Humans of Lao Rugby: James Owens

ນັກຂຽນຮັບເຊີນ: ເຈມສ໌ ໂອເວັນສGuest Author: James Owens

ນັກຂຽນຮັບເຊີນ: ເຈມສ໌ ໂອເວັນສ

Guest Author: James Owens

ຂ້ອຍເກີດ ແລະ ໃຫຍ່ຢູ່ທີ່ຮ່ອງກົງ, ຂ້ອຍມີຄວາມສົນໃຈໃນຄວາມຫຼາກຫຼາຍທາງວັດທະນະທຳຂອງທະວີບອາຊີມາແຕ່ດົນແລ້ວ. ຄວາມປາດຖະໜາຢາກອອກສຳຫຼວດພາກພື້ນທີ່ຂ້ອຍເອີ້ນວ່າບ້ານ, ຄຽງຄູ່ກັບຄວາມມັກໃນການຫຼິ້ນແລະສອນກິລາຣັກບີ້ນີ້, ມັນພາໃຫ້ຂ້ອຍມາທີ່ປະເທດລາວເພື່ອເປັນອາສາສະໝັກນຳສະຫະພັນລາວຣັກບີ້ໃນປີ 2007. ຂ້ອຍປະທັບໃຈໃນຄວາມມຸ້ງໝັ້ນຕັ້ງໃຈຂອງສະຫະພັນໃນການພັດທະນາເກມກິລາຕັ້ງແຕ່ລະດັບຮາກຫຍ້າຂຶ້ນມາ, ຫຼັງຈາກຈົບໜ້າທີ່ອາສາສະໝັກ ຂ້ອຍກໍ່ຍັງມີສ່ວນຮ່ວມກັບສະຫະພັນມາເລື້ອຍໆ ຈົນຮອດປີ 2015 ທີ່ຂ້ອຍໄດ້ກັບມາປະເທດລາວອີກຄັ້ງເພື່ອເຮັດວຽກເປັນພະນັກງານເຕັມໂຕກັບໂຄງການ ຊາຍຟັນພາສອິດແບັກ. ຕຳແໜ່ງນີ້ເຮັດໃຫ້ຂ້ອຍໄດ້ຮຽນຮູ້ ແລະ ເຕີບໃຫຍ່ໄປພ້ອມກັບບັນດາພະນັກງານ ແລະ ຄູຝຶກຂອງສະຫະພັນ.

Screen Shot 2020-09-18 at 10.08.28.png

ໃນຂະນະທີ່ຂ້ອຍໄດ້ເຮັດວຽກຄຽງຄູ່ກັບສະຫະພັນເພື່ອເຮັດຕາມຄວາມມຸ້ງໝັ້ນຕັ້ງໃຈໃນການນຳໃຊ້ກິລາຣັກບີ້ເພື່ອຊ່ວຍໃຫ້ເດັກນ້ອຍ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ ໃຫ້ສາມາດສ້າງພັດທະນາຕົນເອງໃຫ້ມີຄວາມຍືດຫຍຸ່ນ ແລະ ຜະເຊີນໜ້າກັບສິ່ງທ້າທາຍຕ່າງໆໄດ້ນັ້ນ, ທາງພະນັກງານ ແລະ ຄູຝຶກຂອງສະຫະພັນເອງກໍ່ໄດ້ສະແດງໃຫ້ຂ້ອຍເຫັນຢູ່ສະເໝີວ່າການລົງທຶນໃນວຽກງານພັດທະນາໃນຊຸມຊົນຂອງຕົນເອງມັນເປັນແນວໃດ. ຂ້ອຍຮູ້ສຶກພູມໃຈຢ່າງທີ່ສຸດກັບການປ່ຽນແປງທີ່ດີແບບນີ້ ຕັ້ງແຕ່ປີ 2015 ຂ້ອຍກໍ່ໄດ້ພົບກັບຄູຝຶກຫຼາຍຄົນໃນປະເທດລາວ ເຊິ່ງເປັນຄົນທີ່ສືບຕໍ່ຂັບເຄື່ອນວຽກນີ້ຈາກຄວາມຫຼົງໄຫຼ ແລະ ອຸທິດຕົນໃນການຢາກເຕີບໃຫຍ່ແລະພັດທະນາກິລາທີ່ພວກເຂົາຮັກ. 
ໃນເດືອນກຸມພາ 2019, ຂ້ອຍໄດ້ຫັນຈາກວຽກຢູ່ໜ້າໂຕະ ມາຈັບລົດຖີບ ແລະ ເລີ່ມປັ່ນລົດຖີບໃນໄລຍະທາງ 20,000 ກິໂລແມັດພ້ອມກັບ ຣອນ ຣັດແລນດ໌ ຕັ້ງແຕ່ມະຫະນະຄອນລອນດອນ ຫາ ເມືອງຫຼວງໂຕກຽວ (ຜ່ານປະເທດລາວ) ທີ່ມີງານແຂ່ງຂັນ ເວີຣ໌ຣັກບີ້ຄລັບ ໃນຕອນນັ້ນ, ເພື່ອລະດົມທຶນໃຫ້ໂຄງການ ແລະ ໃຫ້ທຸກຄົນຮູ້ຈັກວຽກຊາຍຟັນພາສອິດແບັກໃນປະເທດລາວ ແລະ ບ່ອນອື່ນໆ. “Race to Rugby World Cup (ແຂ່ງໃຫ້ເຖິງງານຣັກບີ້ເວີຣ໌ຄລັບ)” ເປັນການຜັນຂະຫຍາຍຈາກຄວາມມັກຮັກໃນການເດີນທາງແລະການຜະຈົນໄພຂອງຂ້ອຍ, ເປັນສິ່ງທີ່ເຮັດໃຫ້ຂ້ອຍສາມາດສືບຕໍ່ສະໜັບສະໜູນໂຄງການ ແລະ ຄົນອື່ນໆທີ່ໂຕຂ້ອຍເອງຢາກລົງທຶນໃຫ້. ຂາທັງສອງຂ້າງທີ່ເມື່ອຍແລະລ້າຂອງຂ້ອຍນັ້ນຍັງສາມາດປັ່ນຕໍ່ໄປໄດ້ໃນແຕ່ລະມື້ຈົນຮອດຈຸດໝາຍ ກໍ່ຍ້ອນຮູບພາບຂອງຄູຝຶກທີ່ຂ້ອຍຈະເອົາຂຶ້ນມາເບິ່ງທຸກໆມື້ ມື້ລະ 1 ຮູບ ເພື່ອເປັນກຳລັງໃຈ, ມັນບໍ່ມີຫຍັງທີ່ຈະດີໄປກວ່າການຕ້ອນຮັບຂັບສູ່ ແລະ ຮອຍຍິ້ມທີ່ຜູ້ຄົນມີໃຫ້ແກ່ພວກເຮົາໃນຕອນທີ່ພວກເຮົາມາຮອດຊຽງຂວາງໃນເດືອນກໍລະກົດປີກາຍນີ້ (ລະຫວ່າງທາງໄປຫາປະເທດຍີ່ປຸ່ນ). ການໄດ້ແບ່ງປັນຊ່ວງເວລາດີໆຢູ່ເທິງລົດຖີບກັບຜູ້ຄົນຕາມທາງພື້ນດິນປະເທດລາວ ມັນຊ່າງໃຫ້ຄວາມຮູ້ສຶກທີ່ແຕກຕ່າງ ແຕ່ມັນກໍ່ເຮັດໃຫ້ແຄມເປນ “Race to Rugby World Cup (ແຂ່ງໃຫ້ເຖິງງານຣັກບີ້ເວີຣ໌ຄລັບ)” ເປັນຊ່ວງເວລາທີ່ຄຸ້ມຄ່າແທ້ໆ! ໜຶ່ງປີຕໍ່ມາ, ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍທີ່ຂ້ອຍໄດ້ກັບມາເຮັດວຽກນຳໂຄງການຊາຍຟັນພາສອິດແບັກອີກຄັ້ງ ແລະ ຂ້ອຍຕື່ນເຕັ້ນທີ່ໄດ້ເຫັນວ່າບັນດາພະນັກງານ ແລະ ຄູຝຶກຂອງສະຫະພັນ ຍັງຄົງສືບຕໍ່ສິດສອນບົດຮຽນຣັກບີ້ແລະທັກສະຊີວິດເປັນພັນໆບົດທົ່ວປະເທດລາວໄປແລ້ວຕັ້ງແຕ່ເລີ່ມງານທີ່ໂຕກຽວ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ສະຫະພັນຣັກບີ້ໂລກສາມາດສືບຕໍ່ສ້າງຜົນກະທົບໃຫ້ແກ່ຊຸມຊົນໄດ້ທະວີບອາຊີ ໄດ້ຫຼາຍກວ່າ ສະໜາມແຂ່ງຂັນ ແລະ ຄວາມຕື່ນເຕັ້ນງານອີເວັ້ນຫຼັກຕ່າງໆໄດ້ຄືແນວໃດ. 

119474143_689052288382418_8198883992478698807_n.jpg

Born and raised in Hong Kong, I have long been interested in the cultural diversity of Asia. This desire to explore the region I consider home, alongside my interest in playing and coaching rugby, brought me to Laos to volunteer with the LRF in 2007. Having been impressed by the LRF’s commitment to inclusively develop the game from the grassroots level, I remained engaged over the coming years before returning to Laos in 2015 to take up a full-time position with ChildFund Pass It Back. This role enabled me to learn and grow alongside LRF staff and Coaches. As I worked alongside the LRF to fulfil their commitment to utilise rugby to help children and youth in disadvantaged communities build resilience and face challenges, LRF staff and Coaches continually showed me what it looks like to invest in the development of your community. I am incredibly proud of the positive change that I have seen in the Coaches in Laos since 2015 and continue to be inspired by their passion and dedication to grow and develop the sport they love.

Screen Shot 2020-09-17 at 22.38.07.png

In February 2019, I switched my desk for a bicycle as I embarked on a 20,000km cycle with Ron Rutland from London to Tokyo (via Laos) in time for the Rugby World Cup to raise funds and awareness for ChildFund Pass It Back work in Laos and beyond. 'Race to Rugby World Cup’ was a natural extension of my love of travel and adventure, one that enabled me to continue to support a program and individuals that I am personally and passionately invested in. My tired legs were supported by one Coach photo riding on my bike every day across the trip, yet nothing will compare to the welcome and smiles that greeted us on bicycles as we arrived into Xieng Khouang on the way to Japan last July. Being able to share a special moment on the bicycles with people making a real difference on the ground in Laos made the ‘Race to Rugby World Cup’ all worth it! One year later, I’m excited to be working with ChildFund Pass It Back again and to see that the LRF’s staff and Coaches have continued to deliver thousands of rugby and life skills sessions across Laos since kick off in Tokyo, showing how the Rugby World Cup can continue to deliver impact for communities in Asia far beyond the stadiums and excitement of the main events.

67454806_10156537108961274_7864727285306228736_n.jpg

Humans of Lao Rugby: See Khang

ຂຽນໂດຍ: ລາວ ຄ້າງ Author: Lao Khang

ຂຽນໂດຍ: ລາວ ຄ້າງ
Author:
Lao Khang

ຊີຄ້າງ ແມ່ນຄູຝຶກ ChildFund Pass It Back ຂອງເມືອງແປກ ແຂວງຊຽງຂວາງ. ເຊິ່ງລາວເປັນຄູຝຶກຍິງຄົນທຳອິດຂອງເມືອງແປກທີ່ສອນມາແຕ່ປີ 2015. ຊ່ວງກາງເດືອນ 9 ປີ 2019 ທີ່ຜ່ານມາຊີຄ້າງໄດ້ມີໂອການໄປແລກປ່ຽນບົດຮຽນກັບໂຄງການ JENESYS ຢູ່ປະເທດຍີປຸ່ນ ແລະ ໄດ້ແລກປ່ຽນກ່ຽວວັດທະນະທຳກັບຫຼາຍໆປະເທດທີ່ມາຮ່ວມກິດຈະກຳນຳກັນ. ໃນຊ່ວງເວລາເຂົ້າຮ່ວມກິດຈະກຳລາວໄດ້ໄປຢ້ຽມຢານໂຮງຮຽນທີ່ເປັນໂຮງຮຽນຜູ້ຍິງສະເພາະຂອງປະເທດຍີປຸ່ນ. ໃນຕອນນັ້ນລາວຄິດວ່າເປັນໂຮງຮຽນດຽວທີ່ລາວເຫັນວ່າມີແຕ່ສະເພາະຜູ້ຍິງຮຽນຢ່າງດຽວ ແລະ ມີ 12 ວີຊາທີ່ພວກເຂົາໄດ້ຮຽນຢູ່ໃນໂຮງຮຽນນັ້ນ. ນອນຈາກນີ້ແມ່ນລາວເອງໄດ້ຮຽນຫຼີ້ນກິລາຣັກແທັກ ແລະ ກະຕິກາຂອງການຫຼີ້ນແທັກຢູ່ປະເທດຍີປຸ່ນຕ່າງຈາກການຫຼີ້ນຢູ່ປະເທດລາວຫຼາຍ. ລາວບໍ່ເຄີຍຫຼີ້ນແບບນັ້ນມາກ່ອນ, ມັນຍາກຈາກການຫຼີ້ນປົກກະຕິ ແຕ່ວ່າພໍໄດ້ຫຼີ້ນກໍ່ມ່ວນຫຼາຍ. ນອນຈາກຫຼີ້ນກິລາແລ້ວ ລາວຍັງໄດ້ຮູ້ຈັກໝູ່ເພື່ອນໃໝ່ທີ່ມາຈາກຫຼາຍປະເທດ ແລະ ຄົນຍີປຸ່ນອີກ. ຖືວ່ານີ້ເປັນປະສົບການທີ່ດີຫຼາຍທີ່ໄດ້ຮູ້ຈັກຄົນອື່ນ ແລະ ມາເປັນໝູ່ເພື່ອນກັນ. ຊີຄ້າງບໍ່ເຄີຍຄິດວ່າການສື່ສານກັບຄົນອື່ນແມ່ນຫຍຸ້ງຍາກສຳລັບຕົວເອງ ເພາະວ່າເວລາທີ່ລາວຢູ່ກັບຄົນອື່ນທີ່ບໍ່ຮູ້ຈັກເຂົາເຈົ້າ ຫຼື ບໍ່ຮູ້ພາຂອງເຂົາເຈົ້າ ລາວກໍ່ພະຍາຍາມໃຊ້ພາສາມືເພື່ອໃຫ້ຄົນອື່ນເຂົ້າໃຈລາວ.

ນອກຈາກນັ້ນຊີຄ້າງຍັງໄດ້ເຂົ້າຮ່ວມເບິ່ງການແຂ່ງຂັນຣັກບີ້ໂລກ ທີມຊາດຊາຍຍີປຸ່ນ ພົບກັບ ທີມຊາດລັດເຊຍ ເປັນຄັ້ງທຳອິດຢູ່ໃນຊິວິດຂອງລາວທີ່ໄດ້ມີໂອກາດເຫັນການແຂ່ງຂັນຣັກບີ້ໂລກເທື່ອນີ້. ໃນການແຂ່ງຂັນຄັ້ງນີ້ລາວໄດ້ເຫັນວ່ານັກກິລາລະດັບໂລກແມ່ນມີຄວາມແຂງແຮງ, ມີທັກສະການສົ່ງບານດີ ແລະ ການເຂົ້າເຮັດລັກແມ່ນໄວຫຼາຍ. ຊີຄ້າງບອກວ່າ

“ຂ້ອຍມີຄວາມພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມກິດຈະກຳນີ້ທີ່ປະເທດຍີປຸ່ນໄດ້ ເຊິ່ງຂ້ອຍກັບຄູຝຶກຄົນອື່ນທີ່ເຂົ້າຮ່ວມກິດຈະກຳເທື່ອນີ້ຈະນຳເອົາປະສົບການທັງໝົດ ມາພັດທະນາຕົວເອງເພື່ອໃຫ້ມີທັກສະຫຼາຍຂື້ນ ແລະ ເພື່ອມາຊ່ວຍພັດທະນາທີມຂອງຂ້ອຍໃຫ້ເກັ່ງ ແລະ ໃຫ້ມີລະບຽບຫຼາຍກ່ວານີ້.”

ຊີຄ້າງຄິດວ່າຖ້ານັກກິລາທຸກຄົນຂອງລາວໄດ້ເຫັນການແຂ່ງຂັນລະດັບໂລກແບບທີ່ລາວເຫັນຄົງຈະດີຫຼາຍ ເພື່ອໃຫ້ພວກເຂົາໄດ້ຮຽນເອົາທັກສະມາພັດທະນາຕົວເອງໃຫ້ເກັ່ງກວ່າເກົ່າ. ຈັ່ງໃດກໍ່ຕາມ ເຖິງນັກກິລາຂອງລາວທຖກຄົນຈະບໍ່ໄດ້ມາເຫັນການແຂ່ງຂັນລະດັບໂລກແບບນີ້ ແຕ່ຊີຄ້າງກໍ່ໄດ້ມີໂອກາດມາເບິ່ງການແຂ່ງຂັນລະດັບໂລກ ເພື່ອເອົາມາພັດທະນາທີມຂອງລາວເອງໃຫ້ເກັ່ງຂື້ນດ້ານ ການມີລະບຽບ, ການເຄົາລົບນັບຖື ແລະ ທັກສະຣັກບີ້ໃຫ້ນັກກິລາເອົາໃຈໃສ່ຫຼີ້ນກິລາຣັກບີ້ໃຫ້ດີຂື້ນຢູ່ກັບຊຸມຊົນຂອງລາວໄປດົນໆ.

ການທີ່ລາຍວໄດ້ມາເຫັນການແຂ່ງຂັນຣັກບີ້ໂລກໃນປີນີ້ແມ່ນສຳຄັນສຳລັບລາວຫຼາຍ ຍ້ອນວ່າໄດ້ເບິ່ງການພັດທະນາຂອງນັກກິລາຫຼາຍປະເທດແມ່ນມີຄວາມສາມາດບໍ່ຄືກັນເລີຍ. ຄວາມພ້ອມຂອງນັກກິລາແຕ່ລະຕຳແໜ່ງແມ່ນທັກສະ ແລະ ຄວາມແຂງແຮງມັນຕ່າງການຫຼາຍ. ນັກກິລາທີ່ຢູ່ກອງຫຼັງແມ່ນແລ່ນໄວໆໆ, ສ່ວນນັກກິລາກອງໜ້າແຂງແຮງໂຕໃຫຍ່ຕຳດີຫຼາຍ. ນີ້ຄືການຫຼີ້ນ ເປັນທີມແມ່ນຕ້ອງມີນັກກິລາຫຼາຍແບບນີ້ຈື່ງແມ່ນທີມໄດ້. ອິກຢ່າງໜຶ່ງງານຣັກບີ້ໂລກເທື່ອນີ້ເປັນຄັ້ງທຳອິດທີ່ຈັດຂື້ນຢູ່ທະວີບອາຊີ ແລະ ປະເທດຍີປຸ່ນໄດ້ເປັນເຈົ້າພາບອີກ ຖືວ່າຊີຄ້າງໄດ້ຮັບໂອກາດທີ່ດີຫຼາຍ ທີ່ໄດ້ເບິ່ງການແຂ່ງຂັນລະດັບໂລກ.

“ການແລກປ່ຽນເທື່ອນີ້ເປັນການໃຫ້ໂອກາດໃຫ້ຄູຝຶກ ChildFund Pass It Back ໄດ້ເຂົ້າຮ່ວມແມ່ນສຳຄັນຫຼາຍ ຍ້ອນວ່າເວລາຂ້ອຍໄດ້ເຫັນເຫດການຈິງ ແລະ ໄດ້ປະຕິດບັດຕົວຈິງ ແລ້ວຂ້ອຍຈຶ່ງສາມາດເອົາທັກສະນັ້ນມາສອນໃຫ້ທີມຂອງຕົວເອງ. ນອນຈາກນັ້ນແມ່ນຂ້ອຍສາມາດເອົາວັດທະນະທຳ ແລະ ລະບຽບວິໄນຂອງຄົນຍີປຸ່ນມາສອນເດັກນ້ອຍບ້ານຂ້ອຍໄດ້ ເພາະວ່າຂ້ອຍຢາກໃຫ້ນັກກິລາຂ້ອຍມີລະບຽນວິໄນຫຼາຍຂື້ນ.” ນອກຈາກຈະຮຽນຮູ້ເລື່ອງທັກສະຣັກບີ້ ແລະ ກົດລະບຽບແລ້ວຊີຄ້າງຍັງໄດ້ຮຽນຮູ້ເລື່ອງການມາຕົງຕໍ່ເວລາໃນການເຂົ້າຮ່ວມກິດຈະກຳ ເພາະວ່າຄົນຍີປຸ່ນເປັນຄົນທີ່ຕົງຕໍ່ເວລາຫຼາຍ ແລະ ລາວຄິດວ່າຖືວ່າ ທຸກຄົນຕ້ອງຮຽນຮູ້ແລ້ວເອົາມາປະຕິບັດຢູ່ລາວເພື່ອໃຫ້ກາຍເປັນຄົນທີ່ຕົງຕໍ່ເວລາ. ການໄດ້ຮັບໂອກາດຈາກສະຫະພັນແມ່ນເລື່ອງທີ່ດີຫຼາຍ ຍ້ອນວ່າຄູຝຶກ ແລະ ນັກກິລາຫຼາຍຄົນແມ່ນຕ້ອງຕັ້ງໃຈສອນ ຫຼື ຝຶກຊ້ອມຢ່າງດຸໝັ່ນຫຼາຍຈື່ງໄດ້ຮັບໂອກາດດີໆແບບນີ້ ແລະ ສຳລັບຊີຄ້າງເອງຄິດວ່າ ເມື່ອລາວໄດ້ຮັບໂອກາດດີໆແມ່ນແບບນີ້ແລ້ວຕ້ອງເອົາຄວາມຮູ້ທີ່ຕົນເອງມີ ແລະ ຮຽນມາຈາກແລກປ່ຽນໄປນຳໃຊ້ຢູ່ໃນປະເທດລາວ. ໃນອະນາຄົດຊີຄ້າງຢາກສອນເດັກນ້ອຍໃນທີມຂອງລາວໃຫ້ມີການພັດທະນາທັກສະຣັກບີ້ຫຼາຍຂື້ນ.

