ທ້າວ ອານຸສອນ ສີຊົມພູ (ໂຈອີ້), ອາຍຸ 19 ປີ ຕອນນີ້ກຳລັງຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ສາຂາ ອອກແບບຕົບແຕ່ງ ປີ 1 ແລະ ລາວຫຼີ້ນຣັກບີ້ໃຫ້ທີມສະໂມສອນວຽງຈັນເສືອ ພ້ອມທັງເປັນຄູຝຶກ ChildFund Pass It Back ມາໄດ້ 2 ປີແລ້ວ ແລະ ກຳລັງເປັນຜູ້ນຳກຸ່ມຂອງຄູຝຶກຍິງ ເປັນເວລາ 2 ເດືອນ. ລາວເປັນຄູຝຶກແມ່ນສອນຄູ່ກັບ ສຸປະຕິ (ກ໋ອບ) ສອນທີມຢູ່ 4 ທີມ. ສອນໃນລຸ້ນອາຍຸບໍ່ເກີນ 16ປີ ການໄປຝືກສອນໃຫ້ນັກກິລາແມ່ນໄປສອນທຸກໆຕອນແລງ ວັນຈັນ ຫາ ວັນສຸກ ຫລັງຈາກທີ່ໄດ້ເລີກຈາກຮຽນຫນັງສື.
ໂຈອີ້ ໄດ້ເລົ່າເຖິງປະສົບການ ການທີ່ເຮັດວຽກໃນຫນ້າທີ່ຄູຝຶກຂອງ ChildFund Pass It Back ແລະ ການເປັນຜູ້ນຳກຸ່ມຄູຝຶກຍິງ ChildFund Pass It Back ແມ່ນມີຄວາມແຕກກັນຫລາຍ ໃນການປ່ຽນຫນ້າທີ່ກັບຕອນທີ່ໄດ້ເປັນຄູຝືກສອນພຽງຢ່າງດຽວ ແລະ ໄດ້ມາເປັນຜູ້ນຳກຸ່ມຂອງຜູ້ຍິງ. ຕອນທີ່ໄດ້ເປັນຄູຝືກສອນແມ່ນແຕ່ລະມື້ໄປສອນ, ມີແຕ່ວາງແຜນໄປສອນນັກກິລາ ແລະ ສົ່ງຕໍ່ຄວາມຮູ້ ທີ່ໄດ້ ມາຈາກການຝືກອົບຮົມໄປສົ່ງຕໍ່ໃຫ້ກັບນັກກີລາເທົ່ານັ້ນ. ແຕ່ຕອນນີ້ລາວໄດ້ຮັບຜິດຊອບອີກຫນ້າທີ່ໜຶ່ງຄືການເປັນຜູ້ນຳກຸ່ມຄູຝຶກຜູ້ຍິງ ໄດ້ເຮັດໃຫ້ໂຈອີ້ໄດ້ຮັບສີ່ງທີ່ດີ ແລະ ເປັນປະໂຫຍດຫລາຍຂື້ນ ເພາະໄດ້ຮັບຄວາມຮູ້ເພີ້ມອີກ. ຫລັງຈາກໄດ້ມາເປັນຜູ້ນຳກຸ່ມຜູ້ຍິງ ລາວສາມາດ ປ່ຽນແນວຄິດດ້ານການດຳລົງຊິວິດຂອງລາວໃຫ້ມີການວາງແຜນວຽກໄດ້ຫລາຍຂື້ນກ່ອນເກົ່າ.
