Humans of Lao Rugby: Maneeaon Keomanivong

Orn story.jpg

ນາງ ມະນິອອນ ແກ້ວມະນິວົງ ຫຼື ບັງອອນ, ອາຍຸ 18 ປີ, ເປັນສະມາຊິກຂອງທີມວຽງຈັນສີງ ມາໄດ້ 3 ປີ ແລ້ວ, ບັງອອນເລີ່ມຮູ້ຈັກຣັກບີ້ຈາກການເປັນນັກກິລາຂອງຫຼັກສູດຂອງ ChildFund Pass It Back ມາກ່ອນ. 

ບັງອອນເອງກໍ່ມີໂອກາດໄດ້ລົງແຂ່ງຂັນກັບສະໂມສອນ ເຊີ່ງເປັນງານຄັນເລີລີກທີ່ທາງສະຫະພັນຣັກບີ້ໄດ້ຈັດຂື້ນ. ຕອນທຳອິດການລົງແຂ່ງຂອງລາວເອງກໍ່ຈະສັບສົນແດ່ເພາະບໍ່ເຄີຍລົງແຂ່ງຂັນຣັກບີ້ແບບຕຳ. ເຖີງລາວຈະຫຼີ້ນບໍ່ເປັນແຕ່ຍັງມີລຸ້ນເອື້ອຍທີ່ຄ່ອຍໃຫ້ເວົ້າແນະນຳ, ສອນລາວເຖີງທັກສະການຫຼີ້ນຣັກບີ້ ແລະ ການຕຳໃຫ້ຖືກວີທິ. ທຳອິກລາວກໍ່ຢ້ານເຮັດຜີດພາດ, ເຮັດບໍ່ຖືກແລ້ວ ທາງທີມຈະຮ້າຍຈະເວົ້າໃຫ້. ແຕ່ກໍ່ບໍ່ໄດ້ເປັນຕາມທີ່ລາວຄິດ ເພາະວ່າເວລາບັງອອນເຮັດຜິດພາດທຸກຄົນໃນທີມພະຍາຍາມຊ່ວຍເຫຼືອ ແລະ ສອນລາວໃນສີ່ງທີ່ລາວເຮັດຜີດພາດ. ຕໍ່ກັບເຫັດການນີ້ເຮັດໃຫ້ບັງອອນຢາກຈະຮັບເອົາໂອກາດທີ່ດີຈາກທີມມາພັດທະນາຕົວເອງ ຄຶການທີ່ຄົນໃນທີມບໍ່ເຄີຍຮ້າຍເວລາເຮັດຜີດຄ່ອຍເນາະນຳເວລາສອນ ເຮັດໃຫ້ລາວມີກຳລັງໃຈການຊ້ອມຫຼາຍຂື້ນ ແລະ ຈະນຳໂອກາດນີ້ໄປແນະນຳໃຫ້ນັກກິລາລຸ້ນນ້ອງຕໍ໋ໆໄປ. ການໃຫ້ໂອກາດທຸກຄົນໄດ້ຫຼີ້ນກິລາຣັກບີ້ໃນສະໂມສອນກະເປັນໂອກາດດີ ເພື່ອໃຫ້ນັກກິລາລຸ້ນນ້ອຍໄດ້ມີໂອກາດໄດ້ພັດທະນາຕົວເອງໃນກິລາຮັກບີ້ແລ້ວກ້າວໄປຫຼີ້ນທີມຊາດຄືລຸ້ນເອື້ອຍໆໃນຕອນນີ້ ແລະ ເຮັດໃຫ້ໄດ້ຮູ້ເຖີງການເປັນຄອບຄົວດຽວກັນເວລາຢູ່ໃນທີມດຽວກັນ.

DSC_0264.JPG

ຫຼັງຈາກນັ້ນບັງອອນໄດ້ສືບຕໍ່ຫຼີ້ນຣັກບີ້ໃນສະໂມສອນວຽງຈັນສິງເປັນເວລາສອງເດືອນ ເຮັດໃຫ້ລາວເອງໄດ້ມີຄວາມຕື່ນເຕັ້ນຫຼາຍຂື້ນໃນການຢາກຝືກຊ້ອມ, ຢາກພັດທະນາຕົວເອງຫຼາຍຂື້ນ. “ຂ້ອຍຮູ້ສືກຕື່ນເຕັ້ນຫຼາຍໃນການເຂົ້າມາຫຼີ້ນໃນທີມສະໂມສອນວຽງຈັນ ສີງ ເພາະຂ້ອຍເອງຢ້ານເຮັດບໍ່ຖືກຢ້ານຖືກຮ້າຍເວລາເຮັດຫຍັງໄປ ແຕ່ມັນກະບໍ່ໄດ້ເປັນຕາມທີ່ຂ້ອຍຄິດ ລຸ້ນເອື້ອຍເພີ່ນໄດ້ບອກໄດ້ສອນຂ້ອຍເວລາຂ້ອຍເຮັດຜີດພາດ ທຸກຄັ້ງທີ່ຂ້ອຍເຮັດຜີດພາດ ລຸ້ນເອື້ອຍຊີບອກວ່າ ‘ບໍ່ເປັນຫຍັງເອົາໄໝ່” ໄດ້ເຮັດໃຫ້ຂ້ອຍມີກຳລັງໃຈທຸກຄັ້ງເວລາທີ່ຝືກຊ້ອມ ແລະ ຂ້ອຍເອງກໍ່ໄດ້ເກັບປະສົບການທີ່ຂ້ອຍເຮັດຜິດພາດເຊັນການ: ຮັບບານ, ສົ່ງບານ ຊ້ອມສູດບໍ່ໄດ້ ຂ້ອຍເອງກໍ່ໄດ້ເອົາໄປຊ້ອມເອງ ຫຼື ໃຫ້ໝູ່ຊ່ວຍຊ້ອມນຳ ໄດ້ຖາມລຸ້ນເອື້ອຍໃຫ້ຊ່ວຍສອນໃນສີ່ງທີ່ຂ້ອຍເອງຍັງເຮັດບໍ່ເປັນ ສຳຫຼັບຂ້ອຍເອງຮູ້ສືກດີໃຈຫຼາຍທີ່ໄດ້ມີໂອກາດມາເຂົ້າຮ່ວມສະໂມສອນວຽງຈັນສີງ ເພາະໄດ້ເຮັດໃຫ້ຂ້ອຍໄດ້ປະສົບການການຫຼີ້ນຣັກບີ້ ແລະ ການເກັບປະສົບການທີ່ເຮັດຜີດພາດມາເປັນຈຸດທີ່ເອົາໄປພັດທະນາຕົນເອງໃຫ້ດີຂື້ນ.” 

ຫຼັງຈາກນັ້ນບັງອອນກໍ່ຍັງໄດ້ສືບຕໍ່ຝືກສອນກັບສະໂມສອນວຽງຈັນສີງ ມາໄດ້ເປັນເວລາ 5-6 ເດືອນ. ລາວກໍ່ໄດ້ມີໂອກາດຄັດເລືອກໃນທີມຕ່າງໜ້າສະໂມສອນວຽງຈັນສີງ ເຂົ້າຄັດເລືອກທີມໄປແຂ່ງຂັນ U16 ທີ່ປະເທດ ສິງກະໂປປີ 2018, ເຊີ່ງບັງອອນກໍ່ໄດ້ຖືກຄັດເລືອກເຂົ້າໃນທີມເພື່ອໄປແຂ່ງຂັນໃນງານ U16 ທີ່ປະເທດ ສິງກະໂປ. 

“ຂ້ອຍຮູ້ສືກໂຊກດີຫຼາຍທີ່ໄດ້ເປັນຕົວແທນທີມລາວໄປແຂ່ງຂັນທີ່ປະເທດສີງກະໂປ ເພາະເປັນຄັ້ງແລກທີ່ຂ້ອຍໄດ້ມີໂອກາດໄປແຂ່ງຂັນ ຕ່າງປະເທດ ເຖີງການແຂ່ງຂັນໃນເທື່ອນີ້ທີມຂອງຂ້ອຍໄດ້ອັບດັບທີ 2 ແຕ່ຂ້ອຍກໍ່ຈະເກັບເອົາປະສົບການນີ້ມາພັດທະນາທີມ ແລະ ຕົວເອງໃຫ້ດີຂື້ນ. ຫວັງວ່າເທື່ອຕໍ່ໄປທີມຂ້ອຍຈະໄດ້ອັບດັບທີ 1 ຂ້ອຍຈະບໍ່ຢຸດຄວາມຕັ້ງໃຈຂອງຂ້ອຍໄວ້ແຕ່ເທົ່ານີ້. ອີກຢ່າງຂ້ອຍດີໃຈຫຼາຍທີ່ທາງສະໂມສອນວຽງຈັນສີງ ເຮັດໃຫ້ຂ້ອຍໄດ້ມີໂອກາດໄດ້ພັດທະນາຕົວເອງໃຫ້ໄດ້ໄປແຂ່ງຕ່າງປະເທດ ແລະ ເຮັດໃຫ້ຂ້ອຍໄດ້ໄປເກັບປະສົບການມາພັດທະນາຕົວເອງ. ການໄປຕ່າງປະເທດຄັ້ງນີ້ເຮັດໃຫ້ໄດ້ມີຄວາມໜັ້ນໃຈຫຼາຍຂື້ນໃນການຫຼີ້ນຣັກບີ້ ແລະ ການລົງແຂ່ງຂັນຣັກບີ້ໃນເທື່ອນີ້ຍັງເຮັດໃຫ້ຂ້ອຍໄດ້ມີຄວາມໜັ້ນໃຈໃນການລົມກັບໝູ່ໄໝ່ທີ່ເປັນທີມຕ່າງປະເທດ ເຖີງຂ້ອຍຈະບໍ່ໄດ້ພາສາອັງກີດ ແຕ່ເຮົາກໍ່ເຂົ້າໃຈກັນໂດຍການໃສ່ທັກສະພາສາກາຍ ແລະ ໃຫ້ຄົນອື່ນຊ່ວຍແປເພື່ອໃຫ້ຂ້ອຍມີການສົນທະນາໄດ້ຢ່າງເຂົ້າໃຈຫຼາຍຂື້ນກ່ອນເກົ່າ.”

IMG_5238.JPG

ຕໍ່ມາໃນປີ 2019 ບັງອອນກໍ່ມີໂອກາດເຂົ້າຄັດເລືອກທີມລາວນາຄານ້ອຍ ໄປແຂ່ງຂັນ ທີ່ ຮົງກົງ ໃນລຸ້ນອາຍຸ 16-18 ປີ. ບັງອອນໄດ້ມີໂອກາດເປັນຫົວໜ້າທີມໃນງານນີ້ ການເປັນຫົວໜ້າທີມໃນງານນີ້ເຮັດໃຫ້ລາວເອງສາມາດມີຄວາມຮັບຜີດຊອບຫຼາຍຂື້ນ ແລະ ໄດ້ນຳພາທີມເວລາແຂ່ງຂັນ. ການເປັນຫົວໜ້າທີມສຳລັບບັງອອນຕ້ອງເຮັດວຽກໜັກເພື່ອຈະພາທີມໄປຮອດເປົ້າໝາຍ ແລະ ພະຍາຍາມຊ້ອມຮັບບານສົ່ງບານໃຫ້ຫຼາຍຂື້ນ ແລະ ໃຫ້ຄຳແນະນຳນັກກິລາທີມດຽວກັນໃນການຝືກຊ້ອມ. ມັນເປັນສີ່ງທີ່ຍາກອີກຢ່າງໜືງຄືແຕ່ລະຄົນມາຈາກຫຼາຍບ່ອນຕ່າງກັນແລ້ວມາເປັນທີມລາວນາຄາ “ເປັນອີກປະສົບການໜືງທີ່ຂ້ອຍໄດ້ມີໂອກາດໄດ້ເປັນຫົວໜ້າທີມໃນການແຂ່ງຂັນທີ່ປະເທດຮົງກົງ ເຮັດໃຫ້ຂ້ອຍເອງໄດ້ມີຄວາມຮັບຜີດຊອບຕົນເອງ ແລະ ທີມຫຼາຍຂື້ນ ໃນການເບີ່ງທີມ, ຝືກຊ້ອມຕົນເອງໃຫ້ໜັກກ່ອນເກົ່າເພື່ອຈະໄດ້ຊ່ວຍທີມໃຫ້ຫຼາຍ ແລະ ນຳພາທີມໃຫ້ເຖົ້າເປົ້າໜາຍ. ເຖີງທີມຂ້ອຍຈະແພ້ ແຕ່ຂ້ອຍບໍ່ຍອມແພ້ຈະຕັ້ງໃຈຝືກຊ້ອມໃຫ້ຫຼາຍກ່ອນນີ້ ຈະພາທີມພັດທະນາໃຫ້ຫຼາຍກ່ອນນີ້. ການໄປແຂ່ງຂັນຮົງກົງໃນເທື່ອນີ້ເຮັດໃຫ້ຂ້ອຍໄດ້ມີຄວາມພູມໃຈຫຼາຍທີ່ຂ້ອຍໄດ້ມີໂອກາດ ໄດ້ໝູ່ໃໝ່ທີ່ເປັນຄົນຕ່າງປະເທດ. ພວກເຮົາໄດ້ມີການແລກປ່ຽນຄວາມຮູ້ກັນຄືການໄປຝືກຊ້ອມຣັກບີ້ຮ່ວມກັນ, ມີການຊ້ອມຮ່ວມທີມດຽວກັນ ຂ້ອຍກໍ່ມີໂອກາດໄດ້ເກັບປະສົບການວີທີການຫຼີ້ນ ຫຼຶ ທັກສະການຫຼີ້ນຣັກບີ້ກັບທີມຕ່າງປະເທດ. ມີພໍ່ແມ່ທີ່ເປັນນັກກິລາຢູ່ທີມຮົງກົງໄດ້ພາທີມພວກຂ້ອຍໄປຫຼີ້ນ, ໄປທ່ຽວຫຼາຍຫຼາຍບ່ອນ ເຮັດໃຫ້ຂ້ອຍຮູ້ວ່າທັງຂ້ອຍ ແລະ ທີມໄດ້ມີຄວາມໂຊກດີທີ່ມີຄົນໃຈດີແບບນີ້ມາຊ່ວຍເຫຼືອ ພາໄປແຂ່ງຂັນຣັກບີ້ແລ້ວຍັງພາໄປທ່ຽວ.”

ສຳຫຼັບບັງອອນແລ້ວໄດ້ມີໂອກາດພັດທະນາຕົວເອງຫຼາຍໃນການຫຼີ້ນກິລາຣັກບີ້ ເພາະລາວເອງມີໂອກາດໄດ້ເຂົ້າຮ່ວມຝືກສອນກັບທີມຊາດຊຸດໃຫ່ຍມາຕະຫຼອດ ແຕ່ອຸປະສັກໃຫ່ຍຂອງບັງອອນເອງກໍ່ຄືອາຍຸຂອງລາວບໍ່ຮອດ 18 ປີ, ຈີງບໍ່ສາມາດເຂົ້າຮ່ວມການແຂ່ງຂັນໃນທີມຊຸດໃຫ່ຍ. ບັງອອນບອກວ່າ “ຂ້ອຍເອງກໍ່ໄດ້ມີໂອກາດໄດ້ມາຝືກຊ້ອມກັບທີມຊາດຊຸດໃຫ່ຍໃນການໄປແຂ່ງຂັນຊີເກມທີ່ຟີລີປີນ ແຕ່ເປັນອຸປະສັກອີກຢ່າງໜືງທີ່ອາຍຸຂ້ອຍບໍ່ຮອດ 18 ປີ ບໍ່ສາມາດໄປແຂ່ງຂັນໄດ້ຈີງເຮັດໃຫ້ຂ້ອຍໄດ້ມີໂອກາດຝືກຊ້ອມກັບພວກເອື້ອຍໆໄປກ່ອນ. ການທີ່ຂ້ອຍບໍ່ໄດ້ໄປຊີເກມກັບພວກເອື້ອຍໆ ແຕ່ຂ້ອຍກໍ່ບໍ່ເຄີຍທໍ້ ເພາະຂ້ອຍຄິດວ່າມື້ໃດມື້ໜືງຂ້ອຍຕ້ອງຕິດທີມຊາດຊຸດໃຫ່ຍໃຫ້ໄດ້ ແລະ ຈະຕັ້ງໃຈຊ້ອມໃຫ້ດີທີ່ສຸດ. ການທີ່ຂ້ອຍໄດ້ມີໂອກາດມາຮອດຈຸດນີ້ໄດ້ກໍ່ເປັນຍ້ອນທຸກຄົນໃນທີມວຽງຈັນສີງ ທີ່ໃຫ້ໂອກາດຂ້ອຍໄດ້ພັດທະນາຕົວເອງ ແລະ ເຮັດໃຫ້ຂ້ອຍໄດ້ມີໂອກາດໄດ້ໄປເກັບປະສົົບການຈາກຕ່າງປະເທດ ເພື່ອເກັບປະສົບການມາພັດທະນາຕົວເອງ ແລະ ຄົນໃນທີມຂອງຂ້ອຍ.”

LAVT1054_2.JPG

ສຳລັບບັງອອນແມ່ນພັດທະນາຈາກການນັກກິລາຂອງຫຼັກສູດຂອງ ChildFund Pass It Back ມາກ່ອນ ແລະ ໄດ້ມີໂອກາດເຂົ້າມາຊ້ອມກັບສະໂມສອນວຽງຈັນສີງ ຈີງເຮັດໃຫ້ບັງອອນໄດ້ມີໂອກາດໃນການຫຼີ້ນຣັກບີ້ ແລະ ສາມາດຮຽນຮູ້ທັກສະການຫຼີ້ນໄປໃນລະດັບທີ່ສູງ ພ້ອມທັງລາວຍັງໄດ້ເກັບເອົາຈຸດທີ່ຜິດພາດມາເປັນປະສົບການໃຫ້ຕົວເອງ ແລະ ເປັນຄົນທີ່ບໍ່ຍອມແພ້ກັບບັນຫາທີ່ເກີດຂື້ນກັບຕົນເອງ. ການພັດທະນາຂອງບັງອອນນອກຈາກການພັດທະນາທາງດ້ານກິລາແລ້ວ ລາວເອງສາມາດເອົາປະສົບຈາກການຫຼີ້ນກິລາມາໃຊ້ໃນຊີວີດປະຈຳວັນ ຄຶການຈັດການກັບເວລາຕົນເອງ ,ໄດ້ມີການເຮັດ :ຂະໜົມ, ນໍ້າຫວານ, ເຮັດອາຫານສົ່ງແຕ່ລະມື້ ເພື່ອຫາເງີນຮຽນ ແລະ ໃຊ້ຈ່າຍໃນຄອບຄົວຕົນເອງ. ແຜນໃນອະນາຄົດສຳລັບບັງອອນແມ່ນ ລາວຢາກມີໂອກາດເປັນຄູຝືກສອນນັກກິລາສະໂມສອນ ເພາະລາວມີຄວາມສາມາດຫຼາຍໃນການເປັນຜູ້ນຳ.  ການທີ່ລາວໄດ້ມາເປັນຄູຝືກລາວຈະສອນໃຫ້ນັກກິລາມີຄວາມຕັ້ງໃຈ ແລະ ຢາກພັດທະນາຕົວເອງຄືບັງອອນກຳລັງເຮັດກັບຕົວເອງໃນຕອນນີ້ຄືກັນ.