ຜ່ານຂໍ້ມູນຂອງຊີຄ້າງເຫັນວ່າລາວໄດ້ມີໂອກາດໄປເຫັນປະເທດຍີປຸ່ນ, ໄດ້ແລກປ່ຽນວັດທະນາທຳ ແລະ ໄປຢ້ຽມຢາມໂຮງຮຽນທີ່ມີຜູ້ຍິງຮຽນໂດຍສະເພາະ ແລະ ນອນຈາກນັ້ນລາວຍັງໄດ້ຫຼີ້ນຣັກບີ້ແທັກກັບນັກກິລາທີ່ມາຈາກຫຼາຍປະເທດ ຖືວ່າມັນເປັນປະສົບການທີ່ດີຫຼາຍທີ່ຊີຄ້າງໄດ້ຮັບ ຈາກໂຄງການດີໆແບບ . JENESYS.

ຊີຄ້າງໄດ້ຮຽນຮູ້ສິ່ງໃໝ່ໆໆມາຈາກຄົນອື່ນ ແລະ ສາມາດເອົາມານຳໃຊ້ຢູ່ໃນຊິດຂອງລາວກໍ່ຄືການມີລະບຽບວິໄນກັບຕົວເອງ. ມັນສຳຄັນຫຼາຍສຳລັບລາວໃນການສອນນັກກິລາໃຫ້ມີລະບຽບວິໄນໃນການຝຶກຊ້ອມ ແລະ ພັດທະນາຄວາມສາມາດຂອງທຸກຄົນໃນທີມ. ສິ່ງທີ່ຊີຄ້າງຈະເອົາມານຳໃຊ້ໃນຊີວິດຕົວຈິງເມື່ອກັບມາປະເທດລາວແມ່ນການຝຶກຝົນໃຫ້ຕົນເອງເປັນຄົນຕົງເວລາເຊັ່ນ: ການນັດຝຶກຊ້ອມ ລາວຕ້ອງໄປໃຫ້ຕົງເວລາ ເພື່ອບໍ່ໃຫ້ນັກກິລາຖ້າ. ປະສົບການເທື່ອນີ້ມັນສຳຄັນ ແລະ ມີຄ່າຫຼາຍສຳລັບຊີຄ້າງ ແລະ ຄູຝືກຄົນອື່ນສາມາດແລກປ່ຽນປະສົບການກ່ຽວກັບການປະຕິບັດຕົວໃຫ້ຕົງເວລາ.


Ms. See Khang is a Champa Ban powered by Childfund Pass It Back Coach from Xieng Khouang Province. She is the first female Coach from Peak District. She has taught rugby since 2015. Currently, she is studying 12th grade in Secondary school.

In September 2019, she had the opportunity to participate in the JENESYS exchange program in Japan, where she was able to learn about other cultures as well as share valuable things about Lao culture. During the program, she visited a Japanese girls’ school. During the exchange, she learned to play tag rugby and the rules of tag rugby in Japan, which are completely different from tag rugby rules in Laos. Although challenging (compared to the rules in Laos), once she started to play, she found it exciting and very fun. She also got to meet new friends from many countries, including Japan. See Khang never thought that communicating with others was difficult because when she talked to people who do not speak her language, she tried to use body language to make others understand her.

In addition, she attended the Rugby World Cup for the first time to see the Men’s National Japanese Team versus the Russian National Team. In this match, she saw the world class players were very strong and had good ball-passing skills. She said, "I am very proud to participate in this program in Japan. Myself, along with other coaches from this program, will use the whole experience to continue to develop ourselves to gain more skills and to help my teams in Laos excel and be more disciplined."

See Khang believes if all of her players could see the kind of dedication and hard work displayed by the athletes competing in the Rugby World Cup, they would learn valuable skills and want to continue to improve themselves. Although all Lao players could not see the Rugby World Cup, she had the opportunity to experience the tournament to bring back new ideas that would enable her own team to be more disciplined. See Khang learned about building respect through rugby to make players concentrate more on playing rugby and building a stronger community back in Laos.

Being allowed to attend the Rugby World Cup was significant to her because she could see the development of players from many countries, all which had different styles. The skills of players of each position were unique. The backs could run quickly, while the forwards were very strong and big. Playing as a team requires a lot of different players. In addition, this Rugby World Cup was the first one ever held in Asia - Japan was the host. See Khang was given a great opportunity to see world-class competition. “This exchange provided an opportunity for Lao coaches to participate, which is significant, because I saw the global competition and also practiced in the actual place where it was held. Now I can use those experiences to teach my team at home. I can also share my knowledge of Japanese culture and discipline with children in my community because I want my players to be more disciplined like the citizens I saw in Japan.”

Apart from learning rugby skills and rules, See Khang also learned about punctuality, because Japanese people are very punctual. She thinks that everyone needs to learn and practice punctuality in Laos so we will be on time more often. If any coaches and players want an opportunity like this from the Lao Rugby Federation, they need to work hard on teaching and practicing so they can be accepted. For See Khang, she got this great opportunity, and she must bring back what she learned from the exchange to apply in Laos. In the future, See Khang wants to teach kids on her team more rugby skills.

Humans of Lao Rugby: Morha Vue

ຂຽນໂດຍ: ລາວ ຄ້າງ Author: Lao Khang

ຂຽນໂດຍ: ລາວ ຄ້າງ
Author:
Lao Khang

ນາງ ມໍຫາ ວື່ ທີ່ເຄີຍເປັນນັກກິລາຈຳປາບານຣັກບີ້ ແລະ ຕອນນີ້ລາວກໍ່ກຳລັງເປັນຄູຝຶກປີທຳອິດຂອງ ChildFund Pass It Back ທີ່ຮັບຜິດຊອບ 4 ທີມໃນເມືອງແປກ. ປັດຈຸບັນມໍຫາກຳລັງ ລາວຮຽນຢູ່ໂຮງຮຽນ ຢູ່ໃນເມືອງແປກ ແຂວງ ຊຽງຂວາງ. ລາວເປັນນັກກິລາຫຼີ້ນແທັກມາຕັ້ງແຕ່ ປີ 2015 ແລະ ນອນຈາກນີ້ລາວກຳລັງເປັນນັກກິລາຫຼີ້ນຕຳຂອງທີມສະໂມສອນຣັກບີ້ຊຽງຂວາງ. 

ໃນເດືອນ 9 ທີ່ຜ່ານມານີ້ມໍຫາກໍ່ໄດ້ມີໂອກາດເດີນທາງໄປປະເທດຍີປຸ່ນເພື່ອເປັນຕົວແທນນັກກິລາ  ChildFund Pass It Back  ເຂົ້າຮ່ວມກິດຈະກຳໃນງານແຂ່ງຂັນຣັກບີ້ໂລກທີ່ຍີປຸ່ນ. ມໍຫາໄດ້ເປັນຕົວແທນ ຂອງປະເທດລາວໃນການຈັບທຸງຊາດໃຫ້ກັບນັກກິລາປະເທດຊາມົວໃນສະໜານກິລາຣັກບີ້ໂລກເວລາທີ່ເປີດສະໜາມການແຂ່ງຂັນມື້ທຳອິດ. ລາວມີຄວາມຢ້ານ ແລະ ຕື່ມເຕັ້ນຫຼາຍ ເພາະບໍ່ເຄີຍໄປຈັບທຸງຊາດໃຫ້ການແຂ່ງຂັນໃຫ່ຍໆກັບຄົນຫຼາຍໆແບບນີ້ມາກ່ອນເລີຍ. ລາວມີຄວາມກັງວົນຫຼາຍ ຢ້ານເຮັດບໍ່ຖືກ ແລະ ອາດຈະເຮັດໃຫ້ສະຫະພັນກິລາຣັກບີ້ລາວເສຍຊື່ສຽງ. ແຕ່ວ່າມໍຫາກໍ່ໄດ້ບອກຕົວເອງວ່າ “ເປັນແນວໃດກໍ່ຕາມຂ້ອຍຈະພະຍາຍາມເຮັດໃຫ້ດີເທົ່າທີ່ຕົນເອງເຮັດໄດ້” ນອນຈາກນີ້ມໍຫາຍັງໄດ້ຮູ້ຈັກນັກກິລາຢູ່ປະເທດຍີປຸ່ນທີ່ໄປຈັບທຸງນຳກັນ ແລະ ໄດ້ມີການແລກປ່ຽນການສົນທະນາກັບພວກເຂົາ.

ລາວບໍ່ເຄີຍຄິດມາກ່ອນເລີຍ ທີ່ຈະມີໂອກາດເຂົ້າຮ່ວມກິດຈະກຳນີ້ ໂດຍການເປັນຕົວແທນຂອງປະເທດລາວອີກ ແລະ ນອນຈາກນີ້ກໍ່ໄດ້ມີໝູ່ເພື່ອນໃໝ່ ແລະ ແລກປ່ຽນພາສາກັບພວກເຂົາອີກ. ລາວໄດ້ເຫັນນັກກິລາຣັກບີ້ໂລກມີທັກສະຫຼີ້ນທີ່ເກັ່ງຫຼາຍກ່ຽວທັກສະການສົ່ງບານ, ບຸກ, ຕັດ, ຫຼອກກໍ່ເຮັດໄດ້ໝົດ ລາວເຫັນວ່ານັກກິລາທຸກຄົນເຂົ້າໃຈນິດໄສຂອງແຕ່ລະຄົນວ່າຈະຫຼີ້ນແນວໃດ ຫຼື ຄວາມໄວຂອງເຂົາເຈົ້າເທົ່າໃດຂອງຕົນເອງເທົ່າໃດ. 

ມໍຫາຍັງໄດ້ເຫັນວ່ານັກກິລາທຸກຄົນທີ່ມາແຂ່ງຂັນຄົງຈະມີຄວາມຕັ້ງໃຈກ່ຽວກັບການຝຶກຊ້ອມຂອງທີມຫຼາຍ ແລະ ຄົງຈະບໍ່ຂາກການຝຶກຂ້ອມຂອງທີມຊາດເລີຍ ຈຶ່ງເຮັດໃຫ້ນັກກິລາທຸກຄົນທີ່ມາແຂ່ງຂັນໃນງານຄັ້ງນີ້ເກັງຫຼາຍ. 

70703096_10156648360691274_4561538551509942272_n.jpg

“ໃນການສົນທະນາກັບໝູ່ທີ່ໄປຈັບທຸງນຳກັນຂ້ອຍກໍ່ໄດ້ເອົາທັກສະພາສາອັງທີ່ຮຽນຢູ່ໃນແຄ້ມພາສາອັງກິດໄປໃຊ້ ແລະ ສົນທະນາກັບຄົນຕ່າງປະເທດຫຼາຍຂື້ນ. ຂ້ອຍມີຄວາມໝັ້ນໃຈໃນການເວົ້າພາສາອັງກິດຫຼາຍກວ່າຢູ່ໃນປະເທດລາວ.” ເຫັນໄດ້ວ່າມໍຫາ ໄດ້ມີໂອກາດເຂົ້າຮ່ວມ ແລະ ເຫັນນັກກິລາຣັກບີ້ຫຼາຍຄົນທີ່ຢູ່ໃນການແຂ່ງຂັນຣັກບີ້ໂລກ ແລ້ວລາວເອງກໍ່ໄດ້ຮຽນຮູ້ທັກສະຕ່າງໆຂອງນັກກິລາຣັກບີ້ໂລກທີ່ໄດ້ຫຼີ້ນອິກ. ສິ່ງທີ່ລາວໄດ້ເຫັນແມ່ນນັກກິລາຣັກບີ້ໂລກແຂງແຮງຫຼາຍ ແລະ ທັກສະສູງແທ້, ລາວຄິດວ່າພວກເຂົາຄົງຕັ້ງໃຈມາຝືກຊ້ອມຫຼາຍກວ່ານັກກິລາທຳມະດາແລ້ວຈຶ່ງມີຄວາມສາມາດຫຼາຍປານນີ້.  ມໍຫາໄດ້ບອກພໍ່ແມ່ຂອງລາວວ່າ ລາວພູມໃຈຫຼາຍກັບຕົວລາວເອງ ແລະ ພໍ່ແມ່ລາວກໍ່ດີໃຈກັບລາວຄືກັນຍ້ອນວ່າມໍຫາເປັນລູກຄົນດຽວທີ່ໄດ້ມີໂອກາດໄປຕ່າງປະເທດຫຼາຍກວ່າລູກຄົນອື່ນໃນຄອບຄົວ. ພໍ່ແມ່ລາວກໍ່ສະໜັນສະໝູນໃຫ້ລາວຫຼີ້ນກິລາຣັກບີ້ຕັ້ງແຕ່ຕອນທຳອິດເລີຍ.     “ປະສົບການທີ່ດີຫຼາຍສຳລັບຂ້ອຍທີ່ໄດ້ເປັນຕົວແທນເຂົ້າຮ່ວມງານຣັກບີ້ໂລກ ເພາະຂ້ອຍໄດ້ຮຽນເປັນນັກກິລາ ແລະ ກາຍມາເປັນຄູຝຶກສອນເພື່ອຢາກພັດທະນານັກກິລາ ແລະ ເດັກນ້ອຍຢູ່ໃນບ້ານຂອງຂ້ອຍເອງ. ຂ້ອຍບໍ່ຄິດວ່າຈະໄດ້ມີໂອກາດເຂົ້າຮ່ວມງານໃຫຍ່ໆແບບນີ້. ຜ່ານການເດີນທາງຄັ້ງນີ້ໄດ້ຮຽນຮູ້ກ່ຽວກັບກົດລະບຽບຂອງຄົນໃນປະເທດຍີປຸ່ນ ເຂົາເຈົ້າເປັນຄົນມີລະບຽບຫຼາຍ. ໃນຖານະຂ້ອຍເປັນຄູຝຶກ ຂ້ອຍຈະນຳເອົາມາໃຊ້ຢູ່ປະເທດລາວ ແລະ ແບ່ງປັນຄວາມຮູ້ໃຫ້ຄູຝຶກຄົນອື່ນ ແລະ ນັກກິລາເປັນຄົນມີລະບຽບຫຼາຍຂື້ນ. ໃນການເດີນທາງຄັ້ງນີ້ເຮັດໃຫ້ຂ້ອຍໄດ້ມີໂອກາດເຫັນສິ່ງໃໝ່ໆຈາກຄົນອຶ່ນໆ ຫຼື ວັດທະນາທຳຂອງປະເທດອື່ນ ເຮັດໃຫ້ຂ້ອຍສາມາດນຳມາພັດທະນາຕົນເອງໃຫ້ເປັນຄູຝຶກແລະ ຜູ້ນຳໃຫ້ດີກວ່າເກົ່າໄດ້.ຖ້າຂ້ອຍຢູ່ແຕ່ບ້ານຂອງຕົນເອງບໍ່ໄດ້ອອກໄປໃສເລີຍກໍ່ບໍ່ສາມາດພັດທະນາຕົນເອງ ແລະ ເປັນຜູ້ນຳທີ່ດີໄດ້.” ນີ້ແມ່ນຄຳເວົ້າຂອງມໍຫາກ່ຽວກັບຄວາມຮູ້ສຶກຂອງລາວຕໍ່ການເປັນຕົວແທນເຂົ້າຮ່ວມຣັກບີ້ໂລກ.

ໃນອະນາຄົດມໍຫາຢາກພັດທະນາຕົວເອງໃຫ້ຫຼີ້ນກິລາຣັກບີ້ໃຫ້ເກັ່ງ ແລະ ສອນທີມຂອງລາວໃຫ້ເກັ່ງຄືກັນ. ມໍຫາໄດ້ຮັບໂອກາດທີ່ພິເສດຫຼາຍໃນການເດີນທາງໄປຍີປຸ່ນເພື່ອເປັນຕົວແທນໃນການຈັບທຸງຊາດໃຫ້ກັບທີມປະເທດຊາມົວ ແລະ ລາວຍັງໄດ້ໃຊ້ທັກສະພາສາອັງກິດທີ່ຮຽນຈາກແຄ້ມອັງກິດໃນການແລກປ່ຽນກັບນັກກິລາຄົນອື່ນທີ່ໄປເປັນຕົວແທນຈັບທຸງຄືກັນ. ຖືວ່າປະສົບການນີ້ແມ່ນໄດ້ໃຫ້ຄວາມເປັນຜູ້ນຳກັບລາວຫຼາຍຂື້ນ. ນອກຈາກນີ້ລາວຍັງໄດ້ເຫັນທັກສະການຫຼີ້ນຂອງນັກກິລາທີມຊາດ, ຄວາມແຂງແຮງ, ຄວາມມຸນໝັ້ນຕັ້ງໃຈຝຶກຊ້ອມ ແລະ ມໍຫາຈະເອົາທັກສະສົ່ງບານ, ຕັດ, ຫຼອກ, ລົບຫຼີກມາປັບໃຊ້ກັບຕົວເອງ ແລະ ທີມຂອງລາວເພື່ອໃຫ້ພັດທະນາການຫຼີ້ນຣັກບີ້ດີຂື້ນ. 

ຜ່ານຂໍ້ມູນຂອງຊີຄ້າງ ແລະ ມໍຫາ ເຫັນວ່າການໃຫ້ໂອກາດຄູຝຶກ ແລະ ນັກກິລາໄດ້ໄປເບິ່ງການແຂ່ງຂັນໃຫຍ່ລະດັບໂລກແມ່ນສຳຄັນຫຼາຍ. ມັນເຮັດໃຫ້ຄູຝຶກມີຄວາມຄິດຢາກພັດທະນາທີມຂອງພວກເຂົາຫຼາຍຂື້ນ. ນັກກິລາກໍ່ຢາກພັດທະນາຕົວເອງ ແລະ ໄດ້ໃຊ້ຄວາມສາມາດທີ່ສະຫະພັນສອນ ຫຼື ຝຶກອົບຮົມໃຫ້ຄູຝຶກກັບນັກກິລາ. ນອກຈາກນັ້ນແມ່ນຍັງມີໝູ່ເພື່ອນໃໝ່ ແລະ ມີການແລກປ່ຽນທັກສະຂອງນັກກິລາແຕ່ລະປະເທດ ຫຼື ວັດທະນະທຳ ແລະ ເຫັນວ່າຊີຄ້າງກັບມໍຫາວື່ແມ່ນໄດ້ມີວີທີແກ້ໄຂບັນຫາຂອງຕົວເອງ. ການເວົ້າພາສາ ຫຼື ການພົບບັນຫາກັບກຸ່ມທີ່ໄປນຳກັນກໍ່ຕາມ ແຕ່ສາມາດຮັບມືໄດ້ໃນທຸກສະຖານະການ. ການມອບ ໂອກາດໃຫ້ທຸກຄົນໄດ້ໄປເຫັນການແຂ່ງຂັນຣັກບີ້ໂລກ ແລະ ເຂົ້າຮ່ວມກິດຈະກຳແລກປ່ຽນຕ່າງໆແມ່ນສາມາດຊ່ວຍໃຫ້ຄູຝຶກ ແລະ ນັກກິລານຳເອົາປະສົບການທີ່ໄດ້ມາພັດທະນາຕົນເອງ ຫຼື ຄວາມສາມາດຂອງຕົນເອງໄດ້ດີກວ່າການທີ່ຕົນອື່ນບອກໃຫ້ເຮັດ. 

70476938_10156648360631274_7211574441619226624_n.jpg

Ms. Mor Ha Vue attended the JENESYS program in Japan. She previously played rugby and is now in her first year of coaching for the LRF’s Champa Ban Youth Rugby Program. She is in charge of four teams in Peak District and she is currently studying at Secondary School. She has been a tag rugby player since 2015 and is now a contact rugby player on the Xieng Khouang RFC Women’s Team. 

Last September, she had the opportunity to travel to Japan to represent the ChildFund Pass It Back players in the Rugby World Cup festivities in Japan. She represented Laos as a flag bearer for Samoa at the Rugby World Cup on the opening day of competition. She was nervous and excited because she had never done anything so meaningful in front of so many people at a major competition before. She was very worried and afraid of making a mistake that might embarrass the Lao Rugby Federation or her country, but she said to herself, “No matter what happens, I’ll try my best”.  

She also got to know the Japanese players who were flag bearers and talked with them. She never imagined that she would have the opportunity to participate in the Rugby World Cup, represent her country, and make new friends like this. She saw that the Rugby World Cup players have great ball-passing skills, evasive moves, cuts, and side-steps.  They were very strong and skillful, and she thought they were more determined in training than club players.  She also saw that every player understood the skills needed for their position and had great speed. She noticed that all the players who competed in the Rugby World Cup really concentrated on practicing.” Mor Ha Vue believes that they might not miss any national team training sessions, which contributes to them becoming excellent players. “In conversation with fellow flag bearers, I used English skills I learned from English camp to talk to them. I was more confident in speaking English than Lao.”

Ms. Mor Ha told her parents that she is very proud of herself for her experiences while attending the Rugby World Cup.  Her parents are also proud because she is the only child in her family who has had opportunities to travel outside of Laos. Her parents have encouraged her to play rugby from the beginning. In the future, Ms. Mor Ha wants to develop her rugby skills and teach her team to excel. 

71104668_10156655233231274_3473233962288021504_n.jpg

Mor Ha’s says, “It was a great experience for me to represent my community at the World Cup because I learned to play rugby and became a coach to develop the players and children in my own home. I didn't think I would have the opportunity to attend such a big event. Through this trip, I learned about the culture and characteristics of many people in Japan. They are very disciplined. As a coach, I will bring this lesson to Laos and share my knowledge with other coaches and players more effectively. On this journey, I had the opportunity to see new things from different people and cultures so that I can better develop myself as a coach and leader. If I hadn't left home, I could not develop myself and be a good leader.

See Khang’s and Mor Ha’s stories show us that giving players and coaches the opportunity to see the Rugby World Cup is very important. It gives coaches the incentive to continue to advance their teams’ skills on the field as well as in the community. Players also really want to develop themselves to showcase the skills that the federation teaches. In addition, they also make new friends as well as exchange skills and culture with players from many countries. It is obvious that See Khang and Mor Ha had their own way of solving problems. Whether speaking English or facing problems with the group, they handled every situation with confidence and grace. Giving everyone the opportunity to see the Rugby World Cup and participate in exchange activities can help coaches and players bring those experiences back to develop themselves for their own personal development and for the betterment of others.