ໂຈອີ້ເລົ່າວ່າ “ການທີ່ໄດ້ຮັບສອງຕຳແຫນ່ງນີ້ກໍ່ມີສີ່ງທີ່ທ້າທາຍຕ່າງກັນໄປຄື: ການທີ່ເປັນຄູຝຶກແມ່ນແຕ່ກີ້ ເຮົາຈະເບີ່ງແຕ່ການສອນ ແລະ ໄປສອນນັກກິລາ, ພ້ອມທັງຂຽນແຜນສອນກ່ອນໄປ ເວລາໄປສອນກໍ່ຈະມີນັກກິລາມາແນ່, ບາງຄົນກະຂາດການຊ້ອມ ແລະ ສະຖານທີ່ແມ່ນຍັງຫຍຸ້ງຍາກໃນການສອນ. ແຕ່ໃນດ້ານກັບກັນ ຕອນທີ່ເປັນຜູ້ນຳກຸ່ມແມ່ນໄດ້ຄິດຫຼາກຫຼາຍຢ່າງຄື ຄິດຫາວີທີການຊ່ວຍໃຫ້ຄູຝືກໄດ້ເຮັດວຽກສຳເລັດໃນແຕ່ລະເດືອນ ແລະ ມີການວາງແຜນກ່ອນທີ່ຈະເຮັດວຽກ ງານຂອງຕົວເອງ” ຕົວຢ່າງ ກ່ອນໄປສອນແມ່ນ ຈະເຮັດແຜນໄປສອນໄວ້ຕອນແລງກ່ອນໄປເຮັດວຽກ ແລະ ຫລັງຈາກເຮັດວຽກແລ້ວກໍ່ໄດ້ໄປຮຽນຫນັງສືກ່ອນ ຈຶ່ງໄປສອນນັກກິລາຢູ່ໂຮງຮຽນທີ່ຕົວເອງໄດ້ຮັບຜີດຊອບ. “ການເປັນຜູ້ນຳກຸ່ມກໍ່ໄດ້ຮຽນຫລາຍຢ່າງກ່ຽວກັບຄວາມຄາດຫວັງຂອງການສອນແຕ່ລະທີມ ເພາະການ ໄປສອນແມ່ນຕ້ອງສອນໃຫ້ໄດ້ມາດຕະຖານ” ການສອນແມ່ນບໍ່ຫລຸດ 75 ເປີເຊັນ ສຳລັບແຕ່ລະ ທີມຈີ່ງສາມາດສຳເລັດການສອນ ແລະ ການຮຽນຈົບຂອງນັກກິລາຂອງແຕ່ລະທີມ. ອີກຢ່າງຫນື່ງແມ່ນ ໄດ້ຮູ້ກ່ຽວກັບການຮັບຜີດຊອບທີມທີ່ໄດ້ໄປສອນ ຕ້ອງໄດ້ເບີ່ງເຖິງການທີ່ນັກກິລາບໍ່ມາຊ້ອມ ລາວຈະຕ້ອງຕິດຕາມ ຫລື ໂທຫານັກກິລາວ່າມາແລ້ວບໍ່? ຫລື ເປັນຫຍັງບໍ່ມາ, ມີເຫດການຫຍັງບໍ່ທີ່ເຮັດໃຫ້ມາບໍ່ໄດ້ເຊັ່ນ: ຄາວຽກໃນຄອບຄົວ, ແມ່ນຈະໄດ້ຊອກຫາເຫດຜົນໃນການພະຍາຍາມແກ້ໄຂບັນຫາທີ່ນັກກິລາບໍ່ມາຊ້ອມ ເພື່ອເຮັດໃຫ້ການສິດສອນແຕ່ລະຄັ້ງແມ່ນໄດ້ ມາດຕະຖານ ແລະ ໄດ້ຮອດເປົ້າຫມາຍຂອງ ຫລັກສູດ ChildFund Pass It Back.