Maneeaon Keomanivong, or as her friends call her,  Bang Aon, is a 18 year old player with the Vientiane Lions. Bang Aon first became involved with rugby through the ChildFund Pass It Back program, and later joined the Vientiane Lions club three years ago.

Her first contact rugby competition was just a a month after joining the Lions. She was initially confused, nervous and above all, anxious that she would let down her team. However, these concerns were quickly assuaged as she found out how kind and supportive the rugby community was, and since then she became committed to becoming a better rugby player.

She said, “I felt very excited when I first join the Vientiane Lions. People here are very kind; they teach me all of the things about rugby such as, passing, scrummaging, etc. Whenever I do something wrong, they say ‘it’s okay, let’s work better!’ and I think this is really inspiring and powerful. They constantly motivate me to work harder and improve.” 

After six months of hard work and dedication at the Vientiane Lions, Bang Aon was selected to be part of the national U16 team to join an international tournament in Singapore. 

DSC_0345.JPG

“I was lucky to be chosen to be part of the team to Singapore. Our team won 2nd place and that was amazing - we almost made it to the top! It was a great experience. Everyone in the team learnt a lot from the game and the trip and we brought back the lessons learnt to our sessions to improve our team to become better and better because we want to win 1st place in the next tournament! In addition to that, my personal perspective and attitude also started to change because of this first international trip for me. I started to feel confident to talk to other people and engage in conversations with foreigners despite my limited knowledge in English. I learnt that it shouldn’t be a problem to make friends with amazing people in the rugby community.  I could use body language to communicate or ask other people for help. I just need to be open-minded.” 

IMG_5134.JPG

In 2019, not only was Bang Aon selected to join the Lao Nagas junior team to play in a U18 tournament in Hong Kong, she was chosen as the captain of the team. Bang Aon felt the weight of this responsibility on her shoulders; she needed to bring the team together, despite not having an opportunity to run joint training sessions as a team prior to the trip, as players came from the different provinces. 

Despite these challenges, Bang Aon was able to gain positive takeaways from Hong Kong:  “The trip to Hong Kong was one of the best experiences I’ve ever had. I had a chance to become a captain and lead the team towards our goal. It was a big responsibility for me at that time and we worked really hard despite many challenges. Even though we could not win any awards at the Hong Kong tournament, I was really proud that we all did our best in every game. I made many new friends there, learned new rugby skills from foreign players, and the host parents took me around Hong Kong, too! I felt so blessed for their kindness, and if I didn’t start rugby, I probably wouldn’t have had such an opportunity to meet these amazing people.”

IMG_0419.JPG

Bang Aon continues on her journey as one of the most talented rugby players in the country. “Currently, I am joining training sessions with the senior national team, but I’m still underage for that team so I can’t join and be part of the senior team to the competitions. I could not go to the SEA Games with them. But I will not give up! I know that I am almost there, I will try my best to be part of the senior national team! I am here today, because I decided to join the Vientiane Lions. It’s all a result of the opportunities I was granted, the experiences and lessons learned, and all of the effort that I have put in to keep improving myself. I am proud of myself for pursuing the dream that I want.”

Bang Aon’s story represents the journey of a dedicated player who, after learning about rugby through the Pass It Back program, trained hard at her club team and worked her way through the national youth team structures. Bang Aon consistently works to improve herself as a player and a leader, and she even managed to earn some money as a Pass It Back coach to put herself through school and send some money back to her family. One day, Bang Aon shared that she would like to be a rugby coach for a club and apply her leadership skills there. 

DSC_0241.JPG

Humans of Lao Rugby: Maidee

Scroll down for English language version

Scroll down for English language version

ທ້າວ ໄມດີ ອາຍຸ 17 ປີ ໄມດີກຳລັງຮຽນຢູ່ມໍປາຍ ໃນເມືອງຄຳ ແຂວງຊຽງຂວາງ. ລາວເປັນໜຶ່ງໃນຄູຝືກຂອງ ChildFund Pass It Back ທີ່ຮັບຜິດຊອບສອນຣັກບີ້ ແລະ ທັກສະຊີວິດໃຫ້ກັບເດັກນ້ອຍໃນຊຸມຊົນຂອງລາວ. ພ້ອມກັນນັ້ນລາວຍັງເປັນນັກກິລາຂອງສະໂມສອນຊ້າງຄຳ ເຊິ່ງເປັນການຫຼີ້ນຣັກບີ້ແບບປະທະ ແລະ ກໍ່ໄດ້ມີໂອກາດໄປແຂ່ງຂັນງານຣັກບີ້ນານາຊາດທີ່ນະຄອນຫຼວງວຽງຈັນໃນປີ 2020. ສະໂມສອນຊ້າງຄຳແມ່ນສະໂມສອນຣັກບີ້ທີ່ສ້າງຂື້ນໂດຍໄວໜຸ່ມທີ່ມີຄວາມມັກຮັກໃນກິລາຣັກບີ້ໄດ້ລວມໂຕກັນຝຶກຊ້ອມຣັກບີ້ໃນຊຸມຊົນຂອງພວກເຂົາເອງ. ເຊິ່ງສະໂມສອນຊ້າງຄຳແມ່ນຖືກສ້າງຕັ້ງໃນປີ 2018 ແລະ ປັດຈຸບັນມີນັກກິລາທັງໝົດ 45 ຄົນ ໃນນັ້ນແມ່ນຜູ້ຍິງເກີນ 50 ເປີເຊັນ.

IMG_3801.JPG

ເຊິ່ງໄມດີເລີ່ມຮູ້ຈັກກິລາຣັກບີ້ຈາກການເປັນນັກກິລາຂອງ ChildFund Pass It Back ທີມ ວິຫົກເຫີນຟ້າ ທີ່ໄດ້ຝຶກຊ້ອມນຳຄູຝຶກຄໍາໝັ້ນ. ຈາກນັ້ນລາວກໍ່ໄດ້ມີຄວາມສົນໃຈສະໝັກເປັນຄູຝຶກເພື່ອສອນຫຼັກສູດ Pass It Back ໃຫ້ກັບເດັກນ້ອຍ ແລະ ໄວໜຸ່ມພາຍໃນຊຸມຊົນຂອງລາວ. ໃນໄລຍະການເປັນຄູຝຶກໄມດີໄດ້ມີຄວາມສົນໃຈໃນການຫຼີ້ນຣັກບີ້ແບບປະທະ ເພາະວ່າເຫັນການແຂ່ງຂັນ ແລະ ການຝຶກຊ້ອມຂອງທີມສະໂມສອນມັນມ່ວນ ແລະ ລາວເລີຍຢາກລອງເຂົ້າຫຼີ້ນເບິ່ງ. ໄມດີເລົ່າວ່າ “ການຫຼີ້ນຣັກບີ້ແບບປະທະມັນເປັນການຫຼີ້ນທີ່ຄ້າຍຄືກັນກັບການຫຼີ້ນຣັກບີ້ແທັກ ເຊິ່ງຂ້ອຍຢາກເຂົ້າໄປຮຽນຮູ້ທັກສະການຫຼີ້ນ ແລະ ນຳມາແບ່ງປັນປະສົບການກັບນັກກິລາຂອງຂ້ອຍທີ່ກຳລັງຮຽນຫຼີ້ນຣັກບີ້ແທັກຢູ່”

ການເຂົ້າເປັນນັກກິລາ ສະໂມສອນຊ້າງຄຳເຮັດໃຫ້ລາວໄດ້ມີໂອກາດໄປຝືກຊ້ອມທັກສະຣັກບີ້ປະທະກັບໝູ່ເພື່ອນໃນທີມເທື່ອທຳອິດ ໄມດີມີຄວາມຮູ້ສຶກ “ຂ້ອຍຕື່ນເຕັ້ນຫຼາຍເພາະມັນເປັນການຫລີ້ນຣັກບີ້ແບບໃໝ່ ທີ່ມີການປະທະກັນ. ທຳອິດຂ້ອຍຄິດວ່າມັນເປັນກິລາທີ່ໃຊ້ກຳລັງ ແລະ ໃຊ້ຄວາມແຂງແຮງອາດມີອັນຕະລາຍ. ແຕ່ເມື່ອຝຶກຊ້ອມໄປໄດ້ໄລຍະໜຶ່ງຂ້ອຍກໍ່ເຂົ້າໃຈວ່າມັນບໍ່ແມ່ນກິລາທີ່ອັນຕະລາຍ ແລະ ທຸກຄົນສາມາດຫຼີ້ນໄດ້ ບໍ່ວ່າຈະເປັນຍິງ ຫຼື ຊາຍ ກໍ່ສາມາດຫຼີ້ນຣັກບີ້ແບບປະທະໄດ້.” ການຫຼີ້ນຣັກບີ້ແບບປະທະ ແມ່ນມີທັກສະການເຂົ້າປະທະທີ່ໄດ້ຮັບການສອນຈາກຄູຝຶກທີ່ໄດ້ຮັບການຢັ້ງຢືນຣັກບີ້ລະດັບສອງ ແລະ ມີປະສົບການໃນການຫຼີ້ນຣັກບີ້ຫຼາຍປີແລ້ວ. ສະນັ້ນການຝຶກຊ້ອມແມ່ນມີຄວາມປອດໄພ ແລະ ນັກກິລາໃນສະໂມສອນຊ້າງຄຳກໍ່ໄດ້ມີການຝຶກຊ້ອມຣັກບີ້ແບບປະທະເປັນເວລາເກືອບສອງປີແລ້ວ. ສ່ວນໄມດີແມ່ນໄດ້ຝຶກຊ້ອມນຳສະໂມສອນຊ້າງຄຳເປັນເວລາໜຶ່ງປີ. ໃນນັ້ນມັນໄດ້ເຮັດໃຫ້ໄມດີໄດ້ຮັບທັກສະການຫຼີ້ນຣັກບີ້ແບບປະທະ ແລະ ວິທີການໃຊ້ສູດການຫຼີ້ນທີ່ມີຫຼາຍຮູບແບບບໍ່ວ່າຈະເປັນການບຸກ ຫຼື ຕ້ານ. ພ້ອມທັງໄດ້ຮັບໂອກາດໃນການເຂົ້າຮ່ວມການແຂ່ງຂັນຣັກບີ້ທີ່ງານແຂ່ງຂັນວຽງຈັນນານາຊາດທີ່ນະຄອນຫຼວງວຽງຈັນ.

IMG_2656.JPG

ນອກຈາກນັ້ນໄມດີກໍ່ຍັງບອກອີກວ່າໃນປີຕໍ່ໄປສະໂມສອນຊ້າງຄຳຈະພັດທະນາການບໍລິຫານສະໂມສອນ ແລະ ທັກສະການຫຼີ້ນຂອງທີມໃຫ້ດີຂື້ນ. ໄມດີໄດ້ມີແຜນກັບຕົນເອງວ່າ “ຂ້ອຍຈະຕັ້ງໃຈຊ້ອມເພື່ອພັດທະນາທັກສະຂອງຕົນເອງ ໂດຍການຮຽນຮູ້ກ່ຽວກັບທັກສະຈາກຫຼາຍບ່ອນຄື: ການເບິ່ງວິທີຫລີ້ນຣັກບີ້ປະທະໃນສື່ອອນລາຍເຊັ່ນ: Youtube, Facebook ເພື່ອຮຽນເອົາທັກສະທີ່ສາມາດເອົາມາພັດທະນາທີມ ແລະ ຝຶກຊ້ອມກັບທຸກຄົນໃນສະໂມສອນຊ້າງຄຳ. ຂ້ອຍຢາກໃຫ້ຫຼາຍຄົນເຂົ້າມາມີສ່ວນຮ່ວມໃນການຝຶກຊ້ອມ ຫຼື ສະໜັບສະໜຸນສະໂມສອນຊ້າງຄຳຂອງເຮົາຫຼາຍຂື້ນ ເພາະກິລາຣັກບີ້ອາດເປັນກິລາໃໝ່ ແຕ່ມັນເປັນກິລາທີ່ໃຫ້ໂອກາດທຸກຄົນໄດ້ຫຼີ້ນ ແລະ ໄດ້ໄປແຂ່ງຂັນໃນຫຼາຍບ່ອນ. ພ້ອມທັງມີຄວາມສາມັກຄີກັບທີມ ແລະ ຮຽນຮູ້ໝູ່ໃໝ່ອີກ.” 

ເຫັນໄດ້ວ່າໄມດີສາມາດຮຽນຮູ້ທັກສະການຫຼີ້ນຣັກບີ້ແບບປະທະ ເພື່ອເອົາໄປສອນ ແລະ ພັດທະນາທັກສະການຫຼີ້ນຂອງນັກກິລາພາຍໃຕ້ຫຼັກສູດ Pass It Back ໄດ້. ສຳລັບການເປັນນັກກິລາສະໂມສອນຊ້າງຄຳທີ່ຫຼີ້ນຣັກບີ້ແບບປະທະ ແມ່ນເຮົາບໍ່ຕ້ອງມີຄວາມພ້ອມຫຍັງ ມີແຕ່ໃຈມັກ, ມີຄວາມຫຼົງໄຫຼໃນການຫຼີ້ນເທົ່ານັ້ນກໍ່ສາມາດຫຼີ້ນໄດ້ຄືກັນກັບໄມດີ. ສຸດທ້າຍນີ້ແມ່ນຢາກໃຫ້ຫຼາຍຄົນທີ່ບໍ່ຮູ້ຈັກກິລາຣັກບີ້ ລອງເປີດໃຈເຂົ້າມາຝຶກຊ້ອມ ແລະ ຮຽນຮູ້ນຳກັນ ແລ້ວຈະຮັບຮູ້ວ່າການຫຼີ້ນຣັກບີ້ບໍ່ໄດ້ຍາກຄືທີ່ຄິດ.

Maidee is a 17 year old rugby coach and player from Secondary School. He lives in Xieng Khouang province. Maidee is a ChildFund Pass It Back coach and delivers rugby and life skills to children in his community. Maidee is also a contact-rugby player with the Xangkham Club. Xangkham Club is a rugby club that was founded in 2018 by youth who loved rugby and wanted to have a place to share their passion. Currently, the Xangkham Club is a key rugby club in Kham District with 45 players, among whom more than half are female. 

IMG_2217.JPG

Maidee first learned about rugby from the ChildFund Pass It Back program, and upon graduation he became a coach for the program. During the time he was a coach, he became interested in contact rugby when he saw other clubs playing it at competitions. Contact rugby looked fun and fascinating and he was inspired to give it a try.

 “There are many similarities between contact rugby and tag rugby. I wanted to learn about contact rugby and share my experience with my players in my tag rugby community.” 

Joining the Xangkham club and playing contact rugby for the first time was so special for Maidee, “Contact rugby felt exciting because it was so new to me. There was some contact, and at first I thought it was a violent sport that required a lot of strength. But once I got to involved in it, it was not violent at all, and everyone can play it, male and female - they can all play contact rugby!” 

IMG_2634.JPG

After developing as a player in the Xangkham Club, he was even granted the opportunity to join the contact rugby competition in Vientiane Capital.

Maidee also added that Xangkham club is constantly improving its club administration and player performance. Maidee has a plan that, “I will work harder and keep developing my skills and seek information through many platforms, such as, in person, YouTube, and Facebook, for myself and for my team. I want many people to join our club and expand the rugby society, improve our abilities and get to travel and join rugby games in many places.”

Maidee’s story exemplifies how local rugby clubs offer a critical path for passionate players to gain further training in contact rugby.

IMG_2618.JPG

Humans of Lao Rugby: Somchith Luanghan

Fee story.jpg

ນາງສົມຈິດ ຫຼວງຫານ (ຟີ້) ອາຍຸ 17 ປີ, ປະຈຸບັນກຳລັງຮຽນ ມ 6 ທີ່ມໍປາຍ ຢູ່ນະຄອນຫຼວງວຽງຈັນ. ລາວເລີ່ມຫຼີ້ນຣັກບີ້ຕັ້ງແຕ່ປີ 2016 ໃນຫຼັກສູດ Pass It Back ແລະ ຕອນນີ້ລາວເປັນຫົວໜ້າທີມຣັກບີ້ຕຳຂອງທີມຍິງ ສະໂມສອນວຽງຈັນເສືອ. 

ຄວາມສົນໃຈຂອງຟີ້ໃນການຫຼີ້ນຣັກບີ້ຜ່ານຫຼັກສູດ Pass It Back ໃນຕອນທຳອິດແມ່ນເລີ່ມຈາກລາວເຫັນຄູຝຶກລົງໄປສະຫມັກເອົານັກກິລາໃນໂຮງຮຽນ. ຟີ້ເວົ້າວ່າ “ນ້ອງຮູ້ສຶກພູມໃຈທີ່ໄດ້ເຂົ້າຮ່ວມຫຼີ້ນກິລາຣັກບີ້ມາດົນເພາະກິລານີ້ເປັນແຮງບັນດານໃຈໃຫ້ຂ້ອຍໄດ້ກ້າສະແດງອອກໃນດ້ານທີ່ຕົນບໍ່ກ້າສະແດງອອກເຊັ້ນ: ບໍ່ກ້າຕໍ່ສູ້ກັບກັບຄົນໂຕໃຫຍ່. ແຕ່ພໍມາຫລີ້ນກິລາຣັກບີ້ນີ້ກໍເຮັດໃຫ້ນ້ອງຂ້າມຜ່ານຈຸດນັ້ນມາໄດ້. ການຫລີ້ນຣັກບີ້ຜ່ານຫລັກສູດ Pass It Back ມີສ່ວນຊ່ວຍໃຫ້ນ້ອງເປັນຜູ້ນໍາທີມຍີງສະໂມສອນຄືໄດ້ຮຽນຮູ້ກ່ຽວກັບ 5 ຫຼັກຄຸນນະທຳ ແລະ ນ້ອງກໍນຳມາໃຊ້ໃນຊີວິດປະຈຳວັນໄດ້. ເມື່ອນ້ອງປະຕິບັດຕາມ 5 ຫຼັກຄຸນນຳທຳໄດ້ກໍຈະເຮັດໃຫ້ເຮົາມີຄວາມເປັນຜູ້ໃຫຍ່ ແລະ ສາມາດເປັນຜູ້ນໍາທີມໄດ້.”