Humans of Lao Rugby: Lar Moua

ຂຽນໂດຍ: ເອັງ ຄ້າງ Author: Aeng Khang

ຂຽນໂດຍ: ເອັງ ຄ້າງ
Author: 
Aeng Khang

ນາງຫຼ້າມົວ ໝໍເຢັ່ງ ຢູ່ບ້ານລາດມົນ ເມືອງຄຳ ແຂວງຊຽງຂວາງ. ຕອນນີ້ລາວກຳລັງຮຽນທີ່ໂຮງຮຽນມັດທະຍົມປາຍ ແລະ ເປັນຄູຝືກຂອງ ChildFund Pass It Back ໂດຍການສອນປື້ມຫຼັກສູດບົດບາດຍິງຊາຍໃຫ້ເດັກນ້ອຍໃນບ້ານ ແລະ ໂຮງຮຽນທີ່ເມືອງຄຳ.

ກ່ອນທີ່ຫຼ້າມົວເຂົ້າມາເປັນຄູຝືກລາວຍັງບໍ່ຮູ້ຫຍັງກ່ຽວກັບ ChildFund Pass It Back ແຕ່ລາວໄດ້ຍິນອາຈານປະກາດຢູ່ໂຮງຮຽນຈື່ງສະໝັກເປັນຄູຝືກ ແລະ ກໍ່ໄດ້ໄປຝືກອົບຮົມຢູ່ນະຄອນຫຼວງວຽງຈັນເປັນເວລາ 1 ອາທິດ. ລາວມີຄວາມຕື່ນເຕັ້ມຫຼາຍທີ່ໄດ້ຮຽນກ່ຽວກັບປື້ມຫຼັກສູດບົດບາດຍິງຊາຍນີ້ ຫຼ້າມົວບອກວ່າ: “ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງເຊັ່ນ: ປື້ມບົດບາດຍິງ-ຊາຍ ເຮັດໃຫ້ຂ້ອຍຮູ້ວ່າເດັກນ້ອຍ, ຜູ້ໃຫຍ່, ຍິງຊາຍ ມີສິດເປັນຂອງຕົວເອງ ແລະ ມີສິດຕັດສີດໃຈໃນການຕັ້ງເປົ້າໝາຍຕົວເອງ.” ເພາະວ່າ ຢູ່ໃນຊຸມຊົນແມ່ນສັງຄົມຄາດຫວັງໃຫ້ຜູ້ຍິງເປັນແມ່ທີ່ດີ, ດູແລລູກໃນເຮືອນ, ເຮັດວຽກຄອບຄົວເຊີ່ງຜູ້ຊາຍແມ່ນຜູ້ທີ່ເຮັດໄດ້ທຸກຢ່າງ ແລະ ອອກໄປເຮັດວຽກບ່ອນອື່ນຫາເງິນລ້ຽງຄອບຄົວ. ຫຼ້າມົວຍັງເວົ້າອີກວ່າ: “ເວລາຂ້ອຍອອກໄປຝືກອົບຮົມຢູ່ວຽງມີຄົນໃນບ້ານເວົ້າດູຖູກຂ້ອຍວ່າເປັນຜູ້ຍິງແທ້ໆເປັນຫຍັງອອກໄປເຮັດຕາມໃຈແບບນີ້, ເປັນຄົນບໍ່ດີ ເຖີງວ່າຂ້ອຍຈະໄປຝືກອົບຮົມມາກໍ່ບໍມີຄວາມສາມາດເປັນຄູຝືກສອນໄດ້. ເຮັດໃຫ້ຂ້ອຍຮູ້ສືກໜ້າອາຍ ແລະ ບໍ່ກ້າອອກໄປໃສມາໃສ. ແຕ່ໃນເວລາທີ່ຂ້ອຍຝືກອົບຮົມແລ້ວໄດ້ມີການແຍກເປັນກຸ່ມສົນທະນາກ່ຽວກັບທັກສະຊິວິດທີ່ເວົ້າເລື່ອງບົດບາດຍິງຊາຍ ເຊິ່ງຜູ້ຍິງສາມາດອອກໄປເຮັດວຽກຫາເງິນໄດ້ຢູ່ບອນອື່ນໄດ້ຄືກັນກັບຜູ້ຊາຍແລ້ວຂ້ອຍກໍ່ເລີຍເຂົ້າໃຈຄືນໃໝ່ ວ່າຂ້ອຍກໍ່ສາມາດໄປເຮັດວຽກ ຫຼື ໄປສອນເດັກນ້ອຍໃນບ້ານຂອງຂ້ອຍ ເຖີງວ່າຄົນອື່ນຈະເບີ່ງເປັນຄົນບໍ່ດີກໍ່ຕາມຂ້ອຍກໍ່ຈະພະຍາຍາມສອນເດັກນ້ອຍໃຫ້ໄດ້ດີທີ່ສຸດ.” 

ນອກຈາກຄົນໃນສັງຄົມເວົ້າໃຫ້ຫຼ້າມົວວ່າບໍ່ສາມາດສອນເດັກນ້ອຍໄດ້ກໍ່ຍັງມີເຫດການໜຶ່ງທີ່ລາວໄດ້ພົບຕອນທີ່ລາວໄປສອນກໍ່ຄື: “ຂ້ອຍໄປລົງທະບຽນນັກກິລາຢູ່ໂຮງຮຽນກໍ່ມີຜູ້ຊາຍທີ່ຮຽນຢູ່ໂຮງຮຽນດຽວກັນກັບຂ້ອຍມາເວົ້າດູຖຸກນັກກິລາກັບຂ້ອຍວ່າ ພໍແລ້ວບໍ່ຕ້ອງໄປເຮັດ, ບໍ່ຕ້ອງຫຼີ້ມກິລາ ເພາະຜູ້ຍິງບໍ່ສາມາດເຮັດຫຍັງໄດ້. ບໍ່ວ່າຈະເປັນນັກກິລາ ຫຼື ວ່າເປັນຜູ້ນຳ ເຮັດໄປກໍ່ບໍ່ມີປະໂຫຍດ ໃຫ້ກັບໄປເປັນລູກສາວທີ່ດີຂອງພໍ່ ແລະ ແມ່!!! ແຕ່ຂ້ອຍກໍ່ໄດ້ບອກພຽງແຕ່ກັບກັບນັກກິລາຂອງຂ້ອຍວ່າບໍ່ຕ້ອງໄປສົນໃຈເພາະຂ້ອຍໄດ້ຮຽນກ່ຽວກັບສິດທິບົດບາດຍິງຊາຍແລ້ວ ເຖີງວ່າຈະເປັນຍິງ ຫຼື ຊາຍຖ້າເຮົາຄິດວ່າຈະເຮັດຫຍັງ ແລະ ເຮົາຄິດວ່າມັນເປັນສີ່ງທີ່ຖືກຕ້ອງໂດຍບໍ່ໃຫ້ມີບັນຫາກັບໂຕເຮົາແມ່ນເຮົາສາມາດເຮັດໄດ້.”

ຫຼັງຈາກນັ້ນຫຼ້າມົວກໍ່ໄດ້ປ່ຽນຄວາມຄິດວ່າ “ຕອນທີ່ຂ້ອຍຍັງບໍ່ໄດ້ໄປຝືກອົບຮົມກ່ຽວກັບບົດບາດຍິງຊາຍແມ່ນຜູ້ຊາຍເວົ້າໃຫ້ຂ້ອຍວ່າຜູ້ຍິງບໍ່ມີຄວາມສາມາດເຮັດຫຍັງໄດ້, ເປັນຜູ້ນຳບໍ່ໄດ້ ນອກຈາກເປັນແມ່ເບີ່ງແຍງລູກ, ເຮັດວຽກຢູ່ໃນເຮືອນ. ເຮັດໃຫ້ຂ້ອຍທໍ້ຖອຍໃນການຮຽນໜັງສື ເພາະຂ້ອຍຄິດວ່າເຖິງຕັ້ງໃຈຮຽນໄປກໍ່ບໍ່ໄດ້ວຽກເຮັດງານທຳ. ສຸດທ້າຍກໍ່ໄດ້ເບີ່ງລູກເຮັດວຽກຄອບຄົວຕາມທີ່ທຸກຄົນໃນຊຸມຊົນເວົ້າ. ແຕ່ຫຼັງຈາກທີ່ຂ້ອຍໄປຝືກອົບຮົມບົດບາດຍິງຊາຍມາ ເຮັດໃຫ້ຂ້ອຍເຂົ້າໃຈເຖີງຄວາມຄາດຫວັງ ແລະ ສິດທິ ຂ້ອຍຈື່ງຄິດວ່າ ທຸກຢ່າງທີ່ຄົນອື່ນເວົ້າໃຫ້ຂ້ອຍນັ້ນເປັນຄວາມຄາດຫວັງຂອງສັງຄົມເທົ່ານັ້ນ ບໍ່ຄວນເຮັດທຸກຢ່າງຕາມຄວາມຄາດຫວັງທີ່ສັງຄົມວາງໄວ້. ຂ້ອຍກໍ່ໄດ້ຕັ້ງຮຽນ, ເບີ່ງບົດຮຽນ,ຂ້ອຍໄດ້ຕັ້ງໃຈຮັບສະໝັກນັກກິລາ ແລະ ສອນເອົາປະສົບການເພື່ອອານາຄົດ ຈຶ່ງຫາວຽກເຮັດໄດ້ ເມື່ອເວລາມີຄອບຄົວຈິ່ງບໍ່ຕ້ອງຫຍຸ້ງຍາກເລື່ອງຄ່າໃຊ້ຈ່າຍ.”

ພ້ອມກັນນັ້ນຫຼ້າມົວກໍ່ມີຄວາມຕື່ນເຕັ້ນຫຼາຍທີ່ຈະໄດ້ສອນປື້ມບົດບາດຍິງຊາຍໃຫ້ເດັກນ້ອຍແຕ່ລາວກໍ່ຈະຕັ້ງໃຈສອນໃຫ້ເດັກນ້ອຍເຂົ້າໃຈ, ເອົາປະສົບທີ່ລາວໄດ້ຮູ້ມາສົ່ງຕໍ່ໃຫ້ທຸກຄົນ “ເພາະປື້ມບົດບາດຍິງຊາຍມີຄວາມສຳຄັນຫຼາຍຕໍ່ທຸກຄົນຢູ່ໃນຊຸມຊົນ ຍ້ອນມັນມີບົດຮຽນກ່ຽວກັບສິດທິ, ການແຍກໃຫ້ອອກວ່າແມ່ນຫຍັງຄືຄວາມຄາດຫວັງຂອງຄົນອື່ນ ແລະ ແມ່ນຫຍັງເປັນສີ່ງຕົນເອງຕັ້ງເປົ້າໝາຍໄວ້ ແລ້ວຈະເຮັດໄປຕາມຄວາມຝັນ. ເມື່ອເດັກນ້ອຍ ແລະ ໄວໜຸ່ມຍິງໄດ້ຮຽນປື້ມນີ້ແລ້ວຈະເຮັດໃຫ້ພວກເຂົາເຂົ້າໃຈວ່າແມ່ນຫຍັງຄືຄວາມຄາດຫວັງຂອງຄົນອື່ນ, ແມ່ນຫຍັງທີ່ເປັນຄວາມຝັນໃນອະນາຄົດຈະເຮັດໃຫ້ຜູ້ຍິງມີຄວາມໝັ້ນໃຈ ແລະ ສາມາດອອກໄປຫາວຽກເຮັດໄດ້ບໍ່ວ່າຈະຢູ່ໃສກໍ່ຕາມແລ້ວກໍ່ເຮັດໃຫ້ສາມາດຊ່ວຍເຫຼືອຄອບຄົວໄດ້. ຂ້ອຍຢາກໃຫ້ທຸກຄົນຮູ້ ແລະ ເຂົ້າໃຈເຖີງບົດບາດຍິງຊາຍວ່າ ຈະເປັນຍິງ ຫຼື ຊາຍ ເວລາເຮັດຫຍັງບໍ່ຄວນດູຖຸກຄົນອື່ນ ​ແລະ ​ຕ້ອງ​ໃຫ້​ຄວາມ​ເຄົາ​ລົບ​ເຊີ່ງ​ກັນ ​ແລະ ​ກັນແລ້ວເອົາໄປໃຊ້ໃນຊິວິດປະຈຳວັນ.”

​ປື້ມ​ບົດ​ບາດ​ຍິງ​ຊາຍຂອງ ChildFund Pass It Back ກໍ່ເປັນສີ່ງສັນຄັນຫຼາຍທີ່ຫຼ້າມົວໄປຜ່ານການຝືກອົບຮົມແລ້ວມີຄວາມຮູ້ກ່ຽວກັບບົດບາດຍິງຊາຍວ່າຕົວເອງມີສິດເຮັດຫຍັງແລະ ບໍ່ຄວາມເຮັດຫຍັງ. ມັນເຮັດໃຫ້ລາວແຍກໄດ້ວ່າອັນໃດແມ່ນຄວາມຄາດຫວັງຂອງຊຸມຊົນ, ອັດໃດແມ່ນສິດຂອງລາວ ແລະ ປື້ມນີ້ເຮັດໃຫ້ລາວມີຄວາມຕັ້ງໃຈເບິ່ງບົດຮຽນແລະ ເອົາໃຈໃສ່ການສືກສາໂດຍທີ່ບໍ່ໄດ້ເຮັດຕາມຄວາມຄາດຫວັງຂອງຊຸມຊົນທີ່ມີຕໍ່ລາວ. ຖ້າຄົນໃນຊຸມຊົນໄດ້ຮັບຄວາມຮູ້ນີ້ກໍ່ເຮັດທຸກຄົນມີຄວາມເຄົາລົບເຊິ່ງກັນ ແລະ ກັນ. ເວລາຜູ້ຍິງມີເປົ້າໝາຍ ຫຼື ມີແຜນຈະເຮັດຫຍັງ ແມ່ນຜູ້ຊາຍໄດ້ໃຫ້ຄວາມຮ່ວມມື, ສະໜັບສະໜູນແລ້ວຜູ້ຍິງຈະມີຄວາມໝັ້ນໃຈຕົນເອງຫຼາຍຂື້ນ, ມີຄວາມສາມາດເປັນຜູ້ນຳຫຼາຍຂື້ນ, ຕັ້ງໃຈຮໍ່າຮຽນສືກສາໂດຍບໍ່ຈຳເປັນຕ້ອງແຕ່ງງານໄວ ຫຼື ເບີ່ງແຍງລູກຕາມຄວາມຄາດຫວັງຂອງຊຸມຊົນ.

Lar Moua Noryeng lives in Lardmon Village, Kham district, Xiengkhouang Province. She is currently studying at secondary school and is a coach for Childfund Pass It Back, teaching the gender curriculum to children in her village and at schools in Kham district.

After hearing about the ChildFund Pass It Back program from her teacher, she applied to be a coach and she was trained in Vientiane for a week long session. She was thrilled to learn about the Understanding Gender curriculum. Lar Moua said: "I have learned a lot – the Understanding Gender curriculum made me realize that children, adults, men, and women all have rights, including the right to set their own goals.”

 “When I went to be trained in Vientiane, someone in the village insulted me, asking why, as a woman, I am going out to do my own thing. They said I am not a good person, and that even if I could go to the training, I would never be a coach. This made me feel ashamed and afraid of going anywhere. However, when I was being trained there was a life skill discussion group about gender, and we discussed that women could go out and earn money like men. Then, I realized that I could go to work and teach children in my village. Even though other people might look me as bad person, I decided to try to teach the children the best that I can. " 

Aside from the fact that people in the village told Lar Moua that she could not teach children, there was also an incident that she encountered when she was teaching:
“I went to recruit players in my school, and there were men at the same school who came to insult and tease us. They said ‘that is enough - you do not need to play sports because women cannot do anything. Whether you are a leader or a player, it is useless - just being a good daughter for your parents is enough!’ However, I just kept telling my players not to worry about his words, because I had learned about gender rights already. It does not matter if you are man or woman; if we know what we want to do and we think it's the right thing to do, we should just go for it."

After the training, her mindset changed: “Before I was trained about gender, men told me that women could not do anything other than being a mother to take care of children and do chores at home. This made me discouraged about my studies, because I thought that even though I worked hard, I would not be able to get a job anyway, and I would end up just taking care of children as people said. However, after I was trained about gender, I began to understand expectations and rights. I realised that everything people said to me was just based on societal expectations, and I should not follow the expectations they set. After that, I started to concentrate on my studies more, review my lessons, and focus on recruiting players and teaching them in order to gain experience for my future. I do this so that it will be easy for me to find a job, and when my family faces any problems, we will not face difficulties with expenses.”

She confides that she was very nervous about teaching the gender curriculum to children, but she will concentrate to help the children understand the content and share her experience with everyone "because the gender curriculum is very significant to everyone in the community since it consists of rights, how to identify the expectations of others, and setting goals. If children and young girls get to learn this curriculum, it will help them understand the expectations of others, and what future dreams will make women confident and able to go to work anywhere, so they can also support their families as well. I want everyone to know and understand gender, whether you are a man or a woman…You must respect each other and apply these lessons into daily life.” 

Humans of Lao Rugby: Payta

ຂຽນໂດຍ: ພອນສັກ ກົມຊາດ Author: Phonesak Komsard

ຂຽນໂດຍ: ພອນສັກ ກົມຊາດ
Author:
Phonesak Komsard

ທ້າວເປຕາ ບຸນມີໄຊ​ ອາຍຸ 19 ປີ , ລາວເຄີຍເປັນນັກກິລາໃນຫຼັກສູດ ChildFund Pass It Back ໄດ້ 2 ປີ ແລ້ວກາຍມາເປັນຄູຝຶກ 1 ປີ. ປັດຈຸບັນລາວກຳລັງສອນ  4 ທີມ. ນອກຈານີ້ເປຍັງເປັນນັກກິລາຂອງສະໂມສອນວຽງຈັນຫມູປ່າ ໄດ້ 2 ປີແລ້ວ.

ການເຂົ້າມາເປັນນັກກິລາຄັ້ງທຳອິດຂອງເປແມ່ນ “ຕອນຮຽນຢູ່ມໍ 6 ມີອ້າຍໂອໂລ້ ແລະ ຄູຝືກຫລາຍຄົນມາສອນຣັກບີ້ໃນໂຮງຮຽນ. ແລ້ວ​ມາຖາມວ່າໃຜຢາກຫຼີ້ນກິລາຣັກບີ້ບໍ?.​ຂ້ອຍກໍ່ເລີຍຖາມວ່າຣັກບີ້ເປັນຈັງໃດ? ລາວກໍອະທິບາຍໃຫ້ຮູ້ຂ້ອຍກໍ່ເລີຍສະໝັກເບີ່ງ. ​ຫຼັງຈາກທີ່ໄດ້ເຂົ້າມາເປັນນັກກິລາແມ່ນຂ້ອຍໄດ້ໄປແຂ່ງຂັນຫຼາຍບ່ອນ ແລະ ຂ້ອຍໄດ້ຮຽນຮູ້ກ່ຽວກັບການວາງແຜນອະນາຄົດ. ຂ້ອຍຮູ້ສືກດີໃຈຫລາຍທີ່ໄດ້ຮຽນຮູ້ການວາງແຜນອານາຄົດ ເພາະຕອນຂ້ອຍຫລີ້ນກິລາອື່ນ ຂ້ອຍບໍ່ເຄີຍຮູ້ຍັງເລີຍກ່ຽວກັບການວາງແຜນອະນາຄົດ. ​ຫລັງຈາກນັ້ນອ້າຍໂອໂລ້ເຊີ່ງເປັນຄູຝືກຂອງຂ້ອຍສອນແລ້ວລາວໄດ້ຖາມຂ້ອຍວ່າສົນໃຈເປັນຄູຝຶກບໍ່? ຂ້ອຍເລີຍຄິດຢາກລອງເປັນຄູຝຶກເພື່ອຢາກໄປສອນນັກກີລາຢູ່ໂຮງຮຽນຂອງຂ້ອຍເອງ. ການເປັນຄູຝຶກແມ່ນຂ້ອຍຈະໄດ້ຮັບໜ້າທີຮັບຜິດຊອບສອນທີມເກົ່າຂອງຄູຝຶກຄົນທີ່ເຄີຍສອນຂ້ອຍທີ່ໄດ້ເຊົາສອນແລ້ວ. ຂ້ອຍໄດ້ນຳເອົາປະສົບການທີ່ໄດ້ຮຽນຈາກອ້າຍໂອ່ໂລ່ແລ້ວມາສອນນັກກີລາຂອງຂ້ອຍ ເພື່ອຈະໄດ້ຖ່າຍທອດບົດຮຽນຂອງຂ້ອຍທີ່ໄດ້ຮຽນມາໃຫ້ນັກກິລາ. ຈາກນັ້ນຂ້ອຍໄດ້ໄປຝຶກອົບຮົມເພື່ອຮຽນຮູ້ເອົາປະສົບການ ແລະ ຢາກພັດທະນາໂຕເອງໃຫ້ດີຂື້ນກ່ອນເກົ່າ. ເມື່ອເຂົ້າຝຶກອົບຮົມຄູຝຶກແລ້ວຂ້ອຍໄດ້ພັດທະນາຕົນເອງ ຈາກແຕ່ກ່ອນເປັນຄົນຂີ້ອ່າຍ, ບໍ່ມັກເວົ້າມັກວ່າ, ຂີ້ດື້ ແລະ ກວນໝູ່ ໄດ້ປ່ຽນຈາກຄົນຂີ້ອ່າຍມາເປັນຄົນກ້າຫານ ເພື່ອຈະຮັບຄວາມຮູ້ຈາກຜູ້ຝຶກສອນທີ່ສອນຂ້ອຍ. ໃນການມາເປັນຄູຝຶກຂ້ອຍໄດ້ມີຄວາມສະໝັກໃຈຢາກເປັນ ເພາະຢາກຈະໄປສອນສີ່ງທີ່ຕົນເອງໄດ້ຮຽນຮູ້ມາກ່ອນ. ໃນຂົງເຂດຂອງຂ້ອຍປະຈຸບັນແມ່ນມີແຕ່ຂ້ອຍຄົນດຽວເປັນຄູຝຶກໄດ້ຮັບຜິດຊອບຫຼາຍທີມ ແລະ ມີນັກກີລາທີ່ແຕກຕ່າງກັນ.” 

ເຫັນໄດ້ວ່າເປມີປະສົບການຈາກການເປັນນັກກິລາມາກ່ອນ ແຕ່ລາວໄດ້ພັດທະນາຕົນເອງມາເປັນຜູ້ນຳພາໃນການສອນນັກກິລາ. ນອກຈາກນັ້ນລາວຍັງມີຄວາມພະຍາຍາມໃນການພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນການຮັບຮູ້ຫຼັກສູດ ChildFund Pass It Back ແລະ ຮຽນຮູ້ທັກສະການເປັນນັກກິລາເພື່ອໃນອະນາຄົດເປຢາກເປັນນັກກິລາທີມຊາດເພື່ອໃຫ້ພໍ່ແມ່ໄດ້ພູມໃຈໃນຜົນງານທີ່ລາວໄດ້ສ້າງມາຈົນຮອດປະຈຸບັນນີ້​.