ສ່ວນການປ່ຽນແປງທີ່ເກີດຂື້ນເຫັນວ່າ: ຄູ່ສອນທີ່ເປັນຄູຝືກ ຂອງໂຈອີ້ແມ່ນ ລາວໄດ້ປ່ຽນແປງຕາມຂ້ອຍເລີຍ ທັງທີ່ຂ້ອຍບໍ່ໄດ້ບອກຫຍັງລາວຄື: ລາວເຫັນການໃສ່ໃຈການສອນຫລາຍຂື້ນ ແລະ ໂທນຳນັກກິລາຕື່ມຫຼາຍຂື້ນ, ຮູ້ຊ່ວຍວຽກຄູ່ຕົວເອງ ເພາະລາວໄດ້ມີ ການເຫັນເຖີ່ງການປະຕິບັດທີ່ ໂຈອີ້ໄດ້ເຮັດກັບນັກກີລາທີ່ສອນນຳກັນຂອງນັ້ນ. ໂຈອີ້ເວົ້າວ່າ “ຂ້ອຍຮູ້ສືກດີໃຈ ທີ່ຂ້ອຍໄດ້ເປັນຜູ້ນຳກຸ່ມ ແລະ ສາມາດເປັນສີ່ງທີ່ເປັນແຮງພັກດັນໃຫ້ແກ່ຄູ່ສອນຕົວເອງ ໄດ້ເອົາເປັນຕົວຢ່າງທີ່ດີ. ການເປັນຜູ້ນຳກຸ່ມຍັງເຮັດໃຫ້ຄູຝຶກຂອງ ChildFund Pass It Back ມີການປ່ຽນແປງທີ່ດີຂື້ນ. ຂ້ອຍຮູ້ສືກດີໃຈຫລາຍທີ່ໄດ້ຮັບຫນ້າທີ່ເປັນຜູ້ນຳກຸ່ມໃຫມ່ ເຮັດໃຫ້ຂ້ອຍໄດ້ຮູ້ເຖີງການເຮັດວຽກຫລາຍຂື້ນ ແລະ ໄດ້ຮູ້ເຖີງຄວາມຄາດຫວັງຂອງ ຫລັກສູດ ChildFund Pass It Back. ນອກນີ້ຂ້ອຍຍັງໄດ້ຮູ້ເຖີງການແກ້ ໄຂບັນຫາເວລານັກກິລາບໍ່ມາຊ້ອມ ເຮັດໃຫ້ຂ້ອຍໄດ້ຮູ້ເຖີງການຫາວີທິແກ້ໄຂ ແລະ ຫາເຫດຜົນທີ່ກຳລັງ ເກີດຂື້ນກັບນັກກິລາ. ການທີ່ຂ້ອຍໄດ້ມາເປັນຜູ້ນຳກຸ່ມເຣັດໃຫ້ຂ້ອຍໄດ້ຮູ້ເຖີ່ງເປົ້າຫມາຍຂອງການສອນຄື ສອນບໍ່ໃຫ້ຫລຸດ 75% ລົງມາຕໍ່ທີມ ແລະ ເຮັດໃຫ້ຂ້ອຍໄດ້ມີເປົ້າຫມາຍຫລາຍຂື້ນເພື່ອໃຫ້ທີມໄດ້ໄປຮອດເປົ້າຫມາຍ.” ໂຈອີ້ໄດ້ຮຽນຮູ້ ແລະ ນຳໃຊ້ທັກສະການແກ້ໄຂບັນຫາຈາກ ChildFund Pass It Back ໂດຍຜ່ານການປະເມີນຄວາມສ່ຽງ ແລະ ຫາວິທີແກ້ໄຂ. ນອກນີ້ລາວຍັງມີການນຳທັກສະການແກ້ໄຂບັນຫານີ້ໄປນຳໃຊ້ໃນຊີວິດປະຈຳວັນເຊັ່ນ: ລາວໄດ້ຊ່ວຍແນະນຳນ້ອງຊາຍກ່ຽວກັບການສ້າງກິດຈະກຳໃຫ້ນັກກິລາມີຄວາມມ່ວນຊື່ນໃນການຊ້ອມ ແລະ ຢາກມາຊ້ອມນຳຕະຫຼອດ. ໂຈອີ້ຍັງໄດ້ນຳໃຊ້ທັກສະການແກ້ໄຂບັນຫາເຂົ້າໃນການຮຽນຄື ລາວສາມາດຈັດແບ່ງເວລາໃນການເຮັດວຽກບ້ານກັບໝູ່ໃນກຸ່ມ ແລະ ສົ່ງອາຈານໃຫ້ທັນເວລາ.