IMG_2171.jpg

ປະສົບການໃນການຫຼີ້ນຣັກບີ້ແບບປະທະຂອງຟີ້ແມ່ນເລີ່ມຈາກການໄດ້ມາຮ່ວມຄັດເລືອກນັກກີລາລຸ້ນ 14 ປີໄປຮ່ອງກົງເພື່ອການແຂ່ງຂັນຫຼີ້ນຣັກບີ້ແບບປະທະ ເຊິ່ງມີໝູ່ຈາກຊຽງຂວາງມາຮ່ວມທີມໄປແຂ່ງກັບຫຼາຍທີມຢູ່ຮ່ອງກົງເປັນປະສົບການຄັ້ງແລກທີໄດ້ໄປຕ່າງປະເທດ. ນັ້ນເປັນງານແຂ່ງຂັນຣັກບີ້ຕຳທີ່ຮົງກົງທີ່ງານແຂ່ງຂັນຣັກບີ້ຂອງເດັກນ້ອຍຍິງນາໆຊາດ. ມັນເຮັດໃຫ້ລາວ ເລີ່ມສົນໃຈກິລາຣັກບີ້ແບບປະທະຫຼາຍຂື້ນ. ຄວາມຮູ້ສຶກຂອງຟີ້ທີ່ໄດ້ເລີ່ມຫຼີ້ນຣັກບີ້ປະທະເທື່ອທຳອິດວ່າ “ຂ້ອຍໄດ້ເຂົ້າຮ່ວມແຂ່ງຂັນຣັກບີ້ປະທະເທື່ອທຳອິດ ແລະ ໄດ້ເບີ່ງການແຂ່ງຣັກບີ້ລະດັບໂລກທີ່ມີຄົນເບີ່ງ ຫຼາຍທີ່ສຸດ. ນ້ອງເລີຍເລືອກເຂົ້າໂມສອນວຽງຈັນເສືອ ເພື່ອຢາກມີການປ່ຽນແປງທາງດ້ານຄວາມຮູ້ ແລະ ຢາກຮຽນຮູ້ກິລາຣັກບີ້ໃຫ້ຫຼາຍຂື້ນ ເພື່ອຂ້າມຜ່ານຄວາມຢ້ານທີ່ຂ້ອຍເຄີຍຢ້ານເຊັ່ນ: ຢ້ານນັກກິລາຣັກບີ້ທີ່ເປັນຄົນໂຕໃຫຍ່ແລ້ວຢ້ານທີ່ຈະຕໍ່ສູ້ກັບເຂົາເຈົ້າ. ເມື່ອເປັນນັກກິລາຣັກບີ້ຕຳໃນສະໂມສອນແລ້ວນ້ອງໄດ້ປ່ຽນແປງທາງດ້ານແນວຄວາມຄິດ ແລະ ຮ່າງກາຍກໍ່ມີຄວາມແຂງແຮງຂື້ນ.” 


ຊ່ວງເວລາທີ່ເຂົ້າມາຫຼີ້ນໃນສະໂມສອນວຽງຈັນເສືອເຮັດໃຫ້ລາວເຂົ້າໃຈຫຼາຍຂື້ນກ່ຽວກັບ ຜູ້ຍີງກັບຜູ້ຊາຍມີສິດເທົ່າທຽມກັນ. ຟີ້ເລົ່າວ່າ “ຊ່ວງທີນ້ອງໄດ້ຮຽນສູດພາສອິດແບັກແມ່ນໄດ້ຮຽນບົດບາດຍີງຊາຍຄືກັນແລ້ວໄດ້ເຂົ້າມາຫຼີ້ນໃນສະໂມສອນສີ່ງທີນ້ອງໄດ້ເຫັນຄື: ຜູ້ຊາຍກັບຜູ້ຊາຍມີສິດເທົ່າທຽມກັນຜູ້ຍີ່ງກໍສາມາດຫລີ້ນກິລາຣັກບີ້ປະເພດປະທະໄດ້ຄືກັນ. ຜູ້ຍີງສາມາດອອກກຳລັງກາຍ ຫລື ເຮັດຟິດເນັດຫນັກຄືກັບຜູ້ຊາຍໄດ້ ແລະ ທີ່ສຳຄັນຜູ້ຍິງ ແລະ ຜູ້ຊາຍມີສິດໃນການສະເຫນີ ຫລື ອອກຄວາມຄິດໄດ້ຄືກັນ.” ໃນການຝຶກຊ້ອມກັບສະໂມສອນວຽງຈັນເສືອບາງຄັ້ງກໍ່ມີການຊ້ອມນຳທີມຜູ້ຊາຍນຳມັນເຮັດໃຫ້ຟີ້ມີກຳລັງໃຈໃນການສູ້ກັບຄົນໂຕໃຫຍ່ ແລະ “ຂ້ອຍໄດ້ເຫັນວ່າຜູ້ຍີງ ແລະ ຜູ້ຊາຍມີສິດເທົ່າທຽມກັນ ຜູ້ຍີງກໍຈະກ້າເຮັດຫຍັງຫລາຍໆຢ່າງດ້ວຍຕົນເອງ ແລະ ສາມາດແຂ່ງຂັນກິລາຕ່າງໆກັບຜູ້ຊາຍໄດ້.”

DSC_0873.JPG

ປັດຈຸບັນນີ້ຟີ້ກຳລັງເປັນກັບຕັນທີມວຽງຈັນເສືອຜູ້ຍິງ “ກ່ອນທີ່ນ້ອງຈະມາຫລີ້ນສະໂມສອນແມ່ນນ້ອງບໍ່ໄດ້ຕັ້ງເປົ້າໄວ້ເລີຍວ່າຢາກເປັນກັບຕັນທີມ. ນ້ອງຢາກມາຫລີ້ນຍ້ອນຣັກບີ້ເປັນກິລາທີຕົນເອງມັກ ແລະ ບໍ່ໄດ້ຄິດວ່າຄູ່ຝຶກຈະເລືອກໃຫ້ເປັນກັບຕັນທີມ ເພາະຢູໃນທີມກໍ່ມີຄົນເກັ່ງຫຼາຍ ກໍ່ເລີຍບໍ່ໄດ້ຕັ້ງເປົ້າໝາຍໄວ້. ການໄດ້ເປັນກັບຕັນທີມນ້ອງກະຮູ້ສຶກດີໃຈ ແລະຕົກໃຈທີ່ຕົນເອງໄດ້ເປັນຜູ້ນຳທີມເທື່ອທຳອິດ. ມັນຊວຍໃຫ້ນ້ອງໄດ້ເປັນຜູ້ໃຫຍ່ຫຼາຍຂື້ນ ແລະ ຍັງເຮັດໃຫ້ນ້ອງສາມາດມີຄວາມເປັນຜູ້ນຳຂື້ນຕື່ມ. ການເປັນຜູ້ນຳເຮັດໃຫ້ນ້ອງໄດ້ພັດທະນາຕົນເອງໃນຫຼາຍດ້ານຈາກທີ່ບໍ່ເຄີຍຮູ້ຫຍັງກ່ຽວກັບທັກສະການຫຼີ້ນຣັກບີ້ຕ່າງໆ ແລະ ນ້ອງກໍເລີ່ມຮຽນຮູ້ມັນຈົນໄດ້ເປັນກັບຕັນທີມ ແລະ ສາມາດເອົາທັກສະທີ່ໄດ້ຮຽນມາ ໄປເຜີຍແຜ່ຕໍ່ໝູ່ ແລະ ສອນຫມູ່ໃຫ້ຮູ້ກ່ຽວກັບທັກສະຕ່າງໆຂອງກິລາຣັກບີ້.” 

ຫຼັງຈາກນັ້ນຟີ້ໄດ້ວ່າງແຜນທີ່ຈະຢູ່ເປັນນັກກິລາໃນສະໂມສອນວຽງຈັນເສືອຈົນໄປຮອດຕິດທີມຊາດ. “ນ້ອງມີຄວາມຝັນຢາກເປັນນັກກິລາຣັກບີ້ທີມຊາດ ແລະ ເມື່ອນ້ອງໃຫຍ່ຈົນສາມາດເປັນຜູ້ນຳໄດ້. ນ້ອງຢາກສືບຕໍ່ການສອນຈາກເອື້ອຍອ້າຍທີ່ສອນມາ ເພື່ອສອນລຸ້ນນ້ອງທີ່ເຂົ້າມາໄດ້ຮຽນຮູ້ປະສົບການຂອງກິລາປະເພດນີ້ ແລະ ນ້ອງຢາກປ່ຽນແປງສະໂມສອນໃຫ້ມີຄວາມເກັ່ງຂື້ນ ເພື່ອຈະເອົາຊະນະການແຂ່ງຂັນ ແລະ ໄດ້ອັນດັບໜຶ່ງຂອງປະເທດໄດ້.”

IMG_0904.JPG

ຟີ້ຢາກບອກເຖີງຄົນທີ່ກຳລັງຈະເຂົ້າສະໂມສອນຣັກບີ້ວ່າ “ທຸກຄົນກໍມີເປົ້າຫມາຍຂອງໂຕເອງສະນັ້ນຈົ່ງຕັ້ງໃຈວາງແຜນ ແລະ ລົງມືປະຕິບັດເພື່ອໃຫ້ໄປຮອດເປົ້າໝາຍ ແລະ ເຮັດຄວາມຝັນຂອງຕົນເອງໃຫ້ມັນເປັນຈີງ. ເຖີງຕອນນີ້ເຮົາຈະບໍ່ເກັ່ງກໍຢ່າຢຸດພັດທະນາຕົນເອງ ແລະ ບຸກບືນໄປໃຫ້ມັນໄດ້ເພາະຄົນເຮົາທຸກຄົນເກີດມາບໍ່ໄດ້ມີດີທຸກຢ່າງເຮົາຕ້ອງສະແຫວ່ງຫາເອົາ ແລະ ທຸກຄົນເລີ່ມຈາກ 0 ຈົນພັດທະນາໄປສູ່ຄວາມສຳເລັດ.”

Somchit Luanghan, or Fee, is one of the leaders and now captain of the female rugby team at the Canon by SOA Vientiane Tigers Rugby Club. Fee is 17 years old and a Grade 12 student at Non-Savang High School. She started playing rugby in 2016 back when she was just a primary school student. 

The rugby and life skills session with the Pass It Back program have had a major impact on Fee; “I am so proud to have joined the rugby team because rugby is an inspiration for me to be confident …  for instance, I was once afraid to play against bigger people. However, after playing rugby, I overcame that fear. In terms of studying rugby, Pass It Back inspired me to become a leader of a girls’ rugby team. We learned five core values of rugby and applied them in my real life. When I began to follow the five core values of rugby, I became more mature and a leader of the team.”

IMG_5414.JPG

Fee’s experience in playing contact rugby started when she joined the team sent to the All Girls International Sevens Rugby Tournament in Hong Kong.“…From participating in this tournament, I became interested in more kinds of contact sports. [As a result], I decided to join the Canon Vientiane Tigers Rugby Club because I wanted to improve my knowledge and study rugby. Therefore, I was able overcome my biggest fears; for example, I was afraid of colliding with bigger rugby players. After I joined the Vientiane Tigers, I changed my perception, and my body became stronger.”

IMG_5615.JPG

Not only did training with the Vientiane Tigers make Fee more confident, it was an opportunity for her to experience and gain insight on gender equality in practice. She mentioned that “during the Pass It Back program, I learned about the equal roles between males and females. When I joined the Tigers, I experienced that males and females have the same rights. Similar to male sports players, females can also play contact rugby. Females can exercise or enjoy extensive fitness training. More importantly, female and male have equal rights to share their opinions.”

During the training, sometimes the female team and male team join sessions together. It helps to build confidence to play against bigger rugby players, and Fee noted that “I realized that females and males have equal rights. Women can do many things by themselves and can compete in many sports with males.”

IMG_9629.JPG


Fee is now the captain of the Vientiane Tigers Canon Rugby team. “Before I decided to join the club, I never intended to become captain. I joined the club because I love to play rugby. I have never thought that the coach would select me to be a captain because all rugby players in the team are very talented. It was not one of my goals at all. However, I am so delighted to be a captain and, at the same time, very excited. It forces me to become more mature and have more leadership skills. Being a leader forces me to improve myself in several directions.”

IMG_3843.JPG

Moreover, Fee has a clear objective in mind when playing with the Vientiane Tigers Canon Rugby Club. “I have a dream to be a national rugby player. When I become mature enough to be a leader, I would like to take the sessions that the senior players have taught me and deliver them in turn to the junior players. I would like to teach junior players who are interested in this sport. I also aim to improve the players in our club to become more talented so we can win the match and become the winners in the national league.”


Fee finished by providing her advice to those who would like to join the Club: “Everyone has their own goals; therefore, you should make your plan and follow it. As a result, you can achieve your goals and make your dream become true. Even though you might not be talented enough now, do not stop improving yourself and keep fighting. You might not be born with everything you want, so you have to work for it yourself. Everyone starts at zero. Work to improve yourself until you are successful.”

Humans of Lao Rugby: Anilavanh

ຂຽນໂດຍ: ວະນິດາ Author: Vanida

ຂຽນໂດຍ: ວະນິດາ
Author:
Vanida

ນາງ​ ອະ​ນິ​ລະ​ວັນ​ ຄຳ​ພູ​ໄຊ ຫຼື​ວ່​າ ໝູ​ນ້ອຍ ອາ​ຍຸ 19 ປີ ເປັນ​ນັກ​ກິ​ລາ​ຣັກ​ບີ້ ສັງກັດຢູ່ສະໂມສອນ​ຣັກບີ້ວຽງຈັນບັບຟາເລດ ເປັນເວລາ 4 ປີ​ແລ້ວ. 

ໃນ​ຊ່ວງ​ທີ່​​ເລີ່​ມຊ້ອມທຳອິດ​ທັກສະການຫຼີ້ນຂອງໝູນ້ອຍຍັງບໍ່ດີປານໃດ ເພາະລາວບໍ່​ເຂົ້າ​ໃຈ​ຕຳ​ແໜ່ງ, ການຫຼິ້ນ​ສູດ ຫຼື ລະ​ບົບ​ທີມ. ແຕ່ລາວ​ໄດ້​ມີລຸ້ນ​ເອື້ອຍ​ເຊັ່ນ: ​ອາ​ເເກັດ​ ແລະ​ ອ້າຍ​ຕ້າ ​ທີມສະໂມສອນຣັກບີ້ວຽງຈັນ​ບັບ​ຟາ​ໂລ້ ທີ່​ຊ່ວຍບອກ​ລາວ​ໃຫ້​ປັບ​ປຸງ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ລາວ​ພັດ​ທະ​ນາ​ໄດ້​ດີ​ຂຶ້ນ. ຫຼັງ​ຈ​າກ​ຊ້ອ​ມ​ໄດ້​ເກືອບ​ປີ​ກໍ​ເຫັນ​ວ່າ​ທັກ​ສະການຫຼີ້ນຣັກບີ້​ລາວໄດ້​ພັດ​ທະ​ນາ​ຂຶ້ນຫຼາຍ​ທັງ​ການ​ຕຳ, ການ​ສົ່ງ​ບານ ແລະ ​ລາວ​ເປັນ​ຄົນ​ຄິດ​ໄວ ​ຄູ​ຝຶກ​ຈຶ່ງ​ເລືອກ​ໃຫ້​ລາວ​ຢູ່​ຕຳ​ແໜ່ງ ສະ​ກ້ຳຮາ​ຟ ທີ່​ຕ້ອງ​ສົ່ງ​ບານ​ອອກ​ໄວ​ ແລະ ​ສ້າງ​ເນື້ອ​ທີ່​ໃຫ້​ທີມ​ໃນ​ຕອນ​ແຂ່ງ​ຂັນ​. ໃນ​ການ​ໄດ້​ຮູ້​ຕຳ​ແໜ່ງ ​ແລະ​ ຄວາມ​ສາ​ມາດ​ຂອງ​ຕົນ​ເອງ​ເຮັດ​ໃຫ້ລາວມີ​ຄວາມ​ໝັ້ນ​ໃຈ​ເວ​ລາ​ທີ່​ລາວ​ໄປ​ຮ່ວມ​ຊ້ອມ​ກັບ​ທີມ​ຊາດ ຫຼື ​ແຂ່ງຂັນ​ກັບ​ທີມ​ອື່ນ​. ​ລາວ​ມີ​ຈຸດ​ພິ​ເສດ​ອີກ​ຢ່າງ​ໜຶ່ງ​ຄື​ແລ່ນ​ໄວ​ຈຶ່ງ​ເຮັດ​ໃຫ້​ສາ​ມາດ​ຊ່ວຍ​ທີມ​ໄດ້​ຕື່ມ​ອີກ​ເວ​ລາ​ທີ່​ລາວ​ຈະ​ໄປ​ເຮັດ​ທ​ຣາຍ​ເອົາ​ຄະ​ແນນ.

