ສະໂມສອນວຽງຈັນໝູປ່າໄດ້ສ້າງຕັ້ງຂື້ນປີ ເດຶອນ ສິງຫາ ປີ 2008. ທ້າວ ສະຫວັນໄຊ ໄຊຍະສອນ ແມ່ນໜຶ່ງໃນນັກກິລາທີ່ເປັນຕ່າງໜ້າໃຫ້ສະໂມສອນວຽງຈັນໝູປ່າ ເຊິ່ງເປັນສະທີມນັກກິລາຣັກບີ້. ລາວມີຄວາມສົນໃຈໃນການເປັນນັກກິລາຣັກບີ້ຕັ້ງແຕ່ຕອນເລິ່ມຕົ້ນຫຼີ້ນສະໄຫມຮຽນມັດຖະຍົມຕອນຕົ້ນ ມ 4 (ປີ 2004) ແມ່ນມີກຸ່ມຄູຝຶກຈາກສະຫະພັນກິລາຣັກບີ້ເຂົ້າໄປເຜີຍແຜ່ ແລະ ສອນຢູ່ໃນໂຮງຮຽນ. ລາວເລີຍເກີດຄວາມສົນໃຈ ແລະ ລວມກຸ່ມຫມູ່ສະຫນິດໄດ້ຮ່ວມກັນມາສ້າງທີມ ເປັນທີມຣັກບີ້ ມສ ວຽງຈັນ. ເຊິ່ງສະໄຫມນັ້ນຈະມີການຈັດການແຂ່ງຂັນຣັກບີ້ປະເພດຫລີ້ນຕຳ. ການແຂ່ງຂັນແມ່ນມີປະມານ 5 ຫາ 6 ໂຮງຮຽນ. ສະຫວັນໄຊບອກວ່າ “ຂ້ອຍຍັງຈື່ໄດ້ເປັນບັນຍາກາດໃນການແຂ່ງຂັນຕອນນັ້ນແມ່ນຄ່ອນຂ້າງມ່ວນຊື່ນຫຼາຍ,ເພາະການແຂ່ງຂັນແມ່ນຄັ້ງທຳອິດສຳລັບຂ້ອຍກັບໝູ່ໃນທີມໄດ້ຮຽນຮູ້ທັກຊະການເຂົ້າແຂ່ງຂັນບໍ່ວ່າຈະເປັນການກະກຽມທີມເຂົ້າຮ່ວມການກຽມຄວາມແຂ່ງແຮງຂອງຕົນເອງ. ເມື່ອຫລີ້ນມາໄດ້ໄລຍະຫນື່ງບັນດາຫມູ່ທີ່ໂຕໃຫຍ່ໆໄດ້ຮັບໂອກາດໄປແຂ່ງຂັນຣັກບີ້ທີ່ປະເທດໄທເປັນປະຈຳ. ແຕ່ຍ້ອນຂ້ອຍໂຕນ້ອຍຈຶ່ງບໍໄດ້ຮັບໂອກາດຄືພວກທີ່ໂຕໃຫຍ່ກວ່າ. ຈຸດນັ້ນແມ່ນຈຸດທີ່ເຮັດໃຫ້ຂ້ອຍພະຍາຍາມເພິ່ມຂຶ້ນ, ຕັ້ງໃຈຝຶກຊ້ອມຕົນເອງ, ແບ່ງເວລາຮຽນແບ່ງເວລາຊ້ອມ. ພ້ອມກັນນັ້ນກໍ່ມີການກີນອາຫານທີ່ມີປະໂຫຍດ, ມີການແບ່ງຊ້ອມໜັກຊ້ອມເບົາຈົນເຮັດໃຫ້ຂ້ອຍກາຍເປັນຜູ້ທີ່ມີຮຸ່ນໃຫ່ຍສາມາດສອນທັກຊະຟິດເນັດໃຫ້ກັບນ້ອງໆຫຼາຍໆຄົນໃນທີມອິກດ້ວຍ.” ຈາກທີ່ສະຫວັນໄຊ ໄດ້ມີຄວາມພະຍາຍາມຝຶກຊ້ອມຣັກບີ້ແລ້ວ ລາວໄດ້ຕິດທີມຊາດໄປແຂ່ງຂັນທີ່ບຣູໄນເປັນຄັ້ງທຳອີດໃນປີ 2006.