ແຕ່ເມື່ອໂຈອີ້ໄດ້ເຂົ້າມາເປັນຜູ້ນຳກຸ່ມຄູຝຶກຍິງ ChildFund Pass It Back ແລະ ເຂົ້າມາເຮັດວຽກທີ່ ສະຫະພັນກິລາຣັກບີ້ ແຫ່ງຊາດລາວ ແມ່ນ ຮຽນຮູ້ຫົວຂໍ້ຫລາຍຢ່າງເຊັ່ນວ່າ: ການບໍລິຫານ ແມ່ນໄດ້ຮຽນ ກ່ຽວກັບການໃຊ້ເງີນໃນກີດຈະກຳ ແລະ ການສໍ້ໂກ້ງຂອງສະຫະພັນກິລາຣັກບີ້ແຫ່ງຊາດລາວທີ່ໄດ້ວາງ ກົດລະບຽບອອກມາ, ໂຄງຮ່າງການຈັດຕັ້ງ ແລະ ການຫລຸດຜ່ອນຄວາມສ່ຽງ ທີ່ເປັນຈຸດເດັ່ນຂອງວຽກງານ ສະຫະພັນ ແມ່ນການຫລຸດຜ່ອນຄວາມສ່ຽງ ຄືເຮົາໄດ້ຮູ້ວ່າ ການຫລຸດຜ່ອນຄວາມສ່ຽງແມ່ນມີປະໂຫຍດ ແລະ ເຮັດໃຫ້ທຸກກິດຈະກຳທີ່ຈັດຂື້ນໄດ້ມີຄວາມປອດໄພ ແລະ ເຮົາຈະເຫັນໄດ້ຈາກຈຳນວນຂອງ ຜູ້ຍິງ ຫລື ເພດຍິງໃນຫລັກສູດ ChildFund Pass It Back ແມ່ນຈຳນວນຫລາຍກ່ອນເພດຊາຍ ຫລື ຜູ້ຊາຍ. ແລະ ໂຈອີ້ຮູ້ສຶກວ່າ “ມັນດີຫລາຍ ຕໍ່ຊຸມຊົນຣັກບີ້ຂອງພວກເຮົາເພາະການຫລີ້ນຮັກບີ້ເຮັດດໃຫ້ ຜູ້ຍີງມີຄວາມຫມັ້ນໃຈຫລາຍຂື້ນໃນການທີ່ອອກກຳລັງກາຍເພາະສ່ວນຫລາຍມີແຕ່ສະຫະພັນຣັກບີ້ ເທົ່ານັ້ນທີ່ມີຜູ້ຍິງເປັນພະນັກງານໃນການເຮັດວຽກ ແລະ ຫລີ້ນກິລາຣັກບີ້ຫຼາຍ.”
ຮູ້ສືກເຖີ່ງການເຮັດວຽກ ສະ ຫະພັນກິລາຣັກບີ້ ແຫ່ງຊາດລາວ ທີ່ມີຜູ້ຍີງຫລາຍກ່ອນຜູ້ຊາຍ ເພາະເຮັດໃຫ້ຜູ້ຍີງຢູ່ລາວກ້າທີ່ຈະມາ ຫລີ້ນກິລາ ແລະ ຫມັ້ນໃຈທີ່ຈະເຮັດວຽກທາງດ້ານກິລາຫລາຍຂື້ນ ຂ້ອຍ“ເຄີຍມີເຫດການຫນື່ງທີ່ຂ້ອຍ ກັບຄູ່ໄດ້ໄປສອນ ແລະ ເຮົາທັງສອງເຈິສະຖານະການທີ່ມີນັກຮຽນໃນໂຮງຮຽນນັ້ນແມ່ນ ເຕະບານຢູ່ສະ ຖານທີ່ໆ ທີມຂອງຂ້ອຍຝຶກຊ້ອມຕະຫລອດ ແລ້ວໃນມື້ນັ້ນແມ່ນນັກຮຽນໄປເຕະບານເຮັດໃຫ້ບໍ່ມີສະ ຖານທີ່ຊ້ອມລາວເອງ ແລະ ຄູ່ ໄດ້ ຊ່ວຍກັນຊອກຫາສະຖານທີ່ໃຫ້ນັກກິລາລາວຊ້ອມ ແຕ່ວ່າ ບ່ອນທີ່ ຊ້ອມແມ່ນໃກ້ກັບຣ້ານຂາຍເຄື່ອງ ແລະ ມີໄມ້ປີ້ງເອັນ ແລະ ຂີ້ເຫຍື້ອຍຫລາຍ. ພວກເຮົາແມ່ນໄດ້ພາກັນ ກວດຄວາມປອດໄພກ່ອນທີ່ຈະຊ້ອມ ແລະ ເບີ່ງລະອຽດຢ້ານວ່າໄມ້ປີ້ງເອັນສຽບຕີນນັກກິລາໃນທີມ. ຫລັງຈາກນັ້ນແມ່ນລາວເອງໄດ້ເຮັດການປະເມີນຄວາມສ່ຽງໃນການໄປສອນຕະຫລອດກັບຄູ່ສອນລາວເພື່ອວ່າຫາກມີເຫດການເກີດຂື້ນຕອນໄປສອນ ຫລື ຕອນທີ່ເດີນທາງເຮົາກໍ່ສາມາດແກ້ໄຂສະຖານະການ ນັ້ນໄດ້. ໃນຕອນນີ້ແມ່ນ “ຂ້ອຍຮູ້ສຶກດີໃຈຫລາຍທີ່ສີ່ງທີ່ຂ້ອຍຮຽນຮູ້ມາ ມັນໄດ້ໃຊ້ ແລະ ຂ້ອຍເອງເຂົ້າ ໃຈຫລາຍຂື້ນ” ແລະ ຂ້ອຍຈະພະຍາຍາມປະຕິບັດຕາມນະໂຍບາຍການຫລຸດຜ່ອນ ເຮັດໃຫ້ໄວຫນຸ່ມ ເຂົ້າມາຮ່ວມໂຄງການ ແລະ ເຫັນຄວາມສຳຄັນຂອງການເຣັດກີດຈະກຳກັບຫລັກສູດ ChildFund Pass It Back ຫລາຍຂື້ນ ການທີ່ຂ້ອຍໄດ້ຣູ້ການປະເມີນຄວາມສ່ຽງກ່ຽວກັບເຣັດໃຫ້ນັກກິລາໄດ້ມີຄວາມປອດ ໄພໃນເວລາຝືກຊ້ອມ ແລະ ນັກກິລາຂອງຂ້ອຍໄດ້ມີຄວາມໝັ້ນໃຈທີ່ຈະເຣັດກິດຈະກຳກັບພວກເຣົາຢ່າງ ມີຄວາມປອດໄພໄດ້ດີ.
ໃນສະຖານະການຕອນນີ້ທີ່ມີພະຍາດລະບາດໂຄວິດ 19 ທຸກຄົນກໍ່ຮູ້ວ່າແມ່ນສະຖານະການທີ່ບໍ່ສາມາດອອກໄປນອກໄດ້ ແລະ ໃຫ້ຢູ່ຫ່າງກັນ. ໂຈອີ້ມີຄວາມຮູ້ສຶກກັງວົນຫລາຍກັບເລື່ອງນີ້ ແລະ ໃນນັ້ນລາວກໍ່ຍັງເຫັນ ເຖິງການຊ່ວຍເຫລືອຂອງສະຫະພັນຣັກບີ້ທີ່ໄດ້ແບ່ງປັນຂໍ້ມູນຂອງພະຍາດລະບາດນີ້, ສະບູ ແລະ ເຄື່ອງກວດອຸນຫະພູມ ແຈກຢາຍໃຫ້ແກ່ພະນັກງານທຸກຄົນ. “ຂ້ອຍຄິດວ່າມັນດີຫລາຍທີ່ເຖິງວ່າ ຈະມີເຫດການແຕ່ໃນຖານະທີ່ເປັນສະຫະພັນຣັກບີ້ທີ່ຂ້ອຍເຮັດວຽກຢູ່ນີ້ແມ່ນຍັງສະແດງໃຫ້ເຫັນເຖິງຄວາມ ເປັນຫ່ວງເປັນໃຍພະນັກງານທຸກຄົນ. ທາງຄອບຄົວຂອງຂ້ອຍກໍ່ດີໃຈນຳຂ້ອຍທີ່ມີວຽກເຮັດຄື ເປັນຜູ້ນຳກຸ່ມຄູຝຶກຍິງ ChildFund Pass It Back ແລະ ເພີ່ນໄດ້ບອກຂ້ອຍໃຫ້ຕັ້ງໃຈເຮັດວຽກເພາະມັນຈະເປັນຜົນດີ ແລະ ເປັນອານາຄົດທີ່ດີຂອງຂ້ອຍ.” ຕາມສະຖານະການນີ້ແມ່ນສະຫະພັນປະກາດໃຫ້ພະນັກງານເຮັດວຽກຢູ່ບ້ານ ເປັນເວລາໜຶ່ງເດືອນປາຍ ທີ່ລາວໄດ້ໃຊ້ຊີວິດຢູ່ບ້ານ ແລະ ເຮັດວຽກໄປນຳ. ສຳລັບໂຈອີ້ ແມ່ນເຮັດວຽກຍາກຫລາຍໃນຕອນທຳອິດ ເພາະວ່າບ້ານລາວແມ່ນບໍ່ມີສະຖານທີ່ເຮັດວຽກ ແລະ ຄົນໃນ ຄອບຄົວ ກໍ່ວົນແຊວ ເຮັດໃຫ້ລາວເຮັດວຽກບໍ່ໄດ້. ໂຈອີ້ບອກວ່າ “ຂ້ອຍໄດ້ຊອກບ່ອນເຮັດວຽກທີ່ເປັນບ່ອນທີ່ຄອບຄົວ ຂ້ອຍນັ່ງຫລິ້ນນຳກັນທຸກວັນ ແລະ ຄອບຄົວກໍ່ເຂົ້າໃຈວ່າເວລາເຮັດວຽກແມ່ນບໍ່ສາມາດກວນໄດ້ ເພາະຂ້ອຍ ຈະບໍ່ມີສະມາທິເຮັດວຽກ.”