DSC_0043.JPG

ຈາກ​ນັ້ນ​ລາວກໍ​ຝຶກ​ຝົນ​ເລື້ອຍໆ​ຈົນ​ໄດ້​ເປັນ​ຕົວ​ແທນ​ຂອງ​ທີມ​ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ລະ​ດັບ​ຊາດ​ທີ່​ປະ​ເທດ​ດູ​ໄບ ໃນ​ປີ 2017 ໃນ​ການ​ແຂ່ງ​ຂັນ​ນີ້​ເປັນ​ຄັ້ງ​ທຳ​ອິດ​ຂອງ​ລາວ​ຈຶ່ງ​ມີ​​ພະ​ຍາ​ຍາມ​ເກັບ​ກຳ​ປະ​ສົບ​ການ​ ແລະ​ ມີ​ການ​ສ້າງ​ປະ​ຫວັດ​ສາດ​ໃຫ້​ທີມ​ຊາດ​ລາວ​ຄື​ການ​ຊະ​ນະ​ທີມ​ຟີ​ລິບ​ປິນ ແລະ ສະ​ຫະ​ລັດອາ​ລັບ​ແອມິ​ເລດ ເຊິ່ງ​ຊາດ​ລາວ​ບໍ່​ເຄີຍ​ຊະ​ນະ​ໄດ້​ໃນ​ການ​ແຂ່ງ​ຂັນ​ແຕ່​ລະ​ລາຍ​ການ. ແລະ ປີ 2018 ​ແຂ່ງ​ຂັນທີ່​ປະ​ເທດ​ອິນ​ເດຍ ລາວ​ໄດ້​ຮັບ​ຕຳ​ແໜ່ງ​ສະ​ກຳ້​ຮາ​ຟ​ຕາມ​ທີ່​ລາວ​ໄດ້​ຊ້ອມ​ໃນ​ທີມສະໂມສອນຣັກບີ້ວຽງຈັນບັບຟາເລດ ແລະ ​ລາວ​ກໍ​ພະ​ຍາ​ຍາມ​ຝຶກ​ຝົນ​ເລື້ອຍໆ​ໃຫ້​ລາວ​ມີ​ທັກ​ສະ​ດີ​ຂຶ້ນ ແລະ ​ກໍ​ເຫັນ​ໄດ້​ວ່າ​ທີ​ມ​ຂອງ​ລ​າວ​ສະ​ໜັບ​ສະ​ໜູນ​ລາວຫຼາຍ​ໃນ​ການ​ທີ່​ໃຫ້​ລາວ​ໄດ້​ພັດ​ທະ​ນາ​ຕົນ​ເອງ​ທັງ​ການ​ຕຳ, ການ​ສົ່ງ​ບ​ານ, ການ​ຕັດ​ສິນ​ໃຈ. ໝູນ້ອຍໄດ້ກ່າວວ່າ “ສຳ​ລັບ​ບາງ​ຄົນ​ທີ່​ຄິດ​ວ່າ​ການ​ທີ່​ຊ້ອມ​ນຳ​ສະ​ໂມ​ສອນ​ແມ່ນຊ້ອມຫຼິ້ນ​ຊ້ອມ​ມ່ວນເທົ່ານັ້ນ​ ​ແຕ່​ຖ້າ​ຫາກ​ນັກ​ກິ​ລາ​ຄົນ​ໃດ​ທີ່​ຊ້ອມ​ ແລະ​ ພະ​ຍາ​ຍາມ​ຝຶກ​ຝົນ​ພັດ​ທະ​ນາ​ຕົນ​ເອງ​ໃຫ້​ເກັ່ງ​ຂຶ້ນ​ມັນ​ອາດ​ຈະ​ເປັນ​ສິ່ງ​ທີ່​ດີ​ທີ່​ສະ​ໂມ​ສອນ​ຈະ​ຊ່ວຍ​ໃຫ້​ໂອ​ກາດ​ໄປ​ຄັດ​ເລືອກ​ທີມ​ຊາດ ​ແລະ ​ມັນ​ກໍ​ຍັງ​ເປັນ​ຈຸດ​ສູງ​ສຸດ​ທີ່​ນັກ​ກິ​ລາ​ຄົນ​ໜຶ່ງ​ຈະ​ມີ​ວິ​ໄນ​ເພື່ອ​ໃຫ້​ຕົນ​ເອງ​ປະ​ສົບ​ຜົນ​ສຳ​ເລັດ​”.

DSC_0512.JPG

ປະສົບການໃນການແຂ່ງຂັນຂອງໝູນ້ອຍມີຫຼາຍຢ່າງທີ່ໜ້າສົນໃຈຫຼາຍເພາະນອກຈາກຈະໄດ້ເປັນຕົວແທນໄປແຂ່ງຂັນຢູ່ຕ່າງປະເທດແລ້ວພາຍໃນປະເທດລາວກໍ່ໄດ້ມີໂອກາດລົງແຂ່ງຂັນຄັນ​ເລີ້ລີກ​ກັບ​ສະ​ໂມ​ສອນ​ພາຍ​ໃນ ແລະ ​ງານ​ແຂ່ງນາ​ນາ​ຊາດ​ວຽງ​ຈັນ​ເທັນ ເຊິ່ງແມ່ນ​ງານ​ແຂ່ງ​ທີ່​ໃຫຍ່​ມີຫຼາຍສະ​ໂມ​ສອນຈາກ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ ແລະ​ ງານ​ແຂ່ງ​ໃນ​ປີ 2020. ລາວ​ປະ​ທັບ​ໃຈຫຼາຍ​ທີ່​ທີມ​ຂອງ​ລາວ​ໄດ້​ລາງວັນດີ​ວີ​ຊັ້ນ​ທີ 3. ໝູນ້ອຍເວົ້າວ່າ “ໃນ​ການ​ແຂ່ງ​ຂັນ​ນັ້ນ​ມີ​ບົດ​ຮຽນຫຼາຍ​ໃນ​ການ​ຈັດ​ການ​ທີມເຊັ່ນ: ການຈັດການນັກກິລາໃນທີມເພື່ອໃຫ້ຊ່ວຍກັນເຮັດຄະແນນ ດ້ວຍການເວົ້າໃຫ້ກຳລັງໃຈ ແລະ ປັບປ່ຽນຕຳແໜ່ງການຫຼີ້ນ ແລ້ວມັນ​ກໍ​ເປັນ​ສິ່ງ​ທີ່​ຂ້ອຍ​ປະ​ທັບ​ໃຈ​ທີ່​ມີ​ຄົນ​ຮັບ​ຟັງຄວາມຄິດຂອງ​ຂ້ອຍ ແລ້ວ​ເອົາ​ໄປ​ໃຊ້​ໃນ​ເກມ.’’ ການ​ທີ່​ໝູ​ນ້ອຍ​ໄດ້​ສະ​ແດງ​ການ​ກະ​ທຳ​ນີ້​ໄປ​ມັນ​ເຮັດ​ໃຫ້​ທີມ​ຂອງ​ລາ​ວ​ຮັບ​ຟັງ​ກັນຫຼາຍ​ຂຶ້ນ​ບໍ່​ໃຊ້​ອາ​ລົມ​ເກີນ​ໄປ ແລະ​ ທີມ​ຂອງ​ລາວ​ກໍ​ເຂົ້າ​ໃຈ​ແລະ​ຍອມ​ຮັບ​ການ​ຕິ​ການ​ຊ່ວຍ​ປັບ​ປຸງ​ແກ້​ໄຂຫຼາຍ​ຂຶ້ນ​ເຮັດ​ໃຫ້​ລາວ​ຮູ້​ສຶກວ່າ​ໂຕ​ເອງ​ກໍ​ເປັນ​ຜູ້​ນຳ​ຄົນ​ໜຶ່ງ​ຂອງ​ທີມ​ທີ່​ລາວ​ຈ​ະ​ສາ​ມາດ​ຊ່ວຍ​ໄດ້​ບໍ່​ໜ້ອຍ​ກະຫຼາຍ​ ແລະ ​ເຮັດ​ໃຫ້​​ທີມປະ​ສົບ​ຜົນ​ສຳ​ເລັດ. ແຕ່​ຢ່າງ​ໃດ​ຖ້າ​ຫາກ​ມີ​ນັກ​ກິ​ລາ​ເຂົ້າ​ໃໝ່​ໃນ​ທີມ​ລາວ​ກໍ​ຈະ​ຊ່ວຍ​ແນະ​ນຳ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ເປັນ​ຈິງ​ທີ່​ເກີດ​ຂຶ້ນ​ໃນ​ການ​ຊ້ອມ​ການ​ແຂ່ງ​ທີ່​ທຸກ​ຄົນ​ຕ້ອງ​ພົບ ​ແລະ​ ຕ້ອງ​ປັບ​ຕົວ​ໃຫ້​ໄດ້ ແລະ ມີ​ວິ​ໄນ​ຕໍ່​ຕົນ​ເອງ​ ແລະ ​ທີມ, ທີ່​ສຳ​ຄັນ​ກໍ​ຄື​ການ​ເຄົາ​ລົບ​ນັບ​ຖື​ກັນ​ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ທຸ​ຄົນ​ຕ້ອງ​ມີ​ເພື່ອ​ການ​ຢູ່​ຮ່ວມ​ກັນ​ທີ່​ດີ.”

ສິ່ງ​ທີ່​ໝູ​ນ້ອຍ​ຢາກ​ໃຫ້​ມີ​ການ​ຊ່ວຍ​ພັດ​ທະ​ນາ​ຄືການ​ຝຶກ​ອົບຮົມ​ກ່ຽວ​ກັບ​ແພດ​ໝໍ​ເພ​າະ​ວ່າ​ທີມ​ຂອງ​ລາວ​ແມ່ນ​ມີ​ການ​ບາດ​ເຈັບ​ທຸ​ກ​ການ​ແຂ່ງ​ຂັນ ​ແລະ ​ຢາກ​ຮຽນ​ຮູ້​ຕື່ມ​ກ່ຽ​ວ​ກັບ​ການ​ເທັບ​ຮ່າງ​ກາຍ​ສ່ວນ​ທີ່​ມີ​ບັນ​ຫາ​ໃຫ້​ນັກ​ກິ​ລາ​ສາ​ມາດ​ຊ່ວຍ​ໂຕ​ເອງ​ໄດ້ ແລະ​ສາ​ມາດ​ກຽມ​ໂຕ​ໄດ້​ກ່ອນ​ລົງ​ແຂ່ງ. ເຫັນ​ໄດ້​ວ່າ​ການ​ທີ່​ໝູ​ນ້ອຍ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ນຳ​ສະ​ໂມ​ສອນ​ເຮັດ​ໃຫ້​ລາວ​ໄດ້​ບົດ​ຮຽນ​ຫຼາຍ​ຢ່າງ​ເຊັ່ນ​ການ​ໄດ້​ສະ​ແດງ​ທັກ​ສະ​ການ​ເປັນ​ຜູ້​ນຳເຊັ່ນ: ການ​ນຳ​ພາ​ທີມ​ກະ​ກຽມ​ກ່ອນ​ແຂ່ງ, ການ​ນຳ​ພາ​ທີມ​ວາງ​ແຜນ​ໃນ​ການ​ແຂ່ງ​ຂັນ, ການ​ເບິ່ງ​ແຍງ​ຊ່ວຍ​ເຫຼືອ​ທີມ​ໃນ​ການ​ຊ້ອມ​ ແລະ ​ການ​ແຂ່ງ​ຂັນ, ການ​ປັບ​ໂຕ​ເພື່ອ​ການ​ຢູ່​ຮ່ວມ​ກັບ​ນັກ​ກິ​ລາ​ທີ່​ເປັນ​ຄົນ​ຕ່າງ​ປະ​ເທດ​ເຊິ່ງ​ລາວ​ກໍ​ໄດ້​ຮຽນ​ພາ​ສາ​ອັງກິດນຳ​ເຂົາ​ເຈົ້າ. 

D8549373-856C-4224-894F-AAF3FD7F18E8_1_105_c.jpeg

Ms. Anilavanh Khamphouxay, or Mounoy, 19 years old, is a rugby player with the Buffalettes. 

When Mounoy first started playing contact rugby, she didn’t understand what contact rugby was, how to play it or what the rules were. It took her some time to understand and figure out what the best position is for her and what she could best serve the team. While Mounoy’s small stature initially made her think that she was at a disadvantage, she came to realize that her agility and speed made her a crucial player for the team.

With the support of her fellow Buffalettes, Mounoy grew as a rugby player and she even became part of the elite national team. Her first international trip as part of the national squad was in 2017 to Dubai. Her team made historic progress in winning against the Philippines and the United Arab Emirates national teams, which was the first time ever for the Lao national team in its history. Then, in 2018 she went to India and she played as the half-scrum, a position in which she could use both the offensive skills and passing skills that she has been trained on.

Through many domestic and international games that she has been part of, one of the key successes she had was the time she played as part of the her club in the Vientiane 10s international tournament 2020. Her team won 3rd place! 

IMG_1855.JPG

“I was the captain of the team and there were a lot of things to manage with the team, in game planning, positioning, etc. What I was impressed with our team the most was that everyone in the team listened to me and followed the plan that we agreed on and we succeeded. Getting players together and on the same page was challenging, as many new players were part of the team. I had to emphasize on teamwork, unity and most importantly, to respect each other, because without each other, we couldn’t call ourselves a team.” 

Mounoy continues to seek avenues for self-improvement as a player and a leader. She is now working hard to be trained in first-aid so she can contribute to her club when players get injured and also educate her teammates on how to take care of themselves. 

A rugby club is a bridge to connect your passion in rugby to elite international games as a national rugby player. We can see from Mounoy’s story about her growth through the path of  sport from a junior rugby player in a club to a leader for the team.

IMG_9430.JPG

Humans of Lao Rugby: Sengtavanh

ຂຽນໂດຍ: ພອນສັກ ກົມຊາດ Author: Phonesak Komsard

ຂຽນໂດຍ: ພອນສັກ ກົມຊາດ
Author:
Phonesak Komsard

ສະໂມສອນວຽງຈັນໝູປ່າໄດ້ສ້າງຕັ້ງຂື້ນປີ ເດຶອນ ສິງຫາ ປີ 2008. ທ້າວ ສະຫວັນໄຊ ໄຊຍະສອນ ແມ່ນໜຶ່ງໃນນັກກິລາທີ່ເປັນຕ່າງໜ້າໃຫ້ສະໂມສອນວຽງຈັນໝູປ່າ ເຊິ່ງເປັນສະທີມນັກກິລາຣັກບີ້. ລາວມີຄວາມສົນໃຈໃນການເປັນນັກກິລາຣັກບີ້ຕັ້ງແຕ່ຕອນເລິ່ມຕົ້ນຫຼີ້ນສະໄຫມຮຽນມັດຖະຍົມຕອນຕົ້ນ ມ 4 (ປີ 2004) ແມ່ນມີກຸ່ມຄູຝຶກຈາກສະຫະພັນກິລາຣັກບີ້ເຂົ້າໄປເຜີຍແຜ່ ແລະ ສອນຢູ່ໃນໂຮງຮຽນ. ລາວເລີຍເກີດຄວາມສົນໃຈ ແລະ ລວມກຸ່ມຫມູ່ສະຫນິດໄດ້ຮ່ວມກັນມາສ້າງທີມ ເປັນທີມຣັກບີ້ ມສ ວຽງຈັນ. ເຊິ່ງສະໄຫມນັ້ນຈະມີການຈັດການແຂ່ງຂັນຣັກບີ້ປະເພດຫລີ້ນຕຳ. ການແຂ່ງຂັນແມ່ນມີປະມານ 5​ ຫາ 6 ໂຮງຮຽນ. ສະຫວັນໄຊບອກວ່າ “ຂ້ອຍຍັງຈື່ໄດ້ເປັນບັນຍາກາດໃນການແຂ່ງຂັນຕອນນັ້ນແມ່ນຄ່ອນຂ້າງມ່ວນຊື່ນຫຼາຍ,ເພາະການແຂ່ງຂັນແມ່ນຄັ້ງທຳອິດສຳລັບຂ້ອຍກັບໝູ່ໃນທີມໄດ້ຮຽນຮູ້ທັກຊະການເຂົ້າແຂ່ງຂັນບໍ່ວ່າຈະເປັນການກະກຽມທີມເຂົ້າຮ່ວມການກຽມຄວາມແຂ່ງແຮງຂອງຕົນເອງ. ເມື່ອຫລີ້ນມາໄດ້ໄລຍະຫນື່ງບັນດາຫມູ່ທີ່ໂຕໃຫຍ່ໆໄດ້ຮັບໂອກາດໄປແຂ່ງຂັນຣັກບີ້ທີ່ປະເທດໄທເປັນປະຈຳ. ແຕ່ຍ້ອນຂ້ອຍໂຕນ້ອຍຈຶ່ງບໍໄດ້ຮັບໂອກາດຄືພວກທີ່ໂຕໃຫຍ່ກວ່າ. ຈຸດນັ້ນແມ່ນຈຸດທີ່ເຮັດໃຫ້ຂ້ອຍພະຍາຍາມເພິ່ມຂຶ້ນ, ຕັ້ງໃຈຝຶກຊ້ອມຕົນເອງ, ແບ່ງເວລາຮຽນແບ່ງເວລາຊ້ອມ. ພ້ອມກັນນັ້ນກໍ່ມີການກີນອາຫານທີ່ມີປະໂຫຍດ, ມີການແບ່ງຊ້ອມໜັກຊ້ອມເບົາຈົນເຮັດໃຫ້ຂ້ອຍກາຍເປັນຜູ້ທີ່ມີຮຸ່ນໃຫ່ຍສາມາດສອນທັກຊະຟິດເນັດໃຫ້ກັບນ້ອງໆຫຼາຍໆຄົນໃນທີມອິກດ້ວຍ.” ຈາກທີ່ສະຫວັນໄຊ ໄດ້ມີຄວາມພະຍາຍາມຝຶກຊ້ອມຣັກບີ້ແລ້ວ ລາວໄດ້ຕິດທີມຊາດໄປແຂ່ງຂັນທີ່ບຣູໄນເປັນຄັ້ງທຳອີດໃນປີ 2006.

