ນາງ ອະນິລະວັນ ຄຳພູໄຊ ຫຼືວ່າ ໝູນ້ອຍ ອາຍຸ 19 ປີ ເປັນນັກກິລາຣັກບີ້ ສັງກັດຢູ່ສະໂມສອນຣັກບີ້ວຽງຈັນບັບຟາເລດ ເປັນເວລາ 4 ປີແລ້ວ.
ໃນຊ່ວງທີ່ເລີ່ມຊ້ອມທຳອິດທັກສະການຫຼີ້ນຂອງໝູນ້ອຍຍັງບໍ່ດີປານໃດ ເພາະລາວບໍ່ເຂົ້າໃຈຕຳແໜ່ງ, ການຫຼິ້ນສູດ ຫຼື ລະບົບທີມ. ແຕ່ລາວໄດ້ມີລຸ້ນເອື້ອຍເຊັ່ນ: ອາເເກັດ ແລະ ອ້າຍຕ້າ ທີມສະໂມສອນຣັກບີ້ວຽງຈັນບັບຟາໂລ້ ທີ່ຊ່ວຍບອກລາວໃຫ້ປັບປຸງສິ່ງທີ່ຈະເຮັດໃຫ້ລາວພັດທະນາໄດ້ດີຂຶ້ນ. ຫຼັງຈາກຊ້ອມໄດ້ເກືອບປີກໍເຫັນວ່າທັກສະການຫຼີ້ນຣັກບີ້ລາວໄດ້ພັດທະນາຂຶ້ນຫຼາຍທັງການຕຳ, ການສົ່ງບານ ແລະ ລາວເປັນຄົນຄິດໄວ ຄູຝຶກຈຶ່ງເລືອກໃຫ້ລາວຢູ່ຕຳແໜ່ງ ສະກ້ຳຮາຟ ທີ່ຕ້ອງສົ່ງບານອອກໄວ ແລະ ສ້າງເນື້ອທີ່ໃຫ້ທີມໃນຕອນແຂ່ງຂັນ. ໃນການໄດ້ຮູ້ຕຳແໜ່ງ ແລະ ຄວາມສາມາດຂອງຕົນເອງເຮັດໃຫ້ລາວມີຄວາມໝັ້ນໃຈເວລາທີ່ລາວໄປຮ່ວມຊ້ອມກັບທີມຊາດ ຫຼື ແຂ່ງຂັນກັບທີມອື່ນ. ລາວມີຈຸດພິເສດອີກຢ່າງໜຶ່ງຄືແລ່ນໄວຈຶ່ງເຮັດໃຫ້ສາມາດຊ່ວຍທີມໄດ້ຕື່ມອີກເວລາທີ່ລາວຈະໄປເຮັດທຣາຍເອົາຄະແນນ.
ຈາກນັ້ນລາວກໍຝຶກຝົນເລື້ອຍໆຈົນໄດ້ເປັນຕົວແທນຂອງທີມໃນການເຂົ້າຮ່ວມການແຂ່ງຂັນລະດັບຊາດທີ່ປະເທດດູໄບ ໃນປີ 2017 ໃນການແຂ່ງຂັນນີ້ເປັນຄັ້ງທຳອິດຂອງລາວຈຶ່ງມີພະຍາຍາມເກັບກຳປະສົບການ ແລະ ມີການສ້າງປະຫວັດສາດໃຫ້ທີມຊາດລາວຄືການຊະນະທີມຟີລິບປິນ ແລະ ສະຫະລັດອາລັບແອມິເລດ ເຊິ່ງຊາດລາວບໍ່ເຄີຍຊະນະໄດ້ໃນການແຂ່ງຂັນແຕ່ລະລາຍການ. ແລະ ປີ 2018 ແຂ່ງຂັນທີ່ປະເທດອິນເດຍ ລາວໄດ້ຮັບຕຳແໜ່ງສະກຳ້ຮາຟຕາມທີ່ລາວໄດ້ຊ້ອມໃນທີມສະໂມສອນຣັກບີ້ວຽງຈັນບັບຟາເລດ ແລະ ລາວກໍພະຍາຍາມຝຶກຝົນເລື້ອຍໆໃຫ້ລາວມີທັກສະດີຂຶ້ນ ແລະ ກໍເຫັນໄດ້ວ່າທີມຂອງລາວສະໜັບສະໜູນລາວຫຼາຍໃນການທີ່ໃຫ້ລາວໄດ້ພັດທະນາຕົນເອງທັງການຕຳ, ການສົ່ງບານ, ການຕັດສິນໃຈ. ໝູນ້ອຍໄດ້ກ່າວວ່າ “ສຳລັບບາງຄົນທີ່ຄິດວ່າການທີ່ຊ້ອມນຳສະໂມສອນແມ່ນຊ້ອມຫຼິ້ນຊ້ອມມ່ວນເທົ່ານັ້ນ ແຕ່ຖ້າຫາກນັກກິລາຄົນໃດທີ່ຊ້ອມ ແລະ ພະຍາຍາມຝຶກຝົນພັດທະນາຕົນເອງໃຫ້ເກັ່ງຂຶ້ນມັນອາດຈະເປັນສິ່ງທີ່ດີທີ່ສະໂມສອນຈະຊ່ວຍໃຫ້ໂອກາດໄປຄັດເລືອກທີມຊາດ ແລະ ມັນກໍຍັງເປັນຈຸດສູງສຸດທີ່ນັກກິລາຄົນໜຶ່ງຈະມີວິໄນເພື່ອໃຫ້ຕົນເອງປະສົບຜົນສຳເລັດ”.
ປະສົບການໃນການແຂ່ງຂັນຂອງໝູນ້ອຍມີຫຼາຍຢ່າງທີ່ໜ້າສົນໃຈຫຼາຍເພາະນອກຈາກຈະໄດ້ເປັນຕົວແທນໄປແຂ່ງຂັນຢູ່ຕ່າງປະເທດແລ້ວພາຍໃນປະເທດລາວກໍ່ໄດ້ມີໂອກາດລົງແຂ່ງຂັນຄັນເລີ້ລີກກັບສະໂມສອນພາຍໃນ ແລະ ງານແຂ່ງນານາຊາດວຽງຈັນເທັນ ເຊິ່ງແມ່ນງານແຂ່ງທີ່ໃຫຍ່ມີຫຼາຍສະໂມສອນຈາກຕ່າງປະເທດເຂົ້າຮ່ວມ ແລະ ງານແຂ່ງໃນປີ 2020. ລາວປະທັບໃຈຫຼາຍທີ່ທີມຂອງລາວໄດ້ລາງວັນດີວີຊັ້ນທີ 3. ໝູນ້ອຍເວົ້າວ່າ “ໃນການແຂ່ງຂັນນັ້ນມີບົດຮຽນຫຼາຍໃນການຈັດການທີມເຊັ່ນ: ການຈັດການນັກກິລາໃນທີມເພື່ອໃຫ້ຊ່ວຍກັນເຮັດຄະແນນ ດ້ວຍການເວົ້າໃຫ້ກຳລັງໃຈ ແລະ ປັບປ່ຽນຕຳແໜ່ງການຫຼີ້ນ ແລ້ວມັນກໍເປັນສິ່ງທີ່ຂ້ອຍປະທັບໃຈທີ່ມີຄົນຮັບຟັງຄວາມຄິດຂອງຂ້ອຍ ແລ້ວເອົາໄປໃຊ້ໃນເກມ.’’ ການທີ່ໝູນ້ອຍໄດ້ສະແດງການກະທຳນີ້ໄປມັນເຮັດໃຫ້ທີມຂອງລາວຮັບຟັງກັນຫຼາຍຂຶ້ນບໍ່ໃຊ້ອາລົມເກີນໄປ ແລະ ທີມຂອງລາວກໍເຂົ້າໃຈແລະຍອມຮັບການຕິການຊ່ວຍປັບປຸງແກ້ໄຂຫຼາຍຂຶ້ນເຮັດໃຫ້ລາວຮູ້ສຶກວ່າໂຕເອງກໍເປັນຜູ້ນຳຄົນໜຶ່ງຂອງທີມທີ່ລາວຈະສາມາດຊ່ວຍໄດ້ບໍ່ໜ້ອຍກະຫຼາຍ ແລະ ເຮັດໃຫ້ທີມປະສົບຜົນສຳເລັດ. ແຕ່ຢ່າງໃດຖ້າຫາກມີນັກກິລາເຂົ້າໃໝ່ໃນທີມລາວກໍຈະຊ່ວຍແນະນຳຄວາມເຂົ້າໃຈແລະຄວາມເປັນຈິງທີ່ເກີດຂຶ້ນໃນການຊ້ອມການແຂ່ງທີ່ທຸກຄົນຕ້ອງພົບ ແລະ ຕ້ອງປັບຕົວໃຫ້ໄດ້ ແລະ ມີວິໄນຕໍ່ຕົນເອງ ແລະ ທີມ, ທີ່ສຳຄັນກໍຄືການເຄົາລົບນັບຖືກັນມັນເປັນສິ່ງສຳຄັນທີ່ທຸຄົນຕ້ອງມີເພື່ອການຢູ່ຮ່ວມກັນທີ່ດີ.”