ກ່ອນທີ່ເປຈະເຂົ້າມາເປັນຄູຝຶກແມ່ນລາວເປັນນັກກິລາມາກ່ອນ ເປເປັນນັກກິລາຄົນໜຶ່ງທີ່ບໍ່ຟັງຄວາມຄູຝຶກສອນ. ແຕ່ເມື່ອໄດ້ເຂົ້າມາເປັນຄູຝຶກແລ້ວມັນເຮັດໃຫ້ລາວໄດ້ຮັບປະສົບການໃນການເປັນຄູຝຶກ ແລະ ສອນນັກກິລາຂອງລາວໃຫ້ຟັງຄວາມຫຼາຍຂື້ນ. ຕອນທີ່ລາວເຂົ້າເປັນຄູຝຶກທຳອິດແມ່ນມີຄວາມກັງວົນຫຼາຍ ເພາະລາວບໍ່ຮູ້ຫຍັງກ່ຽວກັບການເປັນຄູຝຶກເລີຍ. ແມ່ຂອງລາວກໍ່ມີຄວາມກັງວົນຫຼາຍ ແລະ ບໍ່ຢາກໃຫ້ເປໄປຝຶກອົບຮົມ ເພາະລາວເປັນຫ່ວງ. ເປແມ່ນຄົນໜຶ່ງທີ່ເປັນເສົາຫຼັກໃຫ້ຄອບຄົວ ເພາະອ້າຍຂອງລາວບໍ່ຄ່ອຍສົນໃຈຄອບຄົວປານໃດ. ລາວໄດ້ດູແລພໍ່ແມ່ ແລະ ເປັນຄູຝຶກສອນເພື່ອຫາເງິນລ້ຽງດູຄອບຄົວ.  ໃນເດືອນມັງກອນ ປີ 2020 ທີ່ຜ່ານມານີ້ ເປໄດ້ເຂົ້າຮ່ວມການຝຶກອົບຮົມຄູຝຶກທີ່ນະຄອນຫຼວງວຽງຈັນ. ລາວໄດ້ຮຽນຮູ້ກ່ຽວກັບປື້ມຫຼັກສູດ ChildFund Pass It Back ກ່ຽວກັບວາງແຜນອະນາຄົດ. ເປເລົ່າວ່າ “

ຂ້ອຍໄດ້ຮຽນກ່ຽວກັບການເປັນຄູຝຶກສອນທັກສະຊິວິດກ່ຽວກັບປື້ມວາງແຜນອານາຄົດຕື່ມອິກ ເພື່ອຈະໄດ້ນຳໄປສອນໃຫ້ນັກກິລາທັງ 4 ທີມ. ໃນນັ້ນມີບົດຮຽນຫລາຍບົດຮຽນທີ່ຂ້ອຍໝັ້ນໃຈວ່າ ຂ້ອຍສາມາດນຳໄປໃຊ້ໃນຊີວິດຂອງຂ້ອຍເອງໄດ້ເລີຍຄືຂ້ອຍໄດ້ຮູ້ຈັກຫາວຽກເຮັດ ແລະ ຮູ້ຈັກປະຫຍັດເງິນ, ຮູ້ຈັກເກັບທ້ອນເງີນ. ຂ້ອຍໄດ້ນຳໃຊ້ບົດຮຽນກ່ຽວກັບການວາງແຜນອະນາຄົດຕົນເອງ ວາງແຜນກ່ຽວກັບການຮຽນໃຫ້ຈົບມະຫາວິທະຍາໄລ. ຂ້ອຍຈະນຳໄປສອນນັກກິລາໃຫ້ຮູ້ຈັກວາງແຜນອະນາຄົດ ແລະ ແບ່ງເວລາເພື່ອຮູ້ຈັດການໃຊ້ຊິວີດແບບມີຄວາມສຸກ ແລະ ມ່ວນໄປກັບການຫຼີ້ນກີລາຣັກບີ້ຕາມຫຼັກສູດທີ່ຂ້ອຍໄດ້ຮຽນມາ.​

ເປເວົ້າວ່າ “ເມື່ອຂ້ອຍມາເປັນຄູຝືກ ພໍ່ແມ່ຂ້ອຍກໍ່ດີໃຈຫຼາຍເພາະວ່າລູກໂຕເອງຮູ້ຈັກຫາເງິນໃຊ້ເອງ ເເລະ ເປັນຜູ້ໃຫຍ່ພໍແລ້ວລາວຈືງບໍ່ຄິດຫລາຍ. ເມື່ອກ່ອນຂ້ອຍຄາດຫວັງພຽງວ່າຂ້ອຍຈະເປັນນັກກິລາທີ່ດີ ແລະ ພັດທະນາຕົນເອງ. ແຕ່ຂ້ອຍບໍ່ຄິດວ່າຈະໄດ້ມາເປັນຄູຝືກຈົນຮອດຕອນນີ້ ແຕ່ຂ້ອຍກໍຄາດຫວັງວ່ານັກກິລາທີ່ຂ້ອຍສອນນັ້ນຈະເອົາຂ້ອຍເປັນໂຕແບບທີ່ດີ. ໃນອານາຄົດຂອງຂ້ອຍກໍຈະສືບຕໍ່ເປັນຄູຝືກທີ່ດີ ແລະ ເປັນແບບຢ່າງໃຫ້ນັກກິລາຂ້ອຍ ແລະ ເດັກນ້ອຍໃນບ້ານຂອງຂ້ອຍ. ໃນອານາຄົດເມື່ອຂ້ອຍຮຽນຈົບແລ້ວຂ້ອຍກໍຈະພະຍາຍາມຊອກຫາວຽກທີ່ດີເຮັດຫາເງີນໄດ້ຫຼາຍໆ ເພາະຂ້ອຍບໍ່ຢາກໄປໄກຈາກຄອບຄົວ ອີກຢ່າງພໍ່ແມ່ຂ້ອຍຂ້ອຍກໍ່ເຖົ້າ. ສິ່ງທີ່ຂ້ອຍມັກທີ່ສຸດໃນການເປັນຄູຝືກກໍຄືການເຮັດໃຫ້ໝູ່ຂ້ອຍທີ່ເປັນຄູຝືກນຳກັນມີຄວາມສຸກ ແລະ ນັກກິລາຂ້ອຍໃຫ້ຮຽນຮູ້ກ່ຽວກັບບົດບາດຍີງຊາຍ, ຮູ້ຈັກວາງແຜນອານາຄົດ ແລະ ການເຮັດໃຫ້ນັກກິລາມີຄວາມສຸກຄືສິ່ງທີ່ຂ້ອຍຕ້ອງການ.”  ນອກຈາກນັ້ນເປ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການສອນປື້ມຫຼັກສູດການວາງແຜນອະນາຄົດຄື “ການສອນປື້ມວາງແຜນອະນາຄົດແມ່ນຢາກໃຫ້ນັັກກິລາຮູ້ຈັກວາງແຜນອະນາຄົດ ແລະ ເຄົາລົບນັບຖືທຸກຄົນໂດຍອິງຕາມຜູ້ຍິງຜູ້ຊາຍມີສິດເທົ່າທຽ່ມກັນ. ການຮຽນກ່ຽວກັບວາງແຜນອະນາຄົດເປັນສິ່ງສຳຄັນຫຼາຍ ເພາະແຕ່ກ່ອນຂ້ອຍກໍ່ບໍ່ເຄີຍທ້ອນເງິນ ຫຼື ຄິດກ່ຽວກັບແຜນອະນາຄົດເລີຍ. ໃນປັດຈຸບັນນີ້່ຍັງມີໄວໜຸ່ມໃນຊຸມຊົນຫຼາຍຄົນທີ່ບໍ່ຮູ້ຈັກການວາງແຜນອະນາຄົດ ແລະ ບາງຄົນກໍ່ຍັງຂໍເງິນພໍ່ແມ່ໃຊ້ຢູ່. ການທີ່ຂ້ອຍເປັນຄູຝຶກສອນນັກກິລາກ່ຽວກັບເລື່ອງນີ້ເປັນສິ່ງທີ່ເປັນປະໂຫຍດສຳລັບເດັກນ້ອຍ ແລະ ໄວໜຸ່ມຫຼາຍ. ຂ້ອຍຢາກໃຫ້ເດັກນ້ອຍໄດ້ຮຽນຮູ້ກ່ຽວກັບບົດບາດຍິງຊາຍ ແລະ ການວາງແຜນອະນາຄົດຫຼາຍຂື້ນ ເພື່ອໃຫ້ພວກເຂົາໄດ້ມີແຜນອະນາຄົດຂອງຕົນເອງ ແລະ ເຄົາລົບນັບຖືຄົນອື່ນ.

ຫຼັງຈາກທີ່ເປໄດ້ເປັນຄູຝຶກລາວໄດ້ຮັບໂອກາດຫຼາຍຢ່າງໃນການຮຽນຮູ້ເຊັ່ນ: ໄດ້ຮູ້ຈັກການວາງແຜນອານາຄົດ  ໄດ້ຮູ້ຈັກບົດບາດຍິງຊາຍເຊັ່ນ: ກ່ຽວກັບການສະເໝີພາບທັງຍິງຊາຍ, ການເຮັດວຽກ ຫຼື ເປັນນັກກິລາທຸກຄົນກໍ່ສາມາດເຮັດໄດ້ຄືກັນເຊັ່ນ: ຄູຝຶກ ແລະ ນັກກີລາ ບໍ່ວ່າຈະເປັນຍິງ ຫຼື ຊາຍກໍ່ສາມາດເປັນໄດ້.

ນອກຈາກປະສົບການໃນການຮຽນຮູ້ເນື້ອໃນຂອງຫຼັກສູດ ChildFund Pass It Back ແລ້ວ ເປຍັງໄດ້ຮັບໂອກາດເດີນທາງໄປປະເທດຍີຢຸ່ນ. ລາວໄດ້ເລົ່າວ່າ “ຂ້ອຍຍັງມີໂອກາດໄດ້ອອກໄປຕ່າງປະເທດຄືປະເທດຢີ່ປຸ່ນ ແລະ ຂ້ອຍໄດ້ປະສົບການາຍຢ່າງໄດ້ຮຽນຮູ້ວັດທະນາທຳ, ຮູ້ຈັກການດຳລົງຊີວິດຂອງປະເທດຢິ່ປຸ່ນ. ການໄປຄັ້ງນີ້ຂ້ອຍໄດ້ປະສົບການການຫຼີ້ນຮັກບີ້, ໄດ້ໄປແລກປ່ຽນການຫຼີ້ນກີລາກັບປະເທດອື່ນໆທີ່ຢູ່ໃນອາຊຽນ, ໄດ້ໄປລົງຢ້ຽມຢາມໂຮງຮຽນຢູ່ປະເທດຍີ່ປຸ່ນ, ໄດ້ໃສ່ຊຸດປະຈຳຂອງປະເທດຍີ່ປຸ່ນ. ນອກຈາກນັ້ນຍັງໄດ້ໄປຮ່ວມເບີ່ງການແຂ່ງຂັນຢູ່ເດີ່ນຣັກບີ້ໂລກທີມີຄົນທົ່ວໂລກໄດ້ໄປຮ່ວມງານໃນຄັ້ງນັ້ນ, ໄດ້ຮຽນຮູ້ຈັການທັກທາຍຂອງແຕ່ລະປະເທດ, ການຮູ້ຈັກຫຼາຍພາສາໃນການສະບາຍດີ ແລະ ການມາຕົງຕໍ່ເວລາ. ນອກຈາກນັ້ນຍັງໄດ້ໄປຮ່ວມງານແຂ່ງຂັນຣັກບີ້ໂລກເປັນຄັ້ງທຳອິດໃນຊິວິດຂອງຂ້ອຍ. ມັນເປັນການແຂ່ງຂັນຣັກບີ້ ປະເພດ 15 ຄົນ. ການໄປຮ່ວມເບີ່ງການແຂ່ງຂັນເທື່ອນີ້ແມ່ນສຳຄັນຫຼາຍ ເພາະຂ້ອຍກໍ່ຍັງບໍ່ເຄີຍໄດ້ໄປຮ່ວມເບີ່ງການແຂ່ງຂັນໃຫ່ຍໆແບບນີ້ມາກ່ອນ. ມັນເປັນຄັ້ງທຳອິດໃນຊີວິດຂອງຂ້ອຍທີ່ໄດ້ເບິ່ງການແຂ່ງຂັນຣັກບີ້ໂລກ. ມັນກໍ່ແມ່ນໂອກາດໜື່ງທີ່ຂ້ອຍໄດ້ເປັນໂຕແທນຄູຝຶກຊາຍຈາກປະເທດລາວໄດ້ຮວມໂອກາດທີສຳຄັນໄປຮ່ວມກິດຈຳກຳ ໄປຖ່າຍທອດບົດຮຽນກັບປະເທດອື່ນໆທີ່ແຕກຕ່າງກັນມາແລກປ່ຽນກັນໃນປະເທດຍີ່ປຸ່ນ. ຂ້ອຍໄດ້ເອົາປະສົບການມາເຜີຍແຜ່ໃຫ້ນັກກິລາຂອງຂ້ອຍກ່ຽວກັບການໄປປະເທດຍີ່ປຸ່ນໃນຄັ້ງນັ້ນກ່ຽວກັບຣັກບີ້ກ່ຽວກັບການແລກປ່ຽນກັບປະເທດອື່ນທີ່ຂ້ອຍໄດ້ໄປຮ່ວມເປັນໂຕແທນຂອງຄູຝຶກຊາຍ. ການໄປຍີ່ປຸ່ນໃນຄັ້ງນີ້ແມ່ນສຳຄັນຫຼາຍທີ່ຂ້ອຍເອງໄດ້ຮັບໂອກາດຕ່າງໜ້າໃຫ້ກັບຄູຝຶກຊາຍໄດ້ຖຶກເລຶອກໃຫ້ໄປຮ່ວມງານ. ຫຼັງຈາກກັບມາຂ້ອຍໄດ້ເອົາປະສົບການຈາກການໄປແລກປ່ຽນໃນຄັ້ງນັ້ນມາເລົ່າໃຫ້ນັກກີລາເພື່ອໃຫ້ເຂົາເຈົ້າໄດ້ຕັ້ງໃຈຝຶກຊ້ອມມາຊ້ອມແບບບໍ່ຂາດ ເພື່ອຮັບຮູ້ຂໍ້ມູນຕ່າງໆ ເພື່ອຈະໄດ້ໂອກາດດີໆແບບດຽວກັບຂ້ອຍ”. 

ເຫັນໄດ້ວ່າການສອນຫຼັກສູດ ChildFund Pass It Back ແມ່ນ ການສ້າງໄວໜຸ່ມເປັນຜູ້ນຳໃນຊຸມຊົນແມ່ນເປັນເລື່ອງທີ່ດີຫຼາຍ ເພາະເປໄດ້ພັດທະນາຈາກການເປັນນັກກິລາມາເປັນຄູຝຶກ ແລະ ກັບໄປສອນຢູ່ບ້ານຂອງຕົນເອງ. ນອກຈາກນັ້ນຫຼັກສຸດ ChildFund Pass It Back ຍັງຊ່ວຍໃນການພັດທະນາໄວໜຸ່ມຍິງຊາຍຈາກນັກກີລາມາເປັນຜູ້ນຳໃນທີມຕົນເອງ. ການພັດທະນາຈາກນັກກິລາກາຍມາເປັນຄູຝຶກສອນຂອງເປແມ່ນສຳຄັນຫຼາຍສຳລັບການສົ່ງຕໍ່ຄວາມຮູ້ສົ່ງຕໍ່ປະສົບການທີ່ນັກກີລາໄດ້ຮູ້ມາແລ້ວນຳມາຖ່າຍທອດປະສົບການຕ່າງໆໃຫ້ກັບນັກກິລາຂອງລາວ. ນອກຈາກນີ້ຍັງເຫັນໄດ້ວ່າໄວໜຸ່ມສາມາດກາຍເປັນຄູຝຶກໄດ້ ໂດຍຜ່ານການຝຶກສອນ ແລະ ຝຶກອົບຮົມຈາກ ChildFund Pass It Back. ໃນອະນາຄົດຫວັງວ່າຈະມີຫຼາຍໆຄົນເຂົ້າມາຮ່ວມເປັນຜູ້ນຳ ພັດທະນາກິລາຣັກບີ້ໃນລາວໃຫ້ຫຼາຍຂື້ນ. 

Mr. Payta Bounmixay, 19 years old, Payta was a rugby player under the ChildFund Pass It Back project for 2 years. Later he has been becoming a rugby trainer for 1 year. Currently, he is teaching for 4 teams. Meanwhile, Payta is also a player in the Association of Wild Hogs for almost 2 years.

Pay has started to be a rugby player since he was studied at 12th grade, he told that “back to the time, Mr. Olo with others rugby trainers visited his school to promote the students the rugby federation and I was the one who curious to know what is the rugby? And I decided to be in. Once, I became a team of rugby, I have been joined the tournament at many places. Moreover, I have learned on the future planning which I’m very happy to know about it because this is good opportunity for me to learn and also it was my first impression to study how to set the plan for the future’s life. Afterward, my trainer, Mr. Olo asked me if I interested to be a trainer and I said yes promptly. That was a big change of my life as I’ve never expected to be a trainer before but now, I got a change to teach other athletes in my school. Recently, I’m teaching the team that my trainer had trained them before. I brought out my experience from my trainer to teach my trainees. Furthermore, I’m continuing to improve my skills by attending the workshops, training courses and sharing lesson learned with the others trainers. As a result, I’ve seen myself changing, previously, I was shied, quiet and sometimes annoying my friends. But today, I could say that I’m brave and have ambitious to improve myself in a right way. That’s a reason why I decided to be a rugby trainer and I’m happy to teach many teams which I enjoy with many players and see the progress of them”. 

As we can see that Pay has experience of being of rugby player before, then He improves himself which finally turned to be a trainer. Plus, he attempts to increase his capacity in order to learn as much as he can from the project of ChildFun Pass It Back. Also, he wants to develop his skills as his expectation is to be a Lao rugby National team in the future. Plus, he made his parent proud of him and the things that he achieved heretofore. 

Once he became a rugby trainer, he gained a lot of experience from it. Previously, he was nervious on teaching as he’ve never known how to train or teach. Moreover, his mother was also worried about him, she did not want him to go for training but due to family circumstance, he has to do so as he is a main supporter and taking care of his family. Therefore, this opportunity supported him to earn the income for the family as well as to improve himsefl to achive the goal. 

In January 2020, Pay has participated in the Training to be a Traiiner (TOT) in Vientiane Capital. He has learned the course of Future planning in the ChildFund Pass It Back project. He told that “after I understood more about the Life-Skills and the lesson of Future planning, I am confident that those lessons are useful in real life for instance, I understood about financial management, which help me to remind myself to save the money, Plus, I’ve known the guidelind to find a job, also it helped me to plan for my university graduation. Nevertheless, I’ve sharing the lesson that I have leaned to my 4 teams of rugby that aim to increase the understanding about the important of the future planning and time management which could help them to live their life productively”. 

Indeed, Pay said “as being a rugby trainer, my parent was so proud that I can earn money by myself. At the beginning, I only expected to be a good player and improve my skills, but up until now, this is more than I expected, I turned to be a trainer also I do hope that my students or my trainees will learned a lot from me and follow it as a role model for their lifes. In addition, for my future plan, after I graduated, I will find a job that could make more money which I can look after my parent later on. Moreover, I felt happy of being a trainer and the thing that I really like is when the trainers gathering and playing game togerher that was a good moment that we are closed and sharing experience together. All in all, I’m enjoying when teaching my team not only the rugby but the gender equality and to set the plan to next coming future”.  

Besides, Pay also indicates the essential of the course of Future planning, he said “the course aimed to increase the understanding of the future plan for the rugby players which also included the gender responsive into the course in order to raise awareness of gender equality in the community. Recently, there have some teenagers still don’t know how to plan for their own future, some of them are still rely on their parents. This is therefore I would like to be as a voice to promote and contribute the technical of the future planning, and gender responsive to them. Pay has opportunity to lean many courses that consist of: the future planning, the gender equality which emphasizes provide a change neutrally for all gender to apply for being a trainer and/or a player. 

Besides the learning course of the ChildFund Pass It Back, Pay has gotten the big opportunity to participate the exchange program in Japan. He told that “I was really happy and excited to participated the exchange program in Japan, I have seen a different culture, and the Japanese traditional life. In particularly, the exchange experience with Japanese rugby players and others member of ASEAN countries. Plus, I have visited their school and also wearing the National Japanese costume, I have learned to say hi in different languages and learned to be punctual. Moreover, that was my first time to watch the World Rugby Cup where it was hosted in Japan and the match was performed by 15 players. I was really impressed because there have a lot of people around the world attended this big tournament. At that time, I attended as a representative of the trainer from Laos, which joined them the exchange activities of being a trainer with others countries. After I came back, I obviously shared my experience from Japan to my trainees particularly about the technical skill of rugby and learning the new things with many difference countries. I hope that my experience will encourage them to practice more and expect that they will get the opportunity like me in the future”. 

According to the case of Mr. Pay, it shows that the training course of ChildFun Pass It Back project is supported the young to be a leader in their community. We also found a good outcome from a case of Mr. Pay as he is improved himself from the rugby player to a trainer that he teaches in his hometown. Nevertheless, the project also supports in developing the young for both women and men to be a leader in their team. This is very important for Mr. Pay because his transition from player to trainer’s experience will be hand on to the next generation. Thus. This can be concluded that the training course of ChildFund Pass It Back successes in developing young leadership through the training to be a trainer (TOT), and other relevant tools. Last, we do expect that the project will engage more the young people to be a leader as well as enhancing the value of Lao rugby. 

Humans of Lao Rugby: Meena

ຂຽນໂດຍ: ຄຳໝັ້ນ ສີໄມທອງ Author: Khamman Seemaithong

ຂຽນໂດຍ: ຄຳໝັ້ນ ສີໄມທອງ
Author:
Khamman Seemaithong

ນາງ ມີນາ ມາຈາກ ແຂວງຊຽງຂວາງ. ລາວເປັນນັກກິລາຄົນໜຶ່ງໃນຫຼັກສູດ ChildFund Pass It Back ເຊິ່ງມີນາເປັນນັກກິລາໃໝ່ທີ່ຫຼີ້ນຢູ່ທີມ ມົດແດງ FC. ມີນາກຳລັງຮຽນປື້ມກ່ຽວກັບການວາງແຜນອະນາຄົດນຳຄູຝຶກນາລີ ແລະ ຢຸ້ນ.