IMG_5457.JPG

ນອກຈາກສະຫວັນໄຊແລ້ວຍັງມີ ທະນົງສອນ ຫຼືວ່າ ຕ່າມ ທີ່ເປັນນັກກີລາສະໂມສອນວຽງຈັນໝູປ່າ ແລະ ເປັນຄູຝຶກສອນໃຫ້ທີມນຳອິກ. ຕ່າມໄດ້ເລົ່າປະສົບການຂອງລາວກ່ອນການມີສ່ວນຮ່ວມໃນສະໂມສອນວຽງຈັນໝູປ່າວ່າ “ການເລີ່ມເຂົ້າສະໂມສອນວຽງຈັນໝູປ່າ ຍ້ອນວ່າມີນັກກິລາທີມຊາດລົງໄປສອນ ຢູ່ໂຮງຮຽນພອນສະຫວັນກາຍະກຳໃນນາມຈໍາປາບານ. ຂ້ອຍເລີຍສົນໃຈຊ້ອມນໍາພວກເຂົາຈົນເຮັດໃຫ້ຕົນເອງສາມາດຫຼີ້ນກີລາຣັກບີ້ຈົນມາຮອດປັດຈຸບັນນີ້. ການທີ່ມາຫຼີ້ນຣັກບີ້ຄັ້ງທຳອິດກັບທີມນີ້ມັນເຮັດໃຫ້ຂ້ອຍໄດ້ຫຼາຍກວ່າຄຳວ່າຣັກບີ້ເພາະວ່າໄດ້ຮຽນຮູ້ຄຳວ່າອ້າຍນ້ອງ. ໃນທີມຢູ່ນຳກັນແບບສະບ່າຍ, ຊ່ວຍເຫຼືອກັນໃນຍາມທີ່ທຸກຄົນລຳບາກຕ້ອງການກຳລັງໃຈ ແລະ ເວລາອອກກຳລັງກາຍທຸກຄົນໃນທີມກໍສາມາດຊ່ວຍແນະນຳກັນໄດ້. ກີລາຣັກບີ້ໃຫ້ຄວາມຮູ້ຂ້ອຍຫຼາຍຢ່າງໃນການເປັນຜູ້ນຳການໄປແລກປ່ຽນກັບປະເທດອື່ນໆ, ໄດ້ທັກສະປະສົບການໃໝ່ໆໃນການຫຼີ້ນກິລາ, ໄດ້ຮູ້ຈັກໝູ່ໃໝ່ຫຼາຍໆຄົນເອື້ອຍອ້າຍທີ່ມີທັກສະການຫຼີ້ນແຕກຕ່າງກັນ. ” ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນຈາກຫຼັກສູດ Pass It Back ສາມາດຊ່ວຍ ຫຼື ເຮັດໃຫ້ລາວມີການຕັ້ງເປົ້າໝາຍໃນການເຂົາຮ່ວມສະໂມສອນຕໍ່ຍ້ອນວ່າແມ່ນເພາະວ່າຂ້ອຍເອງມັກທີມນີ້ມາກ່ອນ ເປັນທີມທຳອິດທີມີນັກກີລາທີມຊາດຫຼາຍ ແລະ ໄດ້ແຊ້ມຫຼາຍໆງານໃນລາວ ແລະ ສ້າງນັກກີລາໃຫ້ຕິດທີມຊາດໄດ້ຫຼາຍ. 

IMG_1157.JPG

ຕ່າມເລົ່າເຖິງການປ່ຽນແປງຂອງລາວວ່າ “ເມື່ອເຂົ້າສະໂມສອນແລ້ວມັນມີສີ່ງທີ່ດີເກີດຂື້ນສຳລັບຂ້ອຍການທີ່ໄດ້ເຂົ້າສະໂມສອນ ກໍແມ່ນການປ່ຽນແປງໃຫ້ຊີວິດດີຂຶ້ນ ເພາະສະໂມສອນໃຫ້ໂອກາດຫລາຍຢ່າງໃນການຊ້ອມການແຂ່ງ ແລະ ຄວາມຄິດທີ່ດີຂຶ້ນ, ຊ່ວຍຜັກດັນການພັດທະນາໃຫ້ຂ້ອຍໄດ້ມາເປັນຄູຝຶກເປັນນັກກີລາທີມຊາດ. ການທີ່ຂ້ອຍເລືອກເປັນຄູຝຶກສະໂມສອນ ແລະ ເປັນນັກກີລາສະໂມສອນ ຍ້ອນວ່າເລີ່ມຕົ້ນທີ່ຫຼີ້ນຣັກບີ້ກໍ່ໄດ້ມາຊ້ອມກັບສະໂມສອນຫມູປ່າແຕ່ມື້ທຳອິດ ແລະ ຢາກສືບຕໍ່ການຊ້ອມໃຫ້ທີມຕໍ່ໄປ ຢາກຊ່ວຍໃຫ້ນັກກິລາຢູ່ໃນທີມມີຄວາມຕັ້ງໃຈຫລິ້ນເພື່ອທີມ ແລະ ສະປອນເຊີ້ ຊ່ວຍໃຫ້ສະໂມສອນມີຜົນງານໃນລະດັບສູງ.”

ທັງປະສົບການໃນການຫຼີ້ນກິລາຣັກບີ້ ແລະ ການເປັນຄູຝຶກຂອງສະຫວັນໄຊ ແລະ ຕ່າມ ແມ່ນມີຄວາມໜ້າສົນໃຈໃນຫຼາຍດ້ານ ເພາະປັດຈຸບັນນີ້ພວກເຂົາເປັນຜູ້ນຳໃນສະໂມສອນວຽງຈັນໝູປ່າ ແລະ ກຳລັງພັດທະນານັກກິລາໃນສະໂມສອນດ້ວຍການເປັນຄູຝຶກໃຫ້ກັບນັກກິລາທັງທີມສະຖມສອນ ແລະ ທີມຊາດລາວ. ນອກຈາກນີ້ຍັງມີແສງຕາວັນ ຫຼືວ່າ ໂຕເລັກ ເຊິ່ງເປັນຫົວໜ້າທີມຂອງທີມວຽງຈັນໝູປ່າໃນປັດຈຸບັນ. ໂຕເລັກມີຄວາມເປັນຜູ້ນໍາໃນຫຼາຍດ້ານຜ່ານມາ ເຊິ່ງລາວແມ່ນໜຶ່ງໃນຄູຝຶກຫຼັກສູດ Pass It Back ທີ່ມີປະສົບການໃນການຈັດການທີມນັກກິລາຣັກບີ້ມາໄດ້ຫຼາຍປີ. ແລ້ວຕອນນີ້ລາວກຳລັງມີການພັດທະນາມາເປັນຫົວໜ້າທີມສະໂມສອນວຽງຈັນໝູປ່າ ປະສົບການຂອງລາວໜ້າສົນໃຈແນວໃດ ລາວເລົ່າວ່າ “ຂ້ອຍມີຄວາມຫຼົງໄຫຼໃນການຫຼີ້ນຣັກບີ້, ກິລາຣັກບີ້ເປັນກິລາທີ່ເຮັດໃຫ້ຂ້ອຍໄດ້ມີປະສົບການໄປແຂ່ງຂັນພາຍໃນປະເທດ ແລະ ນອກປະເທດ ມັນເປັນແຮງຜັກດັນໃຫ້ຂ້ອຍໄດ້ຫຼີ້ນໃນທີມຊາດລຸ້ນ 20 ປີ ແລະ ໄດ້ຕິດທີມນາຄາໄປຮ່ວມແຂ່ງຢູ່ປະເທດອື່ນໆອິກ. ຂ້ອຍໄດ້ໄປປະເທດໄທ, ຫວຽດນາມ ແລະ ມາເລເຊຍ. ຂ້ອຍຄິດວ່າມັນມີຄວາມທ້າທາຍຫລາຍເພາະທັງຄູ່ຕໍ່ສູ້ ແລະ ຫມູ່ໃນທີມຂອງຕົນເອງຕ່າງກໍມີປະສົບການຫລາຍກວ່າ, ການຕິດທີມຊາດຊຸດນີ້ບໍ່ແມ່ນສິ່ງທີ່ຂ້ອຍໄດ້ຕັ້ງໃຈໄວ້, ພຽງແຕ່ຂ້ອຍຢາກເກັບປະສົບການ ຫາຄວາມຮູ້. ນອກຈາກນັ້ນຍັງມີຫມູ່ໃຫມ່, ມີທັກສະໃນການເປັນຜູ້ນຳໃນດ້ານການນຳພາການຊ້ອມທີ່ສຳຄັນຫຼາຍທີ່ສຸດໃນການເປັນນັກກິລາຣັກບີ້ ແລະ ສຳລັບຂ້ອຍແມ່ນການເປັນຫົວໜ້າທີມຄືຕ້ອງໄດ້ເປັນແບບຢ່າງທີດີໃຫ້ກັບນັກກີລາທຸກຄົນ, ເປັນຜູ້ທີ່ມີລະບຽບວິໃນມີຄວາມຕັ້ງໃຈໃນການຝຶກຊ້ອມມີຄວາມເປັນຜູ້ນຳເຊັ່ນ ການນຳພາທີມໃນການຝຶກຊ້ອມ, ນຳພາທີມໃນການເດີ່ນທາງມາຮ່ວມການແຂ່ງຂັນ, ຈົນໄດ້ຮັບໜ້າທີຈາກອ້າຍຄູຝຶກໃນທີມໃຫ້ເປັນຫົວໜ້າທີມ ”

DSC_0287.JPG

ສິ່ງທີ່ໂຕເລັກຈະຊ່ວຍພັດທະນາສະໂມສອນວຽງຈັນໝູປ່າໃນອະນາຄົດແມ່ນ “ຂ້ອຍຈະຊ່ວຍສະໂມສອນ ຖ້າຫາກວ່າມີການອົບຮົມດ້ານການສອນເຊັ່ນ: ການສ້າງກ້າມເນື້ອໃຫ້ນັກກີລາ, ການຮັກສາສຸຂະພາບຕົນເອງໃຫ້ແຂງແຮງຕະຫຼອດກຽມພ້ອມເຂົ້າແຂ່ງຕະຫຼອດ ແລະ ແພດສະຫນາມ ແມ່ນຂ້ອຍຈະເຂົ້າຮ່ວມ ເພາະທີມຍັງບໍ່ທັນໄດ້ຮູ້ການປະຖົມພະຍາບານຫຼາຍປານໃດຈື່ງຢາກໃຫ້ທຸກຄົນໄດ້ຮູ້ຈັກການຮັກສາເວລາມີໝູ່ບາດເຈັບກໍ່ສາມາດຊ່ວຍໄດ້ ຈະພັດທະນາສະໂມສອນໃຫ້ດີຂຶ້ນ. ຄວາມຄາດຫວັງການຫຼີ້ນຣັກບີ້ໃນສະໂມສອນນີ້ ແມ່ນຢາກໃຫ້ມີການແຂ່ງຂັນຢ່າງຕໍ່ເນື່ອງທຸກໆປີ ແລະ ມີນັກກີລາມາຊ້ອມຢູ່ນຳກັນໄປດົນໆ, ເພື່ອໃຫ້ນັກກີລາໄດ້ຊ້ອມມາແລ້ວໄດ້ໄປພັດທະນາທັກສະການຫຼີ້ນຂອງຕົນເອງໄດ້ມີຄວາມສາມາດຫຼາຍຂື້ນໄດ້ພັດທະນາການຝຶກຊ້ອມຫຼາຍໆຢ່າງຈາກງານນີ້. ໃນອານາຄົດຂ້ອຍຈະຫຼີ້ນຣັກບີ້ໃນສະໂມສອນຕໍ່ ແລະ ຈະຊ່ວຍນຳພານັກກິລາໃຫ້ດີຂຶ້ນກວ່າເກົ່ານຳພານັກກີລາມາຊ້ອມເປັນຫົວໜ້າທີມທີ່ດີໃຫ້ກັບນັກກີລເປັນແບບຢ່າງເພື່ອນັກກີລາຈະໄດ້ເຄົາລົບເຊີ່ງກັນ ແລະ ກັນ ມີການພັດທະນາທຸກໆຄົນເພື່ອຈະປະສົບຜົນສຳເລັດໃນການແຂ່ງຂັນເຊັ່ນ ການແຂ່ງໜຶ່ງເທື່ອຕໍ່ເດືອນເປັນການແຂ່ງຣັກບີ້ຕຳກັບທີມອື່ນ ຫຼື ທີມຕົນເອງເພື່ອໃຫ້ນັກກິລາມີປະສົບການ ແລະ ຄວາມລື້ງເຄີຍ. ”

IMG_4121.JPG


Vientiane Wild Hogs is one of the rugby clubs in the Lao PDR, founded in 2008. Savanhxay Xayyasone is a key figure in the Vientiane Wild Hogs club and a key player in the contact rugby squad. He has been interested in playing rugby since he was a high school student in 2004. Back in that time there were rugby coaches from the Lao Rugby Federation who came to Vientiane High School to demonstrate the sport of rugby in the school. Savanhxay was really interested in rugby, so he went to his close friends and asked them to join him and form a rugby team for Vientiane High School. Then LRF organized a contact rugby competition at the school level. At that time there were about 5-6 schools around Vientiane Capital that sent rugby teams to the competition, and his team was one of them. Savanhxay said that “I still remembered my feeling at that competition; it was so fun. It was the first time that my team and I learnt about rugby and skills, and also learnt how to prepare our team and how important fitness was. We constantly practiced and improved our fitness and rugby skills. Later on, my teammates who were taller and bigger than me were chosen to join rugby tournament in Thailand, but I wasn’t. It was a shame that I couldn’t get the opportunity just because my body is smaller than others, and from that point I needed to work harder. I needed to manage my time for rugby and school properly, eat healthy and eat more protein. I built my body to become bigger and also improved my fitness training and now I can coach junior players on this area too.” 

With his effort since 2004, Savanhxay was selected to the national rugby team in 2006. “I was chosen to be a national rugby team player in 2006 to play as a center.


Thankngsone, or Tam, is another contact rugby player at Vientiane Wild Hogs club and he’s also a coach for the squad. “I learnt about rugby because of the Champa Ban program. The rugby national team came to demonstrate rugby to my school, and I was interested so I decided to join the program and play rugby since then. From the first day that I played rugby, I learned that rugby is not just a sport, but players in the community are like brothers and like a family. My team, in particular, is very supportive to each other. I like how the positive energy that all of our team has and how it is full of encouragement. Rugby taught me about leadership through the exchange programs that I have been part of, as well as other life skills and rugby skills with lots of people I have met and of course it helps me make lots of new friends”, said Tam. The knowledge and experience that Tam gained from ChildFund Pass It Back helped him to make future plans so he has aims and meaning for his life. 

Tam can feel that his life has changed since he joined the club. “My life has changed in a good way since I joined this club. This club allows to develop and improve myself inside and outside the pitch. It is also a place that is full of motivation and support. From a small step in joining rugby program, then becoming a program coach, then being part of the national team and now I am the club’s coach. I wish to continue playing rugby with the Vientiane Wild Hogs club, and inspire young players to work hard for the club and encourage them to aim to become elite players at the international stage.”  

IMG_4313.JPG

Savanhxay and Tam are interesting people. Now, they are the leaders of Vientiane Wild Hogs club and are the key people to help develop players in their club and in the national team. There are also key younger leaders like Sengtavanh, or Tolek, developing the team. Tolek is one of the Vientiane Wild Hogs players who started from Pass It Back program and he is now a team leader. “I am passionate about rugby. It is my motivation to become better and greater, and it has allowed me to travel to join tournaments domestically and internationally, such as in Malaysia, Thailand, and Vietnam. Being part of the national rugby team is beyond what I ever wished for because my very first intention of me joining rugby is that I wanted to learn life skills and leadership skills, gain some rugby experiences and make new friends. Personally, I think being a leader means being a role model. A leader is someone who has discipline, commits to what he or she does, and leads their team to train rugby. Maybe that’s why I was chosen to be a team leader.” said Tolek.

IMG_0591.JPG

Tolek aims to contribute to Vientiane Wild Hogs. “I will do whatever I can to support our club - through trainings, for instance. I can help to be an assistant for fitness trainings and other trainings, especially first-aid trainings as many of our club’s players don’t know about this yet. I hope the rugby community will have many competitions and tournaments to encourage rugby players to be active and join rugby clubs. In the future, I wish to continue to play rugby, and be a good leader who can impact and inspire other people.”