ນອກຈາກສະຫວັນໄຊແລ້ວຍັງມີ ທະນົງສອນ ຫຼືວ່າ ຕ່າມ ທີ່ເປັນນັກກີລາສະໂມສອນວຽງຈັນໝູປ່າ ແລະ ເປັນຄູຝຶກສອນໃຫ້ທີມນຳອິກ. ຕ່າມໄດ້ເລົ່າປະສົບການຂອງລາວກ່ອນການມີສ່ວນຮ່ວມໃນສະໂມສອນວຽງຈັນໝູປ່າວ່າ “ການເລີ່ມເຂົ້າສະໂມສອນວຽງຈັນໝູປ່າ ຍ້ອນວ່າມີນັກກິລາທີມຊາດລົງໄປສອນ ຢູ່ໂຮງຮຽນພອນສະຫວັນກາຍະກຳໃນນາມຈໍາປາບານ. ຂ້ອຍເລີຍສົນໃຈຊ້ອມນໍາພວກເຂົາຈົນເຮັດໃຫ້ຕົນເອງສາມາດຫຼີ້ນກີລາຣັກບີ້ຈົນມາຮອດປັດຈຸບັນນີ້. ການທີ່ມາຫຼີ້ນຣັກບີ້ຄັ້ງທຳອິດກັບທີມນີ້ມັນເຮັດໃຫ້ຂ້ອຍໄດ້ຫຼາຍກວ່າຄຳວ່າຣັກບີ້ເພາະວ່າໄດ້ຮຽນຮູ້ຄຳວ່າອ້າຍນ້ອງ. ໃນທີມຢູ່ນຳກັນແບບສະບ່າຍ, ຊ່ວຍເຫຼືອກັນໃນຍາມທີ່ທຸກຄົນລຳບາກຕ້ອງການກຳລັງໃຈ ແລະ ເວລາອອກກຳລັງກາຍທຸກຄົນໃນທີມກໍສາມາດຊ່ວຍແນະນຳກັນໄດ້. ກີລາຣັກບີ້ໃຫ້ຄວາມຮູ້ຂ້ອຍຫຼາຍຢ່າງໃນການເປັນຜູ້ນຳການໄປແລກປ່ຽນກັບປະເທດອື່ນໆ, ໄດ້ທັກສະປະສົບການໃໝ່ໆໃນການຫຼີ້ນກິລາ, ໄດ້ຮູ້ຈັກໝູ່ໃໝ່ຫຼາຍໆຄົນເອື້ອຍອ້າຍທີ່ມີທັກສະການຫຼີ້ນແຕກຕ່າງກັນ. ” ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນຈາກຫຼັກສູດ Pass It Back ສາມາດຊ່ວຍ ຫຼື ເຮັດໃຫ້ລາວມີການຕັ້ງເປົ້າໝາຍໃນການເຂົາຮ່ວມສະໂມສອນຕໍ່ຍ້ອນວ່າແມ່ນເພາະວ່າຂ້ອຍເອງມັກທີມນີ້ມາກ່ອນ ເປັນທີມທຳອິດທີມີນັກກີລາທີມຊາດຫຼາຍ ແລະ ໄດ້ແຊ້ມຫຼາຍໆງານໃນລາວ ແລະ ສ້າງນັກກີລາໃຫ້ຕິດທີມຊາດໄດ້ຫຼາຍ.