ສຳລັບການເຮັດວຽກຢູ່ບ້ານ ສະຖານທີ່ແມ່ນສີ່ງທີ່ທ້າທາຍແລ້ວ ຍັງແມ່ນການສື່ສານທີ່ເປັນສີ່ງທີ່ທ້າທາຍ ເພາະ ການອະທິບາຍວຽກແມ່ນຍາກ ຍ້ອນບໍ່ສາມາດລົມໂຕຕໍ່ໂຕໄດ້ ແລະ ຢາກຖາມວຽກ ຕົວຢ່າງ: ຢາກບອກໃຫ້ເອື້ອຍແຫວນກວດຄອມໃຫ້ ຫລື ຢາກຖາມການຫລິ້ນຄອມແມ່ນ ຍາກຫລາຍ ເພາະລາວກໍ່ຢູ່ບ້ານຂອງລາວ ແລະ ໂຈອີ້ກໍ່ຢູ່ບ້ານ. ແຕ່ເອື້ອຍແຫວນກໍ່ໄດ້ອະທິບາຍວຽກ ຊ່ວຍໃຫ້ໂຈອີ້ເຂົ້າໃຈວຽກຫລາຍ ເຖິງວ່າສີ່ງທີ່ທ້າທາຍແມ່ນການສື່ສານກໍ່ຕາມ. ແຫວນທີ່ເປັນຜູ້ສອນວຽກບອກວ່າ ໂຈອິ້ເຮັດວຽກທີ່ເຂົ້າໃຈໄດ້ໄວ ມີການກະກຽມແຜນໄວ້ກ່ອນ ແລະ ໂຕໃດທີ່ໂຈອີ້ບໍ່ເຂົ້າໃຈແມ່ນແຫວນຈະຕື່ມໃຫ້. ຕົວຢ່າງແມ່ນ ການສຳພາດຄູຝຶກອາທິດທີ່ຜ່ານມາ ແມ່ນເຮົາໄດ້ຕັ້ງຄຳຖາມນຳກັນ ແລະ ແບ່ງກັນວ່າຈະຖາມໂຕໃດ, ຄຳຖາມໃດ ທີ່ໂຈອິ້ບໍ່ຫມັ້ນໃຈຖາມ ເອື້ອຍແຫວນໄດ້ຊ່ວຍໃນການຖາມ. ສຳລັບການເຮັດວຽກຢູ່ ບ້ານມັນທ້າທາຍຢູ່ ແຕ່ມັນກະມີອັນດີ ຄື ການປັບຕົວໃຫ້ເຂົ້າກັບສະຖານະການທີ່ເກີດຂື້ນເລື້ອຍໆ ແລະ ອີກຢ່າງຫ້ອງການເຮົາແມ່ນມີການວາງແຜນໃຫ້ພະນັກງານປະຕິບັດວຽກ ມີແຜນຮອງຮັບສະຖານະການສຸກເສີນ ກ່ອນທີ່ຈະມີການລະບາດພະຍາດ Covid 19. “ຂ້ອຍຮູ້ສຶກດີຫລາຍ ແລະ ມີຄວາມກັງວົນຫນ້ອຍລົງເພາະ ສະຫະພັນຣັກບີ້ແມ່ນມີແຜນຮອງຮັບໄດ້ໄວໃຫ້ຕະຫລອດ ເພື່ອຣັບມືກັບການລະບາດພະຍາດ Covid 19 ຂ້ອຍເອງກໍ່ຮູ້ສືກອຸ່ນໃຈຫລາຍທີ່ໄດ້ເອຶ້ອຍແຫວນໃຫ້ຄຳແນະນຳ ແລະ ໄດ້ສອນການເຮັດວຽກໃຫ້ຂ້ອຍໄດ້ຮູ້ ເຖີງວ່າຈະບໍ່ໄດ້ຢູ່ບ່ອນເຮັດວຽກນຳກັນແຕ່ພວກເຮົາກໍ່ໄດ້ມີການວາງແຜນເພື່ອເຮັດວຽກສຳພາດຄູຝືກໄດ້ ໂດຍການຕັ້ງກຸ່ມໃຫ້ແຕ່ລະຄູ່, ໄດ້ມີການສົນທະນາກັນ. ຂ້ອຍກໍ່ໄດ້ຮູ້ແຜນວຽກທີ່ທາງ ສະຫະພັນໄດ້ໃຊ້ແຜນສຸກເສີນເພື່ອຮັບມືກັບພະຍາດ Covid 19 ເຮັດໃຫ້ຂ້ອຍຍັງມີວຽກເຮັດແຕ່ລະມື້. ຂ້ອຍກໍ່ບໍ່ມີຄວາມຫນ້າເບື່ອ ສາມາດໃຊ້ເວລາທີ່ຢູ່ບ້ານໄດ້ມາຮຽນຮູ້ການເຮັດວຽກເປັນຜູ້ນຳກຸ່ມຫລາຍຂື້ນ ແລະ ວຽກໃນສະຫະພັນຣັກບີ້”.