IMG_3940.JPG

Humans of Lao Rugby: Khamphout

ຂຽນໂດຍ: ເຢ່ຍ ຈ້າງ Author: Yia Chang

ຂຽນໂດຍ: ເຢ່ຍ ຈ້າງ
Author:
Yia Chang

ນາງ ຄຳພຸດ ອາຍຸ 17 ປີ ກຳລັງຮຽນຢູ່ຊັ້ນມັດທະຍົມປີທີ 7 ໄດ້ຫຼີ້ນກີລາຣັກບີ້ມາໄດ້ໜຶ່ງປີແລ້ວ. ຄຳພຸດແມ່ນໜຶ່ງໃນນັກກິລາຂອງຫຼັກສູດ Pass It Back ຮຽນນຳຄູຝຶກ ຕົ່ງ ຢາງ, ດ້ວຍເຫດຜົນທີ່ເຂົ້າມາຫຼີ້ນກິລາຣັກບີ້ແມ່ນມັນເຮັດໃຫ້ລາວມີສຸຂະພາບແຂງແຮງຂື້ນ. ກ່ອນທີ່ລາວຈະມາຫລີ້ນຕຳໃຫ້ກັບສະໂມສອນຣັກບີ້ຊ້າງຄຳ ລາວໄດ້ມີການຕິດຕາມຂໍ້ມູນກ່ຽວເອື້ອຍ ເລົ່າ ຄ້າງ ທີ່ຫຼີ້ນຣັກບີ້ມາກ່ອນ ແລ້ວໄດ້ຮູ້ຈັກກ່ຽວກັບການຝຶກຊ້ອມສະໂມສອນຣັກບີ້ ມາຈາກຄູຝືກ Pass It Back ຂອງລາວ ເພາະເວລາຄູຝືກມາສອນແລ້ວມາຖາມວ່າມີໃຜສົນໃຈການຫຼີ້ນຣັກບີ້ຕຳບໍ່? ລາວກໍ່ໄດ້ຄິດທົບທວນກັບຕົນເອງວ່າ “ທຳອິດຂ້ອຍບໍ່ສົນໃຈຫຼີ້ນຣັກບີ້ແບບຕຳປານໃດ ເພາະຍັງບໍ່ຮູ້ວິທີການຫຼີ້ນ. ແຕ່ເມື່ອຄູຝຶກໄດ້ອະທິບາຍວ່າ ການຫຼີ້ນຣັກບີ້ຕຳແມ່ນມີທັກສະສະເພາະທີ່ຄູຝຶກໃນສະໂມສອນຈະສອນໃຫ້. ຂ້ອຍກໍ່ເລີຍຕັດສິນໃຈເຂົ້າຮ່ວມທີມນຳສະໂມສອນຣັກບີ້ຊ້າງຄຳ ເພາະວ່າຂ້ອຍສາມາດຫຼີ້ນຣັກບີ້ແທັກໄດ້ແລ້ວ ແລະ ສາມາດຮຽນທັກສະຫຼີ້ນຣັກບີ້ຕຳໄດ້ຄືກັນ.” ຫຼັງຈາກນັ້ນຄຳພຸດກໍ່ໄດ້ຕອບຫາຄູຝືກວ່າສົນໃຈສະໝັກຫຼີ້ນກັບທີມສະໂມສອນຣັກບີ້ຊ້າງຄຳ. ຜົນປະໂຫຍດທີ່ຄຳພຸດໄດ້ຮັບເມື່ອເຂົ້າຫຼີ້ນຣັກບີ້ຕຳໃນສະໂມສອນແມ່ນເຮັດໃຫ້ລາວໄດ້ຮັບຄວາມມ່ວນຊື່ນຄືລາວໄດ້ບອກວ່າ “ການຫຼີ້ນຣັກບີ້ຕຳມີຄວາມມ່ວນຊື່ນ ແລະ ໄດ້ຮູ້ຈັກໝູ່ໃໝ່ຫລາຍຄົນຢູ່ໃນທີມອື່ນ ແລ້ວກໍ່ໄດ້ມີໂອກາດໄປແຂ່ງຂັນຢູ່ນະຄອນຫຼວງວຽງຈັນເປັນຄັ້ງທຳອິດ. ເວລາໄປແຂ່ງຂັນຢູ່ງານວຽງຈັນນານາໆຊາດນັ້ນຂ້ອຍຮູ້ສືກຕື່ນເຕັ້ນ ແລະ ກັງວົນຫລາຍເພາະມັນເປັນຄັ້ງທຳອິດທີ່ຈະເຂົ້າແຂ່ງຂັນ. ແຕ່ຂ້ອຍກໍ່ໄດ້ວາງແຜນໃນການຝຶກຊ້ອມເພື່ອການແຂ່ງຂັນຢ່າງເຕັມທີ່. ຜ່ານການແຂ່ງຂັນໃນຄັ້ງນັ້ນເຮັດໃຫ້ຂ້ອຍເຂົ້າໃຈວ່າການຫຼີ້ນຣັກບີ້ຕຳ ແລະ ຣັກບີ້ແບບດືງແທັກມັນມີຄວາມຕ່າງກັນຫຼາຍເພາະຫຼີ້ນຕຳແມ່ນອາດຈະໃຊ້ຄວາມແຂງແຮງຫຼາຍ ແລະ ຈະມີໂອກາດບາດເຈັບຫລາຍກວ່າຫຼີ້ນແທັກ ສ່ວນການຫຼີ້ນດືງສາຍແທັກແມ່ນບໍ່ໄດ້ໃຊ້ຄວາມແຂງແຮງຫຼາຍເທົ່າການຫຼີ້ນຣັກບີ້ຕຳ.” ເຫັນໄດ້ວ່າຄຳພຸດໄດ້ມີການປ່ຽນແປງເລື່ອງຄວາມເຂົ້າໃຈກ່ຽວກັບຮູບແບບຂອງການຫຼີ້ນຣັກບີ້ຫຼາຍຂື້ນ. ປົກກະຕິແລ້ວລາວໄດ້ເຂົ້າຮ່ວມການຫຼີ້ນຣັກບີ້ແທັກໃນຫຼັກສູດ Pass It Back ແຕ່ການເຂົ້າຮ່ວມຫຼີ້ນນຳທີມໃນສະໂມສອນແມ່ນ ລາວໄດ້ມີການຮຽນທັກສະຫຼີ້ນຣັກບີ້ຕຳ ຫຼື ແບບປະທະ ນັ້ນຄືການໄດ້ຮຽນ ແລະ ທົດລອງຫຼີ້ນຣັກບີ້ໃນທັງສອງແບບ. ມາຮອດພາກສ່ວນນີ້ສາມາດເຂົ້າໃຈໄດ້ວ່າໃນຕອນທຳອິດຄຳພຸດອາດບໍ່ໄດ້ສົນໃຈການຫຼີ້ນທັກສະຣັກບີ້ຕຳໃນສະໂມສອນ ແຕ່ລາວມີຄວາມກ້າທີ່ຈະລອງຮຽນຮູ້ສຶກໃໝ່ໄດ້ ເພາະລາວຄິດວ່າຕົນເອງຮຽນຣັກບີ້ແທັກແລ້ວ ກໍ່ສາມາດຮຽນທັກສະຣັກບີ້ຕຳທີ່ເປັນທັກສະໃໝ່ໄດ້ຄືກັນ. ນີ້ຖືວ່າເປັນການປ່ຽນແປງຂອງເດັກນ້ອຍທີ່ມີຄວາມໝັ້ນໃຈໃນການຕັດສິນໃຈຮຽນຮູ້ສິ່ງໃໝ່ໄດ້. ນອກຈາກນີ້ແລ້ວທີມສະໂມສອນຊ້າງຄຳທີ່ຄຳພຸດໄດ້ເຂົ້າຮ່ວມແມ່ນ ຍັງມີຄວາມຕ້ອງການ ການສະໜັບສະໜຸນການສອນ ແລະ ພັດທະນາທີມຂອງພວກເຂົາຫຼາຍຂື້ນ. ເຊິ່ງຄຳພຸດໄດ້ຍົກເຖິງສິ່ງທີ່ລາວຢາກໃຫ້ມີການພັດທະນາຄື “ຂ້ອຍຢາກໄດ້ການສະໜັບສະໝູນຄືຢາກໃຫ້ມີຄູຝຶກຫຼາຍຄົນທີ່ມີທັກສະໃນການສອນມາສອນທີມຂອງເຮົາ ເພື່ອໃຫ້ເຮົາຮູ້ທັກສະການຫຼີ້ນຕຳໃຫ້ຫຼາຍ ແລະ ຮູ້ກ່ຽວກັບຕຳແໜ່ງການຫຼີ້ນ. ທີ່ສຳຄັນຄືຢາກໃຫ້ຄູຝືກມີການວາງແຜນສອນໃຫ້ຫຼາຍກວ່າເກົ່າ. ຂ້ອຍກໍ່ມີຄວາມຫວັງວ່ານັກກິລາທຸກຄົນໃນທີມຈະມີການຝຶກຊ້ອມ ແລະ ຕັ້ງໃຈມາຊ້ອມຕະຫຼອດ ເພື່ອໃຫ້ທຸກຄົນໃນທີມໄດ້ມີໂອກາດຫຼີ້ນ ແລະ ພັດທະນາທັກສະການຫຼີ້ນຂອງຕົນເອງໃຫ້ຫຼາຍຂື້ນ.” ສະນັ້ນການພັດທະນາສະໂມສອນກິລາຣັກບີ້ໃນລາວແມ່ນຍັງຕ້ອງການຫຼາຍພາກສ່ວນໃນການຮ່ວມສະໜັບສະໜຸນ ແລະ ພັດທະນາທັກສະຂອງນັກກິລາພາຍໃນສະໂມສອນຊ້າງຄຳ. ການປ່ຽນແປງຂອງຄຳພຸດກ່ຽວກັບການຮັບຮູ້ ແລະ ເຂົ້າໃຈຮູບແບບຂອງການຫຼີ້ນຣັກບີ້ທີ່ແທ້ຈິງວ່າກິລາຣັກບີ້ມີຫຼາຍຮູບແບບ ແລະ ການກ້າຕັດສິນໃຈຮຽນຮູ້ສິ່ງໃໝ່ມັນອາດເປັນການປ່ຽນແປງນ້ອຍໆທີ່ຄຳພຸດໄດ້ເລົ່າໃຫ້ຟັງ. ແຕ່ໃນນັ້ນຍັງມີເລື່ອງລາວທີ່ໜ້າສົນໃຈຈາກຜູ້ທີ່ມີການປ່ຽນແປງໃນການເຂົ້າຮ່ວມຫຼີ້ນຣັກບີ້ໃນສະໂມສອນໃຫ້ຫຼາຍຄົນໄດ້ຮຽນຮູ້ກ່ຽວກັບຣັກບີ້ໃຫ້ຫຼາຍຂື້ນ. ມາຮ່ວມສະໜັບສະໜຸນສະໂມສອນຣັກບີ້ໃນລາວໄປພ້ອມກັນເທາະ.

DSC_0196.JPG

Ms. Khamphout is a 17 years old girl studying in Grade 12. She has been playing rugby for a year with the ChildFund Pass It Back program under coach Tong Yang. She plays rugby because it enhances her physical wellness and she feels healthier. 

Even before she became involved in contact rugby with the Golden Elephants Club, Khamphout admired Lao Khang and followed her in what she did. This is when her fellow Pass It Back coaches came to her and scouted players for the club. “At first, I wasn’t interested in joining because I knew nothing about it. Contact rugby requires specific techniques and skills to play and the coach ensured to us that they have experienced coaches to teach us how to play. Then I thought to myself, I didn’t know about tag rugby before but eventually I became able play it: and it must be so for contact rugby too. So, I decided to join.” And it turned out to be one of her best decisions because she really enjoyed playing it. “I made a lot of new friends who share the same interest in contact rugby and I really enjoy it, and I also got a chance to join the contact rugby competition in Vientiane Capital. It was my first time ever on this part so it made me feel so nervous and worried. I gave everything I had into that game and throughout the game I learnt that tag rugby and contact rugby are really different. Contact rugby needs a lot more strength and power and if you lose track you could get injured anytime just like any other sport.” Khamphout learnt to understand more about rugby in different ways. She’s bold enough to try out what’s new to her, as she could play one initial level of rugby, she feels confident she could do a higher, more challenging level too.

This is a sign of good change in children who develop into confident children. In addition to the activities in the club, Khamphout also wants to support her club. “I wish we had more coaches, more resources for us to learn and practice, learn where to stand in the pitch, etc. I want our coach to have a better plan and better strategy. I want all of us, players, to commit to the club, work hard and don’t miss the training in order for our team as a whole to develop and improve.”

IMG_1832.JPG

Rugby clubs in Laos still have a lot of room to improve and in the need for collaboration, support for organization growth as well as player capacity building. Khamphout learns that there are different types of rugby and her boldness in making decision in this small story is a significant change and can later impact her life in the time she needs to make decisions. Come and support rugby clubs in Laos in helping Lao children to become better like this!

 

Humans of Lao Rugby: Saysamone

Building a Club ຂຽນໂດຍ: ພອນສະຫວັນ ແສງມະນີ Author: Phonesavanh SengmaniScroll down for English language version

Building a Club
ຂຽນໂດຍ:
ພອນສະຫວັນ ແສງມະນີ
Author:
Phonesavanh Sengmani

Scroll down for English language version

ນາງ ສາຍສະໝອນ ຫຼື ແຕ, ເປັນຄູຝຶກ ChildFund Pass It Back ປີທີສອງ ຂອງແຂວງວຽງຈັນ. ປັດຈຸບັນ, ແຕກຳລັງສອນຫຼັກສູດການວາງແຜນເພື່ອອະນາຄົດໃຫ້ນັກກິລາທີ່ຊຸມຊົນຂອງລາວ. ແຕຍັງເປັນສ່ວນໜຶ່ງໃນການສ້າງສະໂມສອນຣັກບີ້ປູຄຳວຽງຈັນ, ເຊິ່ງເປັນສະໂມສອນຣັກບີ້ທີ່ເກີດຂື້ນມາບໍ່ດົນນີ້. ລາວມີການປ່ຽນແປງທີ່ໜ້າສົນໃຈຫຼາຍທີ່ສາມາດສ້າງສະໂມສອນຂື້ນມາຜ່ານການຮຽນຮູ້ ແລະ ສະໜັບສະໜູນຈາກສະຫະພັນກິລາຣັກບີ້ແຫ່ງຊາດລາວ. ກ່ອນທີ່ແຕຈະສ້າງສະໂມສອນ ແມ່ນໄດ້ມີການປຶກສາກັບສະຫະພັນກິລາຣັກບີ້ວ່າ “ຂ້ອຍໄດ້ປຶກສາກັບອ້າຍເປີ້ນກ່ຽວກັບການສ້າງສະໂມສອນຣັກບີ້ຢູ່ທີ່ແຂວງ ວຽງຈັນ ເພື່ອພັດທະນາກິລາຣັກບີ້ໃຫ້ເຕີບໃຫຍ່ຫຼາຍກວ່າເກົ່າ. ທຳອິດແມ່ນຂ້ອຍໄດ້ເຫັນອ້າຍເປີ້ນເຮັດວຽກໜັກໃນການລົງປະສານງານ ແລະ ຊ່ວຍວຽກຄູຝຶກທີ່ຢູ່ແຂວງວຽງຈັນຕະຫຼອດເວລາ. ຂ້ອຍກໍ່ເລີຍມີຄວາມຄິດວ່າຂ້ອຍກໍ່ຢາກສ້າງຜົນງານຂອງຕົວເອງຂື້ນມາໃນຖານະການເປັນຄູຝຶກຄົນໜຶ່ງ. ຂ້ອຍໄດ້ວາງແຜນຮ່ວມກັນອ້າຍເປີ້ນກ່ຽວກັບລາຍລະອຽດ ຂອງການສ້າງສະໂມສອນເຊັ່ນ: ເອກະສານຂອງສະໂມສອນ ແລະ ການຝຶກຊ້ອມຂອງນັກກິລາ. ຂ້ອຍໄດ້ຮັບສະໝັກກິລາຫຼີ້ນຣັກບີ້ແບບຕຳ ແລະ ໄດ້ຝຶກສອນທັກສະການຫຼີ້ນຣັກບີ້ຕຳໃຫ້ພວກເຂົາເຈົ້າ”.

ແຕບອກວ່າໄດ້ຮຽນຮູ້ການເປັນຜູ້ນຳ ແລະ ກ້າສະແດງອອກຈາກການເປັນຄູຝຶກ ChildFund Pass It Back ມັນໄດ້ເຮັດໃຫ້ລາວມີຄວາມກ້າຫານໃນການລົງມືປະຕິບັດສິ່ງທີ່ລາວບໍ່ເຄີຍຄິດມາກ່ອນໄດ້ຄື “ຕອນທຳອິດທີ່ສ້າງສະໂມສອນຣັກບີ້ໃຫມ່ໆຂ້ອຍກໍ່ເຫັນວ່າໃນແຂວງວຽງຈັນແມ່ນມີສະໂມສອນກິລາປະເພດອື່ນຫຼາຍແລ້ວ ແຕ່ຍັງບໍ່ມີສະໂມສອນກິລາຣັກບີ້. ຂ້ອຍເຫັນວ່າກິລາຣັກບີ້ເປັນນັກກິລາໜຶ່ງທີ່ສອນທັງກິລາ ແລະ ທັກສະຊີວິດນຳກັນ ເຊິ່ງມັນດີຕໍ່ເດັກນ້ອຍ ແລະ ໄວໜຸ່ມໃນການຮຽນຮູ້ທັກສະຊີວິດ, ໄດ້ໝູ່ເພື່ອນໃໝ່ໃນການທີມ ແລະ ທີມອື່ນອີກ. ຕອນທຳອິດທີ່ເລີ່ມສ້າງສະໂມສອນ ພວກເຮົາບໍ່ມີງົບປະມານຫຍັງເລີຍ ມີແຕ່ພາກັນອອກເງິນກັນຊື້ນໍ້າດື່ມໃນການຝຶກຊ້ອມ. ເຖິງວ່າການສ້າງສະໂມສອນທຳອິດຈະບໍ່ມີ ໃຜມາສະໜັບສະໜຸນກໍ່ຕາມ ແຕ່ຂ້ອຍກໍ່ຢາກໃຫ້ມັນເກີດຂື້ນມາ ເພື່ອໃຫ້ໂອກາດນັກກິລາໄດ້ພັດທະນາທັກສະຕົນເອງໃຫ້ດີຂື້ນ. ຂ້ອຍຮູ້ສຶກດີໃຈຫຼາຍທີ່ຂ້ອຍສາມາດສ້າງສະໂມສອນຂື້ນມາໄດ້.” 

ເຫັນໄດ້ວ່າແຕໄດ້ລົງມືປະຕິບັດຕາມຄວາມຫຼົງໄຫຼຂອງລາວໃນການສ້າງສະໂມສອນຣັກບີ້ທຳອິດຂອງແຂວງວຽງຈັນ ໂດຍທີ່ແຕເປັນຜູ້ນຳສະໂມສອນ ແລະ ເປັນຄູຝຶກສອນຣັກບີ້ທີມຍິງສຳລັບສະໂມສອນນີ້. ແນ່ນອນວ່າການສ້າງສະໂມສອນບໍ່ແມ່ນເລື່ອງງ່າຍສຳລັບຄູຝຶກໄວໜຸ່ມທີ່ກຳລັງເຮັດສິ່ງທີ່ບໍ່ໄດ້ເປັນໄປຕາມຄວາມຄາດຫວັງຂອງສັງຄົມທີ່ມີຕໍ່ແຕ. ແຕ່ລາວກໍ່ຍັງສູ້ຕໍ່ໄປ ແລະ ບໍ່ຍອມແພ້ກັບອຸປະສັກທີ່ລາວພົບ ເຊິ່ງລາວໄດ້ນຳໃຊ້ທັກສະທີ່ສຳຄັນນີ້ຈາກບົດຮຽນ ChildFund Pass It Back ກໍ່ຄືການບໍ່ຍອມແພ້. ແຕເລົ່າວ່າ “ເມື່ອພົບກັບຄຳດູຖູກຈາກຄົນອື່ນອາດເຮັດໃຫ້ເຮົາຍອມແພ້ ແລະ ທໍ້ຖອຍກັບສິ່ງທີ່ເຮົາກຳລັງເຮັດຢູ່. ກໍ່ຄືການທີ່ຂ້ອຍສ້າງສະໂມສອນຂື້ນມາແມ່ນຫຼາຍຄົນເວົ້າໃຫ້ຂ້ອຍວ່າ ‘ເຮັດສະໂມສອນເຮັດຫຍັງ? ສ້າງຂື້ນມາແລ້ວໄດ້ຫຍັງ? ເອົາເວລາໄປເຮັດອັນອື່ນດີກວ່າບໍ່?’ ເມື່ອຂ້ອຍໄດ້ຍິນແບບນັ້ນຂ້ອຍກໍ່ບໍ່ໄດ້ສົນໃຈ ຫຍັງກັບຄຳເວົ້າຂອງຄົນອື່ນທີ່ເວົ້າໃຫ້ ເພາະຂ້ອຍຮູ້ດີວ່າຂ້ອຍກຳລັງເຮັດໃນສິ່ງທີ່ດີຕໍ່ນັກກິລາຂອງໃນບ້ານຂອງຂ້ອຍ. ຂ້ອຍກໍ່ຈະເຮັດໃຫ້ພວກເຂົາເຫັນວ່າຂ້ອຍສາມາດສ້າງສະໂມສອນໄດ້. ຂ້ອຍກຳລັງພັດທະນາທັກສະຂອງນັກກິລາໃນທີມ ແລະ ພິສູດໃຫ້ທຸກຄົນເຫັນວ່າຂ້ອຍສາມາດເຮັດໄດ້.”