ຕ່າມເລົ່າເຖິງການປ່ຽນແປງຂອງລາວວ່າ “ເມື່ອເຂົ້າສະໂມສອນແລ້ວມັນມີສີ່ງທີ່ດີເກີດຂື້ນສຳລັບຂ້ອຍການທີ່ໄດ້ເຂົ້າສະໂມສອນ ກໍແມ່ນການປ່ຽນແປງໃຫ້ຊີວິດດີຂຶ້ນ ເພາະສະໂມສອນໃຫ້ໂອກາດຫລາຍຢ່າງໃນການຊ້ອມການແຂ່ງ ແລະ ຄວາມຄິດທີ່ດີຂຶ້ນ, ຊ່ວຍຜັກດັນການພັດທະນາໃຫ້ຂ້ອຍໄດ້ມາເປັນຄູຝຶກເປັນນັກກີລາທີມຊາດ. ການທີ່ຂ້ອຍເລືອກເປັນຄູຝຶກສະໂມສອນ ແລະ ເປັນນັກກີລາສະໂມສອນ ຍ້ອນວ່າເລີ່ມຕົ້ນທີ່ຫຼີ້ນຣັກບີ້ກໍ່ໄດ້ມາຊ້ອມກັບສະໂມສອນຫມູປ່າແຕ່ມື້ທຳອິດ ແລະ ຢາກສືບຕໍ່ການຊ້ອມໃຫ້ທີມຕໍ່ໄປ ຢາກຊ່ວຍໃຫ້ນັກກິລາຢູ່ໃນທີມມີຄວາມຕັ້ງໃຈຫລິ້ນເພື່ອທີມ ແລະ ສະປອນເຊີ້ ຊ່ວຍໃຫ້ສະໂມສອນມີຜົນງານໃນລະດັບສູງ.”
ທັງປະສົບການໃນການຫຼີ້ນກິລາຣັກບີ້ ແລະ ການເປັນຄູຝຶກຂອງສະຫວັນໄຊ ແລະ ຕ່າມ ແມ່ນມີຄວາມໜ້າສົນໃຈໃນຫຼາຍດ້ານ ເພາະປັດຈຸບັນນີ້ພວກເຂົາເປັນຜູ້ນຳໃນສະໂມສອນວຽງຈັນໝູປ່າ ແລະ ກຳລັງພັດທະນານັກກິລາໃນສະໂມສອນດ້ວຍການເປັນຄູຝຶກໃຫ້ກັບນັກກິລາທັງທີມສະຖມສອນ ແລະ ທີມຊາດລາວ. ນອກຈາກນີ້ຍັງມີແສງຕາວັນ ຫຼືວ່າ ໂຕເລັກ ເຊິ່ງເປັນຫົວໜ້າທີມຂອງທີມວຽງຈັນໝູປ່າໃນປັດຈຸບັນ. ໂຕເລັກມີຄວາມເປັນຜູ້ນໍາໃນຫຼາຍດ້ານຜ່ານມາ ເຊິ່ງລາວແມ່ນໜຶ່ງໃນຄູຝຶກຫຼັກສູດ Pass It Back ທີ່ມີປະສົບການໃນການຈັດການທີມນັກກິລາຣັກບີ້ມາໄດ້ຫຼາຍປີ. ແລ້ວຕອນນີ້ລາວກຳລັງມີການພັດທະນາມາເປັນຫົວໜ້າທີມສະໂມສອນວຽງຈັນໝູປ່າ ປະສົບການຂອງລາວໜ້າສົນໃຈແນວໃດ ລາວເລົ່າວ່າ “ຂ້ອຍມີຄວາມຫຼົງໄຫຼໃນການຫຼີ້ນຣັກບີ້, ກິລາຣັກບີ້ເປັນກິລາທີ່ເຮັດໃຫ້ຂ້ອຍໄດ້ມີປະສົບການໄປແຂ່ງຂັນພາຍໃນປະເທດ ແລະ ນອກປະເທດ ມັນເປັນແຮງຜັກດັນໃຫ້ຂ້ອຍໄດ້ຫຼີ້ນໃນທີມຊາດລຸ້ນ 20 ປີ ແລະ ໄດ້ຕິດທີມນາຄາໄປຮ່ວມແຂ່ງຢູ່ປະເທດອື່ນໆອິກ. ຂ້ອຍໄດ້ໄປປະເທດໄທ, ຫວຽດນາມ ແລະ ມາເລເຊຍ. ຂ້ອຍຄິດວ່າມັນມີຄວາມທ້າທາຍຫລາຍເພາະທັງຄູ່ຕໍ່ສູ້ ແລະ ຫມູ່ໃນທີມຂອງຕົນເອງຕ່າງກໍມີປະສົບການຫລາຍກວ່າ, ການຕິດທີມຊາດຊຸດນີ້ບໍ່ແມ່ນສິ່ງທີ່ຂ້ອຍໄດ້ຕັ້ງໃຈໄວ້, ພຽງແຕ່ຂ້ອຍຢາກເກັບປະສົບການ ຫາຄວາມຮູ້. ນອກຈາກນັ້ນຍັງມີຫມູ່ໃຫມ່, ມີທັກສະໃນການເປັນຜູ້ນຳໃນດ້ານການນຳພາການຊ້ອມທີ່ສຳຄັນຫຼາຍທີ່ສຸດໃນການເປັນນັກກິລາຣັກບີ້ ແລະ ສຳລັບຂ້ອຍແມ່ນການເປັນຫົວໜ້າທີມຄືຕ້ອງໄດ້ເປັນແບບຢ່າງທີດີໃຫ້ກັບນັກກີລາທຸກຄົນ, ເປັນຜູ້ທີ່ມີລະບຽບວິໃນມີຄວາມຕັ້ງໃຈໃນການຝຶກຊ້ອມມີຄວາມເປັນຜູ້ນຳເຊັ່ນ ການນຳພາທີມໃນການຝຶກຊ້ອມ, ນຳພາທີມໃນການເດີ່ນທາງມາຮ່ວມການແຂ່ງຂັນ, ຈົນໄດ້ຮັບໜ້າທີຈາກອ້າຍຄູຝຶກໃນທີມໃຫ້ເປັນຫົວໜ້າທີມ ”
ສິ່ງທີ່ໂຕເລັກຈະຊ່ວຍພັດທະນາສະໂມສອນວຽງຈັນໝູປ່າໃນອະນາຄົດແມ່ນ “ຂ້ອຍຈະຊ່ວຍສະໂມສອນ ຖ້າຫາກວ່າມີການອົບຮົມດ້ານການສອນເຊັ່ນ: ການສ້າງກ້າມເນື້ອໃຫ້ນັກກີລາ, ການຮັກສາສຸຂະພາບຕົນເອງໃຫ້ແຂງແຮງຕະຫຼອດກຽມພ້ອມເຂົ້າແຂ່ງຕະຫຼອດ ແລະ ແພດສະຫນາມ ແມ່ນຂ້ອຍຈະເຂົ້າຮ່ວມ ເພາະທີມຍັງບໍ່ທັນໄດ້ຮູ້ການປະຖົມພະຍາບານຫຼາຍປານໃດຈື່ງຢາກໃຫ້ທຸກຄົນໄດ້ຮູ້ຈັກການຮັກສາເວລາມີໝູ່ບາດເຈັບກໍ່ສາມາດຊ່ວຍໄດ້ ຈະພັດທະນາສະໂມສອນໃຫ້ດີຂຶ້ນ. ຄວາມຄາດຫວັງການຫຼີ້ນຣັກບີ້ໃນສະໂມສອນນີ້ ແມ່ນຢາກໃຫ້ມີການແຂ່ງຂັນຢ່າງຕໍ່ເນື່ອງທຸກໆປີ ແລະ ມີນັກກີລາມາຊ້ອມຢູ່ນຳກັນໄປດົນໆ, ເພື່ອໃຫ້ນັກກີລາໄດ້ຊ້ອມມາແລ້ວໄດ້ໄປພັດທະນາທັກສະການຫຼີ້ນຂອງຕົນເອງໄດ້ມີຄວາມສາມາດຫຼາຍຂື້ນໄດ້ພັດທະນາການຝຶກຊ້ອມຫຼາຍໆຢ່າງຈາກງານນີ້. ໃນອານາຄົດຂ້ອຍຈະຫຼີ້ນຣັກບີ້ໃນສະໂມສອນຕໍ່ ແລະ ຈະຊ່ວຍນຳພານັກກິລາໃຫ້ດີຂຶ້ນກວ່າເກົ່ານຳພານັກກີລາມາຊ້ອມເປັນຫົວໜ້າທີມທີ່ດີໃຫ້ກັບນັກກີລເປັນແບບຢ່າງເພື່ອນັກກີລາຈະໄດ້ເຄົາລົບເຊີ່ງກັນ ແລະ ກັນ ມີການພັດທະນາທຸກໆຄົນເພື່ອຈະປະສົບຜົນສຳເລັດໃນການແຂ່ງຂັນເຊັ່ນ ການແຂ່ງໜຶ່ງເທື່ອຕໍ່ເດືອນເປັນການແຂ່ງຣັກບີ້ຕຳກັບທີມອື່ນ ຫຼື ທີມຕົນເອງເພື່ອໃຫ້ນັກກິລາມີປະສົບການ ແລະ ຄວາມລື້ງເຄີຍ. ”