ມີນາບອກເຖິງຄວາມຮູ້ສຶກການວາງແຜນອະນາຄົດວ່າ “ມັນມີຄວາມສຳຄັນຕໍ່ນ້ອງຫຼາຍເພາະວ່າ ຂ້ອຍມີການວາງແຜນວ່າເວລາຮຽນຕ້ອງຕັ້ງໃຈຮຽນ, ຂ້ອຍຕ້ອງມີການທ້ອນເງິນໄວ້ລ່ວງໜ້າ ເພື່ອໃຫ້ໄປຮອດເປົ້າໝາຍຂອງຂ້ອຍ. ເວລາໄປຮຽນວິຊາຊິບກໍ່ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຕ້ອງແບ່ງປັນພາລະໃຫ້ຄອບຄົວເຊັ່ນ: ການໃຊ້ເງິນຢ່າງມີເຫດ ແລະ ຜົນ ບໍ່ຕ້ອງໃຊ້ເງິນຟຸມເຟືອຍ. ແລ້ວຂ້ອຍຍັງຮຽນຮູ້ເປົ້າໝາຍທີ່ຊັດເຈນເຊັ່ນ: ຂ້ອຍຈະຮຽນແພດ ເພື່ອຈະໄດ້ດູແລຮັກສາຄົນທີ່ໄດ້ຮັບບາດເຈັບທັງໃນຄອບຄົວ ແລະ ຄົນອື່ນໃນຊຸມຊົນ. ເມື່ອຢາກເປັນແພດເປັນໝໍ ກໍ່ຕ້ອງສຶກສາວິຊາເປັນຫຼັກເຊັ່ນ: ວິຊາເຄມີສາດ, ວິຊາຊີວະສາດ ແລະ ວິຊາອັງກິດເປັນຫຼັກ. ຕ້ອງມີການສຶກສາພື້ນຖານເປັນຫຼັກຂອງມັນກ່ອນ, ຂ້ອຍສາມາດຮຽນຮູ້ຈາກຄົນອື່ນເຊັ່ນ: ອ້າຍ ເອື້ອຍນ້ອງ, ໝູ່ເພື່ອນ ທີ່ຂ້ອຍສາມາດຂໍຄວາມຊ່ວຍເຫຼືອໄດ້, ຄົນອ້ອມຂ້າງ ແລະ ຄົນທີ່ມີປະສົບການໃນດ້ານນີ້ ຫຼື ໃນດ້ານໝໍເປັນຫຼັກ. ຂ້ອຍຄິດວ່າອະນາຄົດຂອງຂ້ອຍ ຫຼື ທຸກຄົນມັນບໍ່ແນ່ນອນຢູ່ ແລ້ວ ຂ້ອຍຕ້ອງຫຼໍ່ຫຼອມຕົນເອງໃຫ້ເປັນດັ່ງຄຳທີ່ກ່າວມາຂ້າງເທິງນັ້ນ ແລ້ວຂ້ອຍຈະເຮັດໃນປັດຈຸບັນນີ້ໃຫ້ດີທີ່ສຸດເທົ່າທີ່ຂ້ອຍຈະເຮັດໄດ້.”

ນອກນີ້ມີນາຍັງບອກວ່າ “ຂ້ອຍຕ້ອງມີຄວາມພະຍາຍາມ ຊ່ວຍເຫຼືອຄົນອື່ນເທົ່າທີ່ສາມາດຊ່ວຍເຫຼືອໄດ້ເຊັ່ນ: ການແກ້ວຽກບ້ານທີ່ອາຈານໃຫ້ເວລາລຳບາກເຊິ່ງເຮົາບໍ່ສາມາດຊ່ວຍໄດ້ເຖິງ 100% ແຕ່ຂ້ອຍກໍ່ສາມາດຊ່ວຍໄດ້ໃນດ້ານຄຳເວົ້າທີ່ດີ ແລະ ເປັນຄຳເວົ້າທີ່ຊ່ວຍເຫຼືອເຂົາເຈົ້າແທ້ໆ ຫຼື ຄຳເວົ້າທີ່ອອກມາຈາກໃຈແທ້ໆ, ເວລາເຮັດວຽກຢູ່ໃນບ້ານເວລາຈຳເປັນເຊັ່ນ: ສູ່ຂວັນຢູ່ບ້ານ ຫຼື ພີທີສູ່ຂັວນຕ່າງໆຢູ່ໃນຊຸມຊົນ. ຂ້ອຍມີການພັດທະນາຕົນເອງໃນດ້ານຄວາມຮູ້: ຮຽນຈາກຄູຝຶກທີ່ສອນກ່ຽວກັບການວາງແຜນອານາຄົດເຊັ່ນ: ບົດຮຽນເປົ້າໝາຍຂອງ ເຊິ່ງເຂ້ອຍໄດ້ຮູ້ວ່າເປົ້າໝາຍຂອງຂ້ອຍຈະເປັນແນວໃດ ແລະ ຂ້ອຍຈະມີການຮັບມືກັບມັນແນວໃດ, ຂ້ອຍຕ້ອງມີການພັດທະນາຕົນເອງ, ຕ້ອງມີຄວາມອົດທົນ ແລະ ສາມາດຂໍຄວາມຊ່ວຍເຫຼືອຈາກຄົນອື່ນ, ຄົນທີ່ມີປະສົບການກ່ຽວກັບຕັ້ງເປົ້າໝາຍຂອງຕົນເອງ. ເຖິງວ່າມັນຈະມີຄວາມລົ້ມເລວ, ອຸປະສັກ ແຕ່ຂ້ອຍກໍ່ຕ້ອງອົດທົນເພື່ອໃຫ້ບັນລຸເປົ້າໝາຍຂອງຂ້ອຍ ຫຼື ຈຸດປະສົງທີ່ຂ້ອຍວາງໄວ້ນັ້ນ ແລະ ຕ້ອງມີຄວາມຫຼົງໄຫຼກັບມັນເພື່ອມັນຈະເຮັດໃຫ້ເຮົາບັນລຸເປົ້າໝາຍຂອງຂ້ອຍກໍ່ໄດ້ເຊັ່ນດຽວກັນ.”

ສຸດທ້າຍນີ້ມີນາໄດ້ບອກວ່າລາວຮູ້ສຶກດີໃຈຫຼາຍ, ຕື່ນເຕັ້ນ ແລະ ຕ້ອງມີຄວາມພະຍາຍາມໃຫ້ຫຼາຍກວ່ານີ້ເພື່ອຈະເຮັດໃຫ້ດີຂື້ນໃນການວາງແຜນໃນອະນາຄົດ ແລະ ຕ້ອງຕັ້ງໃຈຮຽນ, ຝຶກຝົນຕົນເອງ ແລ້ວເຮົາກໍ່ຕ້ອງພະຍາຍາມ ໃຫ້ມັນເປັນໄປຕາມແຜນທີ່ລາວວາງໄວ້ ຫຼື ໃຫ້ມັນໃກ້ຄຽງແຜນເທົ່າທີ່ຈະເຮັດໄດ້. ໂດຍລວມແລ້ວ ແມ່ນແລ້ວການຮຽນປື້ມວາງແຜນອະນາຄົດແມ່ນຊ່ວຍໃຫ້ມີນາໄດ້ຕັ້ງເປົ້າໝາຍຂອງຕົວເອງ ແລະ ລາວກໍ່ຕ້ອງມີຄວາມອົດທົນ ແລະ ພະຍາຍາມເຮັດໃຫ້ໄດ້, ຕ້ອງມີຄວາມຫຼົງໄຫຼກັບມັນ ເຖິງວ່າມັນຈະມີອຸປະສັກກໍ່ຕາມ ລາວກໍ່ຕ້ອງເຮັດໃຫ້ດີທີ່ສຸດເທົ່າທີ່ລາວຈະເຮັດໄດ້ ແລະ ມັນກໍ່ຕ້ອງມີທາງອອກທີ່ດີສຳລັບເປົ້າໝາຍຂອງລາວ. ລາວຄິດວ່າອຸປະສັກເຫຼົ່ານີ້ມັນກໍ່ຕ້ອງມີທາງອອກຂອງມັນຢູ່ສະເໝີ.

Meena lives in Kham district, Xieng Khouang Province and is a rugby player in the Mod Daeng FC team. Meena is shared with us her experience of learning through the Planning for your Future curriculum. 

“From the Planning for the Future module, I now know what my goals are and how I will handle them. I have also developed as a person. I am now more patient and am able to ask for help from people with experience in creating their own goals. Even though I will experience failure and obstacles, I have to be patient in order to achieve my goals and must do so with passion.”

In addition to helping players identify their goals, the Planning for the Future curriculum also provides a pathway of concrete steps towards achieving them. For the case of Meena, she identified the following:  “It is very important to me that while I study I must stay focused. I have to save money in advance in order for me to reach my goals. When I undergo professional studies, I not only have to train myself but must also learn to share family responsibilities by spending money reasonably and not overspending.” 

“Moreover, I also learned about how to form clear goals; for example, I will study medicine, so that I can take care of the injured both in my family and my community. If I want to be a doctor, I will also have to study the essential subjects of chemistry, biology and English. I need to have good foundations in these essentials before anything else. I am able to learn from other people such as my siblings and friends, who I can ask for help. I also learn from other people in life who have medical experience. I think that no one’s future is certain. I have to train myself in order to achieve the things I mentioned above, and then do the best that I can in the present.”

Humans of Lao Rugby: Bounxue

ຂຽນໂດຍ: ວະນິດາ ທຳມະວົງສາ Author: Vanida Thammavongsa

ຂຽນໂດຍ: ວະນິດາ ທຳມະວົງສາ
Author:
Vanida Thammavongsa

ທ້​າວ ບຸນ​ຊູ ຫຼ້າ​ມະ​ນີ ອາ​ຍຸ 16 ປີ ຮຽນ​ຢູ່ ມໍ​ປາຍ ຈາກ ນະຄອນຫຼວງວຽງຈັນ ແລະ ​ເປັນ​ນັກ​ກິ​ລາຈຳປາບານຣັກບີ້ ພາຍໃຕ້ຫຼັກສູດ ChildFund Pass It Back ​ຢູ່​ທີມ​ ທົ່ງ​ປົ່ງອິນ​ດີ້. ​ລາວຫຼິ້ນ​ຣັກ​ບີ້ໄດ້ ສອງ ປີ​ແລ້ວ, ​ເປັນ​ນັກ​ກິ​ລາ​ຄົນ​ໜຶ່ງ​ທີ່​ຮັກ​ໃນ​ການ​ຊ້ອມ​ຣັກ​ບີ້​ ແລະ ​ມີ​ຄວາມ​ຝັນ​ຢາກ​ເປັນ​ຄູ​ຝຶກ. ​​ຕອນ​ນີ້​ລາວ​ໄດ້​ຮຽນ​ປຶ້ມ 4 ຫົວ​ແລ້ວ​ມີ: ບົດ​ບາດ​ຍິງ​ຊາຍ, ວາງ​ແຜນ​ອະ​ນາ​ຄົດ, ຄວາມ​ຮູ້​ສຶກ​ປອດໄພ ແລະ​ປະ​ຈຸ​ບັນ​ແມ່ນ​ກຳ​ລັງ​ຮຽນ​ປຶ້ມ​ສຸ​ຂະ​ພາບ​ແຂງ​ແຮງ. ແຕ່​ລ​ະ​ບົດ​ຮຽນ​ເຮັດ​ໃຫ້​ເຂົ້າ​ໃຈຫຼາ​ຍ​ຢ່າງ​ເຊັ່ນ: ຄວາມ​ເທົ່າ​ທຽມ​ກັນ​ຂອງ​ຜູ້​ຍິງຊາຍ​ໃນ​ສັງ​ຄົມ, ຮູ້​ເຖິງ​ສິດ​ທິ​ເດັກ​ນ້ອຍ, ການ​ວາງ​ແຜນ​ອະ​ນາ​ຄົດ, ການ​ຕັດ​ສິນ​ໃຈ​ໃນ​ຄອບ​ຄົວ, ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ທີ່​ເດັກ​ນ້ອຍ​ຄົນ​ໜຶ່ງ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແນ່ ແລະ​ຮູ້​ວ່າ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼື​ອ​ເວ​ລາ​ມີ​ເຫດ​ການ​ທີ່​ຄິດ​ວ່າ​ຈະ​ເປັນ​ຄວາມ​ສ່ຽງ​ຕໍ່​ເດັກ​ນ້ອຍ, ຄົນ​ອື່ນ ຫຼື ໂຕ​ເອງ ລາວ​ສາ​ມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄູ​ຝຶກ, ນາຍ​ຄູ, ອ້າຍ​ເອື້ອຍ​, ເຈົ້າ​ໜ້າ​ທີ່, ຜູ້​ໃຫຍ່​ທີ່​ຢູ່​ໃກ້​ ແລະ​ສະ​ຖານ​ທີ່​ທີ່​ຮັບ​ຜິດ​ຊອບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຊັ່ນ: ​ຫ້ອງ​ການ​ບ້ານ, ຫ້ອງ​ປ້ອງ​ກັນ​ເວນ​ຍາມ ແລະອີກຫຼາຍ​ສະ​ຖານ​ທີ່​ທີ່​ເປັນ​ອົງ​ກອນ​ຊ່ວຍ​ເຫຼືອຫຼຸດ​ຜ່ອນ​ຄວາມ​ສ່ຽງ. ຕອນ​ນີ້​ກຳ​ລັງຮຽນ​ປຶ້ມ​ສຸ​ຂະ​ພາບ​ແຂງ​ແຮງ​ເຮັດ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຈະ​ເລີນ​ພັນ​ຂອງ​ຮ່າງ​ກາຍ​ຄົນ​ເຮົາ, ຮູ້​ເຖິງ​ອາ​ການ ແລະ​ ການ​ຕິດ​ຕໍ່ພະ​ຍາດ​ຕິດ​ຕໍ່ທາງ​ເພດ​ສຳ​ພັນ. ການ​​ຮຽນ​ກ່ຽວ​ກັບ​ສຸ​ຂະ​ພາບ​ແຂງ​ແຮງ​​ຊ່ວຍໃຫ້​ລາວ​ໄດ້​ຮູ້ຫຼາຍ​ຂຶ້ນ​ ເພາະ​ເປັນ​ບົດ​ຮຽນ​ໃໝ່​ທີ່ໂຮງຮຽນ​ຍັງ​ບໍ່​ໄດ້​ສອນ​ເທື່ອ. ​ມັນ​ໜ້າ​ສົນ​ໃຈຫຼາຍ​ເຮັດໃຫ້​ບຸນ​ຊູ​ມີ​ຄວາມ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ຮຽນ​ບົດ​ຮຽນ​ໃໝ່​ເຊັ່ນ: “ການ​ຮູ້​ກ່ຽວ​ກັບ​ການ​ຈະ​ເລີນ​ພັນ​ຮ່າງ​ກາຍ​ເພດ​ຍິງເປັນ​ສິ່ງ​ທີ່​ຊູ​ພໍ​ຮູ້​ແຕ່​ບໍ່​ໄດ້​ຮັບ​ຮູ້​ແບບ​​ລະ​ອຽດ​ຮູ້​ໜ້າ​ທີ່​ຂອງ​ອະ​ໄວ​ຍະ​ວະ​ສືບ​ພັນເຮັດ​ໜ້າ​ທີ່​ໃນ​ການ​​ມີ​ລູກ​ຂອງ​ເພດ​ຍິງ​ແມ່ນ ສາ​ມາດ​ຖື​ພາ​ມີ​ລູກ​ໄດ້ຫຼັງ​ຈາກ​ທີ່​ກ້າວ​ເຂົ້າ​ສູ່​ໄວ​ໜຸ່ມ​ແລ້ວ ແລະ ເພດ​ຊາຍ​ກໍ​ສາ​ມາດ​ສ້າງ​ນ້ຳ​ເຊື້ອ​ເພື່ອ​ໃຫ້​ປະ​ຕິ​ສົນ​ທິ​ກັບ​ໄຂ່​ ແລະ ​ຈຶ່ງ​ກາຍເປັນ​ລູກ​ໄດ້​​. ທຳ​ອິດ​ກໍ​​ຄິດ​ວ່າການຮຽນກິລາຣັກບີ້ກັບສຸຂະພາບແຂງແຮງຈະ​ສຳ​ຄັນ​ຫຍັງ. ​ແຕ່​ຫຼັງຈາກໄດ້ຮຽນ ແລະ ສົນທະນາກ່ຽວກັບຂໍ້ມູນໃນບົດຮຽນ ມັນ​ກໍ​ສາ​ມາດ​ຊ່ວຍ​ໃຫ້​ຮູ້​ວ່າອາ​ການຂອງ​ປະ​ຈຳ​ເດືອນຜູ້ຍິງ​ເປັນ​ແນວ​ໃດ, ສິ່ງທີ່​ອອກ​ມາ​ຈາກ​ມົດ​ລູກ ແລະ ​ມີ​ຂະ​ບວນ​ການ​​ຕົກ​ໄຂ່​ກ່ອນ​ທີ່​ຈະ​ກາຍ​ມາ​ເປັນ​ປະ​ຈຳ​ເດືອນ ແລະ ​ເຮັດ​ໃຫ້​ຂ້ອຍ​ເຄົ​າ​ລົບ​ນັບ​ຖື​ຜູ້ຍິງຫຼາຍ​ຂຶ້ນ ທີ່​ສຳ​ຄັນ​ກໍ​ຄື​ການ​ຮູ້​ວິ​ທີ​ການ​ຮັກ​ສຸ​ຂະ​ພາບ​ໂຕງ​ເອງ.” ມີຫຼາຍ​ສິ່ງ​ທ້າ​ທາຍທີ່​ເກີດ​ຂຶ້ນ​ກັບບຸນ​ຊູ​ຄື​ເວ​ລາ​ສົນ​ທະ​ນາ​ຮ່ວມ​ກັບ​ຄູ​ຝຶກ ແລະ ​ໝູ່​ເພື່ອນ​ເຮັດ​ໃຫ້​ຂ້ອຍ​ຮູ້​ສຶກ​ອາຍ, ບາງ​ຢ່າງ​ເຮັດ​ໃຫ້​ບໍ່​ກ້າ​ເວົ້າ​ກ່ຽວ​ກັບ​ເລື່ອງ​ສຸ​ຂະ​ພາບ, ໂດຍ​ສະ​ເພາະ​ເລື່ອງ​ການ​ມີ​ເພດ​ສຳ​ພັນ ​ເພາະ​ວ່າ​ມັນ​ເປັນ​ເລື່ອງ​ສ່ວນ​ຕົວ ແລະ ​ຂ້ອຍ​ບໍ່​ກ້າ​ທີ່​ຈະ​ເອົາ​ໄປ​ລົມ​ນຳ​ຄົນ​ອື່ນ. ບຸນຊູ​ຈຶ່ງ​ພະ​ຍາ​ຍາມ​ຕັ້ງ​ໃຈ​ຟັງ​ເວ​ລາ​​ຄູ​ຝຶກພາ​ສົນ​ທະ​ນາ​ບົດ​ຮຽນ ແລະ​ ຄູຝຶກມັກ​ຈະ​ຢ້ຳ​ໃຫ້​ໃຊ້ຫຼັກ​ຄຸນ​ນະ​ທຳ​ຣັກ​ບີ້​ຄື: ການ​ເຄົາ​ລົບ​ນັບ​ຖື ແລະ ​ຄວາມຫຼົງ​ໄຫຼ ເຮັດ​ໃຫ້​ລາວມີຄວາມ​ພະ​ຍ​າ​ຍາມ​ຕັ້ງ​ໃຈ​ຟັງ. ນອກຈາກນີ້ບຸນຊູ​ຍັງໄດ້​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ການປ່ຽນແປງຂອງຕົນເອງທີ່ກ້າວເຂົ້າສູ່ໄວໜຸ່ມເຊັ່ນ: ມີການຝັນປຽກ ແລະ ມີຂົນຂື້ນຫຼາຍຕາມອະໄວຍະວະຕ່າງໆຂອງຮ່າງກາຍ. ລາວໄດ້ແລກ​ປ່ຽນ​ກັບ​ໝູ່​ວ່​າ​ເປັນ​ຄື​ກັນ ຫຼື ​ແຕກ​ຕ່າງ​ກັນ​ແບບ​ໃດ. ລາວກໍ​ໄດ້​ຄຳ​ເຫັນ​ມາ​ວ່າ​ບາງ​ຄົນ​ກໍ່​ເປັນ​ຄື​ກັນ​ບາງ​ຄົນກໍ່​ແຕກ​ຕ່າງ​ກັນ. ຂ້ອຍ​ຟັງ​ຄວາມ​ຄິ​ດ​ເຫັນ​ຂອງ​ໝູ່​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ​ບໍ່​ໄດ້​ບອກວ່າ​ມັນ​ຜິດ ຫຼື ​ສະ​ແດງ​ທ່າ​ທີ​ວ່າ​ມັ​ນ​ຕະຫຼົກ​ຫຍັງ ແລ້ວ​ເບິ່ງ​ໃຫ້​ມັນ​ເປັນ​ເລື່ອງ​ສຳ​ຄັນ​ເປັນ​ເລື່ອງ​ທຳ​ມະ​ຊາ​ດ​ຂອງ​ຄົນ​ເຮົ​າ ຈຶ່ງ​ເຮັດ​ໃຫ້​ໝູ່ ແລະ ​ບຸນຊູ​ກ້າ​ອອກ​ຄວາມ​ຄິດ​ເຫັນ​ເວ​ລາ​ສົນ​ທະ​ນາ​ແມ່ນ​ຈະ​ເຫັນ​ເລື່ອງ​ຂອງ​ກັນ​ເປັນ​ບົດ​ຮຽນ​ເວ​ລາ​ເຮົ​າ​ເຂົ້າ​ໃຈ​ຜິດ​ຄູ​ຝຶກ​ກໍ​ແນະ​ນຳ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ໃຫ້​ເຊັ່ນ: ຄຳ​ຖາມ​ທີ່​ວ່າຫຼັ່ງ​ນອກ​ບໍ່​ເຮັດ​ໃຫ້ຖື​ພາ​ແມ່ນ​ບໍ່? ​ເຊິ່ງ​ມັນ​ເປັນ​ສິ່ງ​ທີ່​ຂ້ອຍ​ເຂົ້​າ​ໃຈ​ຜິດ ແລະ ​ຄູ​ຝຶກ​ກໍ​ແນະ​ນຳ​ວ່າ​ການຫຼັ່ງ​ນອກ​ມັນ​ບໍ່​ແມ່ນ​ການ​ປ້ອງ​ກັນ​ການ​ຄື​ພາ​ແຕ່​ເປັນ​ການ​ສ່ຽງ​ຕໍ່ການ​ຖື​ພາ ​ແລະ ​ພະ​ຍາດ​ຕິດ​ຕໍ່​ທາງ​ເພດ​ສຳ​ພັນ​ອີກ ຈາກ​ນັ້ນ​ກໍ​ມີ​ອີກຫຼາຍໆ​ຢ່າງ​ທີ່​ເຮົ​າ​ເຂົ້າ​ໃຈ​ຜິດ​ແຕ່​ຄູ​ຝຶກ​ກໍ​ໄດ້​ໃຫ້​ຄຳ​ແນະ​ນຳ​ເລືຶ່ອຍໆ. ຫຼັງຈາກທີ່ບຸນຊູໄດ້ຮັບບົດຮຽນໄປແລ້ວເຮັດໃຫ້ລາວເບິ່ງເລື່ອງກ່ຽວກັບຮ່າງກາຍ,  ເລື່ອງອະໄວຍະວະເພດ ແລະ ການມີເພດສຳພັນເປັນເລື່ອງສຳຄັນ ບໍ່ແມ່ນເລື່ອງຕະຫຼົກ ແລະ ລາວຈະໃຫ້ຄຳປຶກສາໝູ່ເວລາເຂົາເຈົ້າມີປັນຫາເລື່ອງສຸຂະພາບ ແລະ ເຮັດໃຫ້ລາວເຂົ້າໃຈວ່າ “ພະຍາດຕິດຕໍ່ທາງເພດສຳພັນມັນເປັນພະຍາດທີ່ສາມາດຕິດຕໍ່ໂດຍການມີເພດສຳພັນແບບບໍ່ປ້ອງກັນ ແລະ ມັນເປັນພະຍາດທີ່ບໍ່ສະແດງອາການເວລາທີ່ຕິດເຊື້ອ. ຄົນເຮົາສາມາປ້ອງກັນມັນໄດ້ດ້ວຍການໃສ່ຖົງຢາງ.”  ​ຂັນ ຈາກນັ້ນຊູກໍໄດ້ບອກໝູ່ຂອງຊູທີ່ໄດ້ຮຽນລຸ້ນດຽວກັນ ແລະ ລຸ້ນນ້ອງໄດ້ຮູ້ຈັກປື້ມຫຼັກສູດນີ້. “ຂ້ອຍໄດ້ຊັກຊວນດ້ວຍການໃຫ້ກະເຈົ້າຝືກຊ້ອມຣັກບີ້ນຳກັນໄລ​ຍະ​ໜຶ່ງຫຼັງ​ຈາກ​ໝົດ​ລະ​ດູ ກໍ​ໄດ້​ຊັກ​ຊວນ​ໃຫ້​ລົງ​ທະ​ບຽນນຳ​ຄູ​ຝຶກ​ ແລະ ບອກວ່າ​ມີ​ທັງ​ການ​ຊ້ອມ​ກິ​ລາຫຼິ້ນ​ກິດ​ຈະ​ກຳ​ການ​ແຂ່ງແລະໄດ້ສົນທະນາກ່ຽວກັບທັກສະຊີວິດນຳກັນ​​ ແລະ ​ມັນ​ເຮັດ​ໃຫ້​ພວກເຂົາ​ມັກຫຼາຍ. ​ເຮົ​າ​ລົມ​ກັນ​ແບບ​ປຶກ​ສາ​ກັນ​ໃນ​ບົດ​ຮຽນ ມັນ​ມີ​ປະ​ໂຫຍດຫຼາຍ​ເພາະ​ເຂົາ​ໄດ້​ຮັບ​ຂໍ້​ມູນ​ໃໝ່ໆ​ທີ່​ບໍ່​ເຄີຍ​ຮູ້​ມາ​ກ່ອນ ແລະ​ໄດ້​ຮັບ​ຄຳ​ແນະ​ນຳ​ທີ່​ດີ​ຈາກ​ຄູ​ຝຶກ​ນຳ​ອີກ. 