ສິ່ງທີ່ໝູນ້ອຍຢາກໃຫ້ມີການຊ່ວຍພັດທະນາຄືການຝຶກອົບຮົມກ່ຽວກັບແພດໝໍເພາະວ່າທີມຂອງລາວແມ່ນມີການບາດເຈັບທຸກການແຂ່ງຂັນ ແລະ ຢາກຮຽນຮູ້ຕື່ມກ່ຽວກັບການເທັບຮ່າງກາຍສ່ວນທີ່ມີບັນຫາໃຫ້ນັກກິລາສາມາດຊ່ວຍໂຕເອງໄດ້ ແລະສາມາດກຽມໂຕໄດ້ກ່ອນລົງແຂ່ງ. ເຫັນໄດ້ວ່າການທີ່ໝູນ້ອຍໄດ້ເຂົ້າຮ່ວມກິດຈະກຳນຳສະໂມສອນເຮັດໃຫ້ລາວໄດ້ບົດຮຽນຫຼາຍຢ່າງເຊັ່ນການໄດ້ສະແດງທັກສະການເປັນຜູ້ນຳເຊັ່ນ: ການນຳພາທີມກະກຽມກ່ອນແຂ່ງ, ການນຳພາທີມວາງແຜນໃນການແຂ່ງຂັນ, ການເບິ່ງແຍງຊ່ວຍເຫຼືອທີມໃນການຊ້ອມ ແລະ ການແຂ່ງຂັນ, ການປັບໂຕເພື່ອການຢູ່ຮ່ວມກັບນັກກິລາທີ່ເປັນຄົນຕ່າງປະເທດເຊິ່ງລາວກໍໄດ້ຮຽນພາສາອັງກິດນຳເຂົາເຈົ້າ.
Ms. Anilavanh Khamphouxay, or Mounoy, 19 years old, is a rugby player with the Buffalettes.
When Mounoy first started playing contact rugby, she didn’t understand what contact rugby was, how to play it or what the rules were. It took her some time to understand and figure out what the best position is for her and what she could best serve the team. While Mounoy’s small stature initially made her think that she was at a disadvantage, she came to realize that her agility and speed made her a crucial player for the team.
With the support of her fellow Buffalettes, Mounoy grew as a rugby player and she even became part of the elite national team. Her first international trip as part of the national squad was in 2017 to Dubai. Her team made historic progress in winning against the Philippines and the United Arab Emirates national teams, which was the first time ever for the Lao national team in its history. Then, in 2018 she went to India and she played as the half-scrum, a position in which she could use both the offensive skills and passing skills that she has been trained on.
Through many domestic and international games that she has been part of, one of the key successes she had was the time she played as part of the her club in the Vientiane 10s international tournament 2020. Her team won 3rd place!
“I was the captain of the team and there were a lot of things to manage with the team, in game planning, positioning, etc. What I was impressed with our team the most was that everyone in the team listened to me and followed the plan that we agreed on and we succeeded. Getting players together and on the same page was challenging, as many new players were part of the team. I had to emphasize on teamwork, unity and most importantly, to respect each other, because without each other, we couldn’t call ourselves a team.”
Mounoy continues to seek avenues for self-improvement as a player and a leader. She is now working hard to be trained in first-aid so she can contribute to her club when players get injured and also educate her teammates on how to take care of themselves.
A rugby club is a bridge to connect your passion in rugby to elite international games as a national rugby player. We can see from Mounoy’s story about her growth through the path of sport from a junior rugby player in a club to a leader for the team.