ຜ່ານເລື່ອງການປ່ຽນແປງຂອງສາຍສະໝອນ ຫຼື ແຕ ລາວເປັນຄູຝຶກ ChildFund Pass It Back ຄົນໜຶ່ງທີ່ມີເປົ້າໝາຍໃນການສ້າງສະໂມສອນ ແລະ ລາວໄດ້ລົງມືປະຕິບັດໃຫ້ເກີດຂື້ນ ໂດຍທີ່ບໍ່ສົນໃຈວ່າຄົນອື່ນໃນສັງຄົມຈະເວົ້າຫຍັງ ໃຫ້ລາວກໍ່ຕາມ. ພ້ອມກັນນັ້ນລາວຍັງບໍ່ຍອມແພ້ກັບການເຮັດຕາມເປົ້າໝາຍທີ່ຕັ້ງໄວ້. ການສ້າງສະໂມສອນຣັກບີ້ບໍ່ແມ່ນ ເລື່ອງງ່າຍທີ່ສາມາດເຮັດໄດ້ພາຍໃນເວລາອັນສັ້ນໆ ຖືໄດ້ວ່າແຕມີຄວາມພະຍາຍາມ ແລະ ເສຍສະຫຼະເວລາສ່ວນຕົວໃນ ການຝຶກສອນໃຫ້ນັກກິລາໃນສະໂມສອນ. ໃນອະນາຄົດແຕກໍ່ຈະຕັ້ງໃຈຝຶກສອນນັກກິລາໃຫ້ພັດທະນາທັກສະການຫຼີ້ນ ແລະ ມີຜົນງານຫຼາຍຢ່າງໃຫ້ຫຼາຍຄົນໄດ້ຕິດຕາມຜົນງານຂອງສະໂມສອນປຸຄຳວຽງຈັນ.

DSC_0032.jpg

Ms. Saysamone, or Tae, is a second-year Champa Ban Coach in Vientiane Province. Currently, Tae is helping to educate athletes in her community on how to plan for the future. Tae is also involved in building the Vientiane Province Golden Crabs Rugby Club, which was recently established. 

Tae’s story is very interesting. She created the Golden Crabs Club through her own experiences and through the support of the Lao Rugby Federation and supporters like Kowloon Rugby Football Club, DAC and other key supporters. Before establishing the rugby club, she consulted with the Lao Rugby Federation. She said, “I consulted with Mr. Pern on setting up the rugby club in Vientiane Province, which aimed to develop rugby in this area. I saw Mr. Pern was working hard to coordinate and assist coaches in Vientiane Province all the time. After seeing that, I thought it would be good if a coach like me could establish the club. Then Mr. Pern and I planned the details of the rugby club, including the documents and the training plan for the players, including tackling.” 

Tae had learned about leadership and performed well as a coach for ChildFund Pass It Back players. Club development and club coaching gave her a chance to try something she had never thought to try before. 

She said “At first, I found that there are many sport clubs in Vientiane Province besides rugby. And I also found that rugby is a special sport that teaches both sport and rugby’s values, which are essential for young people to learn as athletes and as community members.  It helps people make new friends among teams. When we first started the club, we lacked a budget, so we could only buy drinking water for practices. Although establishing the club was challenging at first, I placed a high value on providing the opportunity to athletes of having the chance to improve their skills. I was happy that I have been a part of building a club.” 

This has shown that creating the club is Tae’s passion. She created the first rugby club in Vientiane Province. Also, she is a supervisor for this club and a coach for the women’s team.  The community never expected her to establish a team, and it is not in line with the social trend. However, Tae persevered through the many obstacles she encountered.  She used the skills that she learned from the Champa Ban powered by ChildFund Pass It Back curriculum. Tae says, “Facing discouragement from others can cause us to give up and lose our will to carry on. A lot of people told me, ‘What is the purpose of doing this club? Why didn’t I find a job instead of doing this?’ When I heard that, I wasn’t going to let what others think deter me from my vision and goal.  I knew exactly what I wanted to accomplish.  I hope this club will be a good place for the athletes to improve their skills. When I saw the Vientiane Province Golden Crabs Rugby Club team competing at the DHL Vientiane 10s in January, I knew that finally, I could prove that I can build a rugby club.” 

Lao Ford City Thank you1.jpg




Humans of Lao Rugby: Anousack Sysomphou

Scroll down for English language version

Scroll down for English language version

ທ້າວ ອະນຸສັກ ສີຊົມພູ ຫຼື ກີ້, ອາຍຸ 16 ປີ. ລາວເປັນຄູຝຶກຂອງ ChildFund Pass It Back ທີ່ສອນປື້ມຫຼັກສູດບົດບາດຍິງຊາຍໃຫ້ກັບ 3 ທີມໃນນະຄອນຫຼວງວຽງຈັນເຊັ່ນ ມະລຶກມະກືຍ, ມໍເຕີ້ເຊເວັນ ແລະ ທີມ ST Dragon. ກີ້ເປັນຄູຝຶກໃໝ່ພຽງ 5 ເດືອນເທົ່າ ແຕ່ລາວມີຄວາມສາມາດໃນການສອນທີມກ່ຽວກັບບົດບາດຍິງຊາຍ ເຊິ່ງເປັນບົດຮຽນສຳຄັນທີ່ເຮັດໃຫ້ນັກກິລາຂອງລາວໄດ້ຮຽນຮູ້ກ່ຽວກັບຄວາມເຄົາລົບນັບຖືກັນລະຫວ່າງຍິງຊາຍ ແລະ ເຮັດໃຫ້ກີ້ໄດ້ຮັບການປ່ຽນແປງດ້ານຄວາມຮູ້ກ່ຽວກັບບົດບາດຍິງຊາຍຫຼາຍຂື້ນ.

ກີ້ໄດ້ບອກກ່ຽວກັບການປ່ຽນແປງຂອງລາວວ່າ “ຂ້ອຍເປັນໄວໜຸ່ມຄົນໜຶ່ງທີ່ບໍ່ຄ່ອຍຮູ້ກ່ຽວກັບບົດບາດຍິງຊາຍໃນກ່ອນໜ້ານີ້ ແຕ່ວ່າເມື່ອຂ້ອຍໄດ້ມາເປັນຄູຝຶກ ແລະ ໄດ້ຝຶກອົບຮົມກ່ຽວກັບການສອນປື້ມບົດບາດຍິງຊາຍ ມັນເຮັດໃຫ້ຂ້ອຍໄດ້ເຂົ້າໃຈ ແລະ ມີຄວາມຮູ້ກ່ຽວກັບການເຄົາລົບສິດທິຂອງແຕ່ລະຄົນຫຼາຍຂື້ນ. ຂ້ອຍໄດ້ຮູ້ວ່າທຸກຄົນສາມາດເປັນຜູ້ນຳໄດ້ ບໍ່ໄດ້ມິພຽງແຕ່ຜູ້ຊາຍເທົ່ານັ້ນທີ່ສາມດເປັນຜູ້ນຳໄດ້ ທັງຍິງ ແລະ ຊາຍເປັນຜູ້ນຳໄດ້ຄືກັນ ເພາະພວກເຂົາກໍ່ມີຄວາມແຂງແຮງ ແລະ ສາມາດນຳພາຄົນອື່ນໄດ້ຄືກັນ. ຂ້ອຍໄດ້ນຳເອົາຄວາມຮູ້ດ້ານນີ້ໄປສົ່ງຕໍ່ໃຫ້ກັບເດັກນ້ອຍ ແລະ ຄົນອື່ນທີ່ຢູ່ໃນຊຸມຊົນຂອງເອງ. ຂ້ອຍໄດ້ບອກໝູ່ເພື່ອນໃນຫ້ອງຮຽນວ່າໃຫ້ເຄົາລົບນັບຖືຜູ້ຍິງ ແລະ ບໍ່ກວນເຂົາເຈົ້າ. ຂ້ອຍມີຄວາມພູມໃຈກັບຕົວເອງຫຼາຍທີ່ສາມາດເຮັດແບບນີ້ໄດ້ ເຖິງວ່າຂ້ອຍເປັນພຽງໄວໜຸ່ມເທົ່ານັ້ນ.” ເຫັນໄດ້ວ່າກີ້ໄດ້ຮັບຄວາມຮູ້ກ່ຽວກັບບົດບາດຍິງຊາຍຍ້ອນວ່າລາວໄດ້ມາເປັນຄູຝຶກຂອງ ChildFund Pass It Back ແລະ ການເປັນຄູຝຶກມັນໄດ້ເຮັດໃຫ້ລາວຮູ້ຈັກເຄົາລົບນັບຖືຜູ້ຍິງຫຼາຍຂື້ນ. ນອກຈາກນີ້ກີ້ຍັງໄດ້ບອກເຖິງຄວາມສຳຄັນຂອງການສອນບົດບາດຍິງຊາຍໃຫ້ນັກກິລາຂອງລາວວ່າ “ບົດບາດຍິງຊາຍມັນມີຄວາມສຳຄັນກັບນັກກິລາຂອງຂ້ອຍຫຼາຍ ເພາະມັນເຮັດໃຫ້ນັກກິລາຂອງຂ້ອຍມີການປ່ຽນແປງພຶດຕິກຳດີຂື້ນ ແລະ ແກ້ໄຂສິ່ງທີ່ຜິດພາດໃຫ້ດີຂື້ນເຊັ່ນ: ກ່ອນໜ້າທີ່ບໍ່ໄດ້ຮຽນກ່ຽວກັບບົດບາດຍິງຊາຍພວກເຂົາມັກກວນຜູ້ຍິງ ແລະ ລັກບີກຂອງຜູ້ຍິງໃນຫ້ອງຮຽນ. ແຕ່ຫຼັກຈາກທີ່ຂ້ອຍສອນບົດບາດຍິງຊາຍໃຫ້ພວກເຂົາໄດ້ມີການປ່ຽນແປງຄືຫຼຸດພືດຕິກຳໃນການກວນ ຫຼື ຢອກຜູ້ຍິງໃນແບບເມື່ອກ່ອນ. ບໍ່ໄດ້ສະເພາະແຕ່ນັກກິລາຂອງຂ້ອຍທີ່ປ່ຽນພືດຕິກຳແບບນັ້ນ ແຕ່ຂ້ອຍກໍ່ໄດ້ຢຸດກວນ ຫຼື ຢອກຜູ້ຍິງແລ້ວ ເພາະຂ້ອຍເຫັນວ່າການເຮັດແບບນັ້ນເປັນການບໍ່ໃຫ້ກຽດຜູ້ຍິງ. ຕອນນີ້ຂ້ອຍໃຫ້ກຽດຜູ້ຍິງຫຼາຍຂື້ນເພາະຂ້ອຍໄດ້ຮຽນຮູ້ຈາກປື້ມບົດບາດຍິງຊາຍທີ່ຂ້ອຍສອນໃຫ້ນັກກິລາມີຄວາມເຄົາລົບນັບຖືທຸກຄົນ ແລະ ໃຫ້ກຽດທຸກເພດບໍ່ວ່າຈະເປັນຍິງ ແລະ ຊາຍ. ຂ້ອຍຄິດວ່າຖ້າທຸກຄົນໃນຊຸມຊົນຂອງຂ້ອຍມີຄວາມເຄົາລົບນັບຖືກັນມັນຈະເຮັດໃຫ້ຊຸມຊົນຂອງຂ້ອຍມີຄວາມສະຫງົບ ແລະ ບໍ່ມີບັນຫາຫຼາຍ ເພາະທຸກຄົນຈະໃຫ້ກຽດກັນ ແລະ ຊ່ວຍເຫຼືອກັນ.”

ຜ່ານການປ່ຽນແປງຂອງກີ້ເຫັນໄດ້ວ່າລາວມີການປ່ຽນແປງທາງດ້ານພືດຕິກຳ ແລະ ແນວຄິດທີ່ມັກກວນຜູ້ຍິງ ແຕ່ວ່າຕອນນີ້ລາວໄດ້ປ່ຽນແປງຄວາມຄິດມາເຄົາລົບນັບຖືຜູ້ຍິງ ແລະ ເຊົາກວນຜູ້ຍິງຄືແຕ່ກ່ອນ. ການເປັນຄູຝຶກ ChildFund Pass It Back ຂອງກີ້ ແລະ ໄວໜຸ່ມອີກຫຼາຍຄົນໃນປະເທດລາວທີ່ກຳລັງເຮັດໜ້າທີ່ໃນການສົ່ງຕໍ່ຄວາມຮູ້ດ້ານບົດບາດຍິງຊາຍໃຫ້ກັບເດັກນ້ອຍ ແລະ ໄວໜຸ່ມໃນຊຸມຊົນຂອງພວກເຂົາ ມັນເປັນສິ່ງສຳຄັນຫຼາຍທີ່ໃຫ້ທຸກຄົນໄດ້ຮູ້ເຖິງບົດບາດຍິງຊາຍ ແລະ ເຄົາລົບນັບຖືທຸກຄົນໃນສັງຄົມໂດຍບໍ່ຈຳກັດເພດ. ສະນັ້ນ ChildFund Pass It Back ແມ່ນໄດ້ເຮັດໃຫ້ກີ້ໄດ້ມີການປ່ຽນແປງພືດຕິກຳ ແລະ ຄວາມຄິດດີຂື້ນ ມັນເປັນສິ່ງທີ່ດີຫຼາຍໃນການສືບຕໍ່ຂະຫຍາຍ ChildFund Pass It Back ໃຫ້ຫຼາຍຂື້ນ ເພື່ອພັດທະນາເດັກນ້ອຍ ແລະ ໄວໜຸ່ມໃຫ້ມີຄວາມຮູ້ດ້ານທັກສະຊີວິດຫຼາຍຂື້ນກວ່າເກົ່າ.

Anousack Sysomphou, or “Kee”, is a 16-year-old and a new coach in the ChildFund Pass It Back project. He has been teaching a team in Vientiane Capital about gender equality for 5 months. He has the skills to teach his players the lessons from the Understanding Gender curriculum, and to increase their awareness about basic rights and gender equality.  By becoming a Coach, Kee has gained a lot of knowledge from teaching this curriculum; this was a starting point for him to change and gain a better understanding of the nature of gender. 

Kee told us his story: “I never knew about gender equality before. Becoming a rugby Coach and teaching players about gender equality helped me to better understand the basics of human rights and non-discrimination. I learned that everyone can be a leader, not just men; women are strong and can lead others too. Therefore, I would like to promote this understanding with youth, my friends, and the people in our community in order to increase respect for women in our society. In fact, I’m really proud of myself because I’m a young man who can lend my voice to strengthen the rights of women in order to promote gender equality”. We can see that Kee has gained knowledge while being a Coach for ChildFund Pass it Back and teaching about gender equality. Being a Coach helped him to value women’s human rights in society. 

Kee also emphasised the method of teaching gender equality to players. He said “learning about gender equality is very important to my players because it allows them to change and improve their behaviors. For instance, previously, my students used to bully women in the classroom, but since I’ve been teaching them and sharing new perspectives on gender and the situations that we face in our community, they have changed their thoughts. I can see today that they have stopped bullying women, and are being more generous with friends, including being more respectful to each other. So far, my students have seen the importance of equality among people in the community and they have become more aware of discrimination. In addition, I would say the Understanding Gender curriculum gives us a lot of information and helps us to better understand gender roles. Also, I do expect to have more equality and justice in the community in the future”. 

Based on the transition Kee has described, we can conclude that his actions and behaviours have changed, as well as his perspective towards women. He does not judge women in a negative way; instead, he promotes gender equality to young people, and engages the youth in driving gender equality and non-discrimination. Moreover, to ensure that women and girls have access to justice, the ChildFund Pass It Back project is getting involved to support gender equality and aims to help prevent and eliminate all forms of discrimination against women and girls. This project has helped Kee change his mindset in many ways, and it's a great idea to continue to grow ChildFund Pass It Back to support children and young people to develop life skills.  #OrangetheWorld #GenerationEquality

Humans of Lao Rugby: Sam Johnson and Faith Walker

Sam Johnson, Memphis Inner City Rugby (MICR)

Sam Johnson, Memphis Inner City Rugby (MICR)

ໃນປີ 2019, ສະຫະພັນກິລາຣັກບີ້ແຫ່ງຊາດລາວໄດ້ເຂົ້າຮ່ວມໃນກິດຈະກຳແລກປ່ຽນຄູຝຶກຜ່ານໂຄງການລິເລີ່ມນຳໃຊ້ກິລາໃນການພັດທະນາໄວໜຸ່ມແຫ່ງສາກົນ (ISPI), ເຊິ່ງເປັນໂຄງການທີ່ມີຈຸດປະສົງເພື່ອເຮັດໃຫ້ຜູ້ນຳໄວໜຸ່ມມີຄວາມຮູ້ ແລະ ມີທັກສະໃນການສ້າງການປ່ຽນແປງທີ່ດີໃນຊຸມຊົນຂອງພວກເຂົາໂດຍຜ່ານການແລກປ່ຽນທາງດ້ານກິລາ. ໃນເດືອນຕຸລາ ປີ 2019, ຄູຝຶກ ແລະ ພະນັກງານຂອງສະຫະພັນຣັກບີ້ແຫ່ງຊາດລາວໄດ້ເດີນທາງໄປສະຫະລັດອາເມລິກາເພື່ອເຂົ້າຮ່ວມພາກທຳອິດຂອງການແລກປ່ຽນ. ຫຼັງຈາກນັ້ນ, ໃນເດືອນທັນວາ, ຄູຝຶກຈາກສະຫະລັດອາເມລິກາ ມະຫາວິທະຍາໄລຄວີນທີ່ເມືອງຊາລັອດ, ສະມາຄົມຣັກບີ້ຊາລອດ (CJRA), ສະໂມສອນຣັກບີ້ MICR ແລະ ອົງການວູເມັນວິນ (Women Win) ໄດ້ມາຢ້ຽມຢາມປະເທດລາວ. ເລື່ອງລາວຂ້າງລຸ່ມນີ້ແມ່ນມາຈາກ ລີຊາ ລໍ, ໜຶ່ງໃນຜູ້ເຂົ້າຮ່ວມ ຈາກສະມາຄົມຣັກບີ້ຊາລອດ CJRA, ສະຫະລັດອາເມລິກາ.