ສະຫຼຸບ​ແລ້ວ​ການຮຽນຫຼັກ​ສູ​ດ​ນີ້​ກໍ​ເປັນ​ຄວາມ​ຮູ້​ໃໝ່ໆ​ໃຫ້​ແກ່ບຸນ​ຊູ​ແລະ​ໝູ່​ເພື່ອນ​ ເຮັດ​ໃຫ້​ເຂົາ​ໄດ້​ຮູ້​ຈັກ ການ​ປ້ອງ​ກັນ​ພະ​ຍາດ​ຕິ​ດ​ຕໍ່​ທາງ​ເພດ​ສຳ​ພັນ, ການ​ຮັກ​ສາ​ສຸ​ຂະ​ພາບ​ໂຕ​ເອງເວ​ລາ​ທີ່​ກ້າວ​ເຂົ້າ​ສູ​ໄວ​ໜຸ່ມ​ເຮົາ​ຄວນ​ຮັກ​ສາ​ໂຕ​ເອງ​ເມື່ອ​ຮ່າງ​ກາຍ​ມີ​ການ​ປ່ຽນ​ແປງ, ມີ​ກິ່ນ, ​ມີ​ສິວ, ​ມີ​ຂົນ​ຕ່າງໆ ໃຫ້​ເຮົາ​ໄດ້​ຮູ້​ຈັກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດັ່ງ​ກ່າວ​ໄດ້​ຢ່າງ​ດີ ແລະ ຮູ້​ຈັກ​ວິ​ທີ່​ຊ່ວຍ​ໃຫ້​ຄຳ​ແນະ​ນຳ​ຜູ້​ຍິງ​ຜູ້​ຊາຍເວ​ລາ​ທີ່​ມີ​ບັນ​ຫາ​ກ່ຽວ​ກັບ​​ສຸ​ຂະ​ພາບ​ທາງ​ເພດ ​ ແລະ ​ຍັງ​ໄດ້​ສົ່ງ​ເສີມ​ໃຫ້​ໝູ່​ເພື່ອນ​ອອກ​ຄວາມ​ຄິດ​ເຫັນ​ໄດ້​ແບບ​ສະ​ບາຍ​ໃຈ ໂດຍ​ການ​ທີ່​ບໍ່​ຕັດ​ສິນ​ຄວາມ​ຄິດ​ເຫັນ​ຂອງ​ໝູ່ ແລະ ​ກ້າ​ທີ່​ຈະ​ປຶກ​ສາ​ບັນ​ຫາ​ຂອງ​ໂຕ​ເອງ ແລະ​ ການ​ໃຫ້​ຄວາມ​ເຄົາ​ລົບ​ນັບ​ຖື​ຄົນອື່ນ​ກໍ​ເປັນ​ສິ່ງ​ສຳ​ຄັນ​ທີ່​ຈະເຮັດ​ໃຫ້​ທຸກ​ຄົນ​ກ້າ​ເປີດ​ໃຈ​ເວ​ລາ​ທີ່​ສົນ​ທະ​ນາ​ບົດ​ຮຽນ​. ອາດ​ຈະ​ມີ​ການ​ຍົກ​ບັນ​ຫາ​ແທ້​ຈິງ​ທີ່​ເກີດ​ໃນ​ຊີ​ວິດ​ຕົນ​ເອງ​ອອກ​ມາ​ສູ່ໝູ່​ຟັງ ​ແຕ່​ເຂົາ​ກໍ​ໄດ້​ຊ່ວຍ​ກັນ​ອອກ​ຄວາມ​ຄິດ​ເຫັນ​ແກ້​ໄຂ​ບັນ​ຫ​າ​ໃຫ້​ກັນ​ເປັນ​ຢ່າງ​ດີ.

Bounxou, a 16-year-old boy from high school from Vientiane Capital, is a ChildFund Pass It Back player. He has been playing rugby for two years now. He loves to play rugby and he wants to become a coach. He has completed 3 modules: Understanding Gender, Planning for the Future, and Feeling Safe. Now he is studying the last module, Being Healthy. Through the modules, he has gained fundamental knowledge about equal rights between males and females in society, children’s rights as human rights, planning for the future, making decisions in the family, minimising risks, safeguarding, and asking for help when needed from coaches, teachers, siblings, elders, and authorities. Now that he is studying the Being Healthy module, he said he understands about his body and reproductive system more than before. He learned about STIs - symptoms and transmission routes. It is a whole new experience for him because these things are never taught in schools. Learning life skills is exciting for him. 

Bounxou said “At first, I had doubts about the Being Healthy module. I thought ‘why is it important to talk about this subject when playing rugby already helps us to be healthy?’ Before this module, I knew that girls could reproduce once they become adults, and boys could produce sperm in order to have a baby when a male and female are together. But I never knew how sperms work to fertilises an egg from a female to make a baby. 

After I attended the sessions, I learned that it’s totally different from what I imagined. I learned how females menstruate, and about the processes that happen during the menstrual cycle, including ovulation and bleeding, and it made me respect all females even more for enduring this natural phenomenon that happens to them every month. Most importantly, I learned how to take care of my body as it changes.” 

At the beginning, Bounxou found it challenging to discuss sexual matters. He became very shy and embarrassed to talk about it with the coaches and other friends. He felt that sex is a personal issue and he was afraid to discuss it. But throughout the sessions, the coaches always emphasised the rugby values of respect and passion, which assured him that this is a safe place for everyone to talk, and they are all respected and valued. Later, he felt more confident to speak out. He asked the coaches about wet dreams and body hair. It was great that Bounxou raised the question because during the discussion, other friends shared that they experienced the same things. His friends assured him that these changes are normal and nothing is wrong with his body, and his friends did not laugh or make fun of his questions. Bounxou shared, “It’s such a great environment; it allows everyone to feel confident to speak out and share things that we believe or are curious about so that our coaches can help to correct myths and misconceptions and provide us with accurate and reliable information. For example, I always believed that pulling out can 100% prevent pregnancy, which is wrong. The coaches helped to correct me that pulling out is not an effective way to prevent pregnancy, and having sex without a condom is a risk for sexually transmitted diseases.”

Learning the Being Healthy module has changed Bounxou’s perspective. After studying the Being Healthy module, he doesn’t make fun of sexual health anymore, and he is keen to talk about sexual health when his friends need help or advice. He tells his friends that “sexually transmitted diseases (STIs) are transmitted through unsafe sex when you don’t wear a condom. You’ll never really know if another person has STIs or not, because sometimes STIs don’t show any symptoms.” Bounxou also invited and encouraged his friends to come and join the sessions with him. “I invited my friends to come and join the program by registering with the coaches, so we could discuss life skills together, and they love it so much. They can learn and experience new topics that they never knew about before, plus the program has coaches to help guide us, too!”

In conclusion, ChildFund Pass It Back has provided Bounxou and his friends a whole new experience and knowledge. This program introduced them to prevention of sexually transmitted infections (STIs), and how to take care of themselves during puberty when they experience changes in their bodies such as odors, pimples, and body hair, so they can be prepared and cope well with those changes. Players who join the program learn to advise their friends about sexual health and encourage them to talk about issues respectfully and without judgment. When they create a safe environment, their friends tend to discuss, ask more questions, and share ideas and solutions together.

Humans of Lao Rugby: Lina

ຂຽນໂດຍ: ໂຈອີ້ ອານຸສອນ Author: Joey Anousone

ຂຽນໂດຍ: ໂຈອີ້ ອານຸສອນ
Author:
Joey Anousone

ລີນ້າ ອາຍຸ17 ປີ. ປັດຈຸບັນຮຽນຢູ່ ມ. ປາຍ ໃນນະຄອນຫຼວງວຽງຈັນ. ລີນ້າເປັນຄູຝຶກ ChildFund Pass It Back ໄດ້ໜຶ່ງປີແລ້ວ. ແລະຕອນນີ້ລາວກຳລັງສອນ 4 ທີມມີ: ທີມລຸ້ນອາຍຸ 14-16 ປີສອງທີມ ເຊິ່ງແມ່ນທີມ Buberry narngfar ແລະ ຫນອນນ້ອຍໂນນສະຫວ່ງ, ສ່ວນທີມລຸ້ນ 11-13 ມີສອງທີມຄື: ສາຍຟ້າລາວ ແລະ ຕານີໄຊ FC. ກ່ອນທີ່ລີນ້າຈະໄດ້ເຂົ້າມາເປັນຄູຝຶກແມ່ນລາວໄດ້ເຫັນຫມູ່ຂອງລາວເປັນຄູຝຶກກ່ອນນັ້ນກໍຄືບີ້ ແລະ ປູ. ລີ້ນ້າກໍເຄິຍເປັນນັກກິລາມາກ່ອນ ແລ້ວລາວຍັງເຄີຍໄປເບິ່ງໝູ່ຂອງລາວສອນກ່ຽວກັບເລຶ່ອງຂອງຄວາມເທົ່າທຽບລະວ່າງຜູ້ຍິງ ແລະ ຜູ້ຊາຍ ມັນໄດ້ເຮັດໃຫ້ລາວສົນໃຈຢາກຮູ້ວ່າຄວາມຫມາຍຂອງຄຳວ່າບົດບາດຍິງຊາຍແມ່ນແນວໃດ ແລ້ວລາວຈຶ່ງໄດ້ຕັດສິນໃຈທີ່ຈະມາສະຫມັກເປັນຄູຝຶກ.

ຄວາມຮູ້ສຶກໃນຕອນທີ່ລີນ້າໄດ້ເຂົ້າມາເປັນຄູຝຶກ “ຂ້ອຍຮູ້ສຶກດີໃຈຫລາຍທີ່ໃດ້ຮັບໂອກາດເຂົ້າມາເປັນຄູຝຶກ ມັນໄດ້ເຮັດໃຫ້ຂອ້ຍໃດ້ຮຽນຮູ້ຫລາຍຢ່າງໃດ້ຮູ້ໃນສິ່ງທີບໍ່ຮູ້. ຂ້ອຍ​​ໄດ້ຮຽນຮູ້​ກ່ຽວກັບ​ບົດ​ບາດ​ຍິງ​ຊາຍ​ ເຊິ່ງ​ເວົ້າ​ເຖິງ​ສິດ​ສະ​ເໝີ​ພາບ​ຂອງ​ຜູ້​ຍິງ​ ແລະ ​ຜູ້​ຊາຍ ເຊັ່ນ: ຜູ້​ຊາຍ​ກໍ​ສາ​ມາດ​ດູແລ​ລູກ​ໄດ້​ຄື​ກັນ​ກັບ​ຜູ້​ຍິງ​ ແລະ ​ຜູ້​ຍິງ​ກໍ​ສາ​ມາດ​ເປັນ​ກຳ​ມະ​ກອນ​ໄດ້​ຄື​ກັບ​ຜູ້​ຊາຍ​ຄື​ກັນ. ບົດ​ບາດ​ຍິງ​ຊາຍ​ແມ່ນ​ບົດ​ບາດ​ທີ່​ມີ​ຄວາມ​ສະ​ເໝີ​ພາບ ​ແລ​ະ ​ບໍ່​ຄວນ​ມີ​ການ​ແບ່ງ​ແຍກ​ກັ​ນ ​ເພາະ​ທຸກ​ຄົ​ນ​ແມ່ນ​ມີ​ຄວາມ​ເທົ່າ​ທຽມກັນ ຕົວ​ຢ່າງ ຜູ້​ຊາຍ​ເປັນ​ນາຍ​ບ້ານ​ໄດ້​ຜູ້​ຍິງ​ກໍ​ສາ​ມາດ​ເປັນ​ໄດ້​ຄື​ກັນ.” ນີ້ແມ່ນຄວາມຮູ້ສຶກຂອງລີນ້າທີ່ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບບົດບາດຍິງຊາຍ.

ນອກຈາກນີ້ ໃນປັດຈຸບັນລີນ້າໄດ້ສອນກ່ຽວກັບປຶ້ມສຸຂະພາບແຂງແຮງ ແລະ ລາວໄດ້ສອນໃນສິ່ງທີ່ລາວໄດ້ຮຽນຮູ້ມາໃຫ້ນັກກິລາຂອງລາວ ເພື່ອໃຫ້ເດັກນ້ອຍໄດ້ເອົາໄປປັບໃຊ້ໃນຊີວິດປະຈຳວັນ ຫຼື ນຳໄປເຜີຍແຜ່ໃຫ້ກັບຄົນໃນຊຸມຊົນໄດ້ຮູ້ນຳອີກ. ລີນ້າຍັງໄດ້ສອນນັກກິລາກ່ຽວກັບສຸຂະພາບແຂງແຮງວ່າເຮົາຕ້ອງປະຕິບັດແນວໃດ, ຕ້ອງຮັບມືແນວໃດ ແລະ ອີກຫຼາຍຢ່າງ. ລີນ້າເລົ່າວ່າ “ສຳ​ລັບ​ບົດ​ຮຽນ​ທີ່​ສອນກໍ່ຍັງມີສິ່ງທ້າທາຍຄື ​ບາງ​ບົດ​ຮຽນກໍ່ເຂົ້າ​ໃຈ​ງ່າຍ, ບາງຮຽນ​ບົດ​ກໍ​ເຂົ້າ​ໃຈ​ຍາກ ແລະ ​ບາງ​ທີ​ກໍ່​ເປັນ​ຍ້ອນ​ການ​ຂາດ​ການ​ສື່​ສານ​ກັບ​ຄູ່​ສອນຂອງ​ໂຕ​ເອງ​ ແລ້ວເຮັດ​ໃຫ້​ໄດ້​ໄປ​ສອນ​ຄົນ​ດຽວ​ມັນຈຶ່ງທ້າທາຍ. ແຕ່ການສອນກ່ຽວກັບສຸຂະພາບແຂງແຮງ ມັນເປັນ​ເລື່ອງ​ທີ່​ດີ​ ເພາະ​​ຂ້ອຍ​ໄດ້​ຮຽນ​ແລ້ວ​ນໍາ​ເອົາ​ໄປ​ເຜີຍ​ແຜ່​ໃນ​ຊຸມ​ຊົນ​ຂອງ​ຂ້ອຍ. ຂ້ອຍບອກ​ໃຫ້​ຄົນ​ໃນ​ຄອບ​ຄົວ​ໄດ້​ຮູ້​ ແລະ ​ໄດ້​ນຳ​ໄປ​ສອນ​ເດັກ​ນ້ອຍ​. ບາງຄັ້ງມັນອາດຈະເປັນເລື່ອງຍາກທີ່ຈະເວົ້າຢ່າງເປີດເຜີຍກ່ຽວກັບເລື່ອງເພດ ແລະ ສຸຂະພາບຈະເລີນພັນ ແຕ່​ຂ້ອຍ​ກໍ​ຈຳ​ເປັນ​ຕ້ອງ​ໄດ້​ເວົ້າ​ ແລະ ​ອະ​ທິ​ບາຍ​ໃຫ້​ເດັກ​ນ້ອຍ​ຟັງ​ເພາະ​ມັນ​ເປັນ​ບົດ​ຮຽນ​ທີ່​ຕ້ອງ​ໃຫ້​ເດັກ​ນ້ອຍ​ໄດ້​ຮຽນ​ຮູ້​ສິ່ງ​ເລົ່ານີ້​ ແລະ​ໃຫ້​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ການ​ກ້າວ​ເຂົ້າ​ສູ່​ໄວ​ໜູ່ມ​ຂອງ​ໃຫ້ຮູ້ກ່ຽວກັບການຮັບມືຄື: ຖ້າ​ເປັນ​ປະ​ປະ​ຈຳ​ເດຶອນ ​ກໍ​ຕ້ອງ​ໃສ່​ຜ້າ​ອາ​ນາ​ໄມ​ ພ້ອມທັງຄວນ​ປ່ຽນ 2- 3 ເທື່ອ​ຕໍ່​ມື້​ ແລະ ຄວນຮັກສາຄວາມສະອາດຢ່າວງສະໝໍ່າສະເໝີ.” ນັ້ນແມ່ນປະສົບການໃນການສອນ ແລະ ຕົວຢ່າງບົດຮຽນຂອງປື້ມສຸຂະພາບແຂງແຮງທີ່ລີນ້າໄດ້ສອນໃຫ້ນັກກິລາຂອງລາວ. ນອກຈາກນີ້ລີນ້າຍັງເລົ່າອີກວ່າ 

