even before she became involved in contact rugby with the Golden Elephants Club, Khamphout admired Lao Khang and followed her in what she did. This is when her fellow Pass It Back coaches came to her and scouted players for the club. “At first, I wasn’t interested in joining because I knew nothing about it. Contact rugby requires specific techniques and skills to play and the coach ensured to us that they have experienced coaches to teach us how to play. Then I thought to myself, I didn’t know about tag rugby before but eventually I became able play it: and it must be so for contact rugby too. So, I decided to join.” And it turned out to be one of her best decisions because she really enjoyed playing it. “I made a lot of new friends who share the same interest in contact rugby and I really enjoy it, and I also got a chance to join the contact rugby competition in Vientiane Capital. It was my first time ever on this part so it made me feel so nervous and worried. I gave everything I had into that game and throughout the game I learnt that tag rugby and contact rugby are really different. Contact rugby needs a lot more strength and power and if you lose track you could get injured anytime just like any other sport.” Khamphout learnt to understand more about rugby in different ways. She’s bold enough to try out what’s new to her, as she could play one initial level of rugby, she feels confident she could do a higher, more challenging level too.

This is a sign of good change in children who develop into confident children. In addition to the activities in the club, Khamphout also wants to support her club. “I wish we had more coaches, more resources for us to learn and practice, learn where to stand in the pitch, etc. I want our coach to have a better plan and better strategy. I want all of us, players, to commit to the club, work hard and don’t miss the training in order for our team as a whole to develop and improve.”

IMG_1832.JPG

Rugby clubs in Laos still have a lot of room to improve and in the need for collaboration, support for organization growth as well as player capacity building. Khamphout learns that there are different types of rugby and her boldness in making decision in this small story is a significant change and can later impact her life in the time she needs to make decisions. Come and support rugby clubs in Laos in helping Lao children to become better like this!