ແຊມ ຈອນສັນ, ຄູຝຶກສອນຈາກສະໂມສອນຣັກບີ້ MICR, ໄດ້ເລົ່າເຖິງປະສົບການຂອງລາວໃນປະເທດລາວວ່າເປັນເລື່ອງທີ່ໜ້າປະທັບໃຈ ແລະ ໄດ້ບອກວ່າການມີສ່ວນຮ່ວມໃນກິດຈະກຳຂອງ LRF ໄດ້ຊ່ວຍລາວມີການພັດທະນາຂຶ້ນໃນຖານະຄູຝຶກ. “ມັນໄດ້ເຮັດໃຫ້ຂ້ອຍໄດ້ມືນຕາໃຫ້ກວ້າງສູ່ມຸມມອງ ແລະ ທັດສະນະຄະຕິໃໝ່ໝຂອງການຮຽນຮູ້ເກມກິລາຣັກບີ້. ການເຂົ້າຮ່ວມໃນການແລກປ່ຽນຄູຝຶກໄດ້ເຮັດໃຫ້ຂ້ອຍຮຽນຮູ້ວິທີການຝຶກສອນຣັກບີ້ຕ່າງໆ ທີ່ແຕກຕ່າງອອກໄປຈາກທີ່ເຄີຍເຮັດ, ແລະ ໄດ້ຊ່ວຍໃຫ້ຂ້ອຍເຫັນວ່າກິລາໄດ້ສົ່ງຜົນຕໍ່ທຸກໆຄົນແນວໃດ.”

ຄູຝຶກອີກຄົນໜຶ່ງຈາກ ສະໂມສອນ MICR, ເຝທ ວອກເກີ້, ໄດ້ກ່າວວ່າ “ປະສົບການຂອງການຢູ່ປະເທດລາວແມ່ນໜ້າປະທັບໃຈຫລາຍ. ເຖິງວ່າກ່ອນຈະໄປຂ້ອຍບໍ່ຮູ້ວ່າຕົນເອງຈະໄດ້ພົບກັບຫຍັງ, ແຕ່ປະຊາຊົນລາວ ແລະ ວັດທະນະທຳລາວກໍ່ໄດ້ໃຫ້ການຕ້ອນຮັບທີ່ດີຫລາຍ. ອາຫານກໍແຕກຕ່າງ ແລະ ບາງສິ່ງບາງຢ່າງຂ້ອຍກໍບໍ່ຄຸ້ນເຄີຍ, ແຕ່ການຢູ່ປະເທດລາວໄດ້ເຮັດໃຫ້ຂ້ອຍຄິດໄດ້ວ່າມັນຄືເວລາທີ່ຂ້ອຍຈະໄດ້ຮຽນຮູ້ສິ່ງໃໝ່ໆ, ແລະ ຂ້ອຍກໍ່ເລີ່ມມີຄວາມສຸກກັບການກິນອາຫານລາວ!” ເຝທ ຍັງໄດ້ເຫັນອີກວ່າ ກິດຈະກຳຣັກບີ້ ແລະ ກິດຈະກຳທັກສະຊີວິດທີ່ປະເທດລາວນັ້ນມີປະສິດທິພາບຫລາຍ : “ຂ້ອຍມີຄວາມສຸກທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການ ພາສອິດແບັກ (Pass It Back). ບັນດານັກກິລາໄວໜຸ່ມມັກຮັກການແຂ່ງຂັນຣັກບີ້ ແລະ ມັນໄດ້ສະແດງໃຫ້ເຫັນຜ່ານການຫຼິ້ນຂອງພວກເຂົາແທ້ໆ.”

IMG_1952.JPG

ຄູຝຶກທັງສອງທ່ານໄດ້ບອກວ່າ ນອກເໜືອຈາກການເຮັດໃຫ້ພວກເຂົາມີມຸມມອງ ແລະ ທັດສະນະໃໝ່ໆກ່ຽວກັບກິລາຣັກບີ້ ແລະ ວັດທະນະທຳທີ່ແຕກຕ່າງກັນແລ້ວ, ການເດີນທາງຄັ້ງນີ້ຍັງໄດ້ສ້າງແຮງບັນດານໃຈໃຫ້ພວກເຂົາ ແລະ ສ້າງສາຍພົວພັນກັບກິລາຣັກບີ້ໃນລາວ. ເຝທ ໄດ້ບອກວ່າ, “ຕອນທີ່ຮອດເວລາທີ່ຈະຕ້ອງໄດ້ຈາກລາ, ຂ້ອຍບໍ່ຢາກຈາກໄປເລີຍ ເພາະຂ້ອຍໄດ້ສ້າງສາຍພົວພັນກັບຄົນທີ່ຂ້ອຍບໍ່ເຄີຍຄິດມາກ່ອນວ່າຂ້ອຍຈະໄດ້ຮູ້ຈັັກ. ຂ້ອຍຄອງຄອຍເວລາທີ່ຈະໄດ້ກັບໄປອີກ!”. ແຊມ ໄດ້ກ່າວເຖິງຄວາມຮູ້ສຶກຂອງຕົນວ່າ : “ການໄດ້ຮູ້ຈັກວັດທະນະທຳລາວ ແລະ ໄດ້ຮູ້ວ່າກິລາຣັກບີ້ສົ່ງຜົນຫຼາຍປານໃດໃນຊີວິດ ເຮັດໃຫ້ຂ້ອຍຕ້ອງການມີສ່ວນຮ່ວມກັບສະຫະພັນກິລາຣັກບີ້ແຫ່ງຊາດລາວ ແລະ ໂຄງການພາສອິດແບັກ ເພື່ອຊ່ວຍໃຫ້ກິລາຣັກບີ້ໄດ້ ເຂົ້າເຖິງຊີວິດຂອງຜູ້ຄົນຫລາຍຂຶ້ນ.”

In 2019, the LRF participated in a coach exchange through the International Sports Programming Initiative (ISPI), a program that aims to provide youth leaders with knowledge and tools to create positive change in their home communities through sports-based exchanges. In October 2019, LRF Coaches and staff travelled to the United States for the first part of the exchange. Then, in December, U.S. Coaches from Queens University at Charlotte, Charlotte Junior Rugby Association (CJRA), Memphis Inner City Rugby, and Women Win visited Laos.  The story below comes from Lisa Law, one of the U.S. participants from Charlotte Junior Rugby Association (CJRA).

Sam Johnson, a coach from MICR, described his experience in Laos as “breathtaking” and said that being involved in the LRF’s activities has helped him develop as a coach. “It opened my eyes to a new perspective on learning the game of rugby. Participating in the coach exchange taught me a different way to coach rugby, and helped me see how the sport impacts everyone in a unique way.” 

Faith Walker Memphis Inner City Rugby (MICR)

Faith Walker Memphis Inner City Rugby (MICR)

Another coach from MICR, Faith Walker, shared that “the experience of being in Laos was amazing. I did not know what to expect, but the people and culture of Laos were very welcoming. The food was different and something that I was not used to, but being in Laos made me realise it was time to try new things, and I started to enjoy the food!” Faith also found the youth rugby and life skills activities in Laos especially impactful: “I really enjoyed being a part of the Pass It Back program. The young players loved the game of rugby and it really showed through the way they played.”

Both coaches shared that in addition to giving them new perspectives on rugby and different cultures, the trip inspired them and forged a connection to rugby in Laos. According to Faith, “When it was time to leave, I hardly wanted to go because I had built relationships with people I never thought I would get to know. I can’t wait to go back again!” Sam echoed the sentiment, saying that “getting to know the culture of Laos and how the game of rugby is so impactful in lives there makes me want to get involved with Lao Rugby Federation and Pass It Back to help grow the game of rugby to touch the lives of more people.”  




Humans of Lao Rugby: Lisa Law

Lisa Law, Charlotte Junior Rugby Association

Lisa Law, Charlotte Junior Rugby Association

ໃນປີ 2019, ສະຫະພັນກິລາຣັກບີ້ແຫ່ງຊາດລາວໄດ້ເຂົ້າຮ່ວມໃນກິດຈະກຳແລກປ່ຽນຄູຝຶກຜ່ານໂຄງການລິເລີ່ມນຳໃຊ້ກິລາໃນການພັດທະນາໄວໜຸ່ມແຫ່ງສາກົນ (ISPI), ເຊິ່ງເປັນໂຄງການທີ່ມີຈຸດປະສົງເພື່ອເຮັດໃຫ້ຜູ້ນຳໄວໜຸ່ມມີຄວາມຮູ້ ແລະ ມີທັກສະໃນການສ້າງການປ່ຽນແປງທີ່ດີໃນຊຸມຊົນຂອງພວກເຂົາໂດຍຜ່ານການແລກປ່ຽນທາງດ້ານກິລາ. ໃນເດືອນຕຸລາ ປີ 2019, ຄູຝຶກ ແລະ ພະນັກງານຂອງສະຫະພັນຣັກບີ້ແຫ່ງຊາດລາວໄດ້ເດີນທາງໄປສະຫະລັດອາເມລິກາເພື່ອເຂົ້າຮ່ວມພາກທຳອິດຂອງການແລກປ່ຽນ. ຫຼັງຈາກນັ້ນ, ໃນເດືອນທັນວາ, ຄູຝຶກຈາກສະຫະລັດອາເມລິກາ ມະຫາວິທະຍາໄລຄວີນທີ່ເມືອງຊາລັອດ, ສະມາຄົົມຣັກບີ້ຊາລອດ (CJRA), ສະໂມສອນຣັກບີ້ MICR ແລະ ອົງການວູເມັນວິນ (Women Win) ໄດ້ມາຢ້ຽມຢາມປະເທດລາວ. ເລື່ອງລາວຂ້າງລຸ່ມນີ້ແມ່ນມາຈາກ ລີຊາ ລໍ, ໜຶ່ງໃນຜູ້ເຂົ້າຮ່ວມ ຈາກສະມາຄົມຣັກບີ້ຊາລອດ CJRA, ສະຫະລັດອາເມລິກາ.

ເລື່ອງລາວຂອງລິຊ້າ
ກ່ອນການແລກປ່ຽນຄັ້ງນີ້, ຂ້ອຍບໍ່ໄດ້ຄິດເຖິງການເດີນທາງໄປອາຊີຕາເວັນອອກສ່ຽງໃຕ້ມາກ່ອນ, ແລະ ຂ້ອຍກໍ່ເລີຍບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແນ່ ຫຼື ຂ້ອຍຈະໄດ້ພົບກັບຫຍັງແນ່ຈາກການເດີນທາງໄປສະຖານທີ່ທີ່ແປກໃຫມ່ໃນອີກຊີກໂລກໜຶ່ງຈາກບ່ອນທີ່ຂ້ອຍຢູ່. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກໄດ້ອາສາສະໝັກເປັນພະນັກງານຊ່ວຍເຫລືອ ແລະ ຊ່າງຖ່າຍຮູບໃນການແລກປ່ຽນຄັ້ງທຳອິດ [ໃນສະຫະລັດອາເມລິກາ] ຂ້ອຍຈຶ່ງໄດ້ຮູ້ວ່າ ຂ້ອຍຈະໄດ້ຮຽນຮູ້ຫຼາຍຢ່າງຈາກປະສົບການຄັ້ງນີ້. ຂ້ອຍໄດ້ມີສ່ວນຮ່ວມໃນການສຶກສາພາກປະຕິບັດ, ແລະ ຂ້ອຍກໍ່ຮູ້ສຶກຕື່ນເຕັ້ນກ່ຽວກັບມັນຫລາຍ.

ຜ່ານເລນກ້ອງຖ່າຍຮູບຂອງຂ້ອຍນັ້ນ, ຂ້ອຍໄດ້ເຫັນເລື່ອງລາວແສນວິເສດເກີດຂື້ນໃນແຕ່ລະມື້. ອຸປະສັກທາງດ້ານພາສາລະຫວ່າງຄູຝຶກລາວ ແລະ ຄູຝຶກອາເມລິກາທີ່ຄິດວ່າຈະເປັນເລື່ອງໃຫຍ່ນັ້ນມັນຊ້ຳພັດບໍ່ໄດ້ສົ່ງຜົນຫຍັງເລີຍ. ທັນທີທີ່ຫມາກບານຣັກບີ້ຖືກວາງລົງທ່າມກາງສັງຄົມທີ່ຜະສົົມຜະສານວັດທະນາທຳທີ່ແຕກຕ່າງ, ທຸກຄົນກໍ່ຄົ້ນພົບວິທີໃນການສື່ສານກັນ ແລະ ອຸປະສັກຕ່າງໆທີ່ຂັ້ນກາງລະຫວ່າງຄົນສອງກຸ່ມນັ້ນກໍໄດ້ຫາຍໄປເກືອບທັນທີ. ພວກເຂົາເຮັດວຽກຮ່ວມກັນ, ຮຽນເວົ້າພາສາໃໝ່ໆ, ແລກປ່ຽນຄວາມຮູ້, ແລະ ຍ້ອງຍໍເຊິ່ງກັນ ແລະ ກັນຕະຫລອດເວລາ. ຕະຫຼອດການເດີນທາງນັ້ນ, ມັນຄ້າຍຄືວ່າ ຮອຍຍິ້ມ ແລະ ສຽງຫົວບໍ່ເຄີຍຂາດຫາຍໄປຈາກສອງກຸ່ມນັ້ນເລີຍ.

ຄົນທັງສອງຝັ່ງໃນກິດຈະກຳການແລກປ່ຽນຄັ້ງນີ້ [ທັງໃນສະຫະລັດອາເມລິກາ ແລະ ໃນລາວ] ໄດ້ເປີດມຸມມອງຂອງຂ້ອຍໃຫ້ກວ້າງອອກໃນຫລາຍໆລະດັບ. ຂ້ອຍຊື່ນຊົມວິທີການທີ່ປະຊາຊົນລາວດຳລົງຊີວິດຢ່າງມີຄວາມສຸກ, ແລະ ຂ້ອຍກໍໄດ້ເຫັນດ້ວຍຕົນເອງວ່າ ສະຫະພັນກີລາຣັກບີ້ແຫ່ງຊາດລາວ, ສະມາຄົມຣັກບີ້ຊາລອດ CJRA ແລະ ສະໂມສອນຣັກບີ້ MICR ໄດ້ປ່ຽນແປງຊີວິດຂອງຜູ້ທີ່ມີສ່ວນຮ່ວມໃນໂຄງການຂອງພວກເຂົາໄດ້ຢ່າງເລິກເຊິ່ງໄດ້ແນວໃດ. ພວກເຂົາເຫຼົ່ານີ້ກຳລັງເຮັດວຽກເພື່ອຊ່ວຍຊາວໜຸ່ມເອົາຊະນະສິ່ງທ້າທາຍໃນຊຸມຊົນຂອງພວກເຂົາໃນດ້ານການສຶກສາ, ເພດ, ຄວາມຮຸນແຮງ, ແລະ ບັນຫາອື່ນໆ, ໂດຍນຳໃຊ້ກິລາຣັກບີ້ເປັນເຄື່ອງມື. ພວກເຂົາຕິດຕາມ ແລະ ບັນທຶກຄວາມກ້າວໜ້າຂອງພວກເຂົາເອງ, ແລະ ຕົວເລກກໍຈະເປັນຕົວຊີ້ບອກໃນຕົວມັນເອງ.

ພວກເຮົາໂຊກດີທີ່ໄດ້ຮຽນຮູ້ຈາກຜູ້ນຳຂອງອົງການເຫລົ່ານີ້, ແລະ ພຽງຄຳຂອບໃຈອາດຈະບໍ່ພຽງພໍຕໍ່ປະສົບການອັນລຳ້ຄ່າທີ່ໄດ້ຮັບໃນການເປັນສ່ວນຮ່ວມໃນກິດຈະກຳຄັ້ງນີ້. ເວົ້າສັ້ນໆກໍຄືໂຄງການນີ້ໄດ້ເຮັດໃຫ້ຊີວິດປ່ຽນໄປ. ຂ້ອຍຫວັງວ່າຜົນງານການຖ່າຍຮູບຂອງຂ້ອຍຈະຊ່ວຍບອກເລົ່າເລື່ອງຕ່າງໆຈາກປະສົບການໃນຄັ້ງນີ້ໄດ້.

In 2019, the LRF participated in a coach exchange through the International Sports Programming Initiative (ISPI), a program that aims to provide youth leaders with knowledge and tools to create positive change in their home communities through sports-based exchanges. In October 2019, LRF Coaches and staff travelled to the United States for the first part of the exchange. Then, in December, U.S. Coaches from Queens University at Charlotte, Charlotte Junior Rugby Association (CJRA), Memphis Inner City Rugby, and Women Win visited Laos.  The story below comes from Lisa Law, one of the U.S. participants from Charlotte Junior Rugby Association (CJRA).

Lisa’s Story
Prior to this exchange, I hadn’t thought about traveling to Southeast Asia, and I didn’t know what to expect from a trip to a different part of the world. However, after volunteering as support staff and photographer for the first leg of the exchange [in the U.S.] I realised I would learn a lot from this experience. I was engaging in practical education, and I was excited about it.

Through my camera lens, I watched magic happen each day. Language barriers between the Lao and U.S.-based Coaches meant absolutely nothing. Once a rugby ball was placed in the social mix, suddenly everyone found ways to communicate and any walls between the different groups came down almost immediately. They worked together, learned to speak new languages, shared knowledge, and praised each other continuously. Throughout the entire trip, it seemed smiles and laughter never ceased between the two groups.

Both sides of this exchange [in the U.S. and in Laos] opened my eyes on so many levels. I admire how the people of Laos live such a fulfilling life, and I saw first-hand how the LRF, CJRA, and MICR are profoundly changing the lives of all those involved in their programs.  They are working to help youth overcome challenges in their communities around education, gender, violence, and other issues, using rugby as a tool. They track and document their progress, and the numbers speak for themselves. 

We were fortunate to learn from the leaders of these organisations, and cannot thank them enough for making us a part of this exchange. To say this program was life-altering would be an understatement. I hope my photographic work helps to tell the stories from this experience.