“ໃນການສອນທັກສະຊີວິດແມ່ນຂ້ອຍໄດ້ບອກສິ່ງທີ່ຄວນຮູ້ໃຫ້ແກ່ນັກກິລາ ແລ້ວກໍບອກວ່າອັນໃດຄວນເຮັດ, ອັນໃດບໍ່ຄວນເຮັດ. ຖ້າມີຄຳຖາມທີ່ບໍ່ກ້າຖາມແມ່ນໃຫ້ນັກກິລາຂຽນໃສ່ເຈ້ຍ ແລ້ວເອົາມາໃຫ້ເພື່ອທີ່ຂ້ອຍຈະໄດ້ນຳໄປອ່ານແລ້ວຊອກຫາຄຳຕອບ ເພື່ອມາຕອບນັກກີລາໃນຄັ້ງຫນ້າທີ່ມາສອນ.” ສຳ​ລັບ​ການ​ຂຽນ​ຄຳ​ຖາມ​ໃສ່​ເຈ້ຍ​ແມ່​ນສິ່ງສຳຄັນໃນການສອນເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມ ແລະ ອີກຢ່າງ​ບາງຄຳຖາມບໍ່ແນ່ໃຈກ່ຽວກັບຂໍ້ມູນທີ່ແທ້ຈິງ ​ແລະ ບໍ່ສາມາດຫາ​ຄຳ​ຕອບ​ທີ່ພຽງ​ພໍ​ທີ່​ຈະ​ຕອບ​ນັກ​ກິ​ລາ ​ເລີຍ​ໃຫ້​ນັກ​ກິ​ລາ​ຂຽນ​ຄຳ​ຖາ​ມ​ໃສ່​ເຈ້ຍ​ໃຫ້​ຄູຝຶກເພື່ອ​ທີ່ຈະ​ໄດ້​ໄປ​ຫາ​ຄຳ​ຕອບ​ມາ​ຕອບ​ໃຫ້​ນັກ​ກິ​ລາ​ໃນ​ກາ​ນ​ສອນ​ຄັ້ງ​ຕໍ່​ໄປ. ມັນ​ມີຫຼາຍ​ບົດ​ຮຽນ​ທີ່​ລາວ​ໄດ້​ຮຽນ​ຮູ້​ບໍ່​ວ່າ​ຈະ​ເປັນ​ກ່ຽວ​ກັບ​ອະ​ໄວ​ຍະ​ວະ​ເພດຂອງ​ຜູ້​ຍິງ ​ແລະ​ ຜູ້​ຊາຍ, ຮອບ​ວຽນ​ປະ​ຈຳ​ເດຶອນ​ຂອງ​ຜູ້​ຍິງ​, ການ​ມີເພດສຳ​ພັນ ​ແລະ ​ອື່ນໆ​ອິກຫຼາຍ​ຢ່າງ. ລີນ້າຍັງໄດ້ບອກສິ່ງ​ທີ່​ຄວນ​ຮູ້​ໃຫ້ນັກກິລາຂອງລາວວ່າ “​ການ​ເຈັບ​​ທ້ອງ​ຂອງ​ຜູ້​ຍິງ​ເວ​ລາ​ມີ​ປະ​ຈຳ​ເດຶອນແມ່ນເປັນເລື່ອງທຳມະຊາດ ເຊິ່ງ​ຜູ້​ຍິງ​ບາງ​ຄົນ​ກໍ​ຈະ​ຮູ້​ສຶກ​ເຈັບຫຼາຍ​ເວ​ລາ​ເປັນ​ປະ​ຈຳ​ເດຶອນ ​ແລະ ​ກໍ​ມີ​ຜູ້​ຍິງ​ບາງ​ຄົນ​ທີ່​ບໍ່​ຮູ້​ສຶກ​ຫຍັງ​ເລີຍ​ເວ​ລາ​ເປັນ​ປະ​ຈຳ​ເດຶອນ”

ແລ້ວລີນ້າຍັງໄດ້ມີປະສົບການທີ່ດີໃນການຊ່ວຍເຫຼືອໝູ່ຂອງລາວຄືນຳເອົາຄວາມຄວາມຮູ້ທີ່ລາວໄດ້ຮຽນມານີ້ໄປປັບໃຊ້ໃນຊີວິດປະຈຳວັນ: “ມື້ຫນຶ່ງຫມູ່ຂອງຂ້ອຍໄດ້ມາຫຼີ້ນນຳຢູ່ບ້ານ ແລ້ວລາວກໍເວົ້າເລື່ອງລາວຂອງໂຕເອງໃຫ້ຂ້ອຍຟັງວ່າ ລາວກັບແຟນລາວຂອງລາວໄດ້ມີເພດສຳພັນນຳກັນແບບບໍ່ປ້ອງກັນ ແລ້ວເຮັດໃຫ້ລາວຖືພາ. ຂ້ອຍກໍແນະນຳໃຫ້ລາວໄປຝາກທ້ອງຢູ່ທີ່ໂຮງຫມໍ, ແຕ່ລາວບໍ່ກ້າໄປເພາະວ່າລາວຍັງອາຍຸນ້ອຍຢູ່ ແຕ່ຂ້ອຍກໍໄດ້ບອກລາວວ່າໂຮງຫມໍເປັນບ່ອນທີ່ຈະຊ່ວຍລາວໄດ້ດີທີ່ສຸດໃດ ຈາກນັ້ນລາວກໍໄດ້ຕັດສິນໃຈໄປໂຮງໝໍ. ສິ່ງທີ່ໄດ້ຮຽນມານີ້ແມ່ນມີປະໂຫຍດຫລາຍໃນການໃຊ້ຊີວິດປະຈຳວັນ ເພາະມັນໄດ້ຊ່ວຍໃຫ້ຮູ້ຫຼາຍຢ່າງ. ຖ້າເລື່ອງລາວແບບນີ້ເກິດຂຶ້ນກັບຂ້ອຍ ຂ້ອຍກໍຈະໄດ້ເອົາສິ່ງທີ່ຮຽນມານຳໃຊ້ຄືກັນ. ສຳລັບຄົນອ້ອມຂ້າງບາງເທື່ອເຂົາເຈົ້າກໍບໍ່ຮູ້ ຂ້ອຍກໍຈະໄດ້ແນະນຳ, ໄດ້ບອກສິ່ງທີ່ຄວນຮູ້ໃຫ້ເຂົາເຈົ້າເພື່ອບາງມື້ເຂົາເຈົ້າອາດຈະໄດ້ໃຊ້.”  ການ​ທີ່​ລາວ​ໄດ້​ຊ່ວຍໃຫ້ຄຳແນະນຳ​ໝູ່​ຖື​ວ່າ​ເປັນ​ເລື່ອງ​ສຳ​ຄັນຫຼາຍ​ ເພາະ​ວ່າ​ຖ້າ​ໝູ່​ບໍ່​ຟັງ​ລີ່​ນ້າ​ ລາວ​ກໍ​ອາດ​ຈະ​ໄປ​ເອົາ​ລູກ​ອອກ ຫຼື ​ກິນ​ຢາ​ເພື່ອ​ທີ່​ຈະ​ເອົາ​ລູກ​ອອກ​ ມັນ​ອາດ​ຈະ​ເຮັດ​ໃຫ້​ລາວ​ມີ​ບັນ​ຫາ​ສຸ​ຂະ​ພາບ​ນຳ​ຕາມມາ.

ລາວ​ໄດ້​ແນະນຳໃຫ້ໝູ່ຂອງລາວຄຳນຶງເຖິງການຮັກສາລູກດ້ວຍການບອກໃຫ້ໄປຝາກທ້ອງທີ່ໂຮງໝໍ. ຖ້າ​ວ່າ​ໝູ່​ຂອງ​ລາວ​ເອົາ​ລູກ​ອອກ​ມັນ​ອາດ​ຈະ​ເຮັດ​ໃຫ້​ໝູ່​ເສຍ​ເລືອດຫຼາຍ​ ແລະ ​ອາດ​ຈະ​ເສຍ​ຊີ​ວິດ​ໄດ້.

ເຫັນໄດ້ວ່າລີນ້າໄດ້ຮຽນກ່ຽວກັບປຶ້ມສຸຂະພາບແຂງແຂງ ແລ້ວລາວໄດ້ນຳເອົາຄວາມຮູ້ທີ່ຮຽນມາໄປບອກສອນໃຫ້ແກ່ນັກກິລາ ແລະ ບອກໃຫ້ກັບຄົນໃນຊຸມຊົນ, ຫມູ່ເພຶ່ອນ ແລະ ຄົນໃນຄອບຄົວວ່າ ອັນໃດທີ່ເຮົາຄວນເຮັດ ແລະ ອັນໃດເຮົາບໍ່ຄວນເຮັດ.  ໂດຍສະເພາະແມ່ນການ​ທີ່​ລາວ​ໄດ້​ຊ່ວຍ​ໝູ່​ຖື​ວ່າ​ເປັນ​ເລື່ອງ​ສຳ​ຄັນຫຼາຍ​ເພາະ​ວ່າ ລາວໄດ້ສອນໃນສິ່ງທີ່ຄວນເຮັດໃຫ້ໝູ່ແມ່ນການນະນຳໃຫ້ໝູ່ຮັກສາໂຕໃຫ້ຖືກວິທີ ແລ້ວກໍ່ໄດ້ແນະນຳອິກວ່າການທີ່ເຮົາສິເກິດລູກເຮົາຕ້ອງໄປເກີດກັບແພດຜູ້ທີ່ຊ່ຽວຊານ ບໍ່ຄວນໄປເກິດຕາຄີນິກທີ່ບໍ່ໄດ້ມາດຕະຖານ. ພ້ອມກັນນັ້ນລາວຍັງໄດ້ບອກໝູ່ກ່ຽວກັບສິ່ງທີ່ບໍ່ຄວນເຮັດກໍ່ຄືການຊື້ຢາມາກິນສຳລັບການເອົາລູກອອກ.

ການທີ່ລີນ້າໄດ້ຮຽນກ່ຽວກັບສຸຂະພາບແຂງແຮງ ເຮັດໃຫ້ລາວມີຄວາມຮູ້ໃຫມ່ໆກ່ຽວກັບເລື່ອງສຸຂະພາບແຂງແຮງເຊັ່ນ ຮູ້ເຖິງ​ການ​ຮັບ​ມືກັບ​ໄວ​ໝຸ່ມ​​ທີ່​ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ໃນ​ເລື່ອງ​ການຮັກສາສຸຂະພາບແຂງແຮງ  ທີ່ເຮັດໃຫ້ໝູ່ຂອງລາວມີການຖືພາກ່ອນໄວອັນຄວນ. ແຕ່ກໍ່ຍັງດີຫຼາຍທີ່ລີນ້າສາມາດໃຊ້ຄວາມຮູ້ທີ່ຮຽນຜ່ານປື້ມສຸຂະພາບ ແຂງແຮງຊ່ວຍເຫຼືອໝູ່ຂອງລາວໄດ້. ລີນ້າໄດ້ມີການພັດທະນາຫຼາຍຈາກແຕ່ກ່ອນແມ່ນລາວບໍໄດ້ມີຄວາມຮູ້ກ່ຽວກັບເລຶ່ອງເພດສຶກສາ ແລະ ບໍ່ໄດ້ມີຄວາມສົນໃຈ ແຕ່ພໍລາວໄດ້ເຂົ້າມາເປັນຄູຝຶກ ChildFund Pass It Back ແລະ ໄດ້ຮຽນກ່ຽວກັບປຶ້ມສຸຂະພາບແຂງແຮງ ມັນໄດ້ເຮັດໃຫ້ລາວໄດ້ມີການປ່ຽນແປງທີ່ຈະສຶກສາ ແລະ ຮຽນກ່ຽວກັບເລື່ອງເພດສຶກສາເພຶ່ອໄປນຳໃຊ້ໃນຊີວິດປະຈຳວັນ ແລະ ອະນາຄົດ.

Lina is a 17-year-old high school student from Vientiane Capital. She has been a coach with ChildFund Pass It Back for a year. Currently, she is responsible for four rugby teams - two teams for players 14-16 years old, and two teams for players 11-13 years old. Lina initially was a ChildFund Pass It Back player, and she saw her friends, who at that time were coaches, teach other players about gender equality. It made her curious about the real meaning of gender equality, and interested in being a coach, so she applied for a coach position with the program.

“I was really happy that I was selected to be a coach, because I have learned a lot of things that I never knew before. I learned to understand about gender equality - that males can also take care of children, and females can also do manual labor, the same as males. Everyone is the same, every gender is equal, and we shouldn’t discriminate against one another. For example, females can also be village leaders, not only males” Lina said. Currently, she is teaching the Being Healthy module to the players, and she is trying to explain the changes players should expect to encounter as their bodies develop, how to handle those changes, and how to take care of themselves. “I think the Being Healthy module is quite challenging. Because for me some sessions are easy to deliver, whereas some are difficult to understand. Or sometimes my coaching partner and I have communication problems. But overall, the Being Healthy module is a very good module, because I can share it with people in my community. Sometimes it can be difficult to talk openly about sexual and reproductive health, but it is necessary so I tell myself that I need to do it. Children need to know what to expect when they are going through puberty and what is menstruation, and how to take care of themselves. They need to change the pad at least 2-3 times a day for good hygiene, and how to manage their menstrual cramps. I teach the Do’s and Don’t(s), then during the discussion part at the end of the session, I distribute pieces of paper to the players and ask them to write questions they have about their health. Then I collect those questions and comments, and study the answers so I can respond during the next session.” Asking players to write their questions on notes and responding later is a good way to seek more participation and to avoid any awkwardness - if the coach doesn’t know the right answer, he or she can have time to research or ask coach leaders for help. Sometimes, children can feel awkward to ask about sex, male sex organs and female sex organs, menstruation, etc. in front of lots of people. 

Lina also helped advise her friend about being healthy. “One day, my friend came to visit me at home, and she told me that she and her boyfriend had unsafe sex, and she was pregnant. I suggested to my friend that she should go to a health facility or hospital for antenatal care (ANC) but she said she was afraid to go because she felt that she’s too young to go for ANC. I tried to encourage her to go to the hospital and to see healthcare professionals, because they are the best people to help her with any decision she’d make. And in the end my friend decided to go to hospital as I suggested” Lina said. Lina also explained to her friend about risks of unsafe abortion, which could have fatal impact on her mental and physical health, and her friend listened to her. It’s very important that Lina knows how to advise her friend in the right way. Otherwise, Lina’s friend could have made the wrong decision and had an unsafe abortion, which could cause her terrible harm or even death.

From this story, we can see that Lina has used the knowledge that she obtained from the Being Healthy module to share with players, her friends, her family and people in her community, especially in the case that she helped safeguard her friend not to make a risky decision that could harm her health. Lina said that before this she was like any other young person who doesn’t know and doesn’t care about sexual health. But after learning about the Being Healthy module, she said that it changed her perspective. She became keen to study about sex education, and sexual health, as she believes this will help her and other people in everyday life, as well as her future life.

Humans of Lao Rugby: Payia

ຂຽນໂດຍ: ເຢີ ຫາ Author: Yur Ha

ຂຽນໂດຍ: ເຢີ ຫາ
Author:
Yur Ha

ນາງປ່າ​ເຍ່ຍ​ ຢ່າງ ​ເຊົາ​ເຢ້​ ມີ​ອາ​ຍຸ 17 ປີ ເປັນ​ຄູ​ຝືກ​​ ChildFund Pass It Back  2 ປີ ແລ້ວລາວຍັງເປັນຄູຝຶກທີ່ສອນຫຼັກສູດຄວາມຮູ້ສຶກປອດໄພໃຫ້ກັບທີມນັກກິລາທີ່ເມືອງແປກ. ປ່າເຍ່ຍມີປະສົບການໃນການສອນທີ່ໜ້າສົນໃຈຫຼາຍທີ່ສອນໃຫ້ນັກກິລາຂອງລາວມີຄວາມຮູ້ສຶກປອດໄພ. 

ປ່າເຍ່ຍ ເລົ່າປະສົບການຄູຝຶກວ່າ “ການເປັນຄູຝຶກສອນສຳລັບຂ້ອຍກໍ່ແມ່ນເລື່ອງງ່າຍ ໃນເວລາສອນຕ້ອງມີການຍົກຕົວ່າງໃນຊີວິດຈິງໃຫ້ນັກກິລາເຂົ້າໃຈ. ການສອນປື້ມຄວາມຮູ້ສຶກປອດໄພແມ່ນສອນໃຫ້ເດັກນ້ອຍມີຄວາມກ້າຫານທີ່ຈະລາຍງານບັນຫາໃຫ້ຜູ້ໃຫຍ່ ຫຼື ຄູອາຈານໃນເວລາທີ່ພົບຄົນບໍ່ດີ ຫຼື ມີການຂົ່ມຂູ່ ຫຼື ບັງຄັບເດັກນ້ອຍ ເພື່ອແກ້ໄຂບັນຫາ. ມີມື້ໜຶ່ງນັກກິລາຂ້ອຍຖືກເດັກນ້ອຍຊາຍໃຂ້ຄວາມຮຸນແຮງ ຂ້ອຍໄດ້ແກ້ບັນຫາໃຫ້.” ​ປ່າເຍ່ຍ​ກໍ່​ໄດ້​ເວົ້າ​ອີກວ່າ​ “ການສອນເດັກນ້ອຍມີຄວາມສຳຄັນຫຼາຍ ເພາະເປັນການສອນສິ່ງໃໝ່ທີ່ເດັກນ້ອຍຍັງບໍ່ທັນຮູ້ວິທີໃນການແກ້ໄຂບັນຫາ ຫຼື ເດັກນ້ອຍທີ່ພົບກັບຄວາມຮຸນແຮງ ໃຫ້ສາມາດປ້ອງກັນຕົວເອງໄດ້ ແລະ ນັກກິລາທຸກຄົນຈະບໍ່ໃຊ້ຄວາມຮຸນແຮງກັບຄົນອື່ນ. ນັກກິລາທຸກຄົນຈະໃຊ້ຊີວິດແບບບໍ່ມີຄວາມຮຸນແຮງ ແລ້ວເຮັດໃຫ້ທຸກຄົນປອດໄພ. ຖ້າວ່ານັກກິລາບໍ່ໄດ້ຮຽນກ່ຽວກັບຄວາມຮູ້ສຶກປອດໄພ ຈະເຮັດໃຫ້ພວກເຂົາບໍ່ວິທີຮັບມືກັບຄວາມຮຸນແຮງ ແລະ ບໍ່ຮູ້ທີ່ຈະລາຍງານຜູ້ໃຫຍ່ເພື່ອຊ່ວຍແກ້ໄຂບັນຫາ. ກໍ່ຄືກັບການມີເດັກນ້ອຍຊາຍມາກວນນັກກິລາຂອງຂ້ອຍ ຖ້ານັກກິລາບໍ່ມາລາຍງານຂ້ອຍ ພວກເຂົາອາດຈະໃຊ້ຄວາມຮຸນແຮງນຳກັນເຊັ່ນການຮ້າຍດ່າ ຫຼື ຕີເດັກຊາຍຜູ້ນັ້ນໄດ້.” 

ນອກຈາກນີ້ປ່າເຍ່ຍຍັງໄດ້ເວົ້າອີກວ່າ “ການຮຽນປື້ມຄວາມຮູ້ສຶກປອດໄພມັນໄດ້ຊ່ວຍໃຫ້ນັກກິລາປ່ຽນນິໄສຂອງຕົວເອງໄດ້ຄື ແຕ່ກ່ອນມີນັກກິລາຄົນໜຶ່ງມັກເວົ້າໃຫ້ຄົນອື່ນ ແລະ ໃຊ້ສຽງດັງວ່າ ຄືເປັນຄົນຕຸ້ຍແທ້, ດຳແທ້. ແຕ່ຂ້ອຍກໍ່ພະຍາຍາມສອນນັກກິລາທຸກຄົນວ່າຕ້ອງເຄົາລົບນັບຖືຄົນອື່ນ ບໍ່ວ່າເຂົາເຈົ້າຈະເປັນຄົນແບບໃດກໍ່ຕາມ ຫຼັງຈາກນັ້ນນັກກລາຄົນນັ້ນໄດ້ປ່ຽນນິໄສ ແລະ ບໍ່ເວົ້າແບບນັ້ນໃຫ້ໝູ່ອີກເລີຍ. ສະນັ້ນປື້ມຄວາມຮູ້ສຶກປອດໄພແມ່ນສຳຄັນຫຼາຍໃນການສອນໃຫ້ເດັກນ້ອຍໄດ້ປ່ຽນນິໄສທີ່ໃຊ້ຄວາມຮຸນແຮງກັບຄົນອື່ນ, ຮູ້ວິທີຮັບມືກັບສິ່ງທ້ທາຍ ແລະ ຮູ້ຈັກການລາຍງານບັນຫາເພື່ອຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ.”

ເຫັນໄດ້ວ່າການ​ສອນ​ເດັກ​ນ້ອຍ​ຮູ້​ວິ​ທີ​ຮັບ​ມື​ກັບ​ຄວາມ​ທ້າ​ທາຍ, ​ກ້າ​ເວົ້າ, ​ກ້າ​ທີ່​ຈະ​ໄປ​ລາຍ​ງານ ​ແລະ ​ຮູ້​ເຄົາ​ລົບນັບຖື​ໝູ່ແລ້ວ​ປ່ຽນ​ນິໄສກາຍມາເປັນຄົນດີ. ມັນເປັນສິ່ງສຳຄັນຫຼາຍຂອງຄູຝຶກໃນການສອນຫຼັກສູດຄວາມຮູ້ສຶກປອດໄພໃຫ້ນັກກິລາຂອງຫຼັກສູດ ChildFund Pass It Back ຂໍໃຫ້ປ່າເຍ່ຍຕັ້ງໃຈສອນນັກກິລາໃຫ້ມີການປ່ຽນແປງທີ່ດີຂື້ນເລື້ອຍໆ.

Pa Yia XaoYay, 17 years old, has been a trainer for the ChildFund Pass It Back program for two years. She recently shared her experience of teaching the Feeling Safe curriculum to her team in Paek District, Xieng Khouang Province. 

“Teaching the Feeling Safe curriculum is aimed at enhancing the capability of children, in particular, to report an issue to the teacher whenever they encounter a threat or any act that forces children to do something in an inappropriate way.”

"Teaching children is very important because they don’t know how to deal with problems. Some of them have probably faced violence but do not know how to protect themselves. Therefore, in order to avoid those things, all players had to learn this course so that they will not use violence against others. Plus, to make sure they keep everyone safe, every player will be aware of a nonviolent life. Nevertheless, if the players do not learn about feeling safe, they will not know how to respond to violent situations, and to report to relevant people to help solve the problem. Just like a case when having a boy bother my player, if the player does not report to me, he might use violence, such as scolding or hitting that boy."

For Pa Yia, the contents of the Teaching the Feeling Safe curriculum has also been directly applicable to her regular training sessions of her rugby team: "Learning to feel safe makes it possible for an athlete to change his or her behaviour. For example, previously there was one athlete who usually shouted at another that sounded discriminatory like ‘why you are fat?’... This is when I tried to teach every athlete to respect other people no matter what kind of person they are, and then that person changed his habit and stopped saying [violent remarks] to his friends anymore. The Feeling Safe curriculum is very significant in teaching children to change their violent behaviour, to know how to cope with challenges, and to know how to report problems to get help from others.”

While facing challenges, Pa Yia continues to exemplify the values of Lao Rugby by providing a safe space for self-development for youth in her community. 