ຈາກການທີ່ສຳພາດໂຈອີ້ແມ່ນມີຄວາມເປັນຜູ້ນຳທີ່ເກີດຂື້ນຈາກການປ່ຽນຫນ້າວຽກ ແລະ ທັງແມ່ນຍ້ອນສີ່ງທີ່ລາວໄດ້ຮຽນຈາກໂຄງການ ChildFund Pass It Back ກໍ່ຄືທັກສະການແກ້ໄຂບັນຫາ ແລະ ເວລາທີ່ສຳພາດແມ່ນລາວສາມາດ ຕອບໄດ້ຢ່າງຫມັ້ນໃຈ ແລະ ມີແນວຄິດທີ່ດີກັບການປ່ຽນແປງ ທັງຫນ້າທີ່ເປັນຄູຝຶກ ແລະ ເປັນຜູ້ນຳ ພ້ອມທັງແມ່ນການເຮັດວຽກຢູ່ບ້ານແມ່ນຍັງຕ້ອງການຊອກຫາຄວາມຮູ້ ແລະ ເຂົ້າໃຈກັບສະຖານະການທີ່ ປ່ຽນແປງ ທັງມີຄວາມຄິດທີ່ດີອີກດ້ວຍ. ເຊິ່ງບາງຄົນ ຫລື ຄົນທົ່ວໄປແມ່ນກັງວົນກັບພະຍາດລະບາດ ແລະ ບໍ່ເຮັດຫຍັງ, ບໍ່ສາມາດມີຄົນທີ່ຊ່ວຍໃຫ້ຄຳປຶກສາ ແລະ ຊ່ອງທາງຂ່າວສານທີ່ຫນ້າເຊື່ອຖືໃຫ້ເບີ່ງ.
Anousone Sisomphou, also known as Joey, is 19 years old and he is studying Design during his first year at National University of Laos. He is a rugby player from Vientiane Tigers Club, the Captain of the DAC Lao U20s National Team and has also been a Champa Ban powered by ChildFund Pass It Back Coach for 2 years. Now he has been hired as a staff member of the Lao Rugby Federation in the position of Coach Group Leader for female coaches in Vientiane. As a Coach, Joey is paired with Soupati and is responsible for 4 U16 teams at 2 schools in Vientiane capital. His sessions are held weekdays in the evening after school.
Joey has shared his experience as a Coach and Coach Group Leader for female coaches. He said that these 2 tasks are very different and it has been a significant transition period for him. Being a Coach is about the sessions he delivers to his team: creating session plans, making schedules, and ensuring the players have fun. Now in his role as Coach Group Leader, he needs to take into account his fellow Coaches supporting them with their session plans and session deliveries, too. Joey thinks it is a good thing for him, even though the work increases, his skills and knowledge are increasing, too.
Joey said that these ‘two positions each have their own challenges. As a Coach, the main tasks are planning sessions and session delivery. At the site, there might be some players who miss the session or the field is not good to hold training. If this occurs, I have to manage the situation as it happens. In contrast, as a Coach Group Leader, I have to consider a lot of things, such as, figure out ways to help fellow Coaches to execute their task on monthly basis, and I have to learn to manage my work and time efficiently’. Joey learns to understand clearly what expectations the Coaches need to fulfil in order for their sessions to meet quality standards including player attendance at at least 75% of the sessions in one season. If players miss sessions, he needs to talk to the Coaches to figure out what kind of problems they are facing and support them in finding solutions. It is important to deliver quality sessions in order to maintain ChildFund Pass It Back standards.