Vientiane Wild Hogs is one of the rugby clubs in the Lao PDR, founded in 2008. Savanhxay Xayyasone is a key figure in the Vientiane Wild Hogs club and a key player in the contact rugby squad. He has been interested in playing rugby since he was a high school student in 2004. Back in that time there were rugby coaches from the Lao Rugby Federation who came to Vientiane High School to demonstrate the sport of rugby in the school. Savanhxay was really interested in rugby, so he went to his close friends and asked them to join him and form a rugby team for Vientiane High School. Then LRF organized a contact rugby competition at the school level. At that time there were about 5-6 schools around Vientiane Capital that sent rugby teams to the competition, and his team was one of them. Savanhxay said that “I still remembered my feeling at that competition; it was so fun. It was the first time that my team and I learnt about rugby and skills, and also learnt how to prepare our team and how important fitness was. We constantly practiced and improved our fitness and rugby skills. Later on, my teammates who were taller and bigger than me were chosen to join rugby tournament in Thailand, but I wasn’t. It was a shame that I couldn’t get the opportunity just because my body is smaller than others, and from that point I needed to work harder. I needed to manage my time for rugby and school properly, eat healthy and eat more protein. I built my body to become bigger and also improved my fitness training and now I can coach junior players on this area too.”
With his effort since 2004, Savanhxay was selected to the national rugby team in 2006. “I was chosen to be a national rugby team player in 2006 to play as a center.
Thankngsone, or Tam, is another contact rugby player at Vientiane Wild Hogs club and he’s also a coach for the squad. “I learnt about rugby because of the Champa Ban program. The rugby national team came to demonstrate rugby to my school, and I was interested so I decided to join the program and play rugby since then. From the first day that I played rugby, I learned that rugby is not just a sport, but players in the community are like brothers and like a family. My team, in particular, is very supportive to each other. I like how the positive energy that all of our team has and how it is full of encouragement. Rugby taught me about leadership through the exchange programs that I have been part of, as well as other life skills and rugby skills with lots of people I have met and of course it helps me make lots of new friends”, said Tam. The knowledge and experience that Tam gained from ChildFund Pass It Back helped him to make future plans so he has aims and meaning for his life.
Tam can feel that his life has changed since he joined the club. “My life has changed in a good way since I joined this club. This club allows to develop and improve myself inside and outside the pitch. It is also a place that is full of motivation and support. From a small step in joining rugby program, then becoming a program coach, then being part of the national team and now I am the club’s coach. I wish to continue playing rugby with the Vientiane Wild Hogs club, and inspire young players to work hard for the club and encourage them to aim to become elite players at the international stage.”
Savanhxay and Tam are interesting people. Now, they are the leaders of Vientiane Wild Hogs club and are the key people to help develop players in their club and in the national team. There are also key younger leaders like Sengtavanh, or Tolek, developing the team. Tolek is one of the Vientiane Wild Hogs players who started from Pass It Back program and he is now a team leader. “I am passionate about rugby. It is my motivation to become better and greater, and it has allowed me to travel to join tournaments domestically and internationally, such as in Malaysia, Thailand, and Vietnam. Being part of the national rugby team is beyond what I ever wished for because my very first intention of me joining rugby is that I wanted to learn life skills and leadership skills, gain some rugby experiences and make new friends. Personally, I think being a leader means being a role model. A leader is someone who has discipline, commits to what he or she does, and leads their team to train rugby. Maybe that’s why I was chosen to be a team leader.” said Tolek.
Tolek aims to contribute to Vientiane Wild Hogs. “I will do whatever I can to support our club - through trainings, for instance. I can help to be an assistant for fitness trainings and other trainings, especially first-aid trainings as many of our club’s players don’t know about this yet. I hope the rugby community will have many competitions and tournaments to encourage rugby players to be active and join rugby clubs. In the future, I wish to continue to play rugby, and be a good leader who can impact and inspire other people.”