Humans of Lao Rugby: Tar

ຂຽນໂດຍ: ບຸດສະດີ Author: Boudsady

ຂຽນໂດຍ: ບຸດສະດີ
Author:
Boudsady

ນາງ ນິຕ້າ ຈັນທະວົງ (ຕ້າ), ອາຍຸ 14 ປີ, ກຳລັງຮຽນຢູ່ຊັ້ນມັດທະຍົມສົມບູນ ໃນນະຄອນຫຼວງວຽງຈັນ,  

ເປັນນັກກິລາຂອງ ນາລີ  ເຊີ່ງຫຼີ້ນໃນລຸ້ນອາຍຸ 16 ປີ ຊື່ທີມ ຈິງໂຈ້. ຕ້າໄດ້ຫຼີ້ນຣັກບີ້ ຫຼື ເຂົ້າຫຼັກສູດ ChildFund Pass it Back ໄດ້ 1 ປີ ແລ້ວ. ຕອນທຳອິດທີ່ໄດ້ເຂົ້າມາຫຼີ້ນຣັກບີ້ ແມ່ນມີຄູຝືກທີ່ເປັນຄົນລົງມາຮັບນັກກິລາແຕ່ລະຫ້ອງ ແລະ ອາຈານຢູ່ໂຮງຮຽນກໍ່ໄດ້ມາເລາະຮັບເອົານັກກິລາວ່າມີໃຜສົນໃຈຢາກຫຼີ້ນກິລາຣັກບີ້ບໍ່? ແລ້ວລາວກໍ່ໄດ້ມີຄວາມສົນໃຈ ເພາະແຕ່ກ່ອນລາວໄດ້ເຫັນມີນັກກິລາຢູ່ໃນໂຮງຮຽນມີການຝືກຊ້ອມໃນຊ່ວງເຂົ້າໂຮງຮຽນ. ຕອນທຳອີດລາວຈະເຂົ້າຫຼີ້ນ ແຕ່ຊ່ວງເລີ່ມເຂົ້າຮຽນແລ້ວ, ແຕ່ໄດ້ມີການຢຸດຊ້ອມໄປຊ່ວງໜຶ່ງ ແລະ ໄດ້ມີຄູຝືກລົງມາຮັບສະໝັກນັກກິລາອິກ. ຕ້າເລີຍໄດ້ສະໝັກເຂົ້າຫຼີ້ນໃນປີຜ່ານມາ ແລະ ມີໂອກາດໄດ້ມາຫຼີ້ນກິລາຣັກບີ້ນີ້ອີກ. 

ຫຼັງຈາກທີ່ລາວໄດ້ເຂົ້າມາຫຼີ້ນຣັກບິ້ ເພື່ອຢາກໄດ້ປະສົບການໃໝ່ຈາກການຫຼີ້ນຣັກບີ້. ມັນເປັນກິລາທີ່ໃໝ່ສຳຫຼັບລາວເພາະລາວບໍ່ຮູ້ວິທີການຫຼີ້ນ. ແຕ່ພໍໄດ້ເຂົ້າມາຮຽນຮູ້ ກໍ່ເຮັດໃຫ້ຮູ້ວ່າການຫຼີ້ນຣັກບີ້ມັນດີຕໍ່ສຸຂະພາບ ແລ້ວຍັງໄດ້ມີການມານັ່ງລົມກັນ ຫຼື ການສົນທະນາກັນກ່ຽວກັບຫົວຂໍ້ແຕ່ລະບົດຮຽນທີ່ໄດ້ຮຽນມາ. ການຮຽນແມ່ນຈະໄດ້ຮຽນທັງໝົດ 16 ບົດຮຽນ. ແຕ່ລະບົດຮຽນກໍ່ຈະມີ 4 ກິດຈະກຳ ເຊີ່ງກິດຈະກຳທີ 1-3 ລາວຈະໄດ້ຮຽນກ່ຽວກັບການຫຼີ້ນຣັກບີ້ ແລະ ກິດຈະກຳທີ 4 ຈະໄດ້ຫຼີ້ນຣັກບີ້ກັບສົນທະນາທັກສະຊີວີດ. ມັນເປັນການສົນທະນາກ່ຽວກັບບົດຮຽນທີ່ໄດ້ຮຽນມາ ເພື່ອແລກປ່ຽນກັນກັບໝູ່ໃນທີມ ແລະ ຄູຝືກໄດ້ໃຫ້ຄວາມຮູ້ກ່ຽວກັບບົດຮຽນທີ່ຮຽນມາ ເຊີ່ງເອົາຂໍ້ມູນທີ່ຖືກຕ້ອງມາສອນໃຫ້ລາວໄດ້ເຂົ້າໃຈຫຼາຍຂື້ນ. ຕົວຢ່າງ: ລາວໄດ້ຮຽນກ່ຽວກັບບົດບາດຍິງຊາຍ ທີ່ສອນໃຫ້ຮູ້ເຖິງຄວາມເທົ່າທຽມກັນລະຫວ່າງຜູ້ຍິງ ແລະ ຜູ້ຊາຍ ທີ່ສາມາດເປັນຜູ້ນຳໄດ້ຄືກັນ ບໍ່ແມ່ນມີແຕ່ເພດດຽວ ທີ່ສາມາດເປັນຜູ້ນຳໄດ້. ແຕ່ກ່ອນຕ້າກໍ່ໄດ້ຄິດວ່າມີແຕ່ຜູ້ຊາຍທີ່ເປັນຜູ້ນຳ ເພາະຜູ້ຊາຍແຮງແຂງ ແລະ ເຮັດວຽກໜັກໄດ້ກ່ວາຜູ້ຍິງ. ແຕ່ພໍລາວໄດ້ມາຮຽນບົດບາດຍິງຊາຍ ກໍ່ເຮັດໃຫ້ໄດ້ຮູ້ວ່າຜູ້ຍິງກໍສາມາດມີຄວາມແຂງແຮງ ພຽງແຕ່ເຮົາຕ້ອງມີຄວາມໜັ້ນໃຈໃຫ້ຫຼາຍຂື້ນ ມັນກໍ່ເຮັດໃຫ້ຜູ້ຍິງຄວາມສາມາດໄດ້ຄືກັບຜູ້ຊາຍຄືກັນ ບໍ່ມີແຕ່ເພດໃດເພດໜືງທີ່ຈະເປັນຜູ້ນຳ. ຕ້າເວົ້າວ່າ “ຂ້ອຍເອງຮູ້ສືກວ່າການທີ່ຂ້ອຍເຂົ້າມາຫຼີ້ນຣັກບີ້ ມັນເຮັດໃຫ້ຂ້ອຍໄດ້ມີປະສົບການຫຼາຍຈາກການເຂົ້າມາເປັນນັກກິລາ ຂອງຫຼັກສູດ ChildFund Pass It Back ນີ້ ເພາະເຮັດໃຫ້ຂ້ອຍໄດ້ຮູ້ເຖິງຄວາມເທົ່າທຽມຂອງບົດບາດຍິງຊາຍ. ເຖິງວ່າຕອນນີ້ໃນຄວາມເປັນຈິງແລ້ວມີແຕ່ຜູ້ຊາຍເປັນຜູ້ນຳຫຼາຍ ແຕ່ບໍ່ໄດ້ໜາຍຄວມວ່າຜູ້ຍິງຈະເປັນຜູ້ນຳບໍ່ໄດ້. ການຮຽນຣັກບີ້ເຮັດໃຫ້ແຂງແຮງແລ້ວ ຍັງສາມາດເຮັດໃຫ້ໄດ້ຮູ້ກ່ຽວກັບທັກສະຊີວີດໄປນຳອິກ. ສຳລັບການຊ່ວຍໃຫ້ມີຄວາມສະເໝີພາບກັນໃນຊຸມຊົນແມ່ນຕອນນີ້ຂ້ອຍກໍ່ເປັນຕົວຢ່າງໃຫ້ກັບໝູ່ເພື່ອນ ໃນໂຮງຮຽນຄື ຂ້ອຍສາມາດເປັນຜູ້ນຳຢູ່ໃນໂຮງຮຽນໄດ້ດ້ວຍການເປັນຫົວໜ້າວິຊາກິລາໃນຫ້ອງຮຽນ ເຊິ່ງບໍ່ແມ່ນຈະແຕ່ຜູ້ຊາຍທີ່ເປັນຜູ້ນຳ ແລະ ໄດ້ມີໂອກາດນຳພາໝູ່ລົງຮຽນວິຊາກິລາທຸກໆອາທີດ. ໃນຕົວຈິງຢູ່ໃນສັງຄົມທີ່ເຮົາເຫັນນັ້ນມັນອາດບໍ່ເທົ່າທຽມກັນຫຼາຍຢ່າງ ແຕ່ຂ້ອຍກຳລັງພິສູດໃຫ້ທຸກຄົນໄດ້ເຫັນວ່າ ການເປັນຜູ້ນຳຜູ້ຍິງກະສາມາດເປັນໄດ້ ແລະ ຂ້ອຍກໍ່ໄດ້ມີເປົ້າໝາຍຢາກເປັນຫົວໜ້າຕຳຫຼວດເພື່ອປົກປ້ອງປະເທດຊາດ.” 

ການຮຽນກິລາຣັກບີ້ ແລະ ທັກສະຊີວີດແມ່ນມີສິ່ງໜຶ່ງທີ່ຈະຂາດບໍ່ໄດ້ກໍ່ຄື ຫຼັກຄຸນນະທຳຂອງຣັກບີ້ມີ 5 ຫຼັກຄຸນນະທຳທີ່ລາວໄດ້ຮຽນຮູ້ທຸກຄັ້ງທີ່ຄູຝືກສອນເຊັ່ນ: ຄວາມສັດຊື່, ຄວາມສາມັກຄີ, ຄວາມຫຼົງໄຫຼ, ຄວາມເຄົາລົບນັບຖື ແລະ ລະບຽບວີໄນ. ທຸກຄຸນນະທຳມີຄວາມສຳຄັນຫຼາຍໃນການຫຼີ້ນກິລາຣັກບີ້ ແລະ ສາມາດເອົາໄປນຳໃຊ້ໃນຊີວີດກໍ່ໄດ້ບໍ່ແມ່ນເອົາໄປນຳໃຊ້ແຕ່ໃນກິລາພຽງຢ່າງດຽວ. ຕົວຢ່າງ: ຄວາມສັດຊື່, ການຫຼີ້ນຣັກບີ້ເຮົາຕ້ອງມີຄວາມສັດຊື່ຕໍ່ຜູ້ຫຼີ້ນທີມອື່ນ ແລະ ທີມຕົວເອງ. ຄວາມສັດຊື່ແມ່ນເຮົາຕ້ອງເອົາໄປນຳໃຊ້ນຳຄອບຄົວນຳ ເວລາເຮັດຫຍັງຄວນສັດຊື່ກັບພໍ່ແມ່ບໍ່ໃຫ້ຕົວະເພີ່ນ. ສ່ວນຄວາມເຄົາລົບນັບຖື: ແມ່ນເຮົາຕ້ອງເຄົາລົບເຮົາເອງ ແລະ ເຄົາລົບຄົນອື່ນນຳ ບໍ່ຕ່າງຫຍັງກັບການຫຼີ້ນກິລາເຮົາຕ້ອງໃຫ້ກຽດທີມອື່ນນຳ, ເຄົາລົບຄູຝືກ, ເຄົາລົບຄົນໃນຄອບຄົວ ທີ່ມີອາຍຸໃຫ່ຍກ່ອນ ຫຼື ນ້ອຍກ່ອນໃຫ້ເປັນການເຄົາລົບທີ່ດີ. “ຂ້ອຍໄດ້ມີໂອກາດຮຽນຮູ້ກ່ຽວກັບ 5 ຫຼັກຄຸນນະທຳ ເຮັດໃຫ້ຂ້ອຍໄດ້ເຂົ້າໃຈຫຼາຍຂື້ນໃນການຮູ້ກ່ຽວກັບຄຸນນະທຳຂອງຣັກບີ້. ເພາະຄຸນນະທຳຣັກບີ້ສາມາດເອົາໄປນຳໃຊ້ໄດ້ໃນຊີວີຈິງໄດ້ ບໍ່ແມ່ນເອົາມານຳໃຊ້ໃນແຕ່ກິລາ. ຂ້ອຍຮູ້ສືກດີໃຈຫຼາຍທີ່ໄດ້ຮຽນຮູ້ກ່ຽວກັບຫຼັກຄຸນນະທຳ ເພາະຊ່ວຍໃຫ້ໄດ້ປະສົບການໃໝ່ໃນການເອົາໄປນຳໃຊ້ໃນຊີວີດປະຈຳວັນໄດ້ດີ”  

ສຳລັບປະສົບການທີ່ໄດ້ຮຽນມານີ້ ລາວໄດ້ເອົາປະສົບການໄປເວົ້າໃຫ້ພໍ່ແມ່ ແລະ ໜູ່ຂອງລາວຟັງກ່ຽວກັບສີ່ງທີ່ລາວໄດ້ຮຽກມາຈາກຫຼັກສູດ ChildFund Pass it Back ວ່າໄດ້ຮຽນຍັງແດ່ ລາວກະໄດ້ຕອບວ່າ “ຂ້ອຍໄດ້ຮຽນກ່ຽວກັບກິລາ ແລະ ທັກສະຊີວີດຄູ່ກັນໄປ. ຂ້ອຍໄດ້ສົນທະນາແລກປ່ຽນຄວາມຮູ້ກັນກັບໝູ່ ແລະ ຄູຝືກຂອງຂ້ອຍ, ຮຽນກ່ຽວກັບຫຼັກຄຸນນະທຳ 5 ອັນ ທີ່ສາມາດເອົາໄປນຳໃນຊີວີດປະຈຳວັນໄດ້. ຕົວຢ່າງ ສົນທະນາກ່ຽວກັບຜູ້ຍິງ ແລະ ຜູ້ຊາຍມີຄວາມສາມາດທີ່ຈະເປັນຜູ້ນຳໄດ້ຄືກັນບໍ່?  ຂ້ອຍກໍ່ໄດ້ມີການແລກປ່ຽນກັບໝູ່ເພື່ອນໃນທີມກ່ຽວກັບຫົວຂໍ້ນີ້ ຂ້ອຍໄດ້ເຂົ້າໃຈຫຼາຍຂື້ນກ່ຽວກັບການສົນທະນາທີ່ຄູຝືກ ແລະ ນັກກິລາໄດ້ສະແດງຄວາມຄິດອອກມາວ່າ  ໃນອາດີດຫຼາຍຄົນຄິດວ່າຜູ້ຍິງບໍ່ໄດ້ຮັບການສະໜັບສະໜູນໃຫ້ເປັນຜູ້ນຳ. ແຕ່ຂ້ອຍຄິດວ່າເຮົາບໍ່ຈຳເປັນຕ້ອງເປັນຜູ້ນຳທີ່ໃຫ່ຍສະເໝີໄປ ແຕ່ເປັນຜູ້ນຳດ້ານກິລາ ກໍໄດ້ຄຶກັນ. ທັກາະການເປັນຜູ້ນຳແມ່ນຂ້ອຍໄດ້ຮຽນມາຈາກ ຫຼັກສູດ ChildFund Pass It Back ທີ່ໃຫ້ໂອກາດຂ້ອຍໄດ້ຮຽນຮູ້ທັກສະທີ່ດີແບບນີ້.”

ຫຼັງຈາກນັ້ນຕ້າກໍ່ໄດ້ເລົ່າປະສົບການທີ່ຮຽນມາໃຫ້ໜູ່ຟັງ ແລ້ວໝູ່ຂອງລາວກໍ່ໄດ້ມີຄຳຖາມວ່າ: ຫຼີ້ນຮັກບີ້ມັນເຈັບບໍ່ ຫຼີ້ນແລ້ວຮູ້ສືກແນວໃດມີຫຍັງແດ່? ລາວກໍ່ໄດ້ຕອບ “ຂ້ອຍຫຼີ້ນຣັກບີ້ມັນກະມີເຈັບຢູ່, ແຕ່ມັນບໍ່ໄດ້ເຈັບໜັກຫຼາຍ ມີແຕ່ລົ້ມບາດເຈັບທົ່ວໄປຊື່ໆ ແລະ ຍັງເຮັດໃຫ້ມີປະສົບການໄໝ່ຫຼາຍຢ່າງ.” ຫຼັງຈາກທີ່ໝູ່ຖາມແນວນັ້ນໝູ່ຂອງລາວກ່ໍໄດ້ກັບໄປຖາມພໍ່ແມ່ວ່າສາມາດຫຼີ້ນຮັກບີ້ໄດ້ບໍ່ ແລະ ພໍ່ແມ່ຂອງໜູ່ຂອງລາວກໍ່ໄດ້ອະນຸຍາດໃຫ້ມາຫຼີ້ນກິລາຣັກບີ້ນຳລາວ. ຈາກນັ້ນ ຕ້າກໍ່ໄດ້ເລົ່າປະສັບການທີ່ໄດ້ຮຽນມານີ້ໃຫ້ພໍ່ແມ່ຟັງ ແລ້ວໄດ້ເຮັດໃຫ້ພໍ່ແມ່ຮູ້ສືກພູມໃຈຫຼາຍທີ່ລູກ ໄດ້ມີປະສົບການໃໝ່ຈາກຫຼັກສູດ ChildFund Pass it Back, ທີ່ສາມາດເອົາມາສອນຄົນອື່ນໄດ້ ຫຼື ເລົ່າປະສົບການທີ່ໄດ້ຮຽນມາໃຫ້ຄອບຄົວຟັງ ແລະ ໝູ່ໄດ້ຟັງ. 

ສຳລັບຕ້າແລ້ວ ລາວໄດ້ຮຽນຮູ້ເຖິງປະສົບການຂອງຫຼັກສູດ ChildFund Pass it Back ກ່ຽວກັບຄຸນນະທຳຂອງຮັກບີ້ທີ່ສາມາດເອົາໄປນຳໃຊ້ໃນກິລາ ແລະ ໃນຊີວີດກໍ່ໄດ້ ເພາະຫຼັກຄຸນນະທຳຣັກບີ້ເຮັດໃຫ້ລາວໄດ້ຮູ້ເຖີງການໃຊ້ຊີວີດທີ່ດີ, ເຮັດໃຫ້ລາວໄດ້ເຂົ້າໃຈກ່ຽວກັບບົດບາດຍິງຊາຍຫຼາຍຂື້ນວ່າ ຜູ້ຍິງ ຜູ້ຊາຍກໍ່ມີສີດເທົ່າທຽມກັນ ແລະ ສາມາດເປັນຜູ້ນຳໄດ້ຄືກັນ. ໃນຄວາມເປັນຈິງແລ້ວເຖີງແມ່ນວ່າຕອນນີ້ມີແຕ່ຜູ້ຊາຍທີ່ເປັນຜູ້ນຳຫຼາຍກວ່າ ແຕ່ຜູ້ຍິງກໍ່ສາມາດເປັນໄດ້ຄຶກັນບໍ່ແມ່ນມີແຕ່ເພດດຽວທີ່ເປັນໄດ້. ການເລົ່າປະສົບການໃຫ້ພໍ່ແມ່ ຫຼື ໜູ່ຟັງກໍ່ເປັນສີ່ງທີ່ດີເຮັດໃຫ້ໝູ່ຂອງຕ້າໄດ້ຮູ້ເຖິ່ງການຮຽນຮູ້ຂອງລາວນຳ ແລະ ເຮັດໃຫ້ໝູ່ຂອງລາວໄດ້ມີຄວາມສົນໃຈຢາກມາຫຼີ້ນກິລາຣັກບີ້ຄຶກັນກັບລາວອີກ.ເລື່ອງລາວຂອງຕ້າສຳມີຄວາມຄັນຫຼາຍກັບຕົວລາວເອງ ແລະ ລາວສາມາດເອົາຄວມຮູ້ທີ່ລາວໄດ້ຮັບມາໄປເຜີຍແຜ່ໃຫ້ນັກກິລາຄົນອື່ນ ຫຼື ຄົນໃນຄອບຄົວຂອງລາວໄດ້. ກໍລະນີສຶກສານີ້ມີຄວາມສຳຄັນຫຼາຍທາງດ້ານການພັດທະນາດ້ວຍກິລາ ເພາະການເປັນຜູ້ນຳທີ່ດີຈະພາທີມໄປສູ່ໄຊຊະນະ ແລະ ມີລະບຽບວິໄນ ແລ້ວທຸກຄົນໃນທີມກໍ່ຈະມີຄວາມສາມັກຄິກັນນຳກັນ. ນີ້ປັນຜົນສະທ້ອນທີ່ດີໃນການເປັນນັກກິລາຫຼັກສູດ ChildFund Pass It Back ມັນເປັນການສົ່ງຄວາມຮູ້ໃຫ້ທຸກຄົນທີ່ບໍ່ມີໂອກາດໄດ້ຮຽນຮູ້ສີ່ງໃໝ່ໆມາກ່ອນ ແລະ ໄດ້ສົ່ງຄວາມຮູ້ທາງດ້ານກິລາ ທີ່ມີການຮຽນທັກສະຊີວີດ ເພື່ອໃຫ້ນັກກິລາສາມາດເອົາມານຳໃຊ້ໃນຊີວີດຈິງໄດ້.

Nita Chanthavong (Ta) is 14 years old and she is currently studying in the 9th grade at Secondary School. She has also been a rugby player for a year now in a U16 team in Vientiane Capital called the Kangaroos. 

In the Champa Ban powered by ChildFund Pass It Back program, Ta participates in 16 sessions per season, with each session composed of 4 activities. While activities 1 to 3 teach about how to play rugby, activity 4 incorporates discussion about life skills. Through these discussions, Ta has been sharing her experiences and exchanging ideas with her teammates, with guidance from coaches who deliver information and lessons from reliable sources in ways that players can easily understand. 

One key component that has had an impact on Ta is the Understanding Gender curriculum: “As I am part of the Champa Ban powered by ChildFund Pass It Back program and I play rugby here, I feel like I have gained a lot of experiences and I feel like I’m growing up because I learn to understand gender equality. Even though in reality, there are still a lot more male leaders than female leaders, but that doesn’t mean females are not capable. I am glad that this program allows me to stay healthy by playing rugby, at the same time equipping me with life skills I need to live my life.” 

Ta never fails to impress us through her creative solutions she proposes in the regular sessions, and her tenacity to put her plan to reality. 

“In the gender equality session, it helped me to understand better about equal rights between males and females, and it made me more confident to discuss the topic with my team during the session. Many players said that the community didn’t support females to be leaders. But in my opinion, we don’t have to wait to be a leader in such a big job at once; we can start from being a sport leader in the class. ChildFund Pass It Back also provides you leadership skills through activities and tasks, I am glad I have had the opportunity to learn this skill.”

“Nowadays I became a (student) leader in PE for my class in school and lead them through sport activities during the class, instead of a male student (as it always used to be), which I think I could inspire other people by what I do.”  

As a parting word, Ta shared her future plans to put her leadership skills in service of her community: “Although it must be hard to change the community's expectations, I am working on myself and prove to everyone that a girl like me can also be a good leader. In addition, I also have my dream job. I want to be an inspector general of police when I grow up, to protect my country and my family!” #Sportfordevelopment