The author also found out that the Coach who is paired with Joey, he also makes a change, too. Recently his paired coach has also become more committed to his job coaching rugby and life skills. He starts to call players more often to check their attendances. His paired coach observes how Joey copes with situation and how he treats the players and learns from this. Joey said that, ‘I am happy that I become a Coach Group Leader and it inspires and motivates my paired coach to work harder. By being in this position, it teaches me a lot about management skill and it helps me to understand deeper what are ChildFund Pass It Back program’s expectations. It teaches me to work with others in finding solutions for missing players in order to keep minimum of 75% player attendance throughout the season’. In addition to his job, Joey also uses this skill in his everyday life, too. He helps his brother create a fun atmosphere for players during the session and encourages to keep coming to the sessions. Joey also applies his management skills into his study by balancing time to do classwork, housework and spend time with his friends, so he can submit work to his teachers on time.
Becoming a Coach Group Leader gave Joey an insight into LRF’s operational management and policies including rules and regulations against fraud, safeguarding policies, and gender inclusion. Joey said that, ‘it is good that our Lao Rugby community includes many female players, which helps building confidence among females and encourage more females to exercise’.
Regarding safeguarding, Joey constantly applies safeguarding in his work, ‘There was a time that our usual field was taken. People came and played soccer in the field where we usually hold the sessions, so we needed to look for another place. That day we had to use a place near a grocery stand that grilled meat. When I did the risk assessment there were a lot of garbage and grilled sticks around the yard, which are shape and dangerous. So me and my paired coach led everyone in cleaning the yard before starting the session and made sure that there were no dangerous objects left to stab players’ feet. ‘I was glad and proud that I was able to do a risk assessment for my players by thoroughly checking the yard. I always try to work based on the LRF’s safeguarding policy and procedure, so young people who join the Champa Ban program can feel safe and want to come back again. Now safeguarding is my priority before delivering any sessions.’
During the Covid-19 endemic in Laos, everyone has to refrain from going out from home and practice social distancing. It is a difficult time for many people including Joey. Joey notices that the LRF cares about the community by distributing essential equipment and materials to relevant partners. ‘I think it was very good, it made me proud to be part of LRF and providing aid to people and offices in the community. My parents are also proud and happy with me that I still have work to do during this quarantine, they also remind me to keep going and work hard with LRF, because it will be good for my future’. As we shifted from working at office to working from home, it was a sudden change and it was difficult for Joey to adjust at the beginning because there were many people in his house. There were many noises and distractions that interrupt his work. ‘By solving this problem, I had to talk with my family to explain to them that, even though I’m at home, I really need to focus on my work. Then we created a private space where I could and there were less distractions during my working time’.
In addition to the challenges in his home environment, communication was also a challenge for Joey. He used to speak to people face to face and he wasn’t used to communicating about work via virtual platforms. For example, Joey was not strong in computer skills. During lockdown, when he had problems or questions about working on his computer, he wanted Waen to help him but he couldn’t find a way to communicate or explain the situation clearly to her online. But Waen is very patient, she patiently listens and explains to Joey and suggests Joey to note all the points and questions that he doesn’t understand. Sometimes he sends his notes to her and Waen can check or correct them for him. The situation was frustrating at the beginning of Covid-19 pandemic, but fortunately LRF has partners who support LRF’s emergency plan and when Coaches or staff can keep working, it helps Joey feeling relieved. ‘I feel constantly better seeing we can create a response plan for the situation arising from COVID-19. It helps me feel calmer and when I see that our plans can be effective, I want to stay active and try to work as normally as possible even though everyone is working from home’.
From Joey’s interview, we learn that Joey has improve many skills through his new position and the experiences that he has with the Champa Ban powered by ChildFund Pass It Back program. Some of the main skills he has used are problem solving and leadership skills. Joey learns to see situations in positive ways. He learns to be confident and the author can recognize his confidence when interviewing him. Moreover, working from home also allows Joey to learn new ways of communicating, adapting himself to new situations and spending time productively at his home, too. By receiving accurate and reliable information from LRF, it helps easing Joey’s worry toward the crisis situation as well as maintain his mental well-being. He also tries to share only correct information to his